ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມພວກເຢເມນ ແລະ ກຸ່ມພວກກະບົດ ປະຕິເສດ ບໍ່ຍອມຮັບ ຂໍ້ຕົກລົງ ຢຸດຍິງ ສະບັບຕົ້ນ ໃນເມືອງ ໂຮດີດາ


ພວກກຳລັງທີ່ສະໜັບສະໜຸນລັດຖະບານເຢເມນ ເຕົ້າໂຮມກັນ ຢູ່ຊານເມືອງ ໂຮດີດາ ທາງກ້ຳຕາເວັນອອກ ໃນຂະນະທີ່ພວກ
ເຂົາເຈົ້າ ສືບຕໍ່ສູ້ລົບ ເພື່ອໃຫ້ໄດ້ມາຊຶ່ງການຄວບຄຸມເມືອງ
ດັ່ງກ່າວນີ້ ຈາກພວກກະບົດຮູຕີ, ວັນທີ 10 ພະຈິກ 2018.
ພວກກຳລັງທີ່ສະໜັບສະໜຸນລັດຖະບານເຢເມນ ເຕົ້າໂຮມກັນ ຢູ່ຊານເມືອງ ໂຮດີດາ ທາງກ້ຳຕາເວັນອອກ ໃນຂະນະທີ່ພວກ ເຂົາເຈົ້າ ສືບຕໍ່ສູ້ລົບ ເພື່ອໃຫ້ໄດ້ມາຊຶ່ງການຄວບຄຸມເມືອງ ດັ່ງກ່າວນີ້ ຈາກພວກກະບົດຮູຕີ, ວັນທີ 10 ພະຈິກ 2018.

ທັງສອງຝ່າຍ ທີ່ຢູ່ໃນການເຈລະຈາສັນຕິພາບ ຊຶ່ງໄກ່ເກ່ຍໂດຍ ອົງການສະຫະປະຊາ
ຊາດ ກ່ຽວກັບບັນຫາຢູ່ໃນເຢເມນ ໄດ້ປະຕິເສດຕໍ່ຂໍ້ສະເໜີເບື້ອງຕົ້ນ ເພື່ອຍຸຕິການສູ້ລົບ
ຢູ່ໃນເມືອງທ່າ ໂຮດີດາ ທີ່ສຳຄັນນັ້ນ.

ລາຍງານທັງລາຍ ກ່າວວ່າ ກຳລັງປະສົມທີ່ນຳພາໂດຍຊາອຸດີ ອາຣາເບຍ ຈະວາງອາວຸດ
ຂອງພວກເຂົາເຈົ້າລົງ ໃນຂະນະທີ່ ພວກກະບົດຮູຕີ ທີ່ໜຸນຫຼັງໂດຍອີຣ່ານ ຜູ້ທີ່ຄວບຄຸມ
ເມືອງດັ່ງກ່າວ ຈະຖອນກຳລັງອອກໄປ. ແລ້ວຄະນະລັດຖະບານຂອງອົງການສະຫະປະ
ຊາຊາດ ຈະເຂົ້າກຳອຳນາດເປັນການຊົ່ວຄາວ.

ອາຫານການກິນ ແລະການຊ່ອຍເຫຼືອດ້ານມະນຸດສະທຳ ເກືອບທັງໝົດ ທີ່ຜ່ານເຂົ້າມາ
ໃນເມືອງທ່າ ໂຮດີດາ ແລະການສູ້ລົບກັນ ແມ່ນໄດ້ກີດກັນການນຳສົ່ງເຄື່ອງຂອງເຫຼົ່ານັ້ນ.

ເຖິງແມ່ນຈະມີການປະຕິເສດຂໍ້ສະເໜີໃນເບື້ອງຕົ້ນກໍຕາມ ທູດພິເສດຂອງສະຫະປະຊາ
ຊາດ ທ່ານ ມາຣຕິນ ກຣິຟຟິຕ໌ສ ຜູ້ທີ່ກຳກັບນຳການເຈລະຈາສັນຕິພາບ ຢູ່ນອກນະຄອນ
ສຕອັກໂຮມ ກໍໄດ້ກ່າວວ່າ ນີ້ເປັນພຽງແຕ່ຮ່າງສະບັບຕົ້ນໆເທົ່ານັ້ນ ແລະວ່າ ຂໍ້ສະເໜີ
ຕ່າງໆນັ້ນ ແມ່ນກຳລັງຖືກດັດແກ້ກັນຢູ່.

ການເຈລະຈາ ແມ່ນຍັງເພັ່ງເລັງໃສ່ ການຍຸຕິສູ້ລົບກັນ ຢູ່ໃນເຂດເມືອງ ຕາອິຊ ຊຶ່ງເປັນ
ເມືອງໃຫຍ່ສຸດ ອັນດັບສາມຂອງເຢເມນ.

ທູດພິເສດ ສະຫະປະຊາຊາດ ປະຈຳເຢເມນ ທ່ານ ມາຣຕິນ ກຣິຟຟິຕ໌ສ ຈັບມືກັບ ຄະນະຜູ້ຕາງໜ້າ ຂອງເຢເມນ ຢູ່ທີ່ພິທີເປີດກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ການເຈລະຈາສັນຕິພາບ ໄກ່ເກ່ຍໂດຍ ອົງການສະຫະປະຊາຊາດ ຢູ່ທີ່ຜະສາດ ໂຈຮານເນສເບີກ ໃນນະຄອນ ຣິມໂບ ຂອງສະວີເດັນ, ວັນທີ 6 ທັນວາ 2018.
ທູດພິເສດ ສະຫະປະຊາຊາດ ປະຈຳເຢເມນ ທ່ານ ມາຣຕິນ ກຣິຟຟິຕ໌ສ ຈັບມືກັບ ຄະນະຜູ້ຕາງໜ້າ ຂອງເຢເມນ ຢູ່ທີ່ພິທີເປີດກອງປະຊຸມ ຖະແຫລງຂ່າວ ກ່ຽວກັບ ການເຈລະຈາສັນຕິພາບ ໄກ່ເກ່ຍໂດຍ ອົງການສະຫະປະຊາຊາດ ຢູ່ທີ່ຜະສາດ ໂຈຮານເນສເບີກ ໃນນະຄອນ ຣິມໂບ ຂອງສະວີເດັນ, ວັນທີ 6 ທັນວາ 2018.

ທ່ານ ກຣິຟຟິຕ໌ສໄດ້ກ່າວໃນວັນຈັນວານນີ້ວ່າ “ຖ້າພວກເຮົາສາມາດບັນລຸໃນຄວາມ
ກ້າວໜ້າ ກ່ຽວກັບ ທັງສອງແຫ່ງດັ່ງກ່າວນີ້ໄດ້ ຂ້າພະເຈົ້າຄຶດວ່າ ພວກເຮົາຈະໄດ້ເຮັດ
ສິ່ງທີ່ດີຍິ່ງໃນການຮັບໃຊ້ ເຢເມນ.”

ກຸ່ມຜູ້ຕາງໜ້າຂອງເຢເມນ ແລະ ຮູຕີ ກ່າວວ່າ ຂໍ້ຕົກລົງກ່ຽວກັບການແລກປ່ຽນສະເລີຍ
ເສີກ ແມ່ນໃກ້ຈະຕົກລົງກັນໄດ້ ແລະ ຈະຖືກກຳກັບໂດຍ ຄະນະກຳມະການສາກົນ
ຂອງສະພາກາແດງ.

ການເຈລະຈາສັນຕິພາບເຫຼົ່ານີ້ ທີ່ເປັນຮູບປະທຳໃນຄັ້ງທຳອິດຕໍ່ເຢເມນ ນັບຕັ້ງແຕ່ປີ
2016. ການສູ້ລົບກັນ ລະຫວ່າງ ກຸ່ມຮູຕີ ແລະ ກຳລັງຂອງເຢເມນ ທີ່ໜຸນຫຼັງໂດຍການ
ໂຈມຕີທາງອາກາດ ນຳພາໂດຍຊາອຸດີ ອາຣາເບຍ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນປີ 2014 ແລະ
ໄດ້ສັງຫານປະຊາຊົນເຢເມນ ຫຼາຍກວ່າ 10,000 ຄົນແລ້ວ ລວມທັງພົນລະເຮືອນ
ຈຳນວນຫຼວງຫຼາຍ.

ອົງການສະຫະປະຊາຊາດ ເອີ້ນເຢເມນ ວ່າ ເປັນໄພຫາຍະນະດ້ານມະນຸດສະທຳ ທີ່
ໂຫດຮ້າຍທີ່ສຸດຂອງໂລກ. ໂດຍທີ່ປະເທດນີ້ ແມ່ນກຳລັງຈະຕົກຢູ່ໃນສະພາບອຶດຫິວ
ຍ້ອນສົງຄາມ ແລະປະຊາກອນເກືອບ 80 ເປີເຊັນ ແມ່ນຂາດອາຫານການກິນ ນ້ຳດື່ມ ແລະການຮັກສາປິ່ນປົວທີ່ຖືກຕ້ອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG