ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ມະຫາອຳນາດ ຂອງໂລກ ຕົກລົງ ຮັບເອົາແຜນ ສປຊ​ ກ່ຽວກັບ ຊີເຣຍ


ທູດພິເສດ ສປຊ ຮັບຜິດຊອບເລື້ອງຊີເຣຍ ທ່ານ Staffan de Mistura (ຊ້າຍ) ກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໃນລະຫວ່າງ ການຖະແຫຼງຂ່າວ ທີ່ນະຄອນວຽນນາ. (30 ຕຸລາ 2015)

ມະຫາ​ອຳນາດ​ຂອງ​ໂລກ ​ທີ່ເຂົ້າຮ່ວມ​ໃນ​ການ​ເຈລະຈາ ກ່ຽວ​ກັບ​
ອະນາຄົດ​ທາງ​ດ້ານການ​ເມືອງ​ຂອງ​ຊີ​ເຣຍໄດ້​ຕົກລົງຮັບ​ເອົາ​ຂັ້ນ
ຕອນ​ພາຍ​ໃຕ້​ການ​ນຳພາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ຈະ
​ພົວພັນ​ກັບ​ການ​ເຈລະຈາ​ລະຫວ່າງ​ລັດຖະບານຊີ​ເຣຍແລະ​ພວກ​
ຕໍ່ຕ້ານ ແລະ​ການ​ສຳ​ຫຼວດຊອກ​ຫາ​ຊ່ອງ​ທາງ​ ເພື່ອ​ໃຫ້​ມີ​ການຢຸດ​
ຍິງ ທີ່​ຍັງ​ຈະ​ອະນຸຍາດ​ໃຫ້​ມີ​ການ​ໂຈມ​ຕີ ​ຕໍ່​ກຸ່ມ​ກໍ່​ກາ​ນຮ້າຍ​ຕ່າງໆ.

​ແຜນການ​ເຫຼົ່ານີ້​ ແມ່ນ​ໄດ້​ມີການ​ແຈ້ງ​ໃຫ້​ຊາບ ​ຢູ່​ໃນ​ກອງ​ປະ​ຊຸມ
​ຖະ​ແຫຼງຂ່າວ​ໃນ​ມື້ວັນ​ສຸກ​ວານ​ນີ້ຊຶ່ງ​ຈັດ​ຂຶ້ນ​ໂດຍ​ລັດຖະມົນຕີຕ່າງ
ປະ​ເທດ​ສະຫະລັດ ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ
​ຣັດ​ເຊຍ ທ່ານ Sergei Lavrov ​ແລະ​ທູດ​ພິ​ເສດ​ຂອງ​ອົງການ​ສະ
ຫະ​ປະຊາ​ຊາດ ທ່ານ Staffan De Mistura​.

ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ດັ່ງກ່າວນີ້ ມີ​ຂຶ້ນລຸນ​ຫລັງ​ການ​ປະຊຸມ​ກັນ ເ​ປັນ​ເວລາ 7 ຊົ່ວ​ໂມງ​
ກ່ຽວ​ກັບຊີ​ເຣຍ​ ຊຶ່ງ​ມີ​ພວກ​ນັກ​ການ​ທູດ​ຈາກ 17 ປະ​ເທດ​ ບວກ​ອົງການສະຫະ​ປະຊາ​ຊາດ
​ແລະ​ສະຫະພາບ​ຢູ​ໂຣບ​ເຂົ້າຮ່ວມ​ນຳ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ທາງ​ກອງ​ປະຊຸມ​ໄດ້​ຕົກລົງ​ກັນທີ່​
ຈະ​ພົບ​ກັນ​ອີກ ​ພາຍໃນ​ສອງ​ອາທິດ​ຂ້າງ​ໜ້າ.

ທ່ານ Kerry ກ່າວ​ວ່າ ການ​ເ​ຈລະ​ຈາ​ຂອງ​ພວກ​ນັກການ​ທູດ ​ທີ່​ນະຄອນ​ວຽນ​ນາ ​ແມ່ນ​ເປັນ​
ບາດກ້າວ​ສະໜັບສະໜຸນ ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍ​າມ ທາງ​ທະຫານຂອງ​ສະຫະລັດ
ທີ່ເພີ້ມທະວີຂຶ້ນ​ໃນ​ຊີ​ເຣຍ.​ ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະລັດ ໄດ້​ປະກາດ​ ໃນ​ວັນ
​ສຸກ​ວານ​ນີ້ວ່າ​ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ອະນຸມັດ​ໃຫ້​ສົ່ງ​ທະຫານ​ຈຸ​ນ້ອຍໆ​ຈຸ​ນຶ່ງ
​ໄປ​ຍັງ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ.

ທ່ານ Kerry ​ເວົ້າວ່າ ພວກ​ເຮົາ​ໄດ້​ນຳ​ໃຊ້ກົນລະຍຸດ​ແບບ​ສອງ​ແງ່ ຄື​ພວກ​ເຮົາໄດ້​ເພີ້ມທະ
ວີ​ການ​ໂຈມ​ຕີ​ຕໍ່​ກຸ່ມ​ລັດ​ອິສລາມ ​ແລະ​ເພີ້ມການ​ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ​ການ​
ທູດ ​ເພື່ອ​ຍຸດຕິ​ບັນຫາ​ຂັດ​ແຍ້​ງນີ້.

ທ່ານ Kerry ກ່າວ​ວ່າ ສະຫະລັດ​ເຊື່ອ​ວ່າ ທັງ​ສອງ​ບາດ​ກ້າວ​ນີ້​ ຕ່າງ​ກໍ​ໃຫ້ການ​ສະໜັບສະ
ໜຸນ​ຊຶ່ງ​ກັນ​ແລະ​ກັນ ​ແຕ່​ໃນ​ຂະນະ​ດຽວ​ກັນທ່ານ​ກໍເວົ້າວ່າ ​ເວລາ​ໃນການ​ປະກາດ​ຂອງ​ລັດ
ຖະບານ​ທ່ານ​ໂອ​ບາ​ມາແລະ​ການ​ເຈລະຈາ​ທີ່​ນະຄອນ​ວຽນນານີ້​ແມ່ນ​ບັງ​ເອີນ​ມີຂຶ້ນພ້ອມໆ
​ກັນ.

ພ້ອມ​ນີ້ ທ່ານ Lavrov ​ກໍ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ກ້າວໜ້າ​ຂອງ​ກອງ​ປະຊຸມ​ແຕ່​ກໍ​ເວົ້າວ່າ​ ຍັງ​
ບໍ່​ທັນ​ມີ​ການ​ຕົກລົງ​ຫຍັງ​ເທື່ອ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ປະທານາທິບໍດີ Bashar al-Assad.

Will Iran, Russia Participation in Syria Talks Help or Hurt Process?
please wait

No media source currently available

0:00 0:01:49 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG