ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ອົງການ WTO ຈັດການເຈລະຈາ ໃນທາງທີ່ ‘ສ້າງສັນ’ ລຸນຫຼັງ ຈີນ ປະນາມ ‘ການຂຶ້ນພາສີ’ ຂອງ ທ່ານ ທຣໍາ


ການປະຊຸມຢູ່ອົງການ WTO ໃນນະຄອນເຈເນວາ ເມື່ອວັນທີ 19 ກຸມພາ 2025. ໃນວັນພຸດວານນີ້ ອົງການ WTO ໄດ້ກ່າວເຖິງການຫາລືກ່ຽວກັບຄວາມເຄັ່ງຕຶງທາງການຄ້າ ວ່າເປັນໄປໃນທາງທີ່ 'ສ້າງສັນ,' ລຸນຫຼັງທີ່ ຈີນ ກ່າວຫາ ສະຫະລັດ ວ່າ 'ໃຊ້ມາດຕະການພາສີ' ທີ່ອາດເຮັດໃຫ້ລະບົບການຄ້າໂລກ ຜັນຜວນ.
ການປະຊຸມຢູ່ອົງການ WTO ໃນນະຄອນເຈເນວາ ເມື່ອວັນທີ 19 ກຸມພາ 2025. ໃນວັນພຸດວານນີ້ ອົງການ WTO ໄດ້ກ່າວເຖິງການຫາລືກ່ຽວກັບຄວາມເຄັ່ງຕຶງທາງການຄ້າ ວ່າເປັນໄປໃນທາງທີ່ 'ສ້າງສັນ,' ລຸນຫຼັງທີ່ ຈີນ ກ່າວຫາ ສະຫະລັດ ວ່າ 'ໃຊ້ມາດຕະການພາສີ' ທີ່ອາດເຮັດໃຫ້ລະບົບການຄ້າໂລກ ຜັນຜວນ.

ອົງການການຄ້າໂລກ ຫຼື WTO ກ່າວໃນວັນພຸດວານນີ້ວ່າ ການຫາລືກ່ຽວກັບຄວາມເຄັ່ງຕຶງທາງດ້ານການຄ້າແມ່ນເປັນໄປໃນທາງທີ່ “ສ້າງສັນ,” ຫຼັງຈາກ ຈີນ ໄດ້ກ່າວຫາ ສະຫະລັດ ວ່າ ໃຊ້ “ມາດຕະການພາສີ” ທີ່ອາດຈະເຮັດໃຫ້ລະບົບການຄ້າທົ່ວໂລກ ມີຄວາມຜັນຜວນເພີ້ມຂຶ້ນ.

ຈີນ ​ໄດ້​ປະນາມ​ການ​ຂຶ້ນ​ພາ​ສີ​ທີ່​ໄດ້​ເລີ້ມຂຶ້ນ ຫຼື​ ໄດ້ຮັບການຂົ່ມຂູ່​ໂດຍ​ປະທານາທິບໍດີ​ສະຫະລັດ ທ່ານ ​ດໍ​ໂນ​ລ ທຣຳ, ຢູ່ທີ່​ກອງ​ປະຊຸມ​ອົງການ​ການ​ຄ້າ​ໂລກ​ ໃນ​ວັນ​ອັງຄານ​ແລ້ວ​ນີ້, ໂດຍ ວໍ​ຊິງ​ຕັນ ​ປະ​ຕິ​ເສດຕໍ່ຄຳ​ເຫັນ​ຂອງ​ ຈີນ ​ວ່າ ​ເປັນ​ການສະແດງໜ້າດີຫຼັງຫຼອກ.

ທ່ານ ທຣໍາ ໄດ້ປະກາດການກໍານົດອັດຕາພາສີຂຶ້ນ 10 ເປີເຊັນ ຕໍ່ການນໍາເຂົ້າສິນຄ້າທັງໝົດຈາກ ຈີນ, ສົ່ງຜົນເຮັດໃຫ້ປັກກິ່ງຕອບໂຕ້ດ້ວຍອັດຕາພາສີຕໍ່ສິນຄ້າສະຫະລັດ ແລະຍື່ນຄໍາຟ້ອງຕໍ່ ວໍຊິງຕັນ ກັບອົງການ WTO, ເຊິ່ງອາດເປັນການທົດສອບເບື້ອງຕົ້ນສໍາລັບຈຸດຢືນຂອງ ທ່ານ ທຣໍາ ຕໍ່ສະຖາບັນດັ່ງກ່າວນີ້.

ໂຄສົກຂອງອົງການ WTO, ທ່ານ ອິສມາຍລາ ດຽງ (Ismaila Dieng) ກ່າວໃນລະຫວ່າງຖະແຫຼງຂ່າວຢູ່ນະຄອນ ເຈເນວາ ໃນວັນພຸດວານນີ້ ວ່າ ປະເທດສ່ວນໃຫຍ່ໃນ 6 ປະເທດ ທີ່ເຂົ້າຮ່ວມການເຈລະຈາກ່ຽວກັບຄວາມວຸ້ນວາຍທາງການຄ້າທີ່ ຈີນ ເປັນຜູ້ກໍານົດວາລະນັ້ນ ໄດ້ສ້າງຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ, ແຕ່ກໍໄດ້ຮຽກຮ້ອງໃຫ້ມີຄວາມອົດທົນເຊັ່ນດຽວກັນ.

ສະຫະລັດ, ນິກາຣາກົວ, ນາມມີເບຍ, ມາ​ເລ​ເຊຍ, ຕຣີນີແດັດ ​ແລະໂຕບາໂກ ພ້ອມທັງ ຣັດ​ເຊຍ ກໍ​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາໃນຄັ້ງນີ້, ​ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຈລະຈາ​ທາງດ້ານ​ການ​ຄ້າ​ທີ່​ກວ້າງຂວາງ.

ທ່ານ ດຽງ ກ່າວ​ຕື່ມ​ວ່າ ສຽງສ່ວນຫຼາຍ “​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍຶດໝັ້ນ​ຫຼັກການ ​ແລະຄຸນ​ຄ່າ​ຂອງອົງການ WTO, ໂດຍຮຽກຮ້ອງ​ໃຫ້​ມີ​ການດໍາເນີນງານເພື່ອ​ຮັກສາ​ສະຖຽນ​ລະ​ພາບ ​ແລະປະສິດທິ​ຜົນ​ຂອງ​ລະບົບ​ການ​ຄ້າ​ໂລກ.”

ສອງແຫຼ່ງຂ່າວດ້ານການຄ້າຢູ່ໃນກອງປະຊຸມ ບອກອົງການຂ່າວ ຣອຍເຕີສ ວ່າ ບາງປະເທດ ສະແດງຄວາມກັງວົນຢ່າງເລິກເຊິ່ງກ່ຽວກັບອັດຕາພາສີ, ໃນຂະນະທີ່ປະເທດອື່ນ ໄດ້ວິຈານ ຈີນ ວ່າ ທຳການບິດເບືອນຕະຫຼາດ.

ນັບເປັນ​ຄັ້ງ​ທໍາ​ອິດ​ທີ່​ຄວາມ​ຂັດ​ແຍ້ງ​ທາງດ້ານ​ການ​ຄ້າມີຄວາມຮຸນແຮງ​ຂຶ້ນ ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເປັນ​ທາງ​ການ​ ໃນ​ວາ​ລະ​ຂອງການ​ຕັດ​ສິນຂັ້ນສູງຂອງອົງການ ຊິ້ງຊອມ ຫຼື watchdog​, ເຊິ່ງເປັນສະ​ພາສູງສຸດ (General Council)​.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG