ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ປະ​ເທດ ແຊມ​ເບຍ ດຳ​ເນີນ​ງາ​ເພື່ອ​ພັດ​ທະ​ນາ​ການ​ຕໍ່​ສູ້​ກັບ​ HIV/AIDS ດ້ວຍ​ແນວ​ທາງ​ທີ່​ເນັ້ນ​ຊຸມ​ຊົນ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ສຽງ​ບັນ​ຍາຍ​ເປັນ​ພາ​ສາ​ລາວ.

ໃນ​ປະ​ເທດ ແຊມ​ເບຍ, ໂຄງ​ການ​ສຶກ​ສາ ແລະ ການ​ປ້ອງ​ກັນ ທີ່​ຮູ້​ຈັກ​ດັ່ງ​ກັບ ໂຄງ​ການ​ຄວບ​ຄຸມ​ໂຣກ​ລະ​ບາດ​ຢ່າງ​ຊິ້ນ​ເຊີງ ແມ່ນ​ໄດ້​ເພັ່ງ​ເລັງ​ໃສ່​ການ​ສິ້ນ​ສຸດ​ໂຣກ ເອດ​ສ໌ ດັ່ງ​ກັບ​ໄພ​ຂົ່​ມ​ຂູ່​ດ້ານ​ສາ​ທາ​ລະ​ນະ​ສຸກ​ພາຍ​ໃນ​ປີ 2030. ແຄ​ທີ ຊອດ ນັກ​ຂ່າວ​ວີ​ໂອ​ເອ​ລາຍ​ງານ​ຈາກເມືອງ ເປ​ຕາ​ອູ​ເກ, ປະ​ເທດ ແຊມ​ເບຍ, ເຊິ່ງ​ພວກ​ເຮົາ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນາງ ລູ​ຊີ ຊູ​ລູ ໄດ້​ດຳ​ລົງ​ຊີ​ວິດ​ກັບ​ໂຣກ HIV/AIDS ເປັນ​ເວ​ລາ 5 ປີ​ແລ້ວ, ເຊິ່ງ​ລາວ​ແມ່ນ​ນຶ່ງ​ໃນຊາວ ແຊມ​ເບຍ ​ປະ​ມານ ນຶ່ງ​ລ້ານ​ສາມ​ແສນ​ຄົນ​ທີ່ດຳ​ລົງ​ຊີ​ວິດ​ກັບ​ໂຣກ​ດັ່ງ​ກ່າວ.

ແຕ່​ນາງ​ແມ່ນ​ກຳ​ລັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການບໍ່​ຫວັງ​ຜົນ​ກຳ​ໄລ​ໂລກ ໂຄງ​ການ ຮູ​ມາ​ນາ ປະ​ຊາ​ຊົນ​ເພື່ອ​ປະ​ຊາ​ຊົນ, ເຊິ່ງ​ແມ່ນ​ໂຄງ​ການ​ທີ່​ເຮັດ​ວຽກ​ກັບ​ຊຸມ​ຊົນ​ຕ່າງໆ​ຢູ່​ທີ່ນີ້ ເພື່ອ​ຕໍ່​ສູ້​ກັບ​ໂຣກ HIV/AIDS, ມາ​ເລ​ເຣຍ ແລະ ວັນ​ນະ​ໂຣກ.

ນາງ ຊູ​ລູ ໄດ້​ຖື​ພາຫຼັງ​ຈາກກວດ​ພົບ​ເປັນ​ຜົນ​ບວກ​ສຳ​ລັບ​ເຊື້ອ HIV, ແຕ່​ລູກ​ຊາຍ​ຂອງ​ລາວ​ບໍ່​ໄດ້​ຕິດ​ເຊື້ອ HIV. ລາວ​ໃຫ້​ເຄ​ຣ​ດິດ​ກັບ​ການ​ແຊກ​ແຊງ​ທາງ​ການ​ແພດ ທີ່​ຊ່ວຍ​ເຫຼືອ​ບັນ​ດາ​ແມ່​ທັງຫຼາຍ ເພື່ອ​ເຂົ້າ​ຫາ​ຢາ​ຕໍ່​ຕ້ານ​ໄວ​ຣັ​ສ​ທີ່​ຊ່ວຍ​ຊີ​ວິດ​ໄວ້, ຫຼື ARVs, ເພື່ອ​ປ້ອງ​ກັນ​ການ​ສົ່ງ​ຕໍ່​ເຊື້ອ HIV ຈາກ​ແມ່​ຫາ​ລູກ.

ນາງ ລູ​ຊີ ຊູ​ລູ, ຜູ້​ຕິດ​ເຊື້ອ HIV ກ່າວ​ວ່າ “ຂ້ອຍ​ໄດ້​ໃຊ້​ຊີ​ວິດ​ຢູ່​ແບບນີ້​ມາ​ໄດ້​ສາມ​ປີ​ແລ້ວ, ເກືອບ​ສີ່​ປີ. ສະ​ນັ້ນ, ພວກ​ເຮົາ​ຈະ​ໄປ​ນຳ​ກັນ​ກັບ​ຜົວ​ຂອງ​ຂ້ອຍ​ເພື່ອ​ຮັບ​ເອົາ​ຢາ​ປິ່ນ​ປົວ. ພວກ​ເຮົາ​ໃຊ້​ຢາ PrEP ແລະ ARVs ນຳ​ກັນ. ສະ​ນັ້ນ ຂ້ອຍ​ຈຶ່ງ​ດີ​ໃຈຫຼາຍ​ທີ່​ພວກ​ເຮົາ​ຍັງ​ຢູ່​ນຳ​ກັນ.”

ຜົ​ວ​ຂອງ​ນາງ ຊູ​ລູ ທ້າວ ໂຈ​ເຊັບ ບານ​ດາ ແມ່ນບໍ່​ໄດ້​ຕິດ​ເຊື້ອ HIV. ລາວ​ໃຊ້​ຢາ ປ້ອງ​ກັນ​ໂຣກ​ກໍ່​ການ​ສຳ​ຜັດ ຫຼື PrEP, ເຊິ່ງ​ແມ່ນ​ຢາ​ທີ່ຫຼຸດ​ຜ່ອນ​ການ​ຕິດ​ຕໍ່​ຈາກ​ເຊື້ອ HIV, ເຊິ່ງ​ແມ່ນ​ໄວ​ຣັ​ສ​ທີ່​ກໍ່​ໃຫ້​ເກີດ​ໂຣກ ເອດ​ສ໌.

ນາງ ຊູ​ລູ ແລະ ທ້າວ ບານ​ດາ ແມ່ນ​ຜູ້​ທີ່​ຮູ້​ຈັກ​ດັ່ງ​ກັບ “ຄູ່​ຮັກ​ທີ່ບໍ່​ສອດ​ຄ່ອງ​ກັນ,” ເຊິ່ງ​ຄົນ​ນຶ່ງບໍ່​ຕິດ​ເຊື້ອ HIV ໃນ​ຂະ​ນະ​ທີ່​ອີກ​ຄົນ​ນຶ່ງ​ຕິດເຊື້ອ HIV.

ທ້າວ ໂຈເຊັບ ບານ​ດາ, ຜູ້ບໍ່​ຕິດ​ເຊື້ອ HIV ກ່າວ​ວ່າ “ເມຍ​ຂອງ​ຂ້ອຍ​ກິນ​ຢາ​ຕໍ່​ຕ້ານ​ໄວ​ຣັ​ສ​ເພື່​ອ​ປ້ອງ​ກັນ​ລາວ​ຈາກ​ການ​ສົ່ງ​ຕໍ່​ໄວ​ຣັ​ສ HIV, ລາວ​ໄດ້​ສືບ​ຕໍ່​ໃຊ້​ຢານີ້​ມາເລື້ອຍໆ.”

ທ່ານ​ນາງ ມາ​ກາ​ເຣັດ ຊູ​ລູ ແມ່ນ​ເຈົ້າ​ໜ້າ​ທີ່​ພາກ​ສະ​ໜາມ​ຢູ່​ອົງ​ການ​ພັດ​ທະ​ນາ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ສູ່​ຄົນ​ໃນ​ປະ​ເທດ ແຊມ​ເບຍ, ຫຼື DAPP, ໂດຍ​ຊ່ວຍ​ເຫຼືອ​ບັນ​ດາ​ຄົນ​ໄຂ້​ໃນ​ທົ່ວ​ຊຸມ​ຊົນ​ເພື່ອ​ຮັບ​ປະ​ກັນ​ວ່າ ເຂົາ​ເຈົ້າ​ກິນ​ຢາ​ຂອງ​ເຂົາ​ເຈົ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ທ່ານ​ນາງ​ກ່າວ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່​ພາກ​ສະ​ໜາມ ແລະ ພະ​ນັກ​ງານ​ປະ​ຊາ​ຄົມ​ສາ​ທາ​ລະ​ນະ​ສຸກ​ໄດ້​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ທີ່​ຕິດ​ເຊື້ອ HIV ຜູ້​ທີ່​ຢຸດ​ການ​ປິ່ນ​ປົວ, ເພື່ອ​ລົມ​ນຳ​ເຂົາ​ເຈົ້າ, ແລະ ຊ່ວຍ​ເຂົາ​ເຈົ້າ​ສ້າງ​ຕັ້ງ​ການ​ກຸ່ມສະ​ໜັບ​ສະ​ໜູນ​ການ​ປິ່ນ​ປົວ​ເຊື້ອ HIV ຂະ​ໜາດ​ນ້ອຍ, ຮູ້​ຈັກ​ດັ່ງ​ກັບ “ທ​ຣີອ​ອ​ສ.”

ທ່ານ​ນາງ ມາ​ກາ​ເຣັດ ຊູ​ລູ, ຈາກ​ການ​ພັດ​ທະ​ນາ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ສູ່​ຄົນ​ໃນ​ປະ​ເທດ ແຊມ​ເບຍ ກ່າວ​ວ່າ “ໂຄງ​ການນີ້ ໄດ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃຫ້​ມີ​ຄວາມ​ຮູ້ ກ່ຽວ​ກັບ HIV, ກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ, ສິ່ງ​ທີ່​ຈະ​ເຮັດ​ຖ້າ​ເຂົາ​ເຈົ້າ​ຖືກກວດ​ເປັນ​ຜົນ​ລົບ, ບາດ​ກ້າວ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເອົາ, ຫຼື ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໃນ​ແງ່ບວກ ເວ​ລາ​ພວກ​ເຮົາ​ພົບ​ຄູ່​ຮັກ​ທີ່ບໍ່​ສອດ​ຄ່ອງ​ກັນ.”

ທ່ານ​ ເອັມ​ວຳ​ບາ ຈັນ​ດາ ເຮັດ​ວຽກ​ເປັນເຈົ້າ​ໜ້າ​ທີ່​ປະ​ສານ​ງານ​ດ້ານ HIV ໃຫ້​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ທີ່​ໂຮງ​ໝໍ​ເຂດ ເປ​ຕາ​ອູ​ເກ ໂດຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ທີ່​ຕິດ​ເຊື້ອ HIV ໃຫ້​ປະ​ຕິ​ບັດ​ຕາມ​ການ​ຮັກ​ສາ​ຂອງ​ຕົນ.

ທ່ານ​ ເອັມ​ວຳ​ບາ ຈັນ​ດາ ກ່າວ​ວ່າ “ເຮົາ​ເຄີຍ​ສູນ​ເສຍ​ຄົນ​ໄຂ້​ຈຳ​ນວນຫຼາຍ​ຈາກ​ການ​ຮັກ​ສາ ເມື່ອ​ເຈົ້າ​ນັດ​ໃຫ້​ໃຜ​ບາງ​ຄົນ​ເຂົ້າ​ຮັບ​ການ​ຮັກ​ສາ​ໃນ​ໄລ​ຍະ​ເວ​ລາ​ສັ້ນ​ທີ່​ສຸດ ພວກ​ເຮົາ​ກໍ​ຈະ​ສູ​ເສຍ​ໄປ ແຕ່​ເຮົາ​ກຳ​ລັງ​ມີ​ສ່ວ​ນ​ຮ່ວມ​ກັບ​ຊຸມ​ຊົນ.”

ໂຄງ​ການນີ້ກ່ຽວ​ຂ້ອງ​ກັບ​ຜູ້​ນຳ​ແບບ​ດັ້ງ​ເດີມ​ເຊັ່ນ ຫົວ​ໜ້າ​ໝູ່​ບ້ານ ທ່ານ ໂຢ​ຣາມ ເອັມ​ວານ​ຊາ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ໃຫ້​ກັບ​ຊຸມ​ຊົນ ກ່ຽວ​ກັບ ໂຄງ​ການ​ປ້ອງ​ກັນ ແລະ ຮັກ​ສາ HIV/AIDS ທີ່​ດຳ​ເນີນ​ການ​ໂດຍ DAPP.

ທ່ານ ໂຢ​ຣາມ ເອັມ​ວານ​ຊາ ຫົວ​ໜ້າ​ໝູ່​ບ້ານ ມຳ​ບີ ກ່າວ​ວ່າ “ເຮົາ​ເລີ່ມ​ຍ່າງ​ເຄາະ​ປະ​ຕູ​ບ້ານ​ເທື່ອ​ລະ​ຫຼັງ ເພື່ອບອກ​ໃຫ້​ຜູ້​ທີ່ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ວ່າ DAPP ມີ​ໂຄງ​ການ​ທີ່​ດີຫຼາຍ ແລະ ເຮົາ​ຄວນ​ໄດ້​ຮັບ​ປະ​ໂຫຍດ​ຈາກ​ໂຄງ​ການນີ້ ເພາະ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຄື​ການ​ຍືດ​ອາ​ຍຸ​ຂອງ​ເຂົາ​ເຈົ້າ​ໃຫ້​ຍືນ​ຍາວ​ຂຶ້ນ ມີຊີ​ວິດ​ທີ່​ດີ.”

ອົງ​ການ DAPP ແຊມ​ເບຍ ກຳ​ລັງ​ດຳ​ເນີນ​ໂຄງ​ການ ຄວບ​ຄຸມ​ໂຣກ​ລະ​ບາດ​ຢ່າງ​ສິ້ນ​ເຊີງ ຊຶ່ງ​ເປັນ​ໂຄງ​ການ​ດ້ານ​ການ​ສຶກ​ສາ ແລະ ປ້ອງ​ກັນ, ເຊິ່ງ​ທ່ານ​ນາງ ອີ​ລີ​ຊີ ໂຊ​ເຣັນ​ເຊັນ ເປັນ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ.

ທ່ານ​ນາງ ອີ​ລີ​ຊີ ໂຊ​ເຣັນ​ເຊັນ ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານໂຄງ​ການ​ພັດ​ທະ​ນາ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ສູ່​ຄົນ​ໃນ​ປະ​ເທດ ແຊມ​ເບຍ ກ່າວ​ວ່າ “ເຮົາ​ຍັງ​ຄົງ​ເວົ້າ​ວ່າ​ເອົາ​ປະ​ຊາ​ຊົນ​ກ່ອນ ແລະ ຄຳ​ຂວັນ​ໃນ​ໂຄງ​ການຄວບ​ຄຸມ​ໂຣກ​ລະ​ບາ​ດ່​ຢາງ​ສິ້ນ​ເຊີງ​ກໍ​ແມ່ນ ມີ​ພຽງ​ປະ​ຊາ​ຊົນ​ເອງ​ເທົ່າ​ນັ້ນ​ທີ່​ສາ​ມາດ​ກຳ​ຈັດ​ຕົນ​ເອງ​ອອກ​ຈາກ​ການ​ລະ​ບາດ​ຂອງໂຣກວັນ​ນະ​ໂລກ ແລະ HIV.”

ແນວ​ທາງ​ຈາກ​ລຸ່ມ​ສູ່​ເທິງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ປະ​ສົມ​ປະ​ສານ​ກັບ​ການ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ທີ່​ມີ​ສຸ​ຂະ​ພາບ​ສູງ ມີ​ຄວາມ​ມຸ່ງ​ຫວັງ​ທີ່​ຈະ​ເຮັດ​ໃຫ້​ປະ​ເທດ ແຊມ​ເບຍ ບັນ​ລຸ​ເປົ້າ​ໝາຍ​ອັນ​ທະ​ເຍີ​ທະ​ຍານ​ທີ່​ກຳ​ນົດ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ນັ້ນ​ກໍ​ຄື ບໍ່​ມີ​ການ​ຕິດ​ເຊື້ອ HIV ລາຍ​ໃໝ່, ບໍ່​ມີ​ການ​ເສຍ​ຊີ​ວິດ​ທີ່​ກ່ຽວ​ຂ້ອງ​ກັບ​ໂຣກ​ເອດ​ສ໌ ແລະ ບໍ່​ມີ​ກາ​ບາບ ຫຼື ການ​ເລືອກ​ປະ​ຕິ​ບັດ​ພາຍ​ໃນ​ປີ 2030.

ອ່ານ​ລາຍງ​ານນີ້​ເປັນ​ພາ​ສາ​ອັງ​ກິດ

In Zambia, an education and prevention program known as the Total Control of the Epidemic project is focused on ending AIDS as a public health threat by 2030.

Louzi Zulu has been living with HIV/AIDS for five years, one of an estimated 1.3 million Zambians living with the disease. (3)

But she is getting help from the global NGO Humana People to People program, a project that is working with communities here to fight HIV/AIDS, malaria and tuberculosis.

Zulu got pregnant after testing positive for HIV, but her son is HIV-negative. She credits medical interventions that help mothers access life-saving antiretroviral drugs, or ARVs, to prevent mother-to-child HIV transmission.

Louzi Zulu, HIV-Positive

“I have been living like this for three years, almost four years. So, we go together with my husband to collect our medication. We take PrEP and ARVs together. So, I am very happy that we are still together.”

Zulu’s husband Joseph Banda is HIV-negative. He takes pre-exposure prophylaxis - PrEP, a medication that reduces infection from HIV, the virus causing AIDS. (2)

Zulu and Banda are what is known as a “discordant couple,” where one partner is HIV-negative while the other is HIV-positive.

Joseph Banda, HIV-Negative

“My wife takes antiretrovirals drugs to protect her from transmitting the HIV virus, she has to continue taking this medicine.”

Margaret Zulu is a field officer at Development Aid from People to People in Zambia, or DAPP, helping clients around the community to ensure that they are consistent in taking their medicines.

She says field officers and community health workers visit people living with HIV who fell out of treatment, to re-engage them, and help them form small HIV treatment adherence support groups, known as ‘Trios.’

Margaret Zulu, Development Aid from People to People in Zambia

“This program ... has helped people to have knowledge about HIV, about prevention measures, what to do if they have tested negative, what step they can take, or how they can live positive lives when we find discordant couple.”

Mwamba Chunda works as an HIV focal point person with the Ministry of Health at Petauke district hospital, helping HIV-positive people adhere to their treatment.

Mwamba Chunda, Petauke District Hospital

“We used to lose a lot of clients on treatment. When you schedule someone on treatment within a shortest period of time, they are lost ... But we are engaging the community.”

The project involves traditional leaders like village headman Yoram Mwanza to raise awareness communities about HIV/AIDS prevention and treatment programs run by DAPP.

Yoram Mwanza, Headman, Mumbi Village

“We started going door to door, telling those who didn’t attend the meetings, that DAPP has got this very good program, and we should benefit from it because what we are learning is prolonging our lives, a good life.”

DAPP Zambia is implementing the Total Control of the Epidemic project, an education and prevention program. Elise (Ee-lee-see) Soerensen is its managing director.

Elise Soerensen, Development Aid from People to People in Zambia Managing Director

“We are still saying putting people first, and the slogan in the TCE program is that only the people themselves can eliminate themselves from the TB and HIV epidemics.”

The U.N.’s bottom-up approach combined with high quality health services aims to make Zambia reach the ambitious goal, set by the U.N., of no new HIV infections, zero AIDS-related deaths, and zero stigma and discrimination by 2030.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG