ພວກເຄາະຮ້າຍ ຈາກການປະຕິບັດງານຂອງກອງທັບຊິມບັບເວ ທີ່ໄດ້ຮັບການສະໜັບສະໜຸນ ໂດຍລັດຖະບານ ໃນກາງຊຸມປີ 1980 ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 20,000 ຄົນນັ້ນກ່າວວ່າ ພວກເຂົາເຈົ້າຕ້ອງການ ຢາກໃຫ້ລັດຖະບານ ຂອງ ປະທານາທິບໍດີ ເອັມເມີສັນ ແອັມນານກັກວາ ຈ່າຍເງິນຊົດເຊີຍແລະຂໍຂະມາໂທດ ດັ່ງທີ່ນັກຂ່າວ Columbus Mavhunga ລາຍງານໃຫ້ວີໂອເອ ປະທານາທິບໍດີ ແອັມນານກັກວາ ເປັນລັດຖະມົນຕີ ຮັກສາຄວາມປອດໄພແຫ່ງຊາດ ໃນເວລານັ້ນ ຊຶ່ງໄພສານ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນາງອົບປາ ສີໂຄຊານາ ແມ່ໝ້າຍອາຍຸ 70 ປີຈຳໄດ້ວ່າ ມີທະຫານ 7 ຄົນເຂົ້າໄປໃນເຮືອນຂອງນາງ ໃນລະຫວ່າງການປະຕິບັດງານ ຂອງກອງທັບຊິມບັບເວ ທີ່ໄດ້ສັງຫານ 20,000 ກວ່າຄົນ ຢູ່ເຂດຊົນເຜົ່າ ແອນເດເບເລ ໃນກາງຊຸມປີ 1980.
ນາງອົບປາ ສີໂຄຊານາ ກ່າວວ່າ “ພວກເຂົາເຈົ້າຢາກລົມບາງເລື້ອງກັບສາມີຂອງຂ້ອຍຢູ່ທາງ ນອກ. ພວກເຂົາເຈົ້າໄດ້ລົມກັນຢ່າງຍືດຍາວ ດັ່ງນັ້ນຂ້ອຍຈຶ່ງອອກໄປເບິ່ງວ່າ ມີຫຍັງເກີດຂຶ້ນ. ພວກເຂົາຄົນນຶ່ງ ບອກໃຫ້ຂ້ອຍກັບຄືນເຂົ້າໄປໃນເຮືອນ. ລາວນຳຂ້ອຍເຂົ້າໄປ ແລ້ວກໍຂົ່ມຂືນຂ້ອຍ.”
ຫລັງຈາກຮູ້ສຶກວ່າ ພວກເຂົາໄດ້ຈັບສາມີຂອງນາງຍ້ອນເປັນຜູ້ນຳຂອງພັກຝ່າຍຄ້ານຢູ່ໃນຊຸມຊົນ ນາງຈຶ່ງຫລົບໜີໄປເມືອງບູລາວາໂຍ.
ນາງໄດ້ຮັບໜັງສືຈາກຜູ້ພິພາກສາຂອງສານຢັ້ງຢັນວ່າ ສາມີຂອງນາງ ຊຶ່ງໃນເວລານັ້ນ ມີອາຍຸ 37 ປີ ໄດ້ຖືກລັກພາໂຕໂດຍພວກຜູ້ຊາຍຕິດອາວຸດຈຳນວນນຶ່ງ.
ນາງມີຄວາມບໍ່ພໍໃຈເປັນທີ່ສຸດ ຕໍ່ປະທານາທິບໍດີ ແອັມນານກັກວາ ຊຶ່ງເປັນລັດຖະມົນຕີກະຊວງຮັກສາຄວາມປອດໄພໃນເວລານັ້ນແລະປະທານາທິບໍດີຄົນກ່ອນ ທ່ານໂຣເບີດ ມູກາເບ ແລະຢາກໃຫ້ພວກທ່ານທັງສອງ ຂໍຂະມາໂທດແລະຈ່າຍເງິນຊົດເຊີຍ.
ນາງອົບປາ ສີໂຄຊານາ ກ່າວວ່າ “ລັດຖະບານທີ່ກໍອາຊະຍາກຳເຫຼົ່ານັ້ນ ຕ້ອງໄດ້ຊົດເຊີຍຄວາມເສຍຫາຍ ໃຫ້ແກ່ປະຊາຊົນ ເພື່ອສະແດງໃຫ້ເຫັນວ່າ ຕົນມີຄວາມຮັບຜິດຊອບໃນສິ່ງທີ່ເກີດຂຶ້ນ. ປະຊາຊົນໄດ້ຕໍ່ສູ້ແລະກໍໄດ້ຮັບຄວາມເຈັບປວດເພື່ອປະເທດຊາດແລະພວກເຂົາເຈົ້າກໍບໍ່ຄວນທີ່ຈະຖືກຂ້າຕາຍ. ທ່ານເອັມນານກັກວາແມ່ນເຮັດວຽກກັບທ່ານມູກາເບ.”
ຄະນະກຳມາທິການສິດທິມະນຸດຂອງຊິມບັບເວ ກ່າວວ່າ ການກໍ່ໂທດກຳທີ່ກູກຸກຣາຮຸນດີ ແມ່ນເປັນການລະເມີດສິດທິມະນຸດ.
ທ່ານນາງແນັດຕີ ມູຊານຮູ ຈາກຄະນະກຳມາທິການສັນຕິພາບແລະສ້າງຄວາມປອງດອງຊາດ ກ່າວວ່າ “ຂ້າພະເຈົ້າບໍ່ສາມາດເວົ້າລ່ວງໜ້າໄດ້ວ່າ ພວກເຮົາຈະຈ່າຍຄ່າຊົດເຊີຍໃຫ້ແກ່ພວກເຄາະຮ້າຍເພາະວ່າ ພວກເຮົາຍັງບໍ່ທັນໄດ້ພົວພັນ ກັບພວກເຄາະຮ້າຍເທື່ອ. ພວກເຮົາກຳລັງມອງຫາຊ່ອງທາງທີ່ຈະຈັດໃຫ້ມີການພົບພໍ້ ຈາກການພົບພໍ້ເຫຼົ່ານັ້ນ ພວກເຮົາຈຶ່ງຈະສາມາດຮູ້ໄດ້ວ່າ ພວກເຄາະຮ້າຍຕ້ອງການຫຍັງ ການຂໍຂະມາໂທດ ເງິນຊົດເຊີຍ ນັ້ນແມ່ນສິ່ງທີ່ຂັ້ນຕອນດັ່ງກ່າວ ກຳລັງເຮັດຢູ່.”
ນັກຂ່າວເຊັນເຊເລ ແອັນດີເບເລ ໄດ້ຖືກຕຳຫຼວດຮ້ອງໄປພົບໃນປີນີ້ ຫຼັງຈາກໄດ້ຂຽນສາລະຄະດີກ່ຽວກັບການຄາດຕະກຳໃນຊຸມປີ 1980. ລາວກ່າວວ່າ ໃນຂະນະທີ່ທ່ານມູກາເບ ໄດ້ອອກຈາກຕຳແໜ່ງໄປແລ້ວ ແຕ່ພວກຜູ້ນຳ ທີ່ບໍລິຫານປະເທດສ່ວນໃຫຍ່ ແມ່ນຍັງຢູ່ໃນຄະນະລັດຖະບານ ເຊັ່ນວ່າ ຮອງປະທານາທິບໍດີສະແຕນຕີໂນ ຊີເວັງກາ ຊຶ່ງເປັນຜູ້ບັນຊາການກອງພັນຮັບຜິດຊອບໃນການບຸກເຂົ້າໄປກວດຄົ້ນຊັບສິນຂອງພວກຝ່າຍຄ້ານ.
ນັກຂ່າວເຊັນເຊເລ ແອັນດີເບເລ ກ່າວວ່າ “ພວກສະຫາຍຜູ້ທີ່ກ່າວວ່າ ທ່ານຮູ້ດີວ່າພວກເຮົາມີບັນຫາແມງຂີ້ສາບ ແລະພວກເຮົາໄດ້ຕັດສິນໃຈ ທີ່ຈະນຳເອົາຢາເດເດເຕມາພ້ອມ. ຜູ້ທີ່ເວົ້າວ່າ ພວກທີ່ເປັນບຸກຄົນໜ້ານັບຖືແມ່ນພວກທີ່ປະຕິບັດຕາມເສັ້ນທາງຂອງພັກ ZANU PF ສຳລັບຊຸມມື້ຂອງພວກເຂົາເຈົ້າ ທີ່ຄວນຈະເພີ້ມຂຶ້ນໃນໂລກ. ດັ່ງນັ້ນ ພວກເຂົາເຈົ້າແມ່ນພວກທີ່ກຳອຳນາດໃນເວລານີ້ ທີ່ ກ່າວເຖິງປະຊາທິປະໄຕ ການປົກຄອງທີ່ດີ ແລະ ຜູ້ຄົນກ່າວວ່າ “ແຕ່ພວກເຈົ້າພວກເຈົ້າຕ້ອງໄດ້ກັບຄືນໄປ ແລະບອກພວກເຮົາ ກ່ຽວກັບສິ່ງທີ່ພວກທ່ານເຄີຍ ໄດ້ກະທຳ.”
ນັ້ນອາດຈະນຳເອົາສັນຕິພາບ ມາສູ່ນາງອົບປາ ສີໂຄຊານາ.
Victims of a Zimbabwe government sanctioned army operation that killed more than 20,000 people in the mid-1980s say they want compensation and an apology from President Emmerson Mnangagwa's government.As Columbus Mavhunga reports for VOA, President Mnangagwa was the country's security minister at the time.
Oppah Sikhosana, a 70 year old widow, recalls seven soldiers coming to her house during the military operation that killed more than 20,000 people from theNdebele ethnic group in the mid-1980s.
Oppah Sikhosana, Widow
"They asked to discuss a few things with my husband outside.They spent a lot of time discussing, so I followed to check what was happening.One of them asked me to go back into the house.He followed me and raped me."
After realizing they took her husband for being the head of the opposition in their community, she ran away to Bulawayo.
She has papers from the Magistrate Court confirming her husband, then 37, was abducted by armed men.
She is bitter with President Mnangagwa, who was security minister at the time, and his predecessor Robert Mugabe - and wants an apology and compensation.
Oppah Sikhosana, Widow
"The government that committed those crimes must compensate the people to show that it accepts responsibility for what happened.The people fought and suffered for the country and they did not deserve to be killed.Mnangagwa was working with Mugabe."
The Zimbabwe Human Rights Commission says the Gukurahundi atrocities were human rights violations.
The National Peace and Reconciliation Commission says it working on bringing closure.
Netty Musanhu, National Peace & Reconciliation Commission
"I cannot pre-emptively say we are going to give compensation to victims because we have not engaged the victims.What we are looking at is to create fora, out of those foras we will then be able to know what the victims want: apology, compensation, that is what that this process is going to be doing."
Journalist Zenzele Ndebele was summoned by police this year after producing a documentary of the 1980s killings.He says while Mugabe left office, most of the operation leaders are still in government, such as Vice President Constantino Chiwenga who was a brigade commander in charge of raiding opposition properties.
Zenzele Ndebele, Journalist
"The comrade who said you know we had a problem of cockroaches and we decided to bring DDT.The guy who said blessed are those who follow the path of ZANU PF for their days shall be increased on earth.So these are the guys now who are in power, talking about democracy, good governance and people are saying, 'But you guys, you need to go back and tell us about what you did."
That might bring peace to Oppah Sikhosana.