ໃນລາຍການຊຸມຊົນລາວໃນທະວີບອາເມຣິກາແລງມື້ນີ້ ເຮົາຈະໄປຮູ້ຈັກກັບທ່ານທິນນາດ ນະຈໍາປາສັກ, ເຊິ່ງເປັນຄົນລາວ-ອາເມຣິກັນ ລຸ້ນຕົ້ນໆ ທີ່ອົບພະຍົບ ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ. ການມາອາໄສຢູ່ ໃນລັດເວີຈີເນຍ, ການພົວພັນກັບຊຸມຊົນ ທີ່ເພິ່ນອາໄສຢູ່ ແລະລາຍລະອຽດຕ່າງໆ ຂອງເພິ່ນນັ້ນ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການຊຸມຊົນລາວໃນຕ່າງແດນ
ທ່ານທິນນາດ ພ້ອມດ້ວຍພັນລະຍາ
ທ່ານທິນນາດ ນະຈໍາປາສັກ ອາຍຸ 72 ປີ, ເກີດຢູ່ທີ່ບ້ານວັດທົ່ງ, ເມືອງຈໍາສັກ, ແຂວງຈໍາປາສັກ ແຕ່ໄດ້ຍ້າຍມາຢູ່ວຽງຈັນ ແລະເລີ້ມຕົ້ນເຂົ້າໂຮງຮຽນປະຖົມຊັ້ນປີທີນຶ່ງຢູ່ວຽງຈັນຊ່ວງປີ 1956. ຫຼັງຈາກຈົບອອກຈາກໂຮງຮຽນເຈົ້າອານຸ (ເຊິ່ງປັດຈຸບັນ ໄດ້ທຸບຖິ້ມແລ້ວ) ທ່ານກໍເຂົ້າຮຽນຕໍ່ທີ່ໂຮງຮຽນລີເຊວຽງຈັນ (ປັດຈຸບັນເພິ່ນຮ້ອງວ່າ ໂຮງຮຽນອຸດັມວຽງຈັນ), ເມື່ອຈົບການສຶກສາດັ່ງກ່າວອອກມາ ກໍໄປເປັນຂ້າລາດຊະການຢູ່ກະຊວງໂຍທາທິການ ໃນພະແນກກົມການບິນພົນລະເຮືອນ ແລະໄດ້ເຮັດວຽກໃນພະແນກນີ້ແຕ່ປີ 1970, ໂດຍທ່ານໄດ້ເລົ່າສູ່ຟັງໃນຕອນນີ້ວ່າ:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ.
ຈາກນັ້ນ ໃນຊ່ວງທີ່ບ້ານເມືອງເກີດຄວາມສັບສົນວຸ້ນວາຍພາຍໃນປະເທດເກີດມີການປ່ຽນແປງ, ເພິ່ນ ແລະຄອບຄົວ ກໍໄດ້ພາກັນລົບໜີອອກມາໃນຊຸມປີ 1974 ໂດຍມາອາໄສຢູ່ທີ່ສູນອົບພະຍົບຂອງໄທ, ເຊິ່ງເພິ່ນໄດ້ເລົ່າໃນຕອນນີ້ໃຫ້ຟັງດັ່ງນີ້:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ..
ຫຼັງຈາກນັ້ນ ເພິ່ນໄດ້ເດີນທາງມາສະຫະລັດ ແລະມາເຖິງໃນປີ 1976 ໂດຍມາຕົກຢູ່ລັດເວີຈີເນຍເປັນເທື່ອທໍາອິດແລະອາໄສຢູ່ທີ່ນັ້ນມາຈົນເຖິງປັດຈຸບັນ. ເພິ່ນໄດ້ກ່າວໃຫ້ຟັງ ເຖິງການມາຕັ້ງຖິ່ນຖານຢູ່ທີ່ລັດແຫ່ງນີ້ເປັນຄັ້ງທໍາອິດແລະການ ດໍາລົງຊີວິດ ກ່ຽວກັບວຽກງານຂອງເພິ່ນໃຫ້ຟັງວ່າ:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ...
ເພິ່ນຍັງໄດ້ກ່າວໃຫ້ຟັງເຖິງການດໍາລົງຊີວິດຂອງຄົນລາວຢູ່ໃນຂົງເຂດດັ່ງກ່າວ, ການຍົກຍ້າຍໄປມາ ແລ້ວແຕ່ສະພາບການຂອງແຕ່ລະຄອບຄົວ ເຊິ່ງສ່ວນຫຼາຍກໍແມ່ນອາໄສຢູ່ທີ່ນັ້ນມາແຕ່ດົນ. ອີກຢ່າງ ທ່ານຍັງໄດ້ເລົ່າສູ່ຟັງເຖິງການພົບປະຂອງຊຸມຊົນຄົນລາວ ການພົວພັນກັນ ແລະການໃຊ້ເວລາຮ່ວມກັນໃນໂອກາດຕ່າງໆ ລວມເຖິງການໄປຄໍ້າວັດວາອາຣາມ ຕາມສັດທາແລະຄວາມເຊື່ອຂອງໃຜລາວ:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ....
ທ່ານທິນນາດ ໄດ້ອະທິບາຍວ່າ ໃນເມື່ອກ່ອນ ຄ່າຄອງຊີບກໍບໍ່ສູງຫຼາຍ, ການສັນຈອນກໍບໍ່ແອອັດ ການໄປມາລະຫວ່າງເຮືອນ ແລະບ່ອນເຮັດວຽກກໍບໍ່ໄດ້ຫຍຸ້ງຍາກ. ການເວລາກໍພາໃຫ້ຫຼາຍໆຢ່າງປ່ຽນແປງ, ແຕ່ຍ້ອນຄວາມລື້ງເຄີຍ ແລະໃຊ້ຊີວິດຢູ່ທີ່ນີ້ມາແຕ່ດົນນານ ກໍເລີຍເຮັດໃຫ້ເພິ່ນບໍ່ພົບກັບບັນຫາຫຼາຍປານໃດ. ນອກນັ້ນ ເພິ່ນຍັງໄດ້ອະທິບາຍເຖິງລັກສະນະຂອງເມືອງ ແລະສະ ພາບແວດລ້ອມອ້ອມແອ້ມຂອງເມືອງ, ສະຖານທີ່ສໍາຄັນທີ່ຫຼາຍໆຄົນຕ້ອງການມາສຶກສາຮຽນຮູ້ ແລະສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ຢູ່ບໍ່ໄກຈາກໂຕເມືອງແຫ່ງນີ້ຫຼາຍປານໃດ:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ.....
ນອກນີ້, ເພິ່ນຍັງໄດ້ກ່າວຕື່ມອີກວ່າ ການດໍາລົງຊີວິດເພື່ອຕັ້ງຖິ່ນຖານ ບໍ່ວ່າຈະຢູ່ທີ່ໃດ ຫຼືແຫ່ງຫົນໃດ ນອກຈາກຈະປະຕິບັດຕາມກົດລະບຽບບ້ານເມືອງຂອງຂົງເຂດທີ່ຕົນເອງອາໄສຢູ່ແລ້ວ ສິ່ງສໍາຄັນທີ່ສຸດທີ່ຄວນຄໍານຶງຢູ່ສະເໝີ ຄືການປັບໂຕໃຫ້ເຂົ້າກັບທຸກຄົນ ໃຫ້ເຂົ້າກັບຊຸມຊົນທີ່ພວກເຮົາອາໄສຢູ່, ດັ່ງທີ່ເພິ່ນກ່າວຢູ່ໃນບາງຕອນດັ່ງນີ້:
Your browser doesn’t support HTML5
ສໍາພາດ ທ່ານທິນນາດ ນະຈໍາປາສັກ......
ຢ່າງໃດກໍ່ຕາມ, ການດໍາລົງຊີວິດຢູ່ຕ່າງແດນ ເປັນເລື້ອງຍາກ ແຕ່ການທີ່ຕ້ອງ ດໍາລົງຊີວິດຢູ່ໃນຊຸມຊົນຕົນເອງ ໂດຍປາດສະຈາກຄວາມເຂົ້າໃຈກັນນັ້ນ ເປັນການຍາກກວ່າ, ການມາຕັ້ງຖິ່ນຖານໃໝ່ຂອງທ່ານທິນນາດ ນະຈໍາປາສັກ ໄດ້ເຮັດໃຫ້ພວກເຮົາຮູ້ວ່າ ຄວາມອົດທົນພະຍາຍາມ ແລະການພົວພັນກັນຢູ່ໃນສັງ ຄົມ ຄືພື້ນຖານຂອງການດໍາລົງຊີວິດຂອງຊຸມຊົນໃນຕ່າງແດນ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນຊີວິດການມາຕັ້ງຖິ່ນຖານໃໝ່ ຂອງທ່ານທິນນາດ ນະຈໍາປາສັກ ແລະ ການພົວພັນກັບໝູ່ຄູ່ ຢູ່ໃນຊຸມຊົນລາວຂອງທ່ານນັບຕັ້ງແຕ່ມາອາໄສຢູ່ໃໝ່ໆຈົນເຖິງປັດຈຸບັນ. ເຊີນຟັງລາຍການຊຸມຊົນ
ລາວໃນທະວີບອາເມຣິກາຂອງພວກເຮົາໄດ້ໃໝ່ ໃນອາທິດໜ້າ ເວລາດຽວກັນນີ້.