ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຂໍ​ຮ້ອງ​ພະ​ສັນ​ຕະ​ປາ​ປາ ຊ່ວຍ​ເຫຼືອ ໃນ​ການ​ປ່ອຍ​ຕົວ ​ນັກ​ໂທດ​ສົງ​ຄາມ ທີ່​ຖືກ​ຈັບ​ໂດຍ ຣັດ​ເຊຍ


ພະ​ສັນ​ຕະ​ປາ​ປາ ແຟ​ຣນຊິ​ສ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ. 8 ກຸມ​ພາ, 2020. Gregorio Borgia/Pool via REUTERS
ພະ​ສັນ​ຕະ​ປາ​ປາ ແຟ​ຣນຊິ​ສ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ. 8 ກຸມ​ພາ, 2020. Gregorio Borgia/Pool via REUTERS

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ໄດ້​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໃນ​ການໃຫ້​ໄດ້​ຮັບ​ການ​ປ່ອຍ​ຕົວ​ນັກ​ໂທດ​ສົງ​ຄາມ ທີ່​ຖືກ​ຈັບ​ໂດຍ ຣັດ​ເຊຍ ແລະ ນັກ​ຮົບ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ.

ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ໄດ້​ທຳ​ການ​ຮ້ອງ​ຂໍຫຼັງ​ຈາກ​ການ​ພົບ​ປະ​ກັບ​ພະ​ສັນ​ຕະ​ປາ​ປາ​ທີ່ວັງວາຕິ​ກັງ​ ເມື່ອ​ວັນ​ເສົາ​ວານນີ້.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ທວິດ​ເຕີຫຼັງ​ຈາກ​ການ​ພົບ​ປະ​ກັນວ່າ “ພະ​ສັນ​ຕະ​ປາ​ປາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ສາ​ມາດ​ເຮັດ​ໄດ້ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ ແລະ ຄ​ວາມ​ສາ​ມັກ​ຄີ​ໃນ​ທົ່ວ​ໂລກ.”

ທ່ານ​ໄດ້​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ຊ່ວຍ​ເຫຼືອ​ໃນ​ການ​ປ່ອຍ​ຕົວ​ຊາວ ຢູ​ເຄ​ຣນ ທີ່​ຖືກ​ຈັບ​ໃນ​ເມືອງ ດອນ​ບາ​ສ, ແຫຼມ​ໄຄ​ຣ​ເມຍ ແລະ ຣັດ​ເຊຍ.”

ຣັດ​ເຊຍ ໄດ້​ຍຶດ​ເອົາ​ແຫຼມ​ໄຄ​ຣ​ເມຍ ​ໃນ​ທະ​ເລ​ດຳ​ເມື່ອ​ເດືອນ​ມີ​ນາ​ປີ 2014. ນຶ່ງ​ເດືອນ​ຕໍ່​ມາ, ໄດ້​ມີ​ການ​ຕໍ່​ສູ້​ກັນ​ໃນ​ພາກ​ຕ​າ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ໃນ​ຄວາມ​ຂັດ​ແຍ້ງ​ທີ່​ໄດ້​ສັງ​ຫານຫຼາຍ​ກວ່າ 13,000 ຄົນ ແລະ ຫຼາຍກວ່ານຶ່ງ​ລ້ານ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

ນັບ​ຕັ້ງ​ແຕ່​ໄດ້​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເມື່ອ​ເດືອນ​ພຶດ​ສະ​ພາ​ປີ 2019, ທ່ານ ເຊ​ເລັນ​ສ​ກີ ໄດ້​ເປັນ​ຜູ້​ຄວບ​ຄຸມ​ການ​ແລກ​ປ່ຽນ​ນັກ​ໂທດ​ກັບ ຣັດ​ເຊຍ ແລະ ນັກ​ຮົບ​ແບ່ງ​ແຍກ​ດິນ​ແດນ​ທີ່​ເຂົາ​ເຈົ້າ​ໄດ້​ໜູນຫຼັງ ​ໃນ​ພ​າກ​ຕ​າ​ເວັນ​ອອກ​ຂອງ ຢູ​ເຄ​ຣນ.

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ, ອາ​ຍຸ 83 ພັນ​ສາ​ທີ່​ເປັນຫົວ​ໜ້າ​ໂບດ​ໂຣ​ມັນ​ກາ​ໂຕ​ລິກນັ້ນ, ໄດ້​ມີ​ໂອ​ກາດ​ສະ​ແດງ​ຄວາມ​ຫວັງ​ຂອງ​ເພິ່ນ ສຳ​ລັບ​ການ​ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງ.

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ທຳ​ການ​ສູດ​ມົນ​ກ່ອນກອງ​ປະ​ຊຸມ​ສຸດ​ຍອດ​ທີ່​ສຳ​ຄັນ ທີ່​ປະ​ກອບ​ມີ​ທ່ານ ເຊ​ເລັນ​ສ​ກີ ແລະ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ເຂົ້າ​ຮ່ວມ​ໃນ​ນະ​ຄອນຫຼວງ ປາ​ຣີ ປະ​ເທດ ຝ​ຣັ່ງ ເມື່ອ​ເດືອນ​ທັນ​ວາ​ປີ 2019. ພະ​ສັນ​ຕະ​ປາ​ປາ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ໃນ​ຂໍ້​ຄວາມ​ວັນ​ຄ​ຣິ​ສ​ມາ​ສ​ຂອງ​ເພິ່ນ.

ຜູ້​ສັດ​ທາ​ຈຳ​ນວນຫຼວງຫຼາຍ​ຂອງ ຢູ​ເຄ​ຣນ ແມ່ນ​ນັບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ນິ​ກາຍ ອໍ​ໂຕ​ດັອກ, ມີ​ພຽງ​ຈຳ​ນວນ​ໜ້ອຍ​ດຽວ​ເທົ່າ​ນັ້ນ ​ທີ່​ພິ​ຈາ​ລະ​ນາ​ຕົນ​ເອງວ່າ​ນັບ​ຖື​ນິ​ກາຍ ໂຣ​ມັນ ກາ​ໂຕ​ລິກ.

ແນວ​ໃດ​ກໍ​ຕາມ, ຊາວ ກ​ຣິ​ສ ຫຼື ຊາວຄ​ຣິ​ສ​ຕຽນ ກາ​ໂຕ​ລິກ ຕາ​ເວັນ​ອອກ, ແມ່ນ​ນິ​ກາຍ​ຄ​ຣິ​ສ​ຕຽນ​ທີ່​ໃຫຍ່​ທີ່​ສຸ​ດ​ເປັນ​ອັນ​ດັບ​ສອງ​ໃນ​ປະ​ເທດ ແລະ ຮັບ​ຮູ້​ພະ​ສັນ​ຕະ​ປາ​ປາ​ເປັນ​ຜູ້​ນຳ​ສ​າ​ສະ​ໜາ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG