ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ວໍຊິງຕັນ ແລະມົສກູ ມີຄວາມສໍາພັນ ທີ່ດີຕໍ່ກັນ (ເບິ່ງວີດີໂອ)


ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev (ຂວາ) ຍົກໂປ້ໃຫ້ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນຂະນະທີ່ພວກທ່ານພົບປະກັນໃນກອງປະຊຸມຄົບຄະນະເທື່ອທຳອິດໃນລະຫວ່າງກອງປະຊຸມສຸດຍອດ APEC ທີ່ນະຄອນໂຮໂນລູລູ ລັດຮາວາຍ (13 ພະຈິກ 2011)

ນັບແຕ່ສະຫະພາບໂຊວຽດ ໄດ້ພັງທະລາຍລົງເມື່ອ 20 ປີກ່ອນ ສະຫະລັດແລະຣັດເຊຍຕ່າງ ກໍໄດ້ປະຖິ້ມຄວາມເປັນປະຕິປັກໃນສະໄໝສົງຄາມເຢັນຫຼາຍໆຢ່າງໄວ້ຢູ່ເບື້ອງຫຼັງ. ປະເທດທັງ ສອງຍັງມີຄວາມເຫັນຂັດແຍ້ງກັນຢູ່ໃນບາງດ້ານ ແຕ່ໄດ້ດຳເນີນງານຮ່ວມກັນເພີ່ມຂຶ້ນກ່ຽວກັບ ບັນຫາຕ່າງໆໃນຂອບເຂດທີ່ກວ້າງຂວາງ. ຜູ້ສື່ຂ່າວວີໂອເອ Andre de Nesnera ຈະພາ ທ່ານສຳຫຼວດເບິ່ງສະພາບຄວາມສຳພັນລະຫວ່າງປະເທດທັງສອງໃນປັດຈຸບັນນີ້

ສະຫະລັດ​ແລະຣັດ​ເຊຍ​ຍັງ​ສາມາດ​ທຳລາຍ​ກັນ​ແລະ​ກັນ​ໄດ້ດ້ວຍ​ການບີບ​ປຸ່ມແລ້ວ​ກໍ​ປ່ອຍ​ໃຫ້​
ລູກ​ສອນ​ໄຟຫຼາຍໆ​ພັນ​ລູກ​ຈາກ​ພາກພື້ນດິນ ຈາກ​ພື້ນທະ​ເລທີ່​ຕິດຫົວ​ລະ​ເບີດ​ນິວ​ເຄລຍ​ເຂົ້າ
ຖະຫຼົ່ມກັນ.

ແຕ່​ລູກ​ສອນ​ໄຟ​ເຫຼົ່ານີ້ບໍ່​ໄດ້​ແນ​ເປົ້າໝາຍ​ໃສ່​ຫົວ​ເມືອງ​ໃຫຍ່ໆ​ຂອງ​ກັນ​ແລະ​ກັນ​ອີກແລ້ວດັ່ງ​
ທີ່​ເຄີຍ​ກະທຳ​ມາ​ໃນ​ລະຫວ່າງ​ສົງຄາມເຢັນ.

ແລະດ້ວຍ​ການ​ທີ່​ປະ​ທາ​ນາ​ທິບໍດີ​ສະຫະລັດ​ ທ່ານ​ບາຣັກ​ໂອ​ບາ​ມາ​ຖື​ເອົາ​ການ​ປັບປຸງຄວາມ
ສຳພັນ​ທີ່​ດີ​ຂຶ້ນກັບ​ຣັດ​ເຊຍ​ເປັນ​ພື້ນຖານ​ກ່ຽວ​ກັບ​ການ​ດຳ​ເນີນ​ນະ​ໂຍບາຍ​ການຕ່າງປະ​ເທດ
ຂອງ​ທ່ານ ປະ​ເທດ​ທັງ​ສອງ​ຈຶ່ງ​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ສົນທິສັນຍາ​ຫຼຸດກຳລັງ​ອາວຸດ​ນິວ​ເຄລຍ
ທີ່​ສາມາດ​ຍິງ​ໄດ້​ໃນ​ໄລຍະ​ໄກ​ຫຼື START ສະບັບ​ໃໝ່.

ທ່ານ​ນາງ Angela Stent ນັກ​ຊ່ຽວຊານ​ກ່ຽວ​ກັບຣັດ​ເຊຍ​ ທີ່​ມະຫາວິທະຍາ​ໄລ Geor-
getown ກ່າວ​ວ່າ “ມັນ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ແລ້ວ ທີ່ຈະມີຫົວ​ລະ​ເບີດ​ນິວ​ເຄລຍ
ເຫຼົ່ານັ້ນ​ ໃນ​ເວລາສົງຄາມເຢັນ​ສິ້ນສຸດ​ລົງ​ແລ້ວ ດັ່ງນັ້ນພວກ​ເຮົາ​ຈຶ່ງ​ໄດ້​ຕັດ​ຫົວ​
ລະເບີດເຫຼົ່ານີ້ ລົງ​ຢ່າງ​ຫຼວງຫຼາຍ ​ແລະ​ພວກ​ເຮົາ​ຈະ​ຫຼຸດຫົວ​ລະ​ເບີດ​ເຫຼົ່ານີ້ລົງ
ຕື່ມ. ດັ່ງນັ້ນຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ສິ່ງ​ສຳຄັນ​ຫຼາຍທີ່​ສາມາດ​ເຮັດ​ສຳ​ເລັດ
ກ່ຽວ​ກັບ​ເລື່ອງ ນີ້.”

ທ່ານ​ນາງ Stent ກ່າວ​ວ່າ ນອກ​ນັ້ນມົສກູ​ແລະ​ວໍ​ຊິງ​ຕັນຍັງ​ມີ​ການ​ຕົກລົງ​ທີ່​ສຳຄັນກ່ຽວ​ກັບ
ເລື່ອງ​ອັຟກາ​ນິສຖານ.

ທ່ານ​ນາງ​ໃຫ້​ຂໍ້​ສັງ​ເກດ​ວ່າ “ນັ້ນ​ແມ່ນ​ສາມາດ​ເວົ້າ​ໄດ້​ວ່າ ພວກ​ເຮົາ​ກຳລັງ​ສົ່ງເຮືອ
ບິນ​ຂົນ​ສົ່ງ​ທະຫານ​ ຜ່ານ​ດິນ​ແດນຣັດ​ເຊຍ ຜ່ານ​ຕາໜ່າງ​ແຈກ​ຈ່າຍ​ເຂດ​ເໜືອ
ແລະ​ໃນ​ຂະນະ​ທີ່​ຄວາມ​ສຳພັນ​ກັບ​ປາ​ກິ​ສຖານ ​ປະສົບ​ກັບ​ບັນຫາຍຸ່ງຍາກ​ຫຼາຍ
ຂຶ້ນນັບ​ມື້ສຳລັບ​ສະຫະລັດ​ ​ເສັ້ນທາງ​ລຳລຽງ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ
ສຳລັບ​ຄວາມ​ສາມາດ​ຂອງ​ພວກ​ເຮົາ​ໃນ​ການ​ປະຕິບັດ​ງານ​ຢູ່​ໃນ​ອັຟກາ​ນິສຖານ.

ນອກຈາກ​ນີ້ມົສກູ​ຍັງ​ໄດ້​ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ​ກວ່າ​ເກົ່າ​ໃນ​ການ​ລົງ​ໂທດ​ຕໍ່​ອີ
ຣ່ານ ​ແລະ​ໄດ້​ຍົກ​ເລີກ​ການຈັດ​ສົ່ງ​ລູກ​ສອນ​ໄຟ​ຕໍ່ຕ້ານອາກາດສະຍານ S-300 ​ໄປ​ໃຫ້​ເຕ
ຫະຣ່ານ. ຍິ່ງໄປ​ກວ່າ​ນັ້ນລັດຖະບານຣັດ​ເຊຍ ກໍ​ບໍ່​ໄດ້​ຄັດຄ້ານ​ ຕໍ່​ການຈັດຕັ້ງ​ເຂດ​ຫ້າມ​ບິນ
ເໜືອປະ​ເທດ​ລີ​ເບຍ.

ແຕ່​ໃນ​ຂະນະ​ດຽວ​ກັນທ່ານ​ນາງ Stent ​ເວົ້າວ່າ ທັງ​ສ​ອງ​ຝ່າຍ​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​
ກ່ຽວ​ກັບ​ແຜນການ​ຂອງ​ສະຫະລັດ​ທີ່​ຈະ​ສ້າງ​ລະບົບ​ຕໍ່ຕ້​ານ​ລູກ​ສອນ​ໄຟໃນ​ຢູ​ໂຣບ.

ທ່ານ​ນາງ​ເວົ້າວ່າ “ພວກ​ເຮົາ​ໄດ້​ໃຫ້ການ​ອະທິບາຍ​ຕໍ່ຣັດ​ເຊຍ ລັດຖະບານ​ຂອງ​
ພວກ​ເຮົາໄດ້​ໃຫ້ການ​ອະທິບາຍໃນ​ຫຼາຍໆ​ໂອກາດວ່າ ລະບົບ​ດັ່ງກ່າວ​ນີ້ ​ແມ່ນ​
ແນ​ໃສ່​ຄວາມເປັນ​ຫ່ວງ​ກັງວົນ​ ກ່ຽວ​ກັບ​ການ​ໄດ້​ມາ​ຊຶ່ງ​ອາວຸດ​ນິ​ວ​ເຄລຍຂອງ​ອີ
ຣ່ານກ່ຽວ​ກັບ​ເກົາຫຼີ​ເໜືອ ກ່ຽວ​ກັບປະເທດ​ອື່ນໆ​ທີ່​ອາດ​ສາມາດ​ຂົ່ມຂູ່​ພວກ​ເຮົາ​
ທັງ​ໝົດມັນບໍ່​ໄດ້​ແນ​ໃສ່ຣັດ​ເຊຍ​.”

ໃນ​ເດືອນ​ມີນາ​ຈະ​ມານີ້ ປະຊາຊົນ​ຊາວຣັດ​ເຊຍ​ຈະ​ພາກັນ​ໄປ​ປ່ອນບັດ​ເລືອກ​ເອົ​າປະທານາ
ທິບໍດີ​ຄົນ​ໃໝ່ ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງ ​ແທນ​ທ່ານ Dmitry Medvedev. ຜູ້​ທີ່​ຄາດ​ວ່າ​ຈະ
ໄດ້​ຮັບ​ໄຊຊະນະ​ກໍ​ແມ່ນ​ ທ່ານ Vladimir Putin ອະດີດ​ປະທານາທິບໍດີ​ແລະ​ກຳ​ຕຳ​ແໜ່​ງ
ນາຍົກລັດຖະມົນຕີຣັດ​ເຊຍ​ໃນ​ເວລາ​ນີ້.

ພວກ​ນັກ​ຊ່ຽວຊານ​ຫຼາຍໆ​ຄົນ​ຍັງ​ສົງ​ໄສ​ຢູ່​ວ່າ ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ Putin
ຈະ​ມີ​ຄວາມ​ແຕກ​ຕ່າງ​ຫຼືບໍ່ໄປ​ຈາກ​ລັດຖະບານ​ຂອງ​ທ່ານ Medvedev.

ທ່ານ Brent Scowcroft ອະດີດ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຂອງ​ສະຫະລັດ​
ກ່າວ​ວ່າ “ບໍ່ ຂ້າພະ​ເຈົ້າບໍ່​ຄິດ​ດັ່ງນັ້ນ ຍ້ອນ​ສິ່ງ​ທີ່​ຈະ​ແຈ້ງ​ທີ່​ສຸດ​ ກໍ​ຄື​ທ່ານ Putin ​
ເປັນ​ອຳນາດ​ທີ່​ເດັດຂາດ ຕະຫຼອດ​ມາ ດັ່ງນັ້ນຂ້າພະ​ເຈົ້າຈຶ່ງ​ບໍ່​ຄິດ​ວ່າ ບໍ່​ຄິດ​ວ່າ
ມັນ​ຈະ​ມີ​ການ​ປ່ຽນ​ແປງ​ຫຍັງ​ຫຼາຍ.”

ສ່ວນ​ທ່ານ Thomas Pickering ​ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳກຸງ​ມົສກູ
ກ່າວ​ວ່າຣັດ​ເຊຍ​ເປັນ​ປະ​ເທດ​ທີ່​ຕ້ອງການ​ຢາກ​ໃຫ້​ໄດ້ຮັບ​ຄວາມ​ສົນ​ໃຈ​ບໍ່ວ່າ​ຜູ້​ໃດ​ກໍ​ຕາມ​ປົກ
ຄອງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ເວົ້າວ່າ “ຂ້າ​ພະ​ເຈົ້າຄິດ​ວ່າ​ມີຫຼາຍໆ ສິ່ງ​ຫຼາຍໆ​ຢ່າງ​ທີ່​ພວກ​ເຮົາ​ບໍ່​ມັກ​ກ່ຽວ​ກັບ
ຣັດ​ເຊຍ ມັນ​ຈະ​ມີ​ຢູ່​ສະ​ເໝີ​ໄປ. ມີຫຼາຍໆ​ສິ່ງ​ຫຼາຍໆ​ຢ່າງ​ ທີ່ຣັດ​ເຊຍບໍ່​ມັກ​ ກ່ຽວ​ກັບ​
ພ​ວກ​ເຮົາ ​ແຕ່​ກໍ​ມີ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພວກເຮົາ​ມັກ​ນຳ​ກັນຮວມທັງ​ຄວ​າມ​ຈຳ​ເປັນ​
ສຳລັບການ​ຢູ່​ຮ່ວມກັນ​ນຳ​ດ້ວຍ.”

ຊາວ​ອະ​ເມຣິກັນຈະ​ພາກັນ​ໄປ​ປ່ອນ​ບັດ​ໃນ​ເດືອນ​ພະຈິກ​ປີ 2012 ​ເພື່ອ​ເລືອກ​ເອົາປະທານາທິ
ບໍດີ​ຄົນ​ໃໝ່. ດັ່ງນັ້ນຈຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າປະ​ເທດ​ທັງ​ສອງ​ອາດຈະ​ມີ​ຜູ້​ນຳ​ຄົນ​ໃໝ່​ເລີ່​ມ​ໃນ
ປີ 2013 ນີ້.

XS
SM
MD
LG