ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີມັງກອນ ຄົງບໍ່ຮ້າຍແຮງສຳລັບ ຊາວໄຕ້ຫວັນ ແລະ ຊາວຈີນ ຢູ່ໃນ ອາຟຣິກາໃຕ້


ວີດີໂອ ລາຍງານ ກ່ຽວກັບ ປີຂອງມັງກອນ ຄົງບໍ່ຮ້າຍແຮງສຳລັບ ຊາວໄຕ້ຫວັນ ແລະ ຊາວຈີນ ຢູ່ໃນ ອາຟຣິກາໃຕ້

ດ້ວຍສົງຄາມທີ່ກຳລັງບຸກໂຈມຕີກັນຢ່າງດຸເດືອດຢູ່ໃນ ຢູໂຣບ ແລະຕາເວັນອອກກາງ ຢູ່ນີ້, ການປະທະກັນທີ່ບໍ່ຄາດຝັນ ລະຫວ່າງ ຈີນ ແລະໄຕ້ຫວັນ ຊຶ່ງອາດຈະດຶງເອົາສະຫະລັດ ເຂົ້າມາໃນບັນຫາຂັດແຍ້ງໃໝ່ ກໍເປັນໄດ້ນັ້ນ - ແມ່ນຄວາມເປັນຫ່ວງຂອງໂລກ. ແຕ່ຢູ່ທະເລຫ່າງໄກອອກໄປໃນອາຟຣິກາໃຕ້ ທີ່ໄດ້ເຫັນຄື້ນຟອງທີ່ແຕກຕ່າງຂອງຄົນເຂົ້າເມືອງໂດຍຊົນເຜົ່າຊາວຈີນ ມາຫຼາຍສັດຕະວັດແລ້ວ, ເຮັດໃຫ້ມີຄວາມສາມັກຄີ ບໍ່ແມ່ນຄວາມແບ່ງແຍກ. ເຄດ ບາຣເລັຕ ລາຍງານໃນການສະເຫຼີມສະຫຼອງບຸນປີໃໝ່ກຸດຈີນ ຢູ່ໃກ້ກັບນະຄອນໂຈຮານເນສເບີກ ຊຶ່ງ ໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານ.

ຫຼາຍພັນຄົນໄດ້ພາກັນໄປໂຮມກັນຢູ່ວັດແຫ່ງນຶ່ງຂອງໄຕ້ຫວັນ ຢູ່ນອກນະຄອນໂຈຮານເນສເບີກ ເພື່ອຕ້ອນຮັບປີໃໝ່ກຸດຈີນ ຕາມປະຕິທິນຂອງຈີນແລ້ວ ເປັນປີມັງກອນ.

ຄຳສັ່ງສອນຂອງພະສົງອົງນຶ່ງ ທີ່ມາຈາກໄຕ້ຫວັນ ເອີ້ນວ່າ ໂຟ ກວາງ ຊານ (Fo Guang Shan) ທີ່ສ້າງວັດແຫ່ງນີ້ຂຶ້ນ ແຕ່ຄວາມແບ່ງແຍກ ລະຫວ່າງໄຕ້ຫວັນ ແລະ ຈີນ ບໍ່ປາກົດໃຫ້ເຫັນເລີຍ ໃນລະຫວ່າງການສະເຫຼີມສະຫຼອງບຸນປີໃໝ່ປະຈຳປີ.

ທ່ານ ເອີວີນ ພອນ ປະທານສະມາຄົມຈີນ ກ່າວວ່າ “ຂ້າພະເຈົ້າຄຶດວ່າ ປັດໄຈນຶ່ງຄືຄວາມສາມັກຄີ ນະທີ່ນີ້ ສຳລັບຊາວຈີນຫຼາຍໆຄົນ ຜູ້ທີ່ມາຈາກທົ່ວໂລກ ບໍ່ວ່າ ຈະເປັນ ໄຕ້ຫວັນ ຈີນ ຮົງກົງ ຊາວຈີນໃນທ້ອງຖິ່ນ ແທ້ຈິງແລ້ວ ພວກເຂົາເຈົ້າມີພື້ນຖານແນວຄິດທີ່ເໝືອນກັນຂອງການມາຮ່ວມກັນຢູ່ທີ່ນີ້ ໃນອາຟຣິກາໃຕ້ ແລະສະນັ້ນ ມັນກາຍເປັນຄວາມສາມັກຄີກັນແທ້ໆເລີຍ.”

ຊາວຈີນຫຼາຍໆຄົນອົບພະຍົບ ມາຢູ່ອາຟຣິກາໃຕ້ ເມື່ອທ້າຍຊຸມປີ 1800 ແລະຕົ້ນຊຸມປີ 1900 ເນື່ອງຈາກການພົບພໍ້ຄຳທີ່ເອີ້ນວ່າ Gold Rush ຂອງ ໂຈຮານເນສເບີກ.

ຕໍ່ຈາກຊຸມປີ 1980 ແລະ 90 ມາ ຊາວໄຕ້ຫວັນໄດ້ເຂົ້າມາ ແລະຕັ້ງໂຮງງານຕັດຫຍິບ ແລະທໍ່ຜ້າຕ່າງໆ.

ຊາວຈີນຈາກຈີນແຜ່ນດິນໃຫຍ່ ກໍໄດ້ອົບພະຍົບມາຢູ່ອາຟຣິກາໃຕ້ຫຼາຍຂຶ້ນຕື່ມ ເມື່ອປັກກິ່ງໄດ້ເປີດປະເທດຂອງຕົນ ຕໍ່ຊາວໂລກໃນຕົ້ນຊຸມປີ 2000. ພວກເຂົາເຈົ້າກໍໄດ້ເຂົ້າມາຢູ່ເລື້ອຍໆ ອັນເປັນສ່ວນນຶ່ງຂອງນະໂຍບາຍພື້ນຖານໂຄງລ່າງຢູ່ທົ່ວໂລກຂອງປະທານປະເທດຈີນ ສີ ຈິ້ນຜິງ ໃນປີ 2013 ທີ່ເອີ້ນວ່າ ໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຫຼື Belt and Road Initiative (BRI).

ຍັງບໍ່ມີຂໍ້ມູນຂອງການສຳຫຼວດພົນລະເມືອງ ທີ່ເປັນທາງການເທື່ອ ແຕ່ທ່ານ ພອນ ກ່າວວ່າ ມີຊາວຈີນ-ອາຟຣິກາໃຕ້ ຢູ່ໃນທ້ອງຖິ່ນ ປະມານ 10,000 ຄົນ. ທ່ານກ່າວວ່າ ໂຕເລັກອັນນັ້ນ ເພີ້ມຂຶ້ນນັບມື້ ທີ່ກະປະມານໄດ້ວ່າ ມີເຖິງ 200,000 ຫາ 300,000 ຄົນເມື່ອລວມທັງພວກຊາວຈີນ ແລະນັກທຸລະກິດ ທີ່ອາໄສຢູ່ໃນປະເທດເປັນການຊົ່ວຄາວ.

ທ້າວ ແດນນຽວ ລີ ເກີດຢູ່ໃນອາຟຣິກາໃຕ້ ມີພໍ່ແມ່ທີ່ມາຈາກໄຕ້ຫວັນ.

ລາວເວົ້າວ່າ “ມັນແມ່ນປີໃໝ່ຂອງຈີນ ບໍ່ມີການແບ່ງແຍກລະຫວ່າງ ຈີນແຜ່ນດິນໃຫຍ່ ແລະ ຈີນໄຕ້ຫວັນ. ມັນແມ່ນເລື້ອງຂອງວັດທະນະທຳ ຊຶ່ງພວກເຮົາມີວັດ ທະນະທຳອັນດຽວກັນ.”

ທ້າວ ຮາວວອດ ຊູ ເກີດຢູ່ໃນອາຟຣິກາໃຕ້ ພໍ່ແມ່ຂອງລາວ ມາຈາກແຂວງຟູຈຽນຂອງຈີນ. ທ້າວຊູ ກ່າວວ່າ ມັນອາດຈະມີຄວາມເຄັ່ງຕຶງລະຫວ່າງ ຈີນ ແລະໄຕ້ຫວັນ ແຕ່ສາສະໜາສາມາດຜ່ານພ່າມັນໄປໄດ້.

ທ້າວຊູ ເວົ້າວ່າ “ເລື້ອງການເມືອງທີ່ຈິງແລ້ວ ເປັນຄຳຖາມຍາກຫຼາຍທີ່ຈະຕອບໄດ້ ແຕ່ສິ່ງທີ່ມະຫັດສະຈັນ ກໍແມ່ນສາສະໜາພຸດ ທີ່ໄດ້ນຳເອົາໝົດທຸກຄົນມາຮ່ວມກັນໄດ້ ເຖິງແມ່ນ ພວກເຂົາເຈົ້າມີເຊື້ອຊາດ ມີການເມືອງ ໝົດທຸກຄົນຄືວ່າ ເປັນຄອບຄົວໃຫຍ່ຢູ່ທີ່ນີ້.”

ຄະນະນັກຟ້ອນແລະຕີກອງຂອງວັດໄຕ້ຫວັນ ຢູ່ໃນທ້ອງຖິ່ນແຫ່ງນີ້ ເຄີຍສະແດງໃຫ້ປະທານປະເທດຈີນ ເມື່ອທ່ານໄດ້ເດີນທາງມາຢ້ຽມຢາມ ອາຟຣິກາໃຕ້ ຢ່າງປັນທາງການ ໃນປີກາຍນີ້ ນັກສະແດງຄົນນຶ່ງ ຊື່ວ່າ ຊິມອັນເກລີ ຊາວອູເຄ ກ່າວ.

ນາງຊິມອັນເກລີ ຊາວອູເຄ ນັກສະແດງຕີກອງ ເວົ້າວ່າ “ທ່ານສີ ຈິ້ນຜິງ ໄດ້ກ່າວຕໍ່ພວກເຮົາ, ‘ເຈົ້າຮຽນຕີກອງຂອງຈີນຢູ່ໃສ?’.....ແລະຕໍ່ຈາກນັ້ນ ທ່ານກ່າວວ່າ ອາ....ການຕີກອງຂອງຈີນນີ້ ແມ່ນໃຊ້ເພື່ອສະຫຼອງງານບຸນຕ່າງໆ ຄືກັນກັບງານອັນນີ້ ຫຼືໃນເມື່ອກ່ອນຕອນທີ່ເຮັດສົງຄາມ ພວກເຂົາເຈົ້າກໍໃຊ້ການຕີກອງທັງຫຼາຍ.”

ພວກຄົນບາງສ່ວນເປັນຫ່ວງ ການຕີກອງໃນຍາມມີສົງຄາມ ອາດຈະເລີ້ມຕົ້ນຂຶ້ນອີກເທື່ອນຶ່ງ--ໂດຍສະເພາະຫຼັງຈາກທີ່ຜູ້ສະໝັກເປັນປະທານາທິບໍດີ ທີ່ບໍ່ເພິ່ງປາດຖະໜາໂດຍຈີນ ກໍຊະນະເລີດໃນການເລືອກຕັ້ງຂອງໄຕ້ຫວັນ ເມື່ອເດືອນແລ້ວນີ້. ແຕ່ຫຼາຍສິບພັນກິໂລແມັດຫ່າງອອກໄປໃນອາຟຣິກາໃຕ້ ໄລຍະທາງແລະເວລາ ນຳມາເຊິ່ງຄວາມປອງດອງພາຍໃນພວກເດັກນ້ອຍຂອງປະຊາຊົນ ຈາກຈີນແຜ່ນດິນໃຫຍ່ແລະໄຕ້ຫວັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG