ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຂັດແຍ້ງກັນທາງ​ທະ​ເລ ສ້າງບັນຫາ ໃຫ້ບັນດາປະເທດ ໃນເຂດເອເຊຍ ຕາເວັນອອກສຽງເໜືອ


ກໍ່າປັ່ນລໍານຶ່ງໃນເຂດນ່ານນໍ້າແຫ່ງນຶ່ງ ໃນເຂດເອເຊຍຕາເວັນອອກສຽງເໜືອ
ກໍ່າປັ່ນລໍານຶ່ງໃນເຂດນ່ານນໍ້າແຫ່ງນຶ່ງ ໃນເຂດເອເຊຍຕາເວັນອອກສຽງເໜືອ
ຄວາມເປັນຫ່ວງກ່ຽວກັບເຫດການປະ​ເຊີນ​ໜ້າກັນທາງ​ທະ​ເລ
ຫຼາຍບັ້ນ ໃນເຂດນ່ານນໍ້າຂອງເອເຊຍຕາເວັນອອກສຽງເໜືອ
ກໍາລັງເພີ່ມທະວີຂຶ້ນນັບມື້. ໃນປີ 2012 ນັ້ນ ຍີ່ປຸ່ນ​ໄດ້ປະສົບກັບ
ຄວາມເຄັ່ງຕຶງທີ່ຖີບສູງ ກັບທັງຈີນແລະເກົາຫຼີໃຕ້ ກ່ຽວກັບໝູ່
ເກາະທີ່ເປັນຂໍ້ຂັດແຍ້ງກັນນັ້ນ ແລະສອງເກົາຫຼີ ທີ່​ໃນ​ທາງ​ເທັກ​
ນິກ​ແລ້ວ ​ແມ່ນຍັງຢູ່​ໃນ​ສະພາວະສົງຄາມນໍາກັນນັ້ນ ກໍ​ຍັງບໍ່ສາ
ມາດຕົກລົງກັນໄດ້ ກ່ຽວ​ກັບຊາຍແດນທາງ​ທະ​ເລກໍ້າຕາເວັນຕົກ
ລະຫວ່າງ​ກັນ. ມາ​ບັດ​ນີ້ ​ພ້ອມ​ກັບ​ທີ່ໄດ້ມີຜູ້ນໍາທາງການເມືອງ
ຊຸດໃໝ່ ເຂົ້າມາ ຮັບຕໍາແໜ່ງຢູ່ທົ່ວຂົງເຂດດັ່ງກ່າວ ກໍພາ​ໃຫ້
ເກີດມີຄວາມ​ເປັນ​ຫ່ວງກັນວ່າ ປະເທດເຫຼົ່ານີ້ຈະປອງດອງກັນ
ໄດ້ ໂດຍວິທີໃດໃນປີ 2013 ນີ້. Steve Herman ມີລາຍງານ
ມາຈາກຫ້ອງຂ່າວວີໂອເອປະຈໍາ​ເຂດເອເຊຍຕາເວັນອອກສຽງ
ເໜືອ ທີ່ນະຄອນຫລວງໂຊລ ຊຶ່ງທອງປານຈະນໍາເອົາລາຍ
ລະ
ອຽດມາສະເໜີທ່ານ.

ຝ່າຍຈີນຍັງສືບຕໍ່ສົ່ງກໍ່າປັ່ນຂອງຕົນເຂົ້າໄປໃນເຂດນ່ານນໍ້າຢູ່
ອ້ອມໝູ່ເກາະ ທີ່ຍີ່ປຸ່ນຍຶດຄອງຢູ່ ຊຶ່ງຈີນເວົ້າວ່າອານາເຂດດັ່ງ
ກ່າວເປັນຂອງຈີນມາຕັ້ງແຕ່ສະໄໝໂບຮານພຸ້ນ.ຝ່າຍເກົາຫຼີໃຕ້ ໃນເອກະສານປົກຂາວດ້ານກັນປະເທດສະບັບລ່າສຸດຂອງ
ຕົນນັ້ນ ກໍໄດ້ ສະແດງຄວາມມຸ້ງໝັ້ນອັນໜັກ​ແໜ້ນ​ ທີ່ຈະປົກ
ປ້ອງເກາະໆ ນຶ່ງທີ່​ຕົນ​ຄອບ​ຄອງ​ຢູ່ ​ແຕ່ ຍີ່ປຸ່ນອ້າງເອົາເປັນ
ກໍາມະສິດນັ້ນ. ແລະເກົາຫຼີໃຕ້ ຍັງ ໄດ້ຢັນ​ຢັດ ທີ່​ຈະ​ບັງຄັບ​ໃຫ້​ມີ​ການ​ເຄົາລົບ​ ເສັ້ນຈໍາກັດ ພາກເໜືອ ຫລື Northern Limit Line ກໍ​ຄື​ເສ້ນ​ແບ່ງ​ເຂດ​ແດນ​ໃນ ທະເລເຫຼືອງ ທີ່ເກົາຫຼີ ເໜືອບໍ່ຍອມຮັບຮູ້ນັ້ນ.
ທ່ານນາງ Park Geun-hye ປະທານາທິບໍດີ ທີ່ຖືກເລອກຕັ້ງໃໝ່ ຂອງເກົາຫລີໃຕ້
ທ່ານນາງ Park Geun-hye ປະທານາທິບໍດີ ທີ່ຖືກເລອກຕັ້ງໃໝ່ ຂອງເກົາຫລີໃຕ້


ສະຖານະ​ການ​ດັ່ງກ່າວ​ນີ້​ໄດ້ມີຂຶ້ນໃນຂະນະທີ່ພວກປ່ອນບັດ
ຊາວເກົາຫຼີໃຕ້ ໄດ້ເລືອກເອົາ ທ່ານນາງ Park Geun-hye
ຫົວອະນຸລັກນິຍົມ ​ໃຫ້ເປັນຜູ້ນໍາພາປະເທດຊາດຄົນໃໝ່ ຂອງ
ເຂົາເຈົ້າ ສໍາລັບຫ້າປີຕໍ່ໜ້ານີ້.

ແລະ​ໃນການເລືອກຕັ້ງ​ເມື່ອເດືອນທັນວາຜ່ານມານີ້ ພວກປ່ອນ
ບັດຊາວຍີ່ປຸ່ນ ກໍ​ໄດ້ເລືອກ ເອົາທ່ານ Shinzo Abe ຫົວ​ແຂງ​
ກະດ້າງ ຄືນມາເປັນນາຍົກລັດຖະມົນຕີຂອງຍີ່ປຸ່ນອີກຄັ້ງນຶ່ງ ຈຶ່ງ
ພາ​ໃຫ້ເກີດມີຄວາມເປັນຫ່ວງຂຶ້ນມາ ວ່າ ການປ່ຽນຄະນະ​ນໍາພາ
ໃນປີຜ່ານມາ ຢູ່ໃນປັກກິ່ງ ພຽງຢາງ ໂຊລ ແລະໂຕກຽວນັ້ນ ຈະເພີ່ມໂອກາດທີ່ຈະເກີດການ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​ລະ​ປັກກັນ ໄດ້ຫຼາຍຂຶ້ນ.

ທ່ານ Abe ໄດ້ປະກາດຄວາມ​ປາດ​ຖະໜາຂອງທ່ານ ທີ່​ຈະດໍາ​ເນີນການດັດ​ແກ້ລັດຖະທໍາ ມະນູນທີ່​ນິຍົມ​ສັນຕິພາບຂອງຍີ່ປຸ່ນ ທີ່ສະຫະລັດ​ໄດ້ບັງຄັບ​ໃຫ້​ຮັບ​ເອົາ ລຸນຫຼັງສົງຄາມໂລກ ຄັ້ງ ທີສອງສິ້ນສຸດລົງ ຊຶ່ງມາດກາທີ 9 ຫ້າມບໍ່ ໃຫ້ຍີ່ປຸ່ນມີກອງທັບທະຫານ​ແບບ​ທໍາ​ມ​ະດາ​ນັ້ນ. ປັດຈຸບັນນີ້ ຍີ່ປຸ່ນມີອັນ​ທີ່​ເອີ້ນ​ວ່າ “ກໍາລັງປ້ອງກັນຕົນເອງ” ​ແລະ​ບໍ່ອະນຸຍາດໃຫ້ຍີ່ປຸ່ນ​ສົ່ງກໍາລັງຂອງ ຕົນ ​ໄປສູ້ລົບຄຽງບ່າຄຽງໄຫຼ່ກັບບັນດາປະເທດພັນທະມິດ ເຊັ່ນສະຫະລັດ ເປັນຕົ້ນ.

ພວກ​ທີ່ສະໜັບສະໜຸນ ໂຕ້ແຍ້ງວ່າ ຈໍາເປັນຕ້ອງມີການປ່ຽນແປງລັດຖະທໍາມະນູນ ຍ້ອນ ວ່າຍີ່ປຸ່ນປະເຊີນກັບໄພຂົ່ມຂູ່ຈາກຈີນຫລາຍ​ຂຶ້ນ​ນັບ​ມື້ ພ້ອມທັງ ຈາກເກົາຫຼີເໜືອນໍາ.

ຢູ່ໃນພຽງຢາງປີນີ້ ທ່ານ Kim Jong Un ຜູ້ສືບທອດຕະກູນຜູ້ນໍາເກົາຫຼີ​ເໜືອລຸ້ນທີ່ສາມ ນັ້ນ ກໍໄດ້ເຂົ້າກໍາອໍານາຢ່າງແໜ້ນໜຽວ ຫລັງຈາກການເສຍ ຊີວິດຂອງບິດາ ທ່ານ Kim Jong Il ເມື່ອເດືອນທັນວາປີ 2011.

ຜູ້ນໍາໜຸ່ມ Kim ແມ່ນກໍາລັງຈະເຣີນຮອຍຕາມບິດາທຸກປະການ ໂດຍການທ້າທາຍການ ລົງໂທດຂອງນານາຊາດ ດ້ວຍການພັດທະນາລູກສອນໄຟຂີປະນາວຸດ.

ການທົດລອງຍິງຈະຫຼວດຂອງເກົາຫຼີເໜືອເມື່ອເດືອນເມສາປີຜ່ານມາ ບໍ່ສໍາເລັດຜົນ​ແລະ​ບໍ່ສາມາດນໍາສົ່ງດາວທຽມຂຶ້ນສູ່ວົງໂຄຈອນໄດ້ ແຕ່ເກົາຫຼີ​ເໜືອ ກໍບໍ່ລົດລະ ​ແລະໄດ້ຍິງ ຈະຫຼວດອີກລູກນຶ່ງໃນກາງເດືອນທັນວາ ບໍ່ເທົ່າໃດ ອາທິດຜ່ານມານີ້ ຊຶ່ງສາມາດນໍາສົ່ງ ດາວທຽມຂຶ້ນສູ່ວົງໂຄຈອນໄດ້ເປັນຜົນ ສໍາເລັດ

ດ້ວຍເຫດດັ່ງກ່າວ ໃນຕົ້ນປີ 2013 ນີ້ ເກົາຫຼີເໜືອກໍ​ແມ່ນຈະປະເຊີນກັບ ການຖືກລົງໂທດ ຕື່ມຂຶ້ນອີກ ແຕ່ອະດີດເອກອັກຄະລັດຖະທູດຍີ່ປຸ່ນ ທ່ານ Kazuhiko Togo ທີ່ກະສຽນ ແລ້ວ ສະແດງຄວາມປະສົງຢາກໃຫ້ໃຊ້ ວິທີການຢ່າງອື່ນ.

ທ່ານໂຕໂກ ເວົ້າວ່າ: “ພວກເຮົາໄດ້ໃຊ້ນະໂຍບາຍສູງສຸດແລ້ວ ໃນແງ່ການ ໃຊ້ອໍາ ນາດ ລົງໂທດທາງເສດຖະກິດ. ມາດຕະການນຶ່ງ ກໍ​ຄືດໍາເນີນການ​ລົງ​ໂທດສືບຕໍ່
ໄປ
​ແຕ່​ຍ້ອນວ່ານະໂຍບາຍຂອງຍີ່ປຸ່ນສໍາລັບເກົາຫຼີເໜືອ ຜ່ານ​ມານັ້ນ​ແມ່ນນັບວ່າ ໜັກໜ່ວງທີ່ສຸດໃນຂົງເຂດ ສະນັ້ນ ຂ້າພະເຈົ້າຄິດວ່າ ​ເພື່ອ​ໃຫ້ກໍ້າເກິ່ງກັນແລ້ວ ການເນັ້ນໜັກໃນຄັ້ງຕໍ່ໄປທີ່ພວກເຮົາໜ້າຈະຈັດ ຕັ້ງປະຕິບັດ ກໍຄືພະຍາຍາມ ຊອກຫາວິທີທາງໃດທາງນຶ່ງ ເຂົ້າຫາປະຊາຊົນເກົາຫຼີເໜືອ ແລະໂອ້ລົມກັບພວກ ເຂົາເຈົ້າ.”

ນັກວິເຄາະບາງຄົນທໍານາຍວ່າ ທ່ານນາງ Park ຜູ້​ນໍາ​ຄົນ​ໃໝ່​ຂອງເກົາຫຼີ ໃຕ້ ຈະຮື້​ຟື້ນ ການຊ່ວຍເຫຼືອດ້ານມະນຸດທໍາແກ່ເກົາຫຼີເໜືອຄືນໃໝ່. ຢູ່ໃນບັນດານັກວິເຄາະດັ່ງກ່າວນັ້ນ ກໍມີທ່ານ Chun Chae-sung ຮອງສາສະດາຈານວິຊາຄວາມສໍາພັນຕ່າງປະເທດ ປະຈໍາ
ມະຫາວິທະຍາໄລ Seoul National University ​ແຕ່ທ່ານເຕືອນວ່າ ແທ້ໆແລ້ວ ຈີນ​ແມ່ນ​ຜູ້​ກໍາ​ກະ​ແຈ ທີ່​ຈະ​ໄຂປະຕູ​ໄປ​ສູ່ຄວາມສໍາພັນທີ່ດີຂຶ້ນກວ່າລະຫວ່າ​ງສອງເກົາຫຼີ ນັ້ນ.

ທ່ານ Chun ເວົ້າວ່າ: “ເພາະວ່າ ຈີນເປັນພາຄີທີ່ສໍາຄັນທີ່ສຸດຕໍ່ເກົາຫຼີເໜືອ ​ເວລາຈີນຢາກປະຄັບປະຄອງເສດຖະກິດທີ່ກໍາລັງລົ້ມລຸກຄຸກຄານຂອງ​ເກົາຫລີ​ເໝືອ ເອົາໄວ້. ແຕ່ຈີນກໍຈະຮ່ວມມືກັບເກົາຫຼີໃຕ້ ພ້ອມທັງປະເທດອື່ນໆ ໃນຂົງ
ເຂດເອເຊຍຕາເວັນອອກ
ນໍາ ຖ້າຫາກພວກເຮົາຊີ້ແນະແຜນທີ່ເສັ້ນ ທາງໄລຍະ
ຍາວ
ກ່ຽວ​ກັບວິທີຮັບ​ມືກັບເກົາຫຼີເໜືອ. ​ແລະເຮົາກໍ​ຮູ້​ວ່າ ຈີນເປັນພາຄີທີ່ສໍາຄັນ
ທີ່ສຸດກັບສະຫະລັດ
ທີ່ປະສົບຜົນສໍາເລັດໃນການດໍາເນີນ ນະໂຍບາຍກ່ຽວກັບ
ເກົາຫຼີ ເໜືອຂອງພວກເຮົານັ້ນ.”


ສໍາລັບບັນດາຜູ້ນໍາໜ້າໃໝ່ໃນທັງໂຕກຽວ ແລະກຸງໂຊລນັ້ນ ຄາດວ່າການເສດຖະກິດຂອງ ພວກເຂົາເຈົ້າ ຈະເປັນບຸລິມະສິດສູງສຸດຂອງປະເທດ.

ທ່ານ Abe ຢາກໃຫ້ຍີ່ປຸ່ນພິມເງິນຕື່ມອີກ ເພື່ອຫລຸດຄ່າເງິນເຢັນລົງ ແລະ ພະຍາຍາມຍຸຕິ ສະພາບ​ການບໍ່​ມີ​ເງິນເຟີ້ ທີ່​ມີ​ມາ​ຢ່າງຊໍາເຮື້ອ ຫຼັງຈາກບໍ່ມີການເຕີບໂຕທາງເສດຖະກິດ ມາໄດ້ 15 ປີແລ້ວນັ້ນ.

ຢູ່ເກົາຫຼີໃຕ້ ກໍ​ຄື​ກັບ​ຢູ່​ຍີ່ປຸ່ນ ຜູ້ນໍາຄົນໃໝ່​ແມ່ນ​ເຂົ້າ​ມາ​ກໍາ​ບັງ​ຫຽນ​ການ​ເສດຖະກິດທີ່ເພິ່ງ ພາອາ​ໄ ການສົ່ງອອກ. ທ່ານນາງ Park ນັ້ນ ປະເຊີນກັບ ສະພາວະເສດຖະກິດຊັກຊ້າລົງ ຂະນະ​ທີ່ຊ່ອງຫວ່າງຂອງລາຍໄດ້ຂະຫຍາຍ ກວ້າງອອກໄປເລື້ອຍໆ. ທ່ານນາງ Park ຮັບ ປາກວ່າ ຈະເພີ່ມຄ່າໃຊ້ຈ່າຍ ທາງສະວັດດີການສັງຄົມ ແລະສ້າງໜ້າວຽກທີ່ມີຄຸນຄ່າສູງ ຫຼາຍຂຶ້ນ.

ທ່ານ ລີ ມຽງບັກ ຜູ້ກໍາລັງຈະພົ້ນຈາກຕໍາແໜ່ງປະທານາທິບໍດີເກົາຫຼີໃຕ້ນັ້ນ ໄດ້ປະຖິ້ມ​ໄວ້ເບື້ອງ​ຫລັງ ມູນມໍລະ ດົກ 5 ປີ ຂອງ​ການບໍ່ສາມາດບັນລຸ​ເປົ້າ​ໝາຍດ້ານເສດຖະກິດ ອັນສໍາຄັນ ທີ່ທ່ານ​ໄດ້ວາງໄວ້ນັ້ນຈັກ​ຢ່າງ.
XS
SM
MD
LG