ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສ້າງ ຄວາມກໍ້າເກິ່ງ ຄືນໃໝ່ ຂອງ ສຫລ ຢູ່ ເຂດເອເຊຍ (ວີດີໂອ ພາສາ ລາວ/ອັງກິດ)


ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້.

ສະຫະລັດໄດ້ເຄື່ອນໄຫວ ເພື່ອຫັນຊັບພະຍາກອນ ທາງດ້ານທະ
ຫານ ການທູດ ແລະ ເສດຖະກິດ ໄປສູ່ເຂດເອເຊຍ ໃນປີ 2013
ແຕ່ນະໂຍບາຍດັ່ງກ່າວ ໄດ້ມີການຫັນເຫໄປ ຍ້ອນການຜິດຂ້ອງ
ຕ້ອງຖຽງກັນ ໃນບັນດາປະເທດພັນທະມິດ ແລະ ການເອົາທ່າທີ ແບບກ້າຫານແລະມີຄວາມເຊື່ອໝັ້ນຫຼາຍຂຶ້ນຂອງຈີນ. ຜູ້ສື່ຂ່າວ
ວີໂອເອ Daniel Schearf ມີລາຍງານເລື່ອງນີ້ຈາກກຸງໂຊລ ດັ່ງ
ໄພສານ ຈະນຳເອົາລະອຽດມາສະເໜີທ່ານ.


ການເດີນທາງ ໄປຢ້ຽມຢາມ ພາກຕາເວັນອອກສຽງເໜືອເອເຊຍ ຂອງຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ໃນເດືອນທັນວາຜ່ານມານີ້ ແມ່ນແນໃສ່ເພື່ອສ້າງຄວາມໝັ້ນ ໃຈຄັ້ງໃໝ່ໃຫ້ແກ່ສອງພັນທະມິດຂອງສະຫະລັດຄືຍີ່ປຸ່ນແລະເກົາຫຼີໃຕ້ ກ່ຽວກັບແຜນການ ທີ່ຈະເສີມຂະຫຍາຍຊັບພະຍາກອນໃນຂອບເຂດທີ່ກວ້າງຂວາງ ໄປຍັງຂົງເຂດດັ່ງກ່າວ.

ແຕ່ການຂະຫຍາຍພື້ນທີ່ ທີ່ຈີນລະບຸວ່າ ເປັນເຂດປ້ອງກັນທາງອາກາດຂອງຕົນ ທີ່ທຸກເຮືອ ບິນທີ່ຈະບິນຜ່ານ ຕ້ອງແຈ້ງໃຫ້ຊາບລ່ວງໜ້າ ຫຼື ADIZ ໄປກວມເອົາບໍລິເວນທີ່ມີການຂັດ ແຍ້ງກັນ ຢູ່ໃນທະເລຈີນຕາເວັນອອກນັ້ນ ໄດ້ຄອບງຳການສົນທະນາຫາລື.

ຮອງປະທານາທິບໍດີ Biden ເວົ້າວ່າ “ແຕ່ຂ້າພະເຈົ້າ ໄດ້ກ່າວອອກມາຢ່າງຈະແຈ້ງ
ທີ່ສຸດແລ້ວ ໃນນາມປະທານາທິບໍດີຂອງຂ້າພະເຈົ້າວ່າ ພວກເຮົາບໍ່ຮັບຮູ້ເຂດດັ່ງ
ກ່າວນີ້ ມັນຈະບໍ່ມີຜົນໃດໆ ຕໍ່ການປະຕິບັດງານ ຂອງອາເມຣິກາ. ຖາມນາຍພົນ ຂອງຂ້າພະເຈົ້າໄດ້ ບໍ່ມີຜົນກະທົບຫຍັງເລີຍ ມີແຕ່ສູນ. ນອກນັ້ນຂ້າພະເຈົ້າຍັງ
ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ພວກເຮົາຄາດໝາຍວ່າຈີນຈະບໍ່ເອົາມາດຕະ
ການ ທີ່ເພີ້ມຄວາມເຄັ່ງຕຶງ ແລະສ່ຽງຕໍ່ການເພີ້ມທະວີຄວາມເຄ່ງຕຶງຂຶ້ນ.”


ໃນການທ້າທາຍຕໍ່ຄໍາປະກາດຂອງຈີນນັ້ນ ຍີ່ປຸ່ນ ເກົາຫຼີໃຕ້ ແລະສະຫະລັດໄດ້ສົ່ງເຮືອ
ບິນທະຫານ ບິນເຂົ້າໄປໃນເຂດດັ່ງກ່າວ. ຂະນະດຽວກັນ ເກົາຫຼີໃຕ້ກໍປະກາດຂະຫຍາຍ
ເຂດ ປ້ອງກັນທາງອາກາດຂອງຕົນ ອອກໄປກວມກັບ ຂອງຈີນ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້:

US Re-balance to Asia Overshadowed by Tensions with China
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ທ່ານ Dan Pinkston ຈາກກຸ່ມແກ້ໄຂວິກິດການນາໆຊາດ ໂຕ້ແຍ້ງວ່າ ຄວາມສ່ຽງທີ່ວ່າ ຈະເກີດອັນຕະລາຍຕໍ່ເຮືອບິນທີ່ບິນຜ່ານ ເຂດປ້ອງກັນທາງອາກາດທີ່ຂະຫຍາຍອອກ
ຂອງຈີນນັ້ນ ແມ່ນເວົ້າໂຍກເກີນໄປ.

ທ່ານ Pinkston ເວົ້າວ່າ “ມັນບໍ່ນອນຢູ່ ໃນຜົນປະໂຫຍດໃດໆຂອງຈີນເລີຍ ທີ່ຈະ
ເຂົ້າແຊກແຊງໃນເລື້ອງນີ້. ແຕ່ແນ່ນອນ ຄຳຖາມແມ່ນກ່ຽວກັບເຮືອບິນຂອງລັດ
ຫລືເຮືອບິນຂອງທະຫານ. ຖ້າເປັນເຮືອບິນພວກນີ້ ຂ້າພະເຈົ້າຄິດວ່າ ຈີນກໍຈະ
ອ້າງວ່າ ຕົນມີສິດອຳນາດທາງກົດໝາຍບາງຢ່າງໃນການທີ່ຈະສະກັດກັ້ນຫຼືດຳ
ເນີນການ ທີ່ເປັນປໍລະປັກ ຕໍ່ເຮືອບິນຕ່າງປະເທດ ຢູ່ໃນບໍລິເວນ ອ້ອມແອ້ມໝູ່
ເກາະທີ່ມີການຂັດແຍ້ງກັນ ໃນທະເລຈີນຕາເວັນອອກນັ້ນ. ແຕ່ກໍມີຄໍາຖາມອີກ
ຫັ້ນແຫລະວ່າ ພວກເຂົາເຈົ້າຈະຕ້ອງການເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ
ແລະວ່າຢາກເອົາມາດຕະການທີ່ເປັນປໍລະປັກແບບນັ້ນບໍ່?. ຂ້າພະເຈົ້າຄິດວ່າ
ບໍ່ໃນເວລານີ້ ແຕ່ວ່າຖ້າຫາກພວກເຂົາເຈົ້າຢາກເຮັດຈັ່ງຊັ້ນແທ້ ພວກເຂົາເຈົ້າ
ກໍສາມາດເຮັດໄດ້.”


ເຂດປ້ອງກັນທາງອາກາດ ADIZ ສຳລັບຈີນ ເກົາຫລີໃຕ້ ແລະຍີ່ປຸ່ນ
ເຂດປ້ອງກັນທາງອາກາດ ADIZ ສຳລັບຈີນ ເກົາຫລີໃຕ້ ແລະຍີ່ປຸ່ນ

ເພື່ອເປັນສ່ວນນຶ່ງຂອງການຢືນຢັນອໍານາດທາງທະຫານ
ຂອງຕົນນັ້ນຈີນໄດ້ສົ່ງກຳປັ່ນບັນ ທຸກເຮືອບິນທີ່ຫາກໍເອົາ
ເຂົ້າປະຈຳການຫວ່າງບໍ່ດົນມານີ້ ໄປທຳການຊ້ອມລົບຢູ່ໃນ
ເຂດທະເລຈີນໃຕ້ ບ່ອນທີ່ຈີນ ມີການຂັດແຍ້ງເລື່ອງເຂດນໍ້າ
ແດນດິນ ກັບບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະ
ຫວຽດນາມ.

ໃນລະຫວ່າງການເດີນທາງໄປຢ້ຽມຢາມເອເຊຍຂອງທ່ານ
Biden ນັ້ນ ກຳປັ່ນລົບຂອງຈີນທີ່ຄຸ້ມກັນກຳປັ່ນບັນທຸກເຮືອ
ບິນ ໄດ້ແລ່ນເຂົ້າໄປໃນເສັ້ນທາງຂອງກຳປັ່ນລາດຕະເວນຕິດລູກສອນໄຟລຳນຶ່ງຂອງ
ສະຫະລັດ ເຮັດໃຫ້ກຳປັ່ນລົບຂອງສະຫະລັດຕ້ອງໄດ້ປ່ຽນທິດທາງເພື່ອບໍ່ໃຫ້ເກີດການ ຕໍາກັນຂຶ້ນ.

ເບິ່ງວີດີໂອກ່ຽວກັບ ກໍາປັ່ນສະຫະລັດກັບຈີນ ເກືອບຕໍາກັນ:

US, China Raise Tensions Over Maritime Issues
please wait

No media source currently available

0:00 0:03:23 0:00
ລິງໂດຍກົງ

ສາດສະດາຈານ Park Hwee Rhak ທີ່ມະຫາວິທະຍາໄລ Kookmin ໃນເກົາຫລີໃຕ້ ກ່າວວ່າ ເພື່ອຮັບມືກັບການມີອິດທິພົນເພີ້ມສູງຂຶ້ນຂອງຈີນນັ້ນ ແມ່ນມີຄວາມຈໍາເປັນທີ່ຈະ
ຕ້ອງປົວແປງຄວາມສຳພັນທີ່ໄດ້ຮັບຄວາມເສຍຫາຍ ລະຫວ່າງກຸງໂຊລແລະກຸງໂຕກຽວ.

ສາດສະດາຈານ Park ເວົ້າວ່າ “ພາຍໃຕ້ສະພາບການໃນເວລານີ້ ແມ່ນຍາກຫຼາຍ
ທີ່ຈະຜ່ອນເບົາໄພຂົ່ມຂູ່ລົງໄດ້ດ້ວຍການເປັນພັນທະມິດແບບແຍກກັນລະຫວ່າງ
ເກົາຫຼີໃຕ້ກັບສະຫະລັດ ແລະສະຫະລັດ ກັບຍີ່ປຸ່ນ. ດ້ວຍເຫດນີ້ ມັນຈຶ່ງມີຄວາມ
ຈຳເປັນ ທີ່ຈະຕ້ອງເສີມຂະຫຍາຍຄວາມສຳພັນລະຫວ່າງເກົາຫຼີໃຕ້ ກັບຍີ່ປຸ່ນນໍາ
ແລະສະຫະລັດກໍຈະຕ້ອງໄດ້ດຳເນີນຄວາມພະຍາຍາມຢ່າງແຂງຂັນຕັ້ງໜ້າຫຼາຍ
ຂຶ້ນຕື່ມ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ ມັນຈະເປັນການດີຫລາຍ ຖ້າຫາກວ່າ ໃນ
ການໄປຢ້ຽມຢາມເທື່ອໜ້າປະທານາທິບໍດີໂອບາມາຈະເພັ່ງເລັງໃສ່ການປະກອບ ສ່ວນຂອງສະຫະລັດ ໃນການເຈລະຈາເພື່ອໃຫ້ມີຄວາມສຳພັນອັນໃກ້ຊິດຍິ່ງຂຶ້ນ
ລະຫວ່າງເກົາຫຼີໃຕ້ກັບຍີ່ປຸ່ນນັ້ນ.”


ນອກຈາກຊອກຫາຊ່ອງທາງກະຊັບຄວາມສຳພັນກັບເກົາຫຼີໃຕ້ ໃຫ້ໃກ້ຊິດຍິ່ງຂຶ້ນແລ້ວ
ນາຍົກລັດຖະມົນຕີ Shinzo Abe ແຫ່ງຍີ່ປຸ່ນ ໃນເດືອນທັນວາຜ່ານມາ ຍັງໄດ້ເປັນເຈົ້າ
ພາບຈັດກອງປະຊຸມສຸດຍອດຮ່ວມກັບ ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງ
ໃຕ້ ຫລື ອາຊ່ຽນ ຊຶ່ງເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມເພື່ອປັບປຸງ ຄວາມສຳພັນ ກັບບັນດາປະເທດເພື່ອນບ້ານ ທີ່ໄດ້ກ່າວຫາຍີ່ປຸ່ນວ່າ ພະຍາຍາມປົກປິດ
ການກະທຳຜິດຂອງຕົນໃນສະໄໝລ່າຫົວເມືອງຂຶ້ນ ແລະການຮຸກຮານໃນສະໄໝສົງ
ຄາມໂລກຄັ້ງທີ 2 ນັ້ນ.

ຖະແຫຼງການຂອງກອງປະຊຸມສຸດຍອດຍີ່ປຸ່ນ-ອາຊ່ຽນ ໄດ້ເນັ້ນຢໍ້າເຖິງຄວາມຈຳເປັນ
ທີ່ຈະຕ້ອງມີເສລີພາບໃນການເດີນທາງ ທາງທະເລແລະທາງອາກາດ ຊຶ່ງເປັນການເອີ່ຍ
ເຕື້ອງ ໂດຍທາງອ້ອມ ເຖິງຄວາມວິຕົກກັງວົນ ກ່ຽວກັບຈີນ.

ເບິ່ງວີດີໂອ ກ່ຽວກັບ ກໍາປັ່ນບັນທຸກເຮືອບິນ ລໍາທໍາອິດຂອງຈີນ:

China aircraft carrier video
please wait

No media source currently available

0:00 0:01:04 0:00
XS
SM
MD
LG