ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ຫລາຍໝື່ນຄົນ ຮ່ວມວາງພວງມະລາ ທີ່ສຸສານແຫ່ງຊາດ


ພິທີວາງພວງມະລາ ທີ່ສຸສານແຫ່ງຊາດ ໃນລະດູການສະຫລອງ ບຸນຄຣິສມາສ ຂອງປີ 2012.
ພິທີວາງພວງມະລາ ທີ່ສຸສານແຫ່ງຊາດ ໃນລະດູການສະຫລອງ ບຸນຄຣິສມາສ ຂອງປີ 2012.

ປະເພນີອັນຈົບງາມອັນນຶ່ງຂອງຊາວອາເມຣິກັນທີ່ມີມາໄດ້ 15 ປີແລ້ວນັ້ນ ກໍຄື ການວາງພວງມາລາ ຫຼືພວງຫລີດ ຢູ່ໃນຜີປ່າຊ້າຫຼືສຸສານແຫ່ງຊາດອາລິງຕັນໃນເດືອນທັນວາ. ສຳລັບປີນີ້ ປະເພນີດັ່ງກ່າວໄດ້ຕົກຖືກວັນເສົາ ທີ 15 ກາງເດືອນພໍດີ ເປັນມື້ທີ່ອາກາດດີ ບໍ່ໜາວປານໃດ ຈຶ່ງພາໃຫ້ໄດ້ເຫັນຜູ້ຄົນອັ່ງອໍໜາແໜ້ນ ພໍເວົ້າໄດ້ວ່າເກືອບເຖິງ 2 ໝື່ນຄົນ ອັນອາດມີລວມທັງພວກນັກທ່ອງທ່ຽວຊາວຕ່າງດ້າວທີ່ບັງເອີນມາພົບພໍ້ເຫດການດັ່ງກ່າວກໍມີ.ໃນບັນດາ ຜູ້ອາສາສະມັກປະກອບສ່ວນວາງພວງມາລານີ້ ກໍມີຂ້າພະເຈົ້າເອງຜູ້ນຶ່ງພ້ອມພັນລະຍາ ຈຶ່ງຢາກນຳເອົາເລື້ອງລາວ ດັ່ງກ່າວມາເລົ່າສູ່ຟັງ ດັ່ງກິ່ງສະຫວັນຈະສະເໜີລາຍລະອຽດຕໍ່.

ເປັນເວລາ 15 ປີ ທີ່ຜ່ານມາ ​ໃນ​ວາ​ຣະ​ບຸນ​ເທດ​ສະ​ການ​ຄ​ຣິ​ສ
​ມາສ ບໍລິສັດຄ້າພວງມາລາ ມີຊື່ວ່າ Worcester Wreath
Company ຈາກເມືອງ Harrington ທີ່ລັດ Maine ໄດ້ເປັນ
​ຜູ້ນຳພາເອົາພວງມາລາມາວາງໃສ່ ຫົວຫີນບ່ອນຝັງສົບ ຂອງ
ບັນດາບັນພະບູບຸດ ແລະນັກລົບຜູ້ກ້າຫານ ທີ່ສຸສານແຫ່ງຊາດ
ຫລື National Cemetery ທີ່ເມືອງ Arlington ພາກເໜືອສຸດ
ຂອງລັດ Virginia ຕິດກັບ ນະຄອນຫລວງ ວໍຊິງຕັນ ດີ.ຊີ.

ສຸສານແຫ່ງຊາດ ດັ່ງກ່າວນີ້ຕັ້ງຢູ່ເນີນສູງ ຫລຽວລົງມາເຫັນທິວ
ທັດ ນະຄອນຫລວງວໍຊິງຕັນ ຢ່າງສະຫວາດສະເຫວີຍສະອາດ
ຕາ ເປັນເນື້ອທີ່ອັນສັກສິດ ແລະສະຫງົບດີ. ນອກຈາກນັ້ນແລ້ວ
ສະ​ຖານ​ທີ່​ແຫ່ງ​ນີ້ ຍັງເປັນຈຸດດືງດູດ​ບັນດານັກ​ທ່ອງທ່ຽວ ​ທີ່ມາ
ຢ້ຽມມາຊົມ ຂຸ​ມຝັງ​ສົບ​ຂອງ​ບັນ​ພະ​ບຸ​ລຸດ​ຜູ້​ສຳ​ຄັນຕ່າງໆຂອງປະ
​ເທດ ຮວມ​ທັງ​ຂຸມຝັງ​ສົບຂອງມື້​ລາງ ປະ​ທາ​ນາ​ທິ​ບໍ​ດີ John F. Kennedy ​ແລະພັນລະຍາ ​ອະດີດສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Jaqueline Onassis ທີ່ໄດ້ແຕ່ງງານໃໝ່ ກ່ອນເສຍ
ຊີວິດ. ຢູ່​ສະ​ຖານ​ທີ່​ຝັງ​ສົບແຫ່ງນີ້​ ຈະ​ມີແປວ​ໄຟ​ລຸກຈາກ​ພື້ນ​ດີນ​ຂື້ນ​ມາ ຢູ່​ຕະ​ຫລອດ​ເວ​ລາ. ​

ຈຸດທີ່​ໜ້າ​ສົນ​ໃຈ​ອີກ​ແຫ່ງ​ນື່ງກໍ​ຄື ຂຸມ​ຝັງ​ສົບ​ຂອງ​ທະ​ຫານ ທີ່ເອີ້ນວ່າ Unknown Soldiers
ຫລື ຂຸມ​ຝັງ​ສົບ​ທະ​ຫານນິລະ​ນາມ. ຢູ່​ບ່ອນ​ນີ້ ມີ​ພິທີປ່ຽນເວນ​ຍາມ​ຂອງທະ​ຫານ​ກຽດ​ຕິ​ຍົດ
ໜ່ວຍ Marine ​ເດີນ​ຢ່າງ​ໄປ​ມາ ແບກ​ປືນ​ຮັ​ກສາ​ຢູ່​ ຕະ​ຫລອດ 24 ຊົ່ວໂມງ.

ຢູ່​ໃນ​ຊົ້ງ​ນຶ່ງອີກ​ຂອງ​ສຸ​ສານ​ແຫ່ງ​ຊາດ​ນີ້ ມີຫົວຫີນຕັ້ງ​ສະ​ຫລັກຈາລຶກເຖິງ ບັນດາອະ​ດີດນັກ
ລົບ ຂອງພະຣາຊາອານາຈັກລາວ ໃນສະໃໝສົງຄາມລັບ ແລະ ສົງຄາມອິນດູຈີນ (1962-1975) ນັບຕັ້ງແຕ່ສຸສານແຫ່ງຊາດ ໄດ້ສະຖາປະນາຂື້ນມາໃນປີ 1802 ປະ​ເທດ​ຊາດ​ໄດ້ ພົວ​ພັນຜ່ານກັບສົງຄາມຕ່າງໆ ໃນປະຫວັດສາດຂອງ ສະຫະລັດ ອາ​ເມ​ຣິ​ກາ.

ຕົກມາຈົນເຖິງ ປັດຈຸບັນນີ້ ມີທະຫານສະ​ຫະ​ລັດ ທີ່ໄດ້ຮັບກຽດນຳເອົາສົບ ມາຝັງໄວ້ກວ່າ 400.000 ຄົນແລ້ວ.

ເພາະສະນັ້ນ​ ໃນລະດູການສະຫລອງບູນຄຣິສມາສ ແຕ່ລະປີ ບໍລິສັດ Worchester Wealth ຈຶ່ງໄດ້​ບໍ​ລິ​ຈາກ​ພວງ​ມະ​ລາ ຫລື​ພ​ວງ​ຫຣີດ ​ທີ່​ເຮັດ​ດ້ວຍ​ໃບ​ຂອງ​ຕົ້ນ​ແປກ ມັດ​ເປັນ​ພວງ​ກົມ ແລະ​ມີ​ໂບ​ສີ​ແດງ ຈຳນວນ 75.000 ພັນອັນ ເພື່ອນຳມາຕັ້ງໃສ່ຫົວຫີນຝັງສົບ
ແຫ່ງ​ນີ້ ໂດຍການປະ​ສານ​ງານ​ຈາກ ບັນດານັກອາສາສະມັກເປັນ​ຜູ້​ມາ​ຊ່ວຍວ​າງ ຊຶ່ງ​ປີ​ນີ້​

Cemetery
Cemetery

ພິທີ່ວາງພວງມາລາດັ່ງກ່າວ ​ໄດ້ຈັດຂື້ນໃນ​ວັນເສົາທີ 15 ທັນ​ວາ ​ ກ່ອນໜ້າບຸນ​ເທດ​ສະ​ການ​ຄ​ຣິ​ສ​ມາສ. ​ສຳ​ລັບ​ປີ​ນີ້ ພິ​ທີ່ໄດ້​ເລີ້​ມ​ຂື້ນ​ໃນເວ​ລາ 9:00 ​ໂມງ​ຕອ​ນ​ເຊົ້າ ທ້າມ​ກາງ​ບັນ​ຍາ​ກາດ​ເຢັນ​ສ​ະ​ບາຍ ແລະ​ສົດ​ໃສ ທີ່​ປາ​ດສະ​ຈາກ​ຫິ​ມະ​ຕົກ. ພິ​ທີໄດ້​ເລີ້ມ​ຂື້ນ​ໂດຍ​ການ​ຮ້ອງ​ເພງ​ຊາດອາ​ເມ​ຣິ​ກາ ຢູ່​ເທິງ​ເວ​ທີໂຮງ​ມະ​ຫໍ​ລະ​ສົບ​ກາງ​ແຈ້ງອັນ​ກວ້າງ​ໃຫ​ຍ່ ທີ່​ອັ່ງ​ອໍ​ໄປ​ດ້ວຍ​ຫລາຍ​ພັນ​ຄົນ. ຫລັງ​ຈາກ​ນັ້ນ ໂຄ​ສົກ​ກໍໄດ້​ປະ​ກາດ​ໃຫ້​ຄຳ​ແນະ​ນຳ​ພຽງ​ຫ​ຍໍ້ໆ ແລ້ວ​ບັນ​ດາ​ຝູງ​ຊົນ​ກໍ​ໄດ້​ພາ​ກັນ​ເດີນ​ໄປ​ຫາ​ລົດ​ບັນ​ທຸກ​ພວງຫລີດ ທີ່​ຈອດ​ລຽນ​ກັນຫລາຍ​ຄັນ ລໍ​ຄອຍ​ບໍລິ​ຈາກ​ພວງ​ຫລີດໃຫ້​ແກ່​ອາ​ສາ​ສະ​ມັກ​ທີ່​ພາ​ກັນ​ຢືນ​ລຽນ​ແຖວ​ກັນ​ຢູ່​ນັ້ນ. ​ສິ່ງ​ສຳ​ຄັນ​ທີ່​ບັນ​ດາ​ອາ​ສາ​ສະ​ມັກ​ຕ້ອງ​ຊາບ​ລ່ວງ​ໜ້າ​ກໍ​ຄື ຫ້າມ​ບໍ່​ໃຫ້​ນຳ​ເອົາ​ພວງ​ຫລີດ​ໄປ​ໃສ່​ໄວ້​ຫົວ​ຫີນ​ທີ່​ເປັນ​ຮູບ​ກາ​ດາວ ​ຂອງ​ພວກ​ທີ່​ນັບ​ຖື​ສາ​ສ​ະ
ໜາ​ຢີວ.

ຮ່ວມ​ຢູ່​ໃນ​ພິ​ທີ່​ດັ່ງ​ກ່າວ​ກໍ​ມີ ທ່ານ​ສາ​ລີ ຈິດ​ຕະ​ວໍ​ລະ​ວົ​ງ ໂຄ​ສົກ​ວິ​ທະ​ຍຸ ວີ​ໂອ​ເອ ພ້ອ​ມດ້ວຍ​ພັນ​ລະ​ຍາ ທ່ານ​ນາງ ຈັນ​ສະ​ຫວ່າງ ຕິດ​ຕາມ​ດ້​ວຍ​ບັນ​ດາ​ເພື່ອນ​ຮ່ວມ​ງານ. ທ່ານ​ສາ​ລີ ໄດ້ເວົ້າສູ່ ວີ​ໂອ​ເອ ຟັງວ່າ :
please wait

No media source currently available

0:00 0:05:31 0:00
ລິງໂດຍກົງ


ທ່ານ​ນາງ ຈັນ​ສະຫວ່າງ ພັນ​ລະ​ຍາ ຂອງ ທ່ານ​ ສາ​ລີ ​ແມ່ນ​ສະ​ຕີ ລາວ-ອາ​ເມຣິກັນ ຄົນ​ນຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ຢູ່​ໃນ​ພິທີ ຊຶ່ງ​ທ່ານ​ນາງ ກໍ​ໄດ້​ກ່າວ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ສູ່ວີ​ໂອ​ເອຟັງ ວ່າ:
Mrs. Chansavang
Mrs. Chansavang


please wait

No media source currently available

0:00 0:01:29 0:00
ລິງໂດຍກົງ


ບັນດາພວງ​ມະລາອັນ​ງົດ​ງາມ ​ໄດ້​ຖືກ​ວາງໃຫ້ເປັນ​ລະບຽບຮຽບ
ຮ້ອຍ ເປັນ​ເວລາ 12 ວັນ ເບິ່ງ​ແລ້ວ​ງາມ​ຕາ ​ຢູ່​ໃນ​ໂລກແຫ່ງ​ຄວາມ​ສະຫງົບ. ​ໃນ​ວັນ​ທີ 26 ທັນວາ ຫລັງ​ຈາກ​ບຸນຄຣິສມາສ ​ເປັນ​ມື້​ທີ່​ບັນດາອາສາ​ສະມັກ ພາກັນ​ກັບ​ໄປອີກ​ຄັ້ງ​ນຶ່ງ​ ເພື່ອ​ຊ່ວຍມ້ຽນ​ມັດ ​ໃຫ້​ສຸສານ​ອັນ​ສັກສິດ​ແຫ່ງ​ນີ້ ກັບ​ຄືນ​ສູ່​ສະພາບ​ເດີມ ແລະສະອາດ​ຕາ.

ອີກຄົນນຶ່ງກໍ​ຄື ທ່ານ Timothy W Prange ຊຶ່ງ​ເປັນ​ຜຸ້ນໍາພາ​ຄະນະອາສາ​ສະມັກ ມາ​ເປັນ​ເວລາ​ຫລາຍ​ປີ ທ່ານ ​ວ່າ :

please wait

No media source currently available

0:00 0:00:19 0:00
ລິງໂດຍກົງ

Timothy Act:

ປີ​ນີ້​ປາກົດ​ວ່າ​ມີ​ຄົນ​ຫລາຍ​ກ່ອນ​ປີ​ກາຍ​ນີ້ ​ແລະ​ມີ​ການຈັດ​ຕັ້ງ​ດີ​ກ່ອນ. ປີນີ້ ​ເຂົາ​ເຈົ້າ​ມີ​ພວງມາລາ 20,000 ອັນ​ຫລາຍ​ກ່ອນ​ປີ​ກາຍ​ນີ້ ​ເພາະສະ​ນັ້ນ ຈຶ່ງ​ເປັນ​ທີ່​ຕຶ່ນ​ເຕັ້ນທີ່​ເຫັນ ​ໂຄງການ​ແຜ່​ຂະຫຍາຍອອກ​ໄປ.
XS
SM
MD
LG