ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນໍາໂລກ ໄວ້ອາໄລ ໃຫ້ມື້ລາງ ອະດີດ ປ.ອາຟຣິກາໃຕ້ ທ່ານ Nelson Mandela (ສະໄລດ໌/ວີດີໂອ)


The World Mourns President Mandela
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
ບັນດາ​ຜູ້​ນໍາ​ຂອງ​ໂລກ ​ທັງໃນ​ອະດີດ ​ແລະ​ປັດຈຸ​ບັນ ພາກັນ​ລະ
ນຶກ​ເຖິງ ຜູ້​ນໍາໃນ​ການ​ຕໍ່ຕ້ານ​ ລັດທິ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນ
​ແລະ​ອ​ະດີດ​ ປະທານາທິບໍດີ ອາ​ຟຣິກາ​ໃຕ້ ທ່ານ Nelson
Mandela.

ຢູ່​ທີ່​ທໍານຽບຂາວ ປະ​ທາ​ນາ​ທິບໍດີ Barack Obama ໄດ້​ກ່າວ
​ຢ່າງ​ເຄັ່ງຂຶມແລະ ​ຮ້ອງທ່ານ Mandela ວ່າ ເປັນ​ບຸກຄົນທີ່​ມີ​
ອິດ​ທິພົນ ກ້າຫານ ​ແລະ​ເປັນ​ມະນຸດ​ທີ່ມີຄວາມ​ດີ​ຢ່າງ​ເ​ລິກ​ເຊິ່ງ.
ທ່ານ Obama ​ໄດ້​ສະທ້ອນ​ໃຫ້​ເຫັນ ​ກ່ຽວ​ກັບ​ວ່າປະ ທານາທິ
ບໍດີ Mandela ​ດົນໃຈ​ທ່ານ​ແບບ​ໃດ ​ແລະ​ກ່າວ​ວ່າ ອາ​ຟຣິກາ​
ໃຕ້ ທີີ່​ເສ ລີ ແລະ​ມີ​ສັນຕິພາບ ຄື​ມູນ​ເຊື້ອອັນ​ຍິ່ງ​ໃຫຍ່​ຂອງ
ທ່ານ Mandela.

​ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “ຂ້າພະ​ເຈົ້າ ແມ່ນ​ຜູ້​ນຶ່ງຂອງ
​ຫລາຍ​ໆ​ລ້ານ​ຄົນ ຜູ້​ທີ່​ໄດ້​ຮັບ​ແຮງກະ​ຕຸ້ນດົນ​ໃຈ ຈາກ​ຊີວິດ​ຂອງ
ທ່ານ Mandela. ບາດ​ກ້າວການ​ເມືອງອັນທໍາ​ອິດຂອງ​ຂ້າພະ​ເຈົ້າ
ສິ່ງ​ທໍາ​ອິດ​ທີ່​ຂ້າ​ພະ​ເຈົ້າ​ພົວພັນ​ກັບ​ບັນຫາ ຫລື​ນະ​ໂຍບາຍ ຫລື
​ການ​ເມືອງ ​ແມ່ນ​ການ​ປະ​ທ້ວງ​ຕໍ່ຕ້ານລະບົບ​ແບ່ງ​ແຍກ​ເຊື້ອ​ຊາດ​
ຜິ​ວພັນ. ຂ້າພະ​ເຈົ້າຈະ​ສຶກສາ​ເບິ່ງຄໍາ​ເວົ້າ​ແລະ​ບົດ​ຂຽນ​ຂອງ​ທ່ານ. ມື້​ທີ່ທ່ານ ​ໄດ້​ຖືກປ່ອຍໂຕ
​ອອກ​ຈາກ​ຄຸກ​ ​ໄດ້​ໃຫ້​ຄວາມ​ສໍານຶກ​ແກ່​ຂ້າພະ​ເຈົ້າ​ວ່າ ​ແມ່ນ​ຫຍັງ​ທີ່ມະນຸດສາມາດ​ກະທຳໄດ້
​ເວລາ​ເຂົາ​ເຈົ້າ​ຖືກ​ນໍາພາ​ໂດຍ​ຄວາມ​ຫວັງ​ຂອງ​ເຂົາ​ເຈົາ ​ແລະ​ບໍ່​ແມ່ນໂດຍຄວາມ​ຢ້ານ​ກົວ
​ຂອງເຂົາ​ເຈົ້າ.” ທ່ານ Obama ກ່າວ​ວ່າ ທຸງຊາດ ທີ່​ທໍານຽບຂາວ ​ແລະຕາມ​ຕຶກ​ໂຮງ ການ
​ຕ່າງໆຂອງ​ລັດຖະບານ ​ຈະ​ຖືກ​ຊັກ​ຂຶ້ນ​ເຄິ່ງ​ເສົາ ຈົນ​ຮອດວັນ​ຈັນ ອັນ​ເປັນ​ການສະ​ແດງ​ອອກ
ທີ່​ບໍ່ເຄີຍມີ​ມາກ່ອນ​ ສຳລັ​ບ​ຜູ້​ນໍາ​ຕ່າງປະ​ເທດ.

ທ່ານ F.W de Klerk ຜູ້​ນໍາ​ຄົນ​ສຸດ​ທ້າຍຂອງ​ລັດທິ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນອາ​ຟຣິກາ​ໃຕ້
ກ່າວ​ວ່າ ມໍລະດົກ​ອັນ​ຍິ່ງ​ໃຫຍ່​ຂອງທ່ານ Mandela ກໍ​ຄື​ການເນັ້ນ​ໜັກເຖິງ​ຄວາມ​ປອງ​ດອງ​
ຊາດ. ທ່ານ De Klerk ​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ຮ່ວມ​ກັບ ທ່ານ Mandela
ຜູ້​ທີ່​ທ່ານໄດ້ປ່ອຍໂຕ​ອອກ​ຈາກ​ຄຸກ​ ໃນ​ປີ 1990​. ທ່ານ​ກ່າວ​ວ່າ ຄວາມສໍາ ພັນ​ຂອງ​ພວກ​ທ່ານ
​ກໍ​ມັກ​ມີ “​ບັນຫາຢູ່​ເລື້ອຍໆ” ​ແຕ່​ວ່າ ພວກ​ທ່ານ​ສາມາດ “ຕົກລົງ​ກັນ​ໄດ້ ​ໃນ​ເວລາ​ທີ່ມີ​ຄວາມ​ຫລໍ່
​ແຫຼມສຳຄັນ.”



ພະ​ສັງຄະຣາດອາ​ຟຣິກາ​ໃຕ້​ ແລະ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດທິ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນ
Desmond Tutu ຮ້ອງ​ເພຶ່ອນມິດຂອງ​ທ່ານ​ວ່າ ເປັນ “​ເພັດພອຍ​ທີ່​ລໍ້າຄ່າ” ຜູ້​ທີ່​ໂພ່​ໂຕ​ອອກ​ມາ​
ຈາກຄຸກ​ແບບ​ທີ່ “​ບໍ່​ມີ​ຈຸດ​ບົກ​ຜ່ອງຫຍັງ​ໝົດ.” ພະ​ສັງຄະຣາດ Tutu ກ່າວ​ວ່າ ​ແທນ​ທີ່​ຈະ “ຮຽກ
ຮ້ອງກ່ຽວ​ກັບ​ຄວາ​ມທຸກທໍລະມານຂອງ​ທ່ານ ​ແຕ່ທ່ານ​ໄດ້ປະກາດ​ກ່ຽວ​ກັບຄຳຮຽກຮ້ອງ ໃນ
​ການ​ໃຫ້​ອ​ະ​ໄພ​ຍະ​ໂທດ ແລະການ​ສ້າງ​ຄວາມ​ປອງ ດອງ​ຊາດ.”

ອະດີດ ​ເລຂາ​ທິການໃຫຍ່ ອົງການ ສະຫະ​ປະຊາ​ຊາດ ທ່ານ Kofi Anan ຊຶ່ງພ້ອມ​ດ້ວຍ ພະ​
ສັຄະຣາດ Tutu ​ແລະ​ທ່ານ Mandelaໄດ້ຕັ້ງ​ກຸ່ມລັດຖະບຸລຸດ ທີ່ຮູ້​ກັນໃນ​ນາມ ພວກອະ​ວຸ​ໂສ
ນັ້ນ ​ກ່າວ​ວ່າ ອາຟຣິກາ​ໃຕ້ ​ໂຊກ​ດີທີ່ມີ​ຜູ້​ນໍາ​ຄົນ​ນຶ່ງທີ່​ໄດ້​ຮັບ​ແຮງ​ດົນໃຈ​ໃນ​ການໃຫ້ ອະ​ໄພ​ຍະ
​ໂທດເພື່ອ​ໃຫ້​ປະ​ເທດ “ບໍ່​ໄດ້​ເກີດ​ຄວາມ​ໂກ​ລາ​ຫົນ​ວຸ້ນວາຍ.”

ໝູ່ເພື່ອນທີ່​ໄດ້​ຮັບ​ລາງວັນໂນແບ​ລຂະ​ແໜງ​ສັນ​ຕິພາບຄົນນຶ່ງ ທ່ານ​ນາງ Aung San Suu
Kyi ​ໄດ້ກ່າວ​ສັນລະ​ເສີນ ທ່ານ Mandela ວ່າ “​ເປັນ​ບຸກຄົນ​ຜູ້​ຍິ່ງ​ໃຫຍ່ ທີ່​ໄດ້​ຍົກ​ມາດຕະຖານ
ຄວາມເປັນ​ມະນຸດ​ໃຫ້​ສູງ​ຂຶ້ນ.”

ທ່ານ​ນາງ​ເວົ້າວ່າ “ທ່ານ​ເຮັດ​ໃຫ້​ພວກ​ເຮົາທັງ​ໝົດ​ເຂົ້າ​ໃຈ​ວ່າ ບໍ່​ມີ​ໃຜ​ຕ້ອງ​ໄດ້​ຮັບ​ການ​ລົງ​
ໂທດຍ້ອນສີ​ຂອງ​ຜີ​ວພັນ ​ອັນ​ທີ່​ມີ​ມາ​ແຕ່​ເກີດ. ທ່ານ ຍັງ​ເຮັດ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ວ່າພວກ​ເຮົາ​
ສາມາດປ່ຽນແປງ​ໂລກ​ໄດ້. ພວກ​ເຮົາ​ສາມາດ​ປ່ຽນ​ແປງໂລກ​ໄດ້ ​ໂດຍ​ການ​ປ່ຽນ​ແປງ​ນິ​ໄສ
​ໂດຍ​ການ​ປ່ຽນ​ແນວ​ຄິດ.”

ອົງ​ດາ​ໄລ ລາມະ ຊຶ່ງ​ເປັນ​ອີກ​ຄົນ​ນຶ່ງທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ ສັນຕິ​ບພາບກ່າວ​ວ່າ
ພະ​ອົງ​ ຈະຊົງ “ຄິດ​ຮອດ​ເພື່ອນ​ທີ່​ດີ​ຂອງ​ພະອົງ” ທີ່​ພະ​ອົງ​ມີ​ຄວາມ​ຫວັງ​ຈະ​ພົບ​ກັນອີກ. ອົງ​ດາ
​ໄລລາ​ມະກ່າວວ່າ ​ເຖິງ​ແມ່ນ​ວ່າ ຮ່າງກາຍ​ຂອງ​ທ່ານໄດ້​ຈາກ​ໄປ​ແລ້ວ ​ແຕ່ “ວິນ​ຍານ​ຂອງ​ທ່ານ
ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ” ໃນ​ຂະນະ​ດຽວ​ກັນ ​ເລຂາ​ທິການ​ໃຫຍ່ ອົງການ ສະຫະ​ປະຊາ​ຊາດ
ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ ​ໃຫ້ຜູ້​ຄົນ​ຈົ່ງ​ໄດ້​ຮັບ​ແຮງ​ດົນ ໃຈ ​ຈາກທ່ານ Mandela ​ເພື່ອ​ສືບ​ຕໍ່ດໍາ​ເນີນວຽກ​ງານ​ເຮັດໃຫ້ໂລກ​ຂອງ​ເຮົາດີ​ຂື້ນ ​ແລະມີ​ຄວາມ​ຍຸຕິ​ທຳ​ຫຼາຍຂຶ້ນ.

XS
SM
MD
LG