ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເຊເລັນສກີ ກ່າວວ່າ ກອງກຳລັງ ຢູເຄຣນ ແລະ ຣັດເຊຍ ຕໍ່ສູ້ເພື່ອພື້ນທີ່ທຸກໆແມັດ ໃນເມືອງ ຊີວີໂຣໂດເນັດສ໌


ທະຫານຢູເຄຣນ ຍິງຈະຫຼວດ BM-21 Grad ໃກ້ກັບເມືອງ ລີຊີຈານສ໌, ພາກພື້ນ ລູຮານສ໌. 12 ມິຖຸນາ, 2022.
ທະຫານຢູເຄຣນ ຍິງຈະຫຼວດ BM-21 Grad ໃກ້ກັບເມືອງ ລີຊີຈານສ໌, ພາກພື້ນ ລູຮານສ໌. 12 ມິຖຸນາ, 2022.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າກອງກຳລັງຂອງທ່ານ ແລະ ພວກທີ່ມາຈາກຣັດເຊຍ ແມ່ນກຳລັງຕໍ່ສູ້ “ເພື່ອພື້ນທີ່ທຸກໆແມັດ” ໃນເມືອງ ຊີວີໂຣໂດເນັດສ໌, ໃນຂະນະທີ່ໄດ້ຂໍຮ້ອງບັນດາຄູ່ຮ່ວມສາກົນວ່າ ຢູເຄຣນ “ຕ້ອງການລະບົບປ້ອງກັນລູກສອນໄຟທີ່ທັນສະໄໝ.”

ໃນການກ່າວຄຳປາໄສທາງວິດີໂອປະຈຳທຸກໆຄືນຄັ້ງຫຼ້າສຸດຂອງທ່ານນັ້ນ, ທ່ານ ເຊເລັນສກີ ໄດ້ກ່າວວ່າ “ເປົ້າໝາຍກົນລະຍຸດທີ່ສຳຄັນ” ຂອງຣັດເຊຍແມ່ນບໍ່ໄດ້ປ່ຽນແປງ, ດ້ວຍກອງກຳລັງ ຣັດເຊຍ ກໍໄດ້ດັນໄປສູ່ເມືອງ ລີຊີຈານສ໌,​ ບັກມຸດ, ສລອຟຢານສ໌, ໄປຫາພາກຕາເວັນຕົກ ແລະ ຕາເວັນຕົກສຽງໃຕ້ຂອງເມືອງ ຊີວີໂຣໂດເນັດສ໌.

ດ້ວຍການສູນເສຍຕ່າງໆຂອງທັງສອງຝ່າຍແມ່ນຍາກທີ່ຈະຢືນຢັນໄດ້ນັ້ນ, ທ່ານ ເຊເລັນສກີ ໄດ້ກ່າວວ່າການບາດເຈັບ ແລະ ເສຍຊີວິດຂອງທະຫານ ຣັດເຊຍ ອາດກາຍ 40,000 ຄົນໃນເດືອນມິຖຸນານີ້.

ທ່ານໄດ້ກ່າວວ່າ “ກອງທັບບົກ ຣັດເຊຍ ແມ່ນກຳລັງພະຍາຍາມທີ່ຈະຮັກສາກອງກຳລັງໄວ້ໃນເຂດດອນບາສ, ແຕ່ເຂົາເຈົ້າມີຫຍັງທີ່ເຂົາເຈົ້າຮັກສາໄວ້ໄດ້ໃນເວລານີ້? ມັນເບິ່ງຄືວ່າເຂົາເຈົ້າຈະພະຍາຍາມທຳການຕໍ່ສູ້ກັບພວກທະຫານເກນໃໝ່ທີ່ບໍ່ໄດ້ຖືກຝຶກຊ້ອມເປັນຢ່າງດີ ແລະ ຜູ້ທີ່ຖືກເຕົ້າໂຮມດ້ວຍການຫັນໃຊ້ໃຫ້ເປັນປະໂຫຍດ. ພວກນາຍພົນ ຣັດເຊຍ ເຫັນຄົນຂອງເຂົາເຈົ້າຄືວັດຖຸທີ່ຈະຖືກນຳເອົາມາໃຊ້ແບບງ່າຍໆໃນສົງຄາມ ທີ່ເຂົາເຈົ້າຕ້ອງການເພື່ອສ້າງຄວາມໄດ້ປຽບໃນຕົວເລກ, ໃນກຳລັງຄົນ ແລະ ອຸປະກອນທະຫານ.”

ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ກ່າວໃນວັນຈັນມື້ນີ້ວ່າ ໃນສອງສາມວັນທີ່ຜ່ານມາການຕໍ່ສູ້ຢູ່ອ້ອມເມືອງ ຊີວີໂຣໂດເນັດສ໌ “ແມ່ນໄດ້ສືບຕໍ່ດຸເດືອດ.”

ກະຊວງດັ່ງກ່າວເວົ້າວ່າ ຄວາມສາມາດຂອງຣັດເຊຍ ທີ່ຈະດຳເນີນການປະຕິບັດການຂ້າມແມ່ນໍ້າ ຈະເປັນໄປໄດ້ວ່າເປັນນຶ່ງໃນຫຼາຍຂໍ້ເທັດຈິງທີ່ສຳຄັນທີ່ສຸດໃນສົງຄາມໃນບໍ່ເທົ່າໃດເດືອນຂ້າງໜ້ານີ້.

ເຂົາເຈົ້າໄດ້ກ່າວວ່າ “ເພື່ອບັນລຸຄວາມສຳເລັດໃນການປະຕິບັດການໄລຍະປັດຈຸບັນຂອງການໂຈມຕີພາກພື້ນດອນບາສນັ້ນ, ຣັດເຊຍ ແມ່ນຈະຕ້ອງໄດ້ສຳເລັດການດຳເນີນການໂຈມຕີດ້ານຂ້າງທີ່ກະຕືລືລົ້ນ, ຫຼື ດຳເນີນການໂຈມຕີຂ້າມແມ່ນໍ້າ.”

ກອງກຳລັງຣັດເຊຍ ໄດ້ລະດົມຍິງໂຮງງານສານເຄມີທີ່ມີທະຫານຫຼາຍຮ້ອຍຄົນ ແລະ ພົນລະເຮືອນລີ້ໄພຢູ່ໃນເມືອງ ຊີວີໂຣໂດເນັດສ໌ ໃນວັນອາທິດວານນີ້, ດ້ວຍປະຊາກອນ 100,000 ຄົນກ່ອນສົງຄາມແມ່ນຍັງຄົງມີຄວາມສຳຄັນຕໍ່ເປົ້າໝາຍທີ່ກວ້າງຂວາງຂອງມົສກູ ໃນການຄວບຄຸມພາກພື້ນດອນບາສໃນພາກຕາເວັນອອກຂອງປະເທດ, ເຊິ່ງປົກຄຸມແຂວງ ລູຮານສ໌ ແລະ ໂດເນັດສ໌.

ຣັດເຊຍ ໄດ້ຍຶດແຫຼມໄຄຣມເມຍຂອງຢູເຄຣນໃນປີ 2014 ແລະ ກອງກຳລັງ ກີຢິບ ແມ່ນໄດ້ຕໍ່ສູ້ກັບພວກແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍໃນພາກພື້ນດອນບາສນັບຕັ້ງແຕ່ນັ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG