ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປີໃໝ່ 2012 ນີ້ ເສດຖະກິດໂລກຍັງປະເຊີນກັບ ສິ່ງທ້າທາຍຕ່າງໆ ຢ່າງໜັກໜ່ວງຢູ່ (ວີດີໂອລາວ-ອັງກິດ)


ປີໃໝ່ 2012 ນີ້ ເສດຖະກິດໂລກຍັງປະເຊີນກັບ ສິ່ງທ້າທາຍຕ່າງໆ ຢ່າງໜັກໜ່ວງຢູ່ (ວີດີໂອລາວ-ອັງກິດ)
ປີໃໝ່ 2012 ນີ້ ເສດຖະກິດໂລກຍັງປະເຊີນກັບ ສິ່ງທ້າທາຍຕ່າງໆ ຢ່າງໜັກໜ່ວງຢູ່ (ວີດີໂອລາວ-ອັງກິດ)

ມີ​ຮ່ອງຮອຍ​ຕ່າງໆ​ທີ່​ໃຫ້​ກໍາລັງ​ໃຈ ສໍາ​ຫລັບ​ພວກ​ປະ​ເທດ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ເວລາ​ສິ້ນ​ປີ 2011 ໄປ​ນັ້ນ. ກໍ​ຄື​ພວກ​ອຸບປະ​ໂພ​ກ ບໍລິ​ໂພ​ກອາ​ເມ​ລິ​ກາພາກັນ​ໃຊ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ ຕະຫລາດ​ຊື້​ຂາຍ​ເຮືອນກໍ​ດີ​ຂຶ້ນ ​ແລະ​ພວກ​ນາຍ​ຈ້າງ​ກໍ​ຕັດ​ຄົນ​ງານ​ຂອງ​ຕົນ​ໜ້ອຍ​ລົງ. ​ແຕ່​ດັ່ງ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ Mil Arcega ລາຍ​ງານ​ນັ້ນ​ກໍ​ແມ່ນ​ວ່າ ວິ​ກິດ​ການ​ໜີ້​ສິນ​ໃນ​ພາກ​ພື້ນ​ຢູ​ໂຣບທີ່​ຍັງ​ແກ້​ໄຂ​ກັນ​ບໍ່​ໄດ້​ນັ້ນ​ແດ່ ການ​ເຕີບ​ໂຕ​ເສດຖະກິດ​ໃນ​ຈີນ​ທີ່ຊັກຊ້າ​ລົງ​ໄປ​ແດ່ ​ແລະ​ບວກ​ກັບ​ການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ສະຫະລັດ​ລົງ​ໄປ​ນັ້ນ ​ແມ່ນ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ສໍາ​ຫລັບ​ພວກ​ຮ່າງ​ນະ​ໂຍບາຍ​ ເວລາ​ເລິ່ມປີ​ໃໝ່ 2012. ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດິໂອລາຍງານຂ່າວພາສາລາວ

ອັດ​ຕາ​ການ​ວ່າງ​ງານ​ສູງ​ໃນ​ສະຫະລັດ ໜີ້​ສິນ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ນັບ​ມື້ ​ແລະການ​ຂາດ​ສະມັດ
ທະ​ພາບ​ຂອງ​ສະພາ​ຄ​ອງ​ແກຣສທີ່​ຈະເຮັດ​ຈະແກ້​ໄຂ​ຫຍັງ​ໄດ້​ນັ້ນ ​ເປັນເລຶ່ອງລາວທີ່​ສໍາຄັນ​ທີ່
ສຸດທີ່ເກີດ​ຂຶ້ນ​ໃນ​ປີ 2011 ​ແຕ່​ກໍ​ຍັງ​ປາ ກົດ​ມີສິ່ງ​ໜ້າ​ສົນ​ໃຈທີ່​ກໍາລັງໂຜ່​ໂຕ​ຂຶ້ນມາ​ໃຫ້​ເຫັນ
ບາງ​ຢ່າງ​ໃນຂະນະ​ຈະ​ສິ້ນ​ປີ​ນີ້.

ທ່ານ George L. Perry ​ເຈົ້າໜ້າ​ທີ່ຮັບຜິດຊອບ​ປະຈໍາສະ​ຖາ​ບັນ​ການ ສຶກສາດ້ານເສດ
ຖະກິດ​ Brookings ກ່າວ​ວ່າ

“ສິ່ງ​ທີ່​ໜ້າ​ສົນ​ໃຈຢ່າງ​ນຶ່ງ​ນັ້ນ ກໍ​ຄື​ພາກ​ສ່ວນ​ການ​ສົ່ງ​ອອກ​ທີ່​ເຕີບ​ໂຕ​ຂຶ້ນໄດ້​ດີ
ຫລາຍສົມຄວນ ອີກ​ພາກສ່ວນ​ນຶ່ງ​ນັ້ນ​ ແມ່ນ​ການ​ກໍ່ສ້າງ​ຢູ່​ນອກ​ການ​ສ້າງ​ບ້ານ
ເຮືອນ. ທຸລະ​ກິດ​ການ​ກໍ່ສ້າງແມ່ນ​ກໍາລັງ​ດີ​ຂຶ້ນ ແລະການ​ກໍ່ສ້າງ​ໃນ​ບາງ​ດ້ານ
ເຊັ່ນ​ດ້ານ​ການ​ຄ້າ​ເປັນຕົ້ນ”

ຂະນະ​ນີ້​ອັດຕາ​ການ​ວ່າງ​ງານ​ຂອງ​ສະຫະລັດ​ຢູ່​ໃນ​ລະດັບ​ຕໍ່າ​ສຸດ​ໃນ​ຮອບ​ຫລາຍ​ກວ່າ​ສອງ
ປີ​ເຄິ່ງ ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກກໍ​ເພີ່ມສູງ​ຂຶ້ນ ຈີນ​ຊຶ່ງ​ເປັນ​ປະ​ເທດ
ທີ່​ມີ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ຂອງ​ໂລກ​ນັ້ນ ກໍາລັງ​ມີ​ການ​ຂະຫຍາຍ​ໂຕ​ຊ້າ​
ລົງ ​ແລະ​ວິ​ກິດ​ການ​ໜີ້​ສິນ​ຂອງ​ພາກ​ພື້ນ​ຢູໂຣບສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ບາງ​ຢ່າງ​ທີ່​ເບົາ
ບາງ​ລົງ​ໄປ​ແດ່ແລ້ວ.

“ພວກ​ເຮົາ​ສົ່ງ​ອອກ​ສິນຄ້າຈໍານວນ​ຫລວງຫລາຍ​ໄປ​ຍັງ​ຢູ​ໂຣບ ​ແລະ​ຖ້າ​ວ່າ​ຢູ​
ໂຣບ​ເກີດ​ສະພາວະ​ຖອຍຫລັງ​ອີກ​ບ່ອນນຶ່ງ​ຂຶ້ນມາ ການ​ເຕີບ​ໂຕ​ຂອງ​ການ​ສົ່ງ
ອອກດັ່ງ​ກ່າວ​ມາ​ນັ້ນ​ກໍ​ຈະ​ສິ້ນ​ສຸດ​ລົງ ​ແລະ​ນັ້ນ​ຈະກະທົບ​ໜ້າ​ວຽກ​ຕ່າງໆໃນ​ສະ
ຫະລັດ ​ແລະເຮັດໃຫ້​ສະຫະລັດເກີດສະພາວະເສດ​ຖະກິດຖົດຖອຍ​ໄດ້.”

ອັດຕາ​ເງິນ​ເຟີ້​ທີ່​ຖີບ​ຕົວ​ສູງ​ຂຶ້ນ​ນັບ​ມື້ ​ແລະ​ການ​ເຕີບ​ໂຕ​ຊ້າ​ລົງໃນພາກສ່ວນ​ການ​ຜະລິດ​
ຂອງຈີນ ​ໄດ້ເຮັດ​ໃຫ້​ຄວາມ​ຮຽກຮ້ອງ​ຕ້ອງການ​ວັດຖຸ​ດິບ​ບາງ​ຢ່າງຫຼຸດໜ້ອຍ​ລົງ​. ​ແຕ່
ທ່ານ Perry ​ເວົ້າວ່າ ການ​ທີ່​ຈີນ​ມີ​ການ​ເຕີບ​ໂຕ​ຊ້າລົງ​ນັ້ນ ​ສ່ວນ​ນຶ່ງເປັນ​ຍ້ອນຄວາມ​ພະ
ຍາຍາມ​ຂອງ​ປັກ​ກິ່ງ ທີ່​ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ຂອງຕົນ​ເຕີບ​ໂຕ​ໄວຈົນ​ເກີນ​ໄປນັ້ນ​ເອງ.

ຈາກ​ຜົນ​ສະ​ທ້ອນ​ກ່ຽວ​ກັບ​ຄວາມ​ບໍ່​ແນ່ນອນຂອງ​ໂລກ​ໃນ​ເວລາ​ນີ້ ທ່ານ Robert
Zoellick ປະທານ​ທະນາຄານ​ໂລກ ​ໄດ້​ຮຽກຮ້ອງໃຫ້​ພາກ​ພື້ນ​ຢູ ​ໂຣບ​ແລະ​ພວກ​ພາຄີ
ການ​ຄ້າ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ຕົນ​ນັ້ນ ຈົ່ງ​ດຳ​ເນີນ​ການ ​ໃດໆ​ກໍ​ຕາມແບບມີ​ຄວາມ​ຮັບ
ຜິດຊອບ.

“ຢູ​ໂຣບຈະ​ຕ້ອງຊ່ວຍ​ກອບ​ກູ້​ຢູ​ໂຣບກັນ​ເອງ. ຖ້າຫາກ​ຂ້າພະ​ເຈົ້າຖືກ​ຊັກ​ຖາມ
ເອົາ​ຫລະ ສະຫະລັດ​ສາມາດ ​ເຮັດ​ສິ່ງ​ໃດ​ໄດ້ ​ແລະ​ຈີນ​ສາມາດ​ເຮັດ​ສິ່ງ​ໃດ​
ໄດ້? ຄືສິ່ງ​ທີ່​ດີ​ທີ່​ສຸດ​ ກໍ​ຄື​ຈົ່ງຊໍາລະ​ສະ​ສາງ​ການ​ປະຕິບັດ​ຂອງ​ຕົນ​ຢູ່​ໃນ​ປະ​
ເທດ​ຂອງຕົນ​ກ່ອນ ​ຄືໃຫ້ເປັນ​ແຫ​ລ່ງ​ແຫ່ງ​ການ​ເຕີບ ​ແລະແຫ​ລ່ງ​ແຫ່ງ​ຄວາມ​
ໄວ້​ວາງ​ໃຈ​ດ້ານຕະຫຼາດ​ ​ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ຕົນ

ທ່ານ Zoellick ປະທານ​ທະນາຄານ​ໂລກ ກ່າວ​ວ່າ ທ່ານ​ມີ​ຄວາມ​ອຸ່ນ​ໃຈ​ໂດຍ​ການ​ປະຕິ​ຮູບ​
ຕ່າງໆ​ ທີ່ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຈີນ​ໃນ​ຂະນະ​ນີ້​ທີ່​ແນ​ເປົ້າໝາຍ​ໃສ່​ການ​ລົດ​ຜ່ອນ​ການ​ເພິ່ງ
ພາ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ນັ້ນ​ລົງ ​ແຕ່​ທ່ານ​ເຕືອນ​ພວກ​ສະມາຊິກສະພາ​ສູງ​ສະຫະລັດ
ບໍ່ໃຫ້​ພາກັນ​ຖ່ວງ​ເວລາ​ອອກ​ໄປ​ອີກ​ ໃນ​ການ​ແກ້​ໄຂ​ບັນຫາ​ໜີ້​ສິນ​ຂອງ​ປະ​ເທດ​ທີ່​ຖີບ​ຕົວ
ສູງ​ຂຶ້ນນັບ​ມື້​ນັ້ນ ຄື​ເກືອບ​ເຖິງ 15 ພັນ​ຕື້​ໂດ​ລາ​ແລ້ວ.

“ການ​ລົດ​ຄວາມ​ເຊື່ອ​ຖື​ຂອງ​ສະຫະລັດ​ລົງ​ນັ້ນ ບໍ່ໄດ້​ກະທົບ​ກະ​ເທືອ​ນຕໍ່​ດ້ານ​ການ​
ເງິນ​ແຕ່​ປະການ​ໃດ​ໃນ​ປັດຈຸບັນ​ນີ້ ​ແຕ່​ມັນ ອາດ​ເປັນ​ເຫດການ​ນຶ່ງ​ໃນ​ຫລາຍ​ເຫດ
ການ​ທີ່​ປະຊາຊົນ​ເບິ່ງ​ຄືນ​ຫລັງ​ເມື່ອ 10 ປີ​ຜ່ານ​ ຈາກ​ປັດຈຸບັນ​ນີ້ ​ແລະ​ຖາມ​ວ່າ
ພວກ​ເຂົາ​ເຈົ້າຖືກ​ຕັກ​ເຕືອນ​ບໍ່? ໄດ້ເອົາ​ໃຈ​ໃສ່ ຫລື​ວ່າ​ພວກ​ເຂົາ​ເຈົ້າສືບ​ຕໍ່​ເຮັດ​
ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າກໍາ​ລັງ​ເຮັດ​ຢູ່​ນັ້ນ​ບໍ່?”

ເວັ້ນເສຍແຕ່ວ່າພວກຜູ້ນໍາ ຕັ້ງໃຈທີ່ຈະທໍາການຕັດສິນໃຈທີ່ໜັກໜ່ວງທີ່ສຸດ ນັ້ນ ຊຶ່ງຈໍາເປັນ
ຕ້ອງ ສ້າງສະຖຽນລະພາບດ້ານເສດຖະກິດໂລກ ຊຶ່ງທ່ານ Zoellick ແລະພວກນັກເສດຖະ ສາດລະດັບນໍາໜ້າຫລາຍຄົນ ກ່າວວ່າ ບັນຫາຕ່າງໆໃນຢູໂຣບນັ້ນ ທັງສະຫະລັດ ແລະຈີນ
ຈະເຊື່ອມຕົວ ເຂົ້າກັນໄປສູ່ສະພາວະທີ່ເອີ້ນວ່າ “ພາຍຸສົມບູນແບບ” ບັ້ນນຶ່ງໃນປີ 2012 ທີ່ແຂ່ງກັບວິກິດການການເງິນຂອງປີ 2008 ນັ້ນໄດ້.

ເບິ່ງວິດີໂອລາຍງານຂ່າວ ພາສາອັງກິດ

XS
SM
MD
LG