ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະນາຄົດ ທາງການເມືອງ ຂອງ ຊິມບາບເວ ຍັງບໍ່ແນ່ນອນ


ທະຫານຢູ່ຕາມຖະໜົນ ໃນໃຈກາງນະຄອນຫຼວງຮາຣາເຣ, ປະເທດຊິມບາບເວ. 16 ພະຈິກ, 2017.
ທະຫານຢູ່ຕາມຖະໜົນ ໃນໃຈກາງນະຄອນຫຼວງຮາຣາເຣ, ປະເທດຊິມບາບເວ. 16 ພະຈິກ, 2017.

ປະຊາຊົນ ຊິມບາບເວ ໄດ້ປະເຊີນກັບຄວາມບໍ່ແນ່ນອນທາງການເມືອງເປັນວັນທີສອງ
ໃນວັນພະຫັດມື້ນີ້, ດ້ວຍຂ່າວລືທີ່ປາກົດອອກມາ ກ່ຽວກັບວິທີ ແລະ ເວລາທີ່ປະທານາ
ທິບໍດີ ໂຣເບີດ ມູກາເບ ຈະສະຫຼະການຄວບຄຸມປະເທດ ຫຼັງຈາກໄດ້ກຳອຳນາດມາ
ເກືອບ 4 ທົດສະວັດ.

ທ່ານ ມູກາເບ ໄດ້ຖືກກັກຂັງ ໃນເຮືອນໂດຍກອງກຳລັງທະຫານໃນວັນພະຫັດມື້ນີ້ ໃນ
ຂະນະທີ່ເຂົາເຈົ້າໄດ້ເຂົ້າຍຶດການຄວບຄຸມປະເທດທີ່ຕັ້ງຢູ່ພາກໃຕ້ຂອງທະວີບອາຟຣິ
ກາ ໃນການປະຕິບັດການທີ່ວ່ອງໄວ ແລະ ປາສະຈາກການນອງເລືອດ. ແຫຼ່ງຂ່າວ
ຕ່າງໆເວົ້າວ່າ ທ່ານ ມູກາເບ, ປະມຸກລັດ ທີ່ແກ່ທີ່ສຸດໃນໂລກ ໂດຍມີອາຍຸ 93 ປີ, ໄດ້
ປະຕິເສດທີ່ຈະລາອອກຈາກຕຳແໜ່ງ ແລະ ມອບອຳນາດໃຫ້ລັດຖະບານໃໝ່. ລາຍ
ງານຫຼາຍສະບັບກ່າວວ່າ ອະດີດຮອງປະທານາທິບໍດີຂອງທ່ານ ມູກາເບ, ທ່ານ
ເອັມເມີເຊິນ ເອັມນານກາກວາ, ແລະ ຜູ້ນຳພັກຝ່າຍຄ້ານທ່ານ ມໍແກນ ສວານກີໄຣ
ໄດ້ກັບຈາກການໄປລີ້ໄພຢູ່ນອກປະເທດ ເພື່ອເຂົ້າຮ່ວມໃນລັດຖະບານໃໝ່.

ອົງການຂ່າວ ຣອຍເທີສ ໄດ້ລາຍງານວ່າ ທ່ານ ມູກາເບ ແລະ ທ່ານນາງ ເກຣສ ພັນລະ
ຍາຂອງທ່ານໄດ້ຖືກຄວບຄຸມຕົວຢູ່ທີ່ບ້ານພັກປະ ທານາທິບໍດີ ທີ່ຖືກປົດອອກຈາກຕຳ
ແໜ່ງໃນນະຄອນຫຼວງ ຮາຣາເຣ.

ວິກິດການໄດ້ປາກົດອອກມາ ໃນວັນຈັນທີ່ຜ່ານມາ, ເມື່ອນາຍພົນ ຄັອນສຕານີໂນ
ຈິເວັງກາ ຫົວໜ້າຂອງກອງທັບ ຊິມບາບເວ, ໄດ້ເຕືອນວ່າ ທ່ານຈະ “ເຂົ້າແຊກ
ແຊງ” ນອກຈາກທ່ານ ມູກາເບ ຢຸດພະຍາຍາມທີ່ຈະກຳຈັດພັກ ZANU-PF ທີ່ກຳລັງ
ປົກຄອງປະເທດຢູ່ຂອງຜູ້ສະໜັບສະໜູນທ່ານ ເອັມນານກາກວາ. ປະຊາຊົນຫຼາຍສິບຄົນ
ໄດ້ຖືກຈັບກຸມນັບຕັ້ງແຕ່ທ່ານ ມູກາເບ ໄດ້ປົດຕຳແໜ່ງຮອງປະທານາທິ ບໍດີໃນວັນທີ
5 ພະຈິກທີ່ຜ່ານມາ. ຜູ້ປົກຄອງປະເທດມາດົນນານໄດ້ລະບຸວ່າ ທ່ານໄດ້ມີແຜນທີ່ຈະ
ທົດແທນຕຳແໜ່ງຮອງປະທານາທິບໍດີທີ່ຖືກຂັບໄລ່ອອກໄປ ດ້ວຍສະຕີໝາຍເລກນຶ່ງ,
ເຊິ່ງຈະເຮັດໃຫ້ທ່ານນາງຢູ່ໃນຖານະທີ່ຈະກາຍເປັນປະທານາທິິບໍດີ ເມື່ອທ່ານ ໂຣເບີດ
ມູກາເບ ອອກບຳນານ ຫຼື ເສຍຊີວິດ.

ລົດຖັງຫຼາຍຄັນຂອງ ຊິມບາບເວ ໄດ້ເຄື່ອນເຂົ້າໃນຖະໜົນເສັ້ນຕ່າງໆໃນນະຄອນຫຼວງ
ຮາຣາເຣ ໃນວັນຕໍ່ມາ, ປິດລ້ອມສະພາແຫ່ງຊາດ ແລະ ເຂົ້າຍຶດສະຖານີໂທລະພາບ
ຂອງປະເທດ. ແຕ່ກອງກຳລັງປ້ອງກັນປະເທດໄດ້ຢືນຢັນວ່າການກະທຳຂອງເຂົາເຈົ້າ
ວ່າ “ບໍ່ແມ່ນການເຂົ້າຍຶດລັດຖະບານໂດຍກອງທັບ.”

ບັນດາຜູ້ນຳໃນຫຼາຍປະເທດທີ່ຕັ້ງຢູ່ພາກໃຕ້ຂອງທະວີບອາຟຣິກາ ໄດ້ເຕົ້າໂຮມກັນ ໃນ
ປະເທດ ບັອດສວານາ ທີ່ຢູ່ໃກ້ຄຽງໃນວັນພະຫັດມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ວິກິດ
ການທາງການເມືອງຂອງ ຊິມບາບເວ. ຖະແຫຼງການຮ່ວມ ລົງນາມໂດຍບັນດາຜູ້ນຳ
ຂອງກຸ່ມສັງຄົມພົນລະເຮືອນຫຼາຍກວ່າ 100 ກຸ່ມ ໄດ້ຮຽກຮ້ອງທ່ານ ມູກາເບ ໃຫ້ລາ
ອອກ ແລະ ເປີດທາງໃຫ້ “ຂະບວນການຮອບຄອບ, ແລະ ທຸກຝ່າຍ ເຊິ່ງຈະພິຈາລະ
ນາອະນາຄົດຂອງປະເທດ ຊິມບາບເວ.

ທ່ານ ເອັມນານກາກວາ ອາຍຸ 75 ປີ ໄດ້ຖືກພິຈາລະນາເປັນເວລາຫຼາຍປີວ່າ ເບິ່ງຄືຈະ
ເປັນຜູ້ສືບທອດຕຳແໜ່ງ ປະທານາທິບໍດີ, ແລະຍັງໄດ້ຮັບການໜູນຫຼັງຢ່າງແຂງຂັນໃນ
ກອງທັບ. ທ່ານນາງ ເກຣສ ມູກາເບ ໄດ້ຮັບການສະໜັບສະໜູນໂດຍຊາວໜຸ່ມຂອງ
ພັກ ແລະ ເຊື່ອວ່າ ໄດ້ວາງແຜນປົດຮອງປະທານາທິບໍດີອີກຄົນນຶ່ງ, ທ່ານ ຈອຍສ
ມາຈູຣູ ອອກຈາກຕຳແໜ່ງໃນປີ 2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG