ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນຳຂອງໂລກ ສະແດງຄວາມຍິນດີຕໍ່ ທ. ໄບເດັນ ແລະຊົມເຊີຍ ນະໂຍບາຍສ່ວນຮວມຂອງທ່ານ


ຫົວຂໍ້ຂ່າວໃນໜ້າປົກໜັງສືພິມຂອງອັງກິດ ວາງຂາຍຢູ່ໃນນະຄອນຫຼວງລອນດອນ, ວັນທີ 21 ມັງກອນ 2021, ສະແດງໃຫ້ເຫັນ ພິທີສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີ ຂອງທ່ານໂຈ ໄບເດັນ.
ຫົວຂໍ້ຂ່າວໃນໜ້າປົກໜັງສືພິມຂອງອັງກິດ ວາງຂາຍຢູ່ໃນນະຄອນຫຼວງລອນດອນ, ວັນທີ 21 ມັງກອນ 2021, ສະແດງໃຫ້ເຫັນ ພິທີສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີ ຂອງທ່ານໂຈ ໄບເດັນ.

ບັນດາຜູ້ນຳຂອງໂລກໄດ້ສະແດງຄວາມຍິນດີຕໍ່ທ່ານໂຈ ໄບເດັນ ຫຼັງຈາກທີ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ສະຫະລັດ ຄົນທີ 46 ໃນວັນພຸດທີ່ຜ່ານມາ. ບັນດາພັນທະມິດຈາກຫຼາຍໆປະເທດຍັງໄດ້ສົ່ງຄຳເວົ້າທີ່ອົບອຸ່ນໃຫ້ແກ່ທ່ານນາງຄາມາລາ ແຮຣິສ ທີ່ໄດ້ກາຍເປັນແມ່ຍິງຄົນທຳອິດ ທີ່ດຳລົງຕຳແໜ່ງເປັນຮອງປະທານາທິບໍດີ.

ຫຼັງຈາກ 4 ປີ ຂອງສາຍສຳພັນຂ້າມມະຫາສະໝຸດແອດແລນຕິກທີ່ປັ່ນປ່ວນ ປະທານຄະນະກຳມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນໄດ້ ສະແດງຄວາມຍິນດີ ທີ່ອົບອຸ່ນ ຕໍ່ທ່ານໄບເດັນ.

“ອີກຄັ້ງນຶ່ງຫຼັງຈາກ 4 ປີ ທີ່ດົນນານ ຢູໂຣບ ມີເພື່ອນມິດ ໃນທໍານຽບຂາວ” ທ່ານນາງວອນ ເດີ ເລເຢນໄດ້ກ່າວຕໍ່ບັນດາສະມາຊິກສະພາຢູ່ທີ່ສະພາຂອງສະຫະພາບຢູໂຣບ ໃນນະຄອນຫຼວງບຣັສເຊີລສ໌ ເມື່ອວັນພະຫັດວານນີ້. ທ່ານນາງກ່າວຕໍ່ໄປວ່າ “ອາລຸນໃໝ່ຢູ່ໃນອາເມຣິກາອັນ ແມ່ນໂອກາດເວລາທີ່ພວກເຮົາລໍຖ້າມາດົນນານແລ້ວ. ຢູໂຣບແມ່ນພ້ອມແລ້ວ ສຳລັບການເລີ້ມຕົ້ນ ໃໝ່ ກັບຄູ່ພາຄີທີ່ເກົ່າແກ່ທີ່ສຸດ ແລະເຊື່ອຖືຫຼາຍທີ່ສຸດຂອງພວກເຮົາ.”

ທ່ານນາງວອນ ເດີ ເລເຢນ ໄດ້ກ່າວອີກວ່າ “ຈາກການປ່ຽນແປງຂອງດິນຟ້າອາກາດໄປເຖິງສຸຂະພາບ, ຈາກລະບົບດິຈິຕອລ ໄປເຖິງປະຊາທິປະໄຕ, ຊຶ່ງເລື້ອງເຫຼົ່ານີ້ ແມ່ນສິ່ງທ້າທ້າຍຂອງໂລກທີ່ຈຳເປັນຕ້ອງໄດ້ຟື້ນຟູຄືນໃໝ່ ແລະມີການຮ່ວມໄມ້ຮ່ວມມືກັນ ໃນທົ່ວໂລກ, ແລະສະຫະພາບຢູໂຣບ ແລະສະຫະ ລັດ ຕ້ອງນຳພາຈາກແຖວໜ້າແລະນຳເອົາພັນທະມິດມະຫາອຳນາດທັງຫຼາຍ ທີ່ມີຈິດໃຈດຽວກັນ ເຂົ້າມາກັບພວກເຮົາ.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອັງເກີລາ ເມີໂກລ ໄດ້ສະທ້ອນເຖິງຄວາມຮູ້ສຶກເຫຼົ່ານັ້ນ ເຊັ່ນກັນ.

“ມັນຈະມີຂອບເຂດສໍາລັບການຕົກລົງດ້ານການເມືອງຫຼາຍກັບປະທານາທິບໍດີ ໄບເດັນ. ອັນນັ້ນເປັນທີ່ຊັດເຈນ ພຽງແຕ່ເບິ່ງດຳລັດຝ່າຍບໍລິຫານ ທີ່ທ່ານໄດ້ລົງນາມໄປມື້ວານນີ້. ພວກເຮົາຈະເຮັດວຽກຮ່ວມກັນອີກຄັ້ງນຶ່ງ ຢູ່ໃນອົງການອະນາໄມໂລກ ຫຼື WHO, ກ່ຽວກັບຂໍ້ຕົກລົງດິນຟ້າອາກາດປາຣີ. ແລະກ່ຽວກັບເລື້ອງຕ່າງໆຂອງພວກຍົກຍ້າຍຖິ່ນຖານ, ພວກເຮົາຄົງຈະມີທັດສະນະທີ່ຄ້າຍຄືກັນຫຼາຍ” ທ່ານນາງເມີໂກລ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນພະຫັດວານນີ້.

ທ່ານນາງເມີໂກລ ກ່າວອີກວ່າ “ໃນເວລາດຽວກັນ ພວກເຮົາຮູ້ດີວ່າ ດ້ວຍການສານບານໂຕຂອງປະທານາທິບໍດີອາເມຣິກັນຄົນໃໝ່, ພວກເຮົາບໍ່ສາ ມາດຄາດໄດ້ວ່າຈະມີການຕົກລົງກັນທາງດ້ານການເມືອງໄດ້ຢ່າງເຕັມສ່ວນໃນເລື້ອງທຸກສິ່ງທຸກຢ່າງ….....ທ່ານໂຈ ໄບເດັນເປັນໂຕແທນ ຂອງຜົນປະ ໂຫຍດຂອງສະຫະລັດອາເມຣິກາ. ຂ້າພະເຈົ້າ ກໍເປັນໂຕແທນຜົນປະໂຫຍດຂອງເຢຍຣະມັນ.”

ນາຍົກລັດຖະມົນຕີຂອງອັງກິດ ທ່ານບໍຣິສ ຈອນສັນ ໄດ້ມີສາຍສຳພັນທີ່ອົບອຸ່ນກັບທ່ານດໍໂນລ ທຣຳ ຫຼາຍກວ່າບັນດາຜູ້ນຳຂອງປະເທດໃນຢູໂຣບອື່ນໆ. ແຕ່ທ່ານຈອນສັນ ໄດ້ກ່າວໃນວັນພຸດຜ່ານມາວ່າ ທ່ານແລະທ່ານໄບເດັນ ມີຫຼາຍຢ່າງ ທີ່ຄ້າຍຄືກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG