ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ​ເວົ້າ​ວ່າ ການ​ບໍ່​ເຂົ້າ​ຮ່ວມ​ກອງ​ປ​ະ​ຊຸມ​ສຸດຍອດ G20 ຂອງ​ທ່ານ ສີ ຈິ່ນ​ຜິງ ເປັນ​ການ​ພາດ​ໂອ​ກາດ ແລະ ກົນ​ລະ​ຍຸດ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2023 ຢູ​ສູ​ນ​ປະ​ຊຸມ ແຊນ​ຕັນ, ນະ​ຄອນຫຼວງ ໂຈ​ແຮນ​ເນັ​ສ​ເບີກ, ອາ​ຟ​ຣິ​ກາໃຕ້, 23 ສິງ​ຫາ 2023.
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2023 ຢູ​ສູ​ນ​ປະ​ຊຸມ ແຊນ​ຕັນ, ນະ​ຄອນຫຼວງ ໂຈ​ແຮນ​ເນັ​ສ​ເບີກ, ອາ​ຟ​ຣິ​ກາໃຕ້, 23 ສິງ​ຫາ 2023.

ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ເວ​ລາ​ທີ່ກອງ​ປະ​ຊຸມ​ສຸດຍອດ G20 ເລີ່ມ​ຂຶ້ນ​ຢູ່​ນະ​ຄອນຫຼວງ ນິວ ເດ​ລີ ຂອງ​ ອິນ​ເດຍ ໃນ​ວັນ​ເສົາ​ນີ້, ການ​ບໍ່​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ ຈີນ ທ່ານ ສີ ຈິ່ນ​ຜິງ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຄອບ​ງຳ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ແກ້​ໄຂ​ບັນ​ຫາ ​ທີ່​ມີ​ຄວາມ​ກົດ​ດັນ​ໃນ​ໂລກ ເຊັ່ນ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ປັກ​ກິ່ງ​ໄດ້​ເວົ້າ​ພຽງ​ໜ້ອຍ​ດຽວ ກ່ຽວ​ກັບ ວ່າ​ເປັນ​ຫຍັງທ່ານ​ ສີ ຈຶ່ງບໍ່​ເຂົ້າ​ຮ່ວມ. ໃນ​ການ​ປະ​ກາດນຶ່ງ​ປະ​ໂຫຍກ​ຢູ່​ເວັ​ບ​ໄຊ້​ຂອ​ງ​ເຂົາ​ເຈົ້າ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ປະ​ກາດ​ວ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ ຈຽງ ຈະ​ເຂົ້າ​ຮ່ວມ​ແທນ. ຢູ່ກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ມາ​ໃນ​ວັນ​ນັ້ນ, ໂຄ​ສົກ​ຍິງ​ຂອງ​ກະ​ຊວງ ທ່ານ​ນາງ ໝາວ ນິງ ໄດ້​ເສີມ​ຂໍ້​ມູນ​ໜ້ອຍ​ນຶ່ງວ່າ, “ຈີນ ແມ່ນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ ແລະ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ​ໃນ​ງານ G20 ຕ່າງໆ​ຕະຫຼອດ​ມາ.”

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າການ​ຕັດ​ສິນ​ໃຈ​ຂອງ​ທ່ານ ສີ ເພື່ອ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ກໍ່​ໃຫ້​ມີ​ຄຳ​ຖາມ​ຕ່າງໆ ແລະ ໄດ້​ເນັ້ນ​ຢ້ຳ​ເຖິງ​ການ​ປ່ຽນ​ແປງ​ບູ​ລິ​ມະ​ສິດ​ ກ່ຽວ​ກັບ ແຜນ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ ປັກ​ກິ່ງ. ໃນ​ຕອນ​ເລີ່ມ​ຕົ້ນ, ເຂົາ​ເຈົ້າ​ເວົ້າ​ວ່າ, ການບໍ່​ເຂົ້າ​ຮ່ວມ​ຈະ​ໝາຍ​ຄວາມ​ວ່າ​ການ​ພາດ​ໂອ​ກາດ​ທີ່​ຈະ​ພົວ​ພັນ​ກັບ​ບັນ​ດາ​ຜູ້​ນຳ​ໂລກ​ຄົນ​ອື່ນໆ​ຢູ່​ລະ​ດັບ​ທີ່​ສູງ​ທີ່​ສຸດ ແລະ ປັບ​ປຸງ​ສາຍ​ພົວ​ພັນ​ຕ່າງໆ.

ທ່ານ ໂມ​ຣິ​ດ​ສ ຣູດອ​ຟ (Moritz Rudolf), ນັກ​ວິ​ໄຈ​ຢູ່​ສູນ​ກາງກົດ​ໝາຍ ຈີນ ພອລ ສາຍ (Paul Tsai) ຂອງ​ໂຮງ​ຮຽນ​ກົດ​ໝາຍ ເຢ​ລ (Yale) ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ສັບ​ວ່າ “ຈີນ ຢາກ​ເປັນ​ຜູ້​ນຳ​ໃນ​ການ​ທູດ​ຂອງ​ໂລກ, ແຕ່​ການບໍ່​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ ແມ່​ນ​ກົງ​ກັນ​ຂ້າມ ​ກັບ​ຄວາມຄິດ​ນັ້ນ.”

XS
SM
MD
LG