ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດການປະທະກັນ ຢ່າງນອງເລືອດ ທີ່ນະຄອນຫຼວງເຢເມນ (ເບິ່ງວີດີໂອ)


ການໂຮມຊຸມນຸມປະທ້ວງຢູ່ເເຢເມນ (24 ກັນຍາ 2011)
ການໂຮມຊຸມນຸມປະທ້ວງຢູ່ເເຢເມນ (24 ກັນຍາ 2011)

ທະຫານເຢເມນໄດ້ຍິງປືນເຂົ້າໃສ່ຄ້າຍຂອງພວກປະທ້ວງ ທີ່ນະຄອນຫຼວງ Sana’a ນຶ່ງມື້
ຫຼັງຈາກປະທານາທິບໍດີ Ali Abdullah Saleh ຮຽກຮ້ອງໃຫ້ມີການຢຸດຍິງ ແລະຢຸດເຊົາ
ການສູ້ລົບກັນ.

ທະຫານທີ່ຈົງຮັກພັກດີຕໍ່ປະທານາທິບໍດີໄດ້ຍິງປືນເຂົ້າໃສ່ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ຈະຕຸລັດແຫ່ງການປ່ຽນແປງໃນຕອນເຊົ້າຂອງວັນເສົາມື້ນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ
17 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍກວ່າ 25 ຄົນ. ສ່ວນຢູ່ບ່ອນອື່ນໆໃນນະຄອນຫຼວງ
ນັ້ນ ທະຫານທີ່ຈົງຮັກພັກດີຕໍ່ປະທານາທິບໍດີກໍໄດ້ຍິງປືນໃຫຍ່ຖະຫຼົ່ມກອງບັນຊາການກອງ
ພົນຍານເກາະທີ 1 ທີ່ໃຫ້ການສະໜັບສະໜຸນພວກເດີນຂະບວນນັ້ນເຮັດໃຫ້ 11 ຄົນເສຍ
ຊີວິດແລະ 112 ຄົນບາດເຈັບ.

ທ່ານ Saleh ເດີນທາງກັບຄືນປະເທດໃນມື້ວັນສຸກວານນີ້ຈາກ Saudi Arabia ບ່ອນທີ່ ທ່ານໄດ້ພັກຟື້ນຈາກການບາດເຈັບ ຍ້ອນການໂຈມຕີທີ່ທຳນຽບປະທານາທິບໍດີໃນນະຄອນ
ຫຼວງ Sana’a.

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ລຸນຫຼັງທີ່ໄດ້ກັບຄືນປະເທດແລ້ວປະທານາທິ
ບໍດີ Saleh ກ່າວວ່າ ການແກ້ໄຂບັນຫາຄວາມວຸ້ນວາຍຕໍ່ຕ້ານລັດຖະບານ ທີ່ພວມທະວີ
ຄວາມຮ້າຍແຮງຂຶ້ນໃນເຢເມນນັ້ນ ແມ່ນດ້ວຍການສົນທະນາຫາລືກັນ ບໍ່ແມ່ນການໃຊ້ປືນ
ຍາວແລະປືນໃຫຍ່. ທ່ານໄດ້ຮຽກຮ້ອງໃຫ້ລັດຖະບານແລະກຳລັງຝ່າຍຄ້ານ ເຄົາລົບການ
ຢຸດຍິງ.

ການປະທ້ວງຕໍ່ຕ້ານປະທານາທິບໍດີ Saleh ໄດ້ທະວີຄວາມຮ້າຍແຮງຂຶ້ນໃນສັບປະດາແລ້ວ ໂດຍມີການປະທະກັນທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 128 ຄົນ.

ໃນໄລຍະສອງສາມມື້ຜ່ານມານີ້ ພັກການເມືອງຕ່າງໆຂອງເຢເມນກ່າວວ່າ ຕົນພວມດຳ
ເນີນງານກ່ຽວກັບແຜນການສະບັບນຶ່ງເພື່ອບັງຄັບໃຫ້ທ່ານ Saleh ສະລະອຳນາດ.

ໃນຕົ້ນອາທິດນີ້ພວກຜູ້ຕາງໜ້າຂອງ 6 ປະເທດໃນສະພາການຮ່ວມມືໃນເຂດອ່າວເປີເຊຍ ໄດ້ພົບປະກັບຮອງປະທານາທິບໍດີ Abed Rabbo Mansour Hadi ທີ່ນະຄອນຫຼວງ
Sana’a ໃນຄວາມພະຍາຍາມເພື່ອຮື້ຟື້ນແຜນການທີ່ໄດ້ ຕົກຢູ່ໃນສະພາບບໍ່ໄປບໍ່ມາ ມາ
ເປັນເວລາດົນນານານແລ້ວ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Saleh ມອບອຳນາດໃຫ້ແກ່
ຮອງປະທານາທິບໍດີນັ້ນ.

ໃນມື້ວານນີ້ ທຳນຽບຂາວກໍໄດ້ຮຽກຮ້ອງໃຫ້ປະທານາທິບໍດີ Saleh ເລີ້ມການໂອນອຳ
ນາດໂດຍເຕັມໄດ້ແລ້ວ.

XS
SM
MD
LG