ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນຶ່ງຄົນເສຍຊີວິດ ໃນການປະທະກັນ ທີ່ເຢເມັນ ໃນວັນອາທິດມື້ນີ້


ພວກປະທ້ວງຊາວເຢເມັນ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກຈາກຕໍາແໜ່ງ
ພວກປະທ້ວງຊາວເຢເມັນ ທີ່ຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກຈາກຕໍາແໜ່ງ

ກໍາລັງທະຫານເຢເມັນ​ໄດ້ເປີດສາກລະດົມຍິງໃສ່ພວກປະທ້ວງຕໍ່ຕ້ານລັດຖະບານຢູ່ໃນເມືອງ ຫລວງຊາ​ນາ ໃນວັນອາທິດມື້ນີ້ ຍັງຜົນໃຫ້ມີຜູ້ເສຍຊີວິດ ນຶ່ງຄົນ.

ການຍິງກັນ​ໃນວັນອາທິດມື້ນີ້ ນັບວ່າເປັນການກໍ່ຄວາມຮຸນແຮງຄັ້ງລ່າສຸດໃນເຢເມັນ ນັບຕັ້ງ ແຕ່ປະທານາທິບໍດີ Ali Abdullah Saleh ໄດ້ເດີນ ທາງກັບຄືນປະເທດເມື່ອວັນສຸກ ຜ່ານ​ມາ ຢ່າງບໍ່ໄດ້ມີໝາຍກໍານົດການ ຫລັງຈາກທ່ານ​ໄດ້ໄປຢູ່ປະເທດເພື່ອນບ້ານ ຊາອູດີອາ ເຣເບຍ ເປັນເວລາສາມເດືອນ ​ເພື່ອ​ປິ່ນປົວ​ບາດ​ແຜ​ທີ່​ໄດ້​ຮັບ ຈາກການລອບສັງຫານ ທ່ານ ເມື່ອເດືອນມິຖຸນາຜ່ານມາ.

ໃນວັນເສົາວານນີ້ ​ໄດ້ເກີດການປະທະກັນຫລາຍບັ້ນລະຫວ່າງຝ່າຍກໍາລັງ ຈົ່ງຮັກພັກດີຕໍ່ ປະທານາທິບໍດີ Ali Abdullah Saleh ກັບພວກນັກສຶກສາປະທ້ວງ ທີ່ໜຸນຫລັງໂດຍ ຝ່າຍທະຫານ ຢູ່ໃນເມືອງຫລວງ​ຊາ​ນາ ທີ່ຍັງ ຜົນໃຫ້ມີຜູ້ເສຍຊີວິດຢ່າງ ໜ້ອຍ 40 ຄົນ. ນອກນີ້ຝ່າຍກໍາລັງຂອງລັດຖະ ບານໄດ້ໂຈມຕີຄ້າຍ ຂອງພວກນັກສຶກສາປະທ້ວງ ​ເຮັດ​ໃຫ້ມີ ຜູ້ບາດເຈັບລົ້ມຕາຍຫລາຍຄົນ.

ໂຄສົກຝ່າຍຄ້ານ ນາຍພົນ Ali Mohsen al Ahmar ກ່າວວ່າ ພວກທະຫານທີ່ຈົ່ງຮັກ ພັກດີຕໍ່ທ່ານຖືກຂ້າຕາຍຢ່າງໜ້ອຍ 11 ຄົນ ຫລັງຈາກທີ່ໝັ້ນຂອງພວກເຂົາເຈົ້າຖືກລະດົມ ຍິງ​ໃສ່.

ມີລາຍງານວ່າຝ່າຍກໍາລັງທີ່ຈົ່ງຮັກພັກດີຕໍ່ປະທານາທິບໍດີ Saleh ໄດ້ແນ ເປົ້າໝາຍການ​ໂຈມ​ຕີໃສ່ພວກບ້ານ​ເຮືອ​ນຂອງຜູ້ນໍາຊົນເຜົ່າ Sheik Sadek al Ahmar ແລະພວກ ສະໜັບສະໜຸນທ່ານ ທີ່ບໍ່ສະໜັບສະໜຸນ ປະທານາທິບໍດີ Saleh ອີກຕໍ່ໄປແລ້ວນັ້ນ.

ທີວີ Al Arabiya ເວົ້າວ່າ ສະພາຮ່ວມມື​ແຫ່ງ​ເຂດອ່າວ​ເປີ​ເຊຍ ທີ່ມີຫົກປະເທດນັ້ນ ໄດ້ຂໍ ຮ້ອງໃຫ້ໝົດທຸກຝ່າຍ ຈົ່ງ​ປະຕິບັດການຢຸດຍິງ ແລະຢຸດຍິງ​ປືນ​ໃຫຍ່ ໃສ່ພວກປະທ້ວງ ທີ່ບໍ່ ມີອາວຸດໃດໆນັ້ນ.

ກະຊວງຕ່າງປະເທດສະຫະລັດ ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບສະຖານະ ການທີ່ດໍາເນີນໄປຢູ່ເຢເມັນໃນເວລານີ້. ຖະແຫລງການສະບັບນຶ່ງເມື່ອວັນເສົາວານນີ້ ຮຽກ ຮ້ອງໃຫ້ໝົດທຸກພັກຝ່າຍ ຈົ່ງຍຸຕິການກໍ່ຄວາມຮຸນແຮງ ແລະໃຫ້ພາກັນຍັບຍັ້ງສັ່ງໃຈຢ່າງ ສຸດກໍາລັງ. ຖະແຫລງການດັ່ງກ່າວໄດ້ຮຽກຮ້ອງ ໃຫ້ປະທານາທິບໍດີ Saleh ຈົ່ງລິເລິ່ມ ການໂອນອໍານາດ​ໂດຍ​ເຕັມ ແລະຕຽມຈັດການເລືອກຕັ້ງປະທານາທິບໍດີຂຶ້ນ ກ່ອນສິ້ນປີນີ້.

XS
SM
MD
LG