ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ເວົ້າ​ວ່າ ​ຈະ​ບໍ່​ມີ​ການ​ລົດ​ລະຄວາມ​ພະ​ຍາ​ຍາມ ເພື່ອ​ຜັກ​ດັນການ​ຍາດ​ເອົາ​ເຂດ​ແດນ​ຄືນ


ນັບ​ຕັ້ງ​ແຕ່ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍາດ​ເອົາ​ເມືອງ ອີ​ຊຽມ ມາ​ໄດ້​ຄືນ, ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ຊອກ​ຫາ​ສົບ​ຂອງ​ຊາວ ຢູ​ເຄ​ຣນ ຈຳ​ນວນຫຼາຍ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ສົງ​ຄາມ. ສົບ​ຜູ້​ເສ​ຍ​ຊີ​ວິດ​ໄດ້​ຖືກ​ສົ່ງ​ໄປ​ພາກ​ພື້ນ​ ຄາ​ກີບ.
ນັບ​ຕັ້ງ​ແຕ່ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍາດ​ເອົາ​ເມືອງ ອີ​ຊຽມ ມາ​ໄດ້​ຄືນ, ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ຊອກ​ຫາ​ສົບ​ຂອງ​ຊາວ ຢູ​ເຄ​ຣນ ຈຳ​ນວນຫຼາຍ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ສົງ​ຄາມ. ສົບ​ຜູ້​ເສ​ຍ​ຊີ​ວິດ​ໄດ້​ຖືກ​ສົ່ງ​ໄປ​ພາກ​ພື້ນ​ ຄາ​ກີບ.

ປ​ະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ມັນ​ຈະ​ບໍ່​ມີ​ການ​ລົດ​ລະ​ໃນ​ຄວາມ​ພະ​ຍາ​ຍາມ​ໂດຍ​ກອງ​ທັບ​ປະ​ເທດ​ຂອງ​ທ່ານ ເພື່ອ​ຍຶດ​ເອົາ​ເຂດ​ແດນ​ຄືນ​ ຈາກກອງ​ກຳ​ລັງ ຣັດ​ເຊຍ.

ຄຳ​ເຫັນ​ຂອງ​ທ່ານ ເຊ​ເລັນ​ສ​ກີ ໄດ້​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປ​າ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ ລຸນຫຼັງການ​ໄດ້​ຮັບ​ໄຊ​ຊະ​ນະ​ໂດຍກອງ​ກຳ​ລັງ​ຂອງ​ຢູ​ເຄ​ຣນ​ໃນ​ພາກ​ພື້ນ ຄາ​ກີບ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ຕອ​ບ​ໂຕ​ໃນ​ເດືອນນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ບາ​ງ​ເທື່ອ​ຕອນນີ້​ມັນ​ເບິ່ງ​ຄື​ວ່າ​ພວກ​ທ່ານ​ບາງ​ຄົນຫຼັງ​ຈາກ​ໄຊ​ຊະ​ນະຫຼາຍ​ຄັ້ງ​ພ​ວກ​ເຮົາ​ກໍ​ມີ​ຄວາມຮູ້​ສຶກ​ປອດ​ໄພທີ່​ແນ່ນອນ. ແຕ່​ນີ້ບໍ່​ແມ່ນ​ພາ​ວະ​ງຽບ​ສະ​ຫງົບ. ນີ້​ແມ່ນ​ການ​ກະ​ກຽມ​ສຳ​ລັບ​ການ​ຕໍ່​ສູ້​ຄັ້ງ​ຕໍ່​ໄປ ເພາະ​ວ່າ​ຢູ​ເຄ​ຣນ ຕ້ອງ​ເປັນ​ອິດ​ສະຫຼະ ທັງ​ໝົດ​ເລີຍ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ CBS ເມື່ອ​ຄືນ​ວັນ​ອາ​ທິດ​ວານນີ້​ວ່າ ຢູ​ເຄ​ຣນ, ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ ແລະ ພັນ​ທ​ະ​ມິດ​ອື່ນໆ, ພ້ອມ​ກັບ "ຄວາມ​ກ້າ​ຫານ​ທີ່​ໜ້າ​ເຫຼືອ​ເຊື່ອ ແລະ ຄວາມ​ມຸ່ງ​ໝັ້ນ​ທີ່​ເຫຼືອ​ເຊື່ອ​ຂອງ​ປະ​ຊາ​ຊົນ ຢູ​ເຄ​ຣນ” ແມ່ນ​ຈະ​ບໍ່​ຜ່າຍ​ແພ້​ສົງ​ຄາມ.

ທ່ານ​ ໄບ​ເດັນ ໄດ້​ກ່າວ​ວ່າ​ການ​ຊະ​ນະ​ສົງ​ຄາມ​ໝາຍ​ເຖິງ​ການ​ເຮັດ​ໃຫ້ ຣັດ​ເຊຍ "ອອກ​ໄປ​ຈາກ ຢູ​ເຄ​ຣນ ຢ່າງ​ສິ້ນ​ເຊີງ" ແລະ ຮັບ​ຮູ້ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຢູ​ເຄ​ຣນ.

ເມື່​ອ​ຖືກ​ຖາມ ກ່ຽວ​ກັບ ທະ​ຫານ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳທີ່ ສະ​ຫະ​ລັດ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຢູ​ເຄ​ຣນ ນັ້ນ, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ “ດົນ​ເທົ່າ​ທີ່​ມັນ​ຈະ​ເປັນ.”

ໃນ​ວັນ​ອາ​ທິດ​ວານນີ້, ຢູ​ເຄ​ຣນ ໄດ້​ຊອກ​ຫາ​ຜູ້​ທີ່​ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ຢູ່​ເມືອງ ອີ​ຊຽມ ແລະ ເມືອງ​ອື່ນໆ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ທີ່​ເຂົາ​ເຈົ້າ​ໄດ້​ຍຶດ​ມາ​ຄືນ​ຈາກ ຣັດ​ເຊຍ.

ເຈົ້າ​ເມືອງ ອີ​ຊຽມ ທ່ານ ວ​າ​ເລ​ຣີ ມາ​ເຊັນ​ໂກ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບລັດ​ຖະ​ບານ​ວ່າ ຂຸມ​ຝັງ​ສົບ​ໄດ້​ຖືກ​ຂຸດ​ຂຶ້​ນ​ມາ ແລະ ສົບ​ຜູ້​ເສຍ​ຊີ​ວິດ​ແມ່ນ​ໄດ້​ຖືກ​ສົ່ງ​ໄປ​ພາກ​ພື້ນ ຄາ​ກີບ.​

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG