ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກ​ປົກຄອງ​ປະເທດຊິ​ມບັບ​ເວ ໄດ້ໄຊຊະນະສຽງສ່ວນຫຼາຍຢູ່ໃນສະພາ


ພວກສະໜັບສະໜູນພັກ​ປົກຄອງ​ປະເທດຊິ​ມບັບ​ເວ ZANU-PF ​ຂອງປະທານາທິບໍດີ ​ເອັມ​ເມີ​ສັນ ມັງ​ກາ​ວາ ພາກັນສະຫຼອງ ຫຼັງຈາກການເລືອຕັ້ງທົ່ວໄປ ວັນທີ 31 ກໍລະກົດ, 2018.
ພວກສະໜັບສະໜູນພັກ​ປົກຄອງ​ປະເທດຊິ​ມບັບ​ເວ ZANU-PF ​ຂອງປະທານາທິບໍດີ ​ເອັມ​ເມີ​ສັນ ມັງ​ກາ​ວາ ພາກັນສະຫຼອງ ຫຼັງຈາກການເລືອຕັ້ງທົ່ວໄປ ວັນທີ 31 ກໍລະກົດ, 2018.

ພັກ​ປົກຄອງ​ຊິ​ມບັບ​ເວ ZANU-PF ​ໄດ້​ຊະນະ​ສຽງ​ສ່ວນ​ຫຼາຍ​ຂອງ​ສ​ະພາ ​ອີງ​ຕາມພາກ
ສ່ວນນຶ່ງຂອງຜົນທີ່​ເຜີ​ຍ​ແຜ່ອອກ​ໃນວັນ​ພຸດ​ມື້​ນີ້.

​ໂຕ​ເລກ​ຈາກ​ຄະນະ​ກຳມະການ​ເລືອກຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ ZANU-PF ທີ່ໄດ້ຮັບ
109 ບ່ອນ​ນັ່ງ​ ໃນຈຳນວນ 210 ບ່ອນ​ນັ່ງ​ຢູ່​ໃນ​ສະພາ. ການ​ເຄື່ອນ​ໄຫວຂອງ​ຝ່າຍ​ຄ້ານ​ທີ່​
ສຳຄັນ ພັກ​ການ​ເຄື່ອ​ນ​ໄຫວ​ປ່ຽນ​ແປງເພື່ອປະຊາທິປະ​ໄຕ (MDC) ​ໄດ້ຮັບ 41 ບ່ອນ​ນັ່ງ.

ສ່ວນ​ທີ່​ເຫຼືອຂອງ​ບັນດາ​ຜູ້​ຊະນະ​ຍັງ​ຈະຕ້ອງ​ໄດ້​ປະກາດອອກມາໃຫ້ຊາບ.

ຖ້າ​ຫາກ​ພັກ ZANU-PF ຊະນະ​ຢ່າງໜ້ອຍ 30 ຂອງ​ບ່ອນ​ນັ່ງ​ທີ່​ມີ​ຢູ່​ນັ້ນ ມັນກໍ​ຈະ​ເປັນ​ສອງ​
ສ່ວນ​ສາມຂອງສຽງ​ສວນ​ຫຼາຍ​ທີ່​ຈະ​ປ່ອຍ​ໃຫ້​ມີ​ການ​ປ່ຽນ​ແປງ​ລັດຖະທຳມະນູນ ປາດ​ສະ​
ຈາກ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະມາຊິກ​ຄົນ​ອື່ນໆ​ຢູ່​ໃນສະພາ.

ບັດ​ລົງ​ຄະ​ແນນ​ສຽງ​ກຳລັງຖືກ​ນັບ​ຢູ່​ ໃນ​ການ​ເລື​ອກຕັ້ງ​ປະທານາທິບໍດີ ​ດ້ວຍ​ການ​ຄາດ​ຜົນ
​ທີ່​ຈະ​ປະກາດ​ອອກໃນ​ທ້າຍ​ອາທິດ​ນີ້.

ບັນດາ​ຜູ້​ສະໝັກ​ທີ່​ສຳຄັນ​ໃນ​ການ​ແຂ່ງຂັນ​ມີ​ ຜູ້ສະໝັກຈາກ​ພັກ ZANU-PF ຄືປະທານາ
ທິບໍດີ ​ເອັມ​ເມີ​ສັນ ມັງ​ກາ​ວາ ຜູ້​ທີ່​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ແທນ​ຜູ້ນຳ​ທີ່​ຍາວ​ນານ​ທ່ານ​ໂຣ​ເບີດ
ມູ​ກາ​ເບ ທີ່​ໄດ້​ລາ​ອອກ​ໄປ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ​ແລະ​ຜູ້ນຳ​ຟ່າ​ຍຄ້ານ ທ່ານ​ແນ​ລສັນ
ຊາ​ມີ​ຊາ​ຂອງ​ພັກ MSC.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG