ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານເຊເລັນສກີ ກ່າວຕໍ່​ກຸ່ມ G7 ໃນຂະນະທີ່ບັນດາຜູ້ນຳ ເພີ້ມຄວາມກົດດັນຕໍ່ຣັດເຊຍ


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຍ່າງກັບ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່ອນກອງປະຊຸມຫາລື ກ່ຽວກັບຢູເຄຣນ ໃນລະຫວ່າງກອງປະຊຸມສຸດຍອດ G-7 ຢູ່ທີ່ເມືອງຮິໂຣຊິມາ, ປະເທດຍີ່ປຸ່ນ, ວັນທີ 21 ພຶດສະພາ 2023
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຍ່າງກັບ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່ອນກອງປະຊຸມຫາລື ກ່ຽວກັບຢູເຄຣນ ໃນລະຫວ່າງກອງປະຊຸມສຸດຍອດ G-7 ຢູ່ທີ່ເມືອງຮິໂຣຊິມາ, ປະເທດຍີ່ປຸ່ນ, ວັນທີ 21 ພຶດສະພາ 2023

ຢູ່ທີ່ນະ​ຄອນ ຮິໂຣຊິມາ, ປະເທດຍີ່ປຸ່ນ, ກຸ່ມ 7 ປະເທດມະຫາອຳນາດທາງອຸດສາຫະກຳ ໃນວັນອາທິດວານນີ້ໄດ້ຈັດກອງປະຊຸມສຸດຍອດກ່ຽວກັບສົງຄາມ ໃນຢູເຄຣນ, ໂດຍມີແຂກຮັບເຊີນ ແມ່ນທ່ານໂວໂລດີເມຍ ເຊເລັນສກີ.

ປະທານາທິບໍດີ​ຢູ​ເຄຣນ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ດັ່ງ​ກ່າວ​ຢ່າງ​ໜ້າ​ຕື່ນ​ເຕັ້ນ​ໃນ​ມື້​ກ່ອນ​ໜ້າ​ນີ້​ໂດຍເຮືອບິນ​ຂອງ​ຝຣັ່ງ, ຫລັງ​ຈາກ​ໄດ້​ປາກົດ​ຕົວ​ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ສັນນິບາດ​ອາຣັບ ທີ່​ເມືອງເຈດດາ ຂອງຊາອຸດີ ອາຣາເບຍ, ​ໃນ​ວັນ​ສຸກ​, ເຊິ່ງ​ທ່ານ​ໄດ້​ຮ້ອງຂໍ​ການສະໜັບສະໜູນ​ຕໍ່ຄວາມ​ພະຍາຍາມ​ຂອງ​ຢູ​ເຄຣນ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ​ຈາກການ​ຮຸກ​ຮານ​ຂອງຣັດ​ເຊຍ.

ຫຼາຍຊົ່ວໂມງຫຼັງຈາກການໄປຮອດຂອງທ່ານເຊເລັນສກີ, ມົສກູ ໄດ້ປະກາດວ່າກອງກໍາລັງຂອງຕົນ ໄດ້ຍຶດເອົາ ບາກມຸດ, ເຊິ່ງເປັນເມືອງ ທາງພາກຕາເວັນອອກຂອງຢູເຄຣນ ​ໂດຍ​ມີ​ການສູ້ລົບທີ່ດຸເດືອດ ເຊິ່ງກອງທະຫານຂອງທ່ານເຊເລັນສກີ ໄດ້ພະຍາຍາມປ້ອງກັນເປັນເວລາຫຼາຍເດືອນ.

ໃນເບື້ອງຕົ້ນປາກົດວ່າ ທ່ານເຊເລັນສກີ ໄດ້ຢືນຢັນວ່າຣັດເຊຍໄດ້ເຂົ້າຄວບຄຸມເມືອງແລ້ວ. "ສໍາລັບມື້ນີ້, ບາກມຸດ ຢູ່ໃນໃຈຂອງພວກເຮົາເທົ່ານັ້ນ," ທ່ານກ່າວ. ຕໍ່​ມາ​ທ່ານ​ໄດ້​ຢືນຢັນວ່າ ຣັດ​ເຊຍ​ບໍ່​ສາ​ມາດຄວບຄຸມ​ເມືອງ​ດັ່ງ​ກ່າວ​ຢ່າງ​ເຕັມສ່ວນ.

ທ່ານ ເຊເລັນສກີ ເຊິ່ງນຸ່ງເສື້ອກັນໜາວ ມີໝວກທີ່ເປັນເອກະລັກຂອງທ່ານ ໄດ້ຈັດກອງປະຊຸມພົບ​ປະ​ກັບບັນ​ດາຜູ້ນໍາ​ກຸ່ມ G7 ທຸກຄົນ ລວມເຖິງນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ, ຜູ້ທີ່ໄດ້ຮັບການວິພາກວິຈານວ່າບໍ່ຍອມປະນາມການຮຸກຮານຂອງຣັດເຊຍ.

ໃນການພົບປະຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກັບ ທ່ານເຊເລັນສກີ, ທ່ານໄດ້ປະກາດການຊ່ວຍ ເຫຼືອເພີ່ມເຕີມ 375 ລ້ານໂດລາສະຫະລັດ ໃຫ້ຢູເຄຣນ. "ການຊ່ວຍເຫຼືອລວມມີລູກປືນໃຫຍ່, ລົດຫຸ້ມເກາະ ເພື່ອເພີ່ມຂີດຄວາມສາມາດໃນການສູ້ລົບຂອງຢູເຄຣນ," ທ່ານໄດ້ກ່າວ.

​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ, G7 ​ໄດ້​ເພີ່ມ​ມາດຕະການ​ລົງ​ໂທດ ​ແລະ ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຕໍ່ຣັດ​ເຊຍ ​ແລະ ມາດ​ຕະການ​ປາບ​ປາມ​ບັນດາ​ຜູ້​ທີ່ຊ່ວຍ​ມົສກູ ຫຼົບຫຼີກ​ການ​ລົງ​ໂທດ. ​ແຕ່​ການ​ຊຸກຍູ້​ອັນ​ຍິ່ງໃຫຍ່​ທີ່​ສຸດ ​ສຳລັບກີຢິບ ​ແມ່ນ​ໃນ​ທີ່​ສຸດ​ ສະຫະລັດ​ໄດ້​ເຫັນດີອະນຸຍາດ​ໃຫ້​ ບັນດາ​ພັນທະ​ມິດ​ຂອງ​ຕົນ​ສະໜອງ​ເຮືອບິນ​ລົບ F-16 ​ທີ່​ຜະລິດ​ໂດຍ​ອາ​ເມ​ຣິ​ກາ ແລະ​ຝຶກ​ແອບ​ນັກ​ບິນ​ຢູເຄຣນ​. ມີຄວາມກັງວົນກ່ຽວກັບຄວາມຂັດແຍ້ງທີ່ຮຸນແຮງຂຶ້ນ, ເປັນເວລາຫຼາຍເດືອນ, ທ່ານໄບເດັນ ໄດ້ປະຕິເສດການອະນຸມັດຕໍ່ການຮ້ອງຂໍຂອງທ່ານເຊເລັນສກີ ສໍາລັບເຮືອບິນລົບເພື່ອປັບປຸງກອງທັບ​ອາ​ກາດຂອງຢູເຄຣນ ໃນປັດຈຸບັນໃຫ້ທັນສະໄໝຂຶ້ນ, ເຊິ່ງສ່ວນໃຫຍ່ປະກອບດ້ວຍເຮືອບິນໃນຍຸກໂຊຫວຽດ.

“ຂ້າພະເຈົ້າດີໃຈຫຼາຍ, ຂອບໃຈຫຼາຍໆ. ຂໍຂອບໃຈພັນທະມິດ ຂອງພວກເຮົາ. ມັນຈະຊ່ວຍໃຫ້ສັງຄົມຂອງພວກເຮົາ, ປະຊາຊົນຂອງພວກເຮົາ, ເພື່ອຮັກສາບ້ານເຮືອນ ແລະ ຫຼາຍຄອບຄົວ,” ທ່ານ ເຊເລັນສກີ ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG