ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ກໍລະກົດ ໒໐໒໔

ລາຄາອາຫານທີ່ຖືກລົງ ສາມາດຊ່ວຍຫລຸດຜ່ອນ ຄວາມອຶດຫິວຂອງໂລກໄດ້


ໃນຮູບນີ້ ຈາກອົງການອາຫານໂລກ ຫລື World Food Program, ເດັກນ້ອຍ ເກົາຫລີເໜືອ ກໍາລັງກິນເຂົ້າ ທ່ຽງ ຊຶ່ງມີໂຮມທັງເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການອາຫານໂລກ ຢູ່ສະຖານທີ່ລ້ຽງເດັກ ແຫ່ງນຶ່ງ ໃນເກົາຫລີເໜືອ.
ໃນຮູບນີ້ ຈາກອົງການອາຫານໂລກ ຫລື World Food Program, ເດັກນ້ອຍ ເກົາຫລີເໜືອ ກໍາລັງກິນເຂົ້າ ທ່ຽງ ຊຶ່ງມີໂຮມທັງເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການອາຫານໂລກ ຢູ່ສະຖານທີ່ລ້ຽງເດັກ ແຫ່ງນຶ່ງ ໃນເກົາຫລີເໜືອ.

ແມ່ນໃນປະວັດສາດພຽງບໍ່ດົນຜ່ານມານີ້​ເອງ ທີ່ພວກສັງຄົມຕ່າງໆໃນໂລກສາມາດຫລຸດ​ພົ້ນ ​ ຈາກ​ສະພາວະຄວາມອຶດຫິວແບບເຮື້ອຮັງແລະໄພຄຸກຄາມຢ່າງຕໍ່ເນື່ອງຂອງຄວາມອຶດຫິວນັ້ນ ໄດ້. ແຕ່ເຖິງແມ່ນຈະໄດ້ຮັບຄວາມສໍາເລັດນີ້ກໍຕາມ ກໍຍັງມີຫລາຍປະເທດໃນທະວີບອາຟຣິ ກາແລະ​ເຂດເອເຊຍໃຕ້ ທີ່ຍັງສືບຕໍ່ຕໍ່ສູ້ກັບບັນຫານີ້ຢູ່. ຄວາມກ້າວໜ້າທັນສະໄໝ​ໃນດ້ານ ເທັກໂນໂລຈີ ໄດ້ຊ່ອຍປັບປຸງຜົນຜະລິດໃນດ້ານການກະເສດໃຫ້ດີຂຶ້ນ. ແຕ່ນັກສື່ຂ່າວວີໂອເອ ລາຍງານວ່າ ຄ່າເຂົ້າປາອາຫານຍັງຄົງເປັນອຸບປະສັກກີດຂວາງທີ່ໃຫຍ່ທີ່ສຸດ ຕໍ່ການລ້ຽງດູ ພວກທີ່ອຶດຫິວນັ້ນ.

ສະຫະປະຊາຊາດກ່າວວ່າ ມີການທໍານາຍກັນວ່າປະຊາ
ກອນຂອງໂລກ ຈະເພີ່ມທະວີຂຶ້ນປະມານ 47 ເປີເຊັນ
ໃນໄລຍະ 50 ປີ ຂ້າງໜ້ານີ້ ຈາກຈໍານວນ 6 ພັນ 100
ລ້ານຄົນ ໃນປີ 2000 ຂຶ້ນ ເປັນ 8 ພັນ 900 ລ້ານຄົນ
ໃນປີ 2050. ການເພີ່ມຈໍານວນຂຶ້ນນີ້ ໝາຍຄວາມວ່າ
ຄວາມຮຽກຮ້ອງຕ້ອງການເຂົ້າປາອາຫານກໍຈະເພີ່ມຂຶ້ນ
ພ້ອມທັງລາຄາກໍຈະເພີ່ມຂຶ້ນເຊ່ນກັນ.

ແມ່ນແລະລູກນ້ອຍຄູ່ນີ້ ແມ່ນສອງຄັນໃນຫລາຍໆ ພັນຄົນທີ່ຫີວໂຫຍ ໃນປະເທດມາລາວີ, ທະວີບອາຟຣິກກາ
ແມ່ນແລະລູກນ້ອຍຄູ່ນີ້ ແມ່ນສອງຄັນໃນຫລາຍໆ ພັນຄົນທີ່ຫີວໂຫຍ ໃນປະເທດມາລາວີ, ທະວີບອາຟຣິກກາ

ທ່ານ Joachimvon Braun ຜູ້ອໍານວຍການສູນກາງ
ຄົ້ນຄວ້າດ້ານການພັດທະນາທີ່ມະຫາວິທະຍາໄລ ກຸງ
Bonn ທີ່ເຢຍຣະມັນກ່າວວ່າໃນທຸກໆປີ ຍົກເວ້ນປີນຶ່ງ
ລາຄາເຂົ້າປາອາຫານໃນລະຫວ່າງຊາດແມ່ນ ໄດ້ສູງຂຶ້ນ​
ໄປນໍາທຸກໆປີ ດັ່ງນີ້ສະຖານະການດ້ານອາຫານຂອງ
ໂລກ ຈຶ່ງໄດ້ປະສົບກັບຄວາມເຄັ່ງຕຶງ ແລະພວກຄົນທຸກ
ຍາກຂອງໂລກໃນຂົງ​ເຂດເອເຊຍແລະອາຟຣິກາ ໂດຍສະ
ເພາະແມ່ນໄດ້ຮັບຜົນກະທົບຢ່າງແຂງແຮງ ແລະທ່ານກ່າວ
ຕື່ມວ່າ ຈໍານວນຜູ້ຄົນທີ່ບໍ່ມີເຂົ້າປາອາຫານກິນພຽງພໍ ກໍ​ແມ່ນ​ສູງ​ຫລາຍ​ຢ່າງ​ໜ້າ​ຕົກ​ໃຈ ຊຶ່ງທ່ານ​ກ່າວ​ຕໍ່​ໄປວ່າ:

“ໃນວັນອາຫານໂລກ ປີນີ້ ຄືວັນ​ເສົາ ທີ 16 ຕຸລາ ຜ່ານມານີ້ພວກເຮົາຄວນຈະ
ຈື່​ວ່າ ຍັງ​ມີປະຊາຊົນນຶ່ງພັນລ້ານຄົນ ທີ່ຂາດແຄນອາຫານການກິນ ແລະ​ໃນ​ນັ້ນ
60 ເປີເຊັນ ແມ່ນອາໃສຢູ່ໃນຂົງເຂດເອເຊຍ ແລະບັນຫາດ້ານອາຫານຂອງເອ
ເຊຍນັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ກໍແມ່ນເປັນບັນຫາການຂາດທາດອາຫານຂອງ
ພວກເດັກນ້ອຍນັ້ນນໍາ.

ການເສດຖະກິດຕົກຕໍ່າຂອງ​ໂລກ​ຫວ່າງ​ບໍ່​ດົນ​ມາ​ນີ້​ ໄດ້​ສົ່ງ​ຜົນ​ກະທົບຕໍ່​ຕະຫລາດ​ເກືອບ​ທຸກ
ບ່ອນ ຮວມທັງຕະຫລາດ​ອາຫານ​ນໍາ. ການ​ຂາດ​ສະຖຽນລະ​ພາບ​ຂອງ​ລາຄາ​ເຂົ້າປາ​ອາຫານ
ໃນ​ຫລາຍ​ພາກສ່ວນ​ຂອງ​ໂລກ​ ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຂຶ້ນຕື່ມ ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ
ຄວາມ​ອຶດ​ຫິວ. ທ່ານ Katsuji Matsunami ​ເປັນ​ທີ່​ປຶກສາ​ແລະ​ຜູ້​ນໍາພາ​ດ້ານ​ການ​ປະຕິບັດ
ທາງ​ດ້ານ​ກະ​ເສດ ຄວາມ​ໝັ້ນຄົງດ້ານ​ອາຫານ​ແລະ​ການ​ພັດທະນາ​ຊົນນະບົດ ໃນພະແນກ
ການ​ພັດທະນາ​ແບບ​ຍືນ​ຍົງ​ປະ​ຈໍາ​ຂົງ​ເຂດ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ. ທ່ານກ່າວ​ວ່າ
ວິທີ​ແກ້​ໄຂ​ທີ່ ຈະ​ແຈ້ງ​ກໍ​ແມ່ນ​ໃຫ້​ປູກ​ເຂົ້າ​ຫລາຍ​ຂຶ້ນ ​ແຕ່​ການ​ບັນລຸ​ເປົ້າ​ໝາຍ​ທີ່​ວ່າ​ນັ້ນບໍ່​ແມ່ນ
ເລື້ອງ​ງ່າຍໆ ​ແລະ​ຕ້ອງ​ມີ​ການ​ລົງທຶນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ທ່ານ Matsunami ກ່າວຊີ້​ແຈງ​ດັ່ງ​ນີ້:

“ທົ່ວທັງໂລກ​ແມ່ນ​ມີ​ຄວາມ​ຈໍາ​ເປັນ​ທີ່ຈະຕ້ອງຜະລິດອາຫານ ຜະລິດ​ຫົວອາຫານສໍາ
ລັບ​ສັດ ແລະຜະລິດນໍ້າມັນເຊື້ອໄຟໃຫ້​ໄດ້ຫລາຍຂຶ້ນຍ້ອນຄວາມເປັນຫ່ວງກ່ຽວ​ກັບ
ດິນຟ້າອາກາດປ່ຽນແປງນັ້ນ. ດັ່ງນັ້ນ ພາກສ່ວນກະເສດຕະກໍາກໍຕ້ອງຜະລິດເພີ່ມ
ຂຶ້ນ ແຕ່ຊັບພະຍາກອນທີ່ຈະນໍາໃຊ້ນັ້ນແມ່ນມີຈໍາກັດ ໂດຍສະເພາະຊັບພະຍາກອນ
ນໍ້າ. ແລະການລົງ ທຶນທີ່ຕ້ອງການ ສໍາລັບປັບປຸງ​ພາກ​ສ່ວນການກະເສດໃຫ້​ທັນ​
ສະ​ໄໝນັ້ນ ກໍ​ບໍ່​ໄດ້​ຫລັ່ງ​ໄຫລ​ມາ ຕາມ​ທີ່ພວກເຮົ​າໄດ້ຄາດຫວັງ​ໄວ້.”

ເຖິງ​ແມ່ນ​ການ​ເສດຖະກິດ​ຕົກ​ຕໍ່າ​ຂອງ​ໂລກ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການລົງ ທຶນ​ໃນ​ດ້ານ​ການ​
ກະ​ເສດ​ກໍ​ຕາມ ​ແຕ່ ທ່ານ Joachim von Braun ກໍກ່າວ​ວ່າ ​ໄດ້​ມີ​ເຫດ​ການ​ບາງ​ຢ່າງເກີດ
ຂຶ້ນຫວ່າງ​ໄວໆມາ​ນີ້​ທີ່ພາ​ໃຫ້​ມີ​ຄວາມ​ຫວັງ ໃນ​ການ​ປັບປຸງ​ຄວາມ​ອຶດຫິວ​ຂອງໂລກ​ໃຫ້​ດີ
ຂຶ້ນ​ນັ້ນ ​ໂດຍທ່ານ von Braun ອະທິບາຍ​ວ່າ:

“ໃນໄລຍະສາມປີຜ່ານມານີ້ ມີສິ່ງທີ່ດີໆເກີດຂື້ນຫລາຍ​ຢ່າງ. ​ເປັນ​ຕົ້ນ​ວ່າ ພວກປະ
ເທດກໍາລັງພັດທະນາທັງຫລາຍ ໄດ້ພາກັນລົງທຶນເຂົ້າໃສ່ ໃນພາກສ່ວນການກະ
ເສດຫລາຍຂື້ນ ແລະຍົກເອົາການກະເສດໃຫ້ຂື້ນ ມາຢູ່ໃນລະດັບສູງຂອງແຜນ
ການພັດທະນາຂອງລັດຖະບານ. ຕົວຢ່າງ ປະເທດອິນເດຍ ເມື່ອສອງປີຜ່ານມາ
ກໍໄດ້ຈັດຕັ້ງໂຄງການນຶ່ງທີ່ມີມູນ ຄ່າຫົກພັນລ້ານໂດລາ. ສ່ວນຈີນກໍໄດ້ລົງທຶນ
ເພີ່ມຫລາຍຂື້ນ ແລະມີ ຢ່າງໜ້ອຍ 20 ປະເທດໃນຂົງເຂດອາຟຣິກາທີ່ໄດ້ກະທໍາ
ເຊັ່ນດຽວກັນ. ແລະພວກປະເທດທີ່ຈະເຣີນແລ້ວ ເຊັ່ນສະຫະລັດ ກໍໄດ້ຮື້​ຟື້ນການ
ລົງ ທຶນເຂົ້າໃສ່ໃນການກະເສດ ​ໂດຍສຸມໃສ່ພວກກະ​ເສດ​ຕະກອນລາຍ ນ້ອຍໆ
ຜ່ານອັນ​ທີ່​ເອີ້ນ​ວ່າ ໂຄງການຫລໍ່ລ້ຽງອະນາຄົດ ທີ່​ບໍລິຫານ​ໂດຍອົງການຢູເສດ
ຂອງສະຫະລັດນັ້ນ.”

ສ່ວນທ່ານ Katsuji Matsunami ນັ້ນ ຫວັງ​ວ່າ ​ໂຄງການ​ເຫລົ່າ​ນີ້​ ຈະສາມາດ​ຂະຫຍັບ
ຂະຫຍາຍ​ອອກ​ໄປສູ່​ການໂອ້​ລົມ​ສົນທະ ນາແລະ​ວາງແຜນການ​ຕ່າງໆໃນລະດັບ​ຂົງເຂດ
ໄດ້ ​ໂດຍ​ສະ​ເພາະ​ໃນ​ເອ​ເຊຍ ຊຶ່ງ​ທ່ານ Matsunami ກ່າວ​ວ່າ:

“ໃນເລຶ່ອງນີ້ ມີຄໍາຖາມວ່າ ສະມາຄົມອາຊ່ຽນ ບວກອີກສາມປະເທດຈະສາມາດນັ່ງ​
ໂຕະເຈລະຈາ ແລະເປີດການໂອ້ລົມກັນ ກ່ຽວກັບເລຶ່ອງ ເຂົ້າໄດ້ ບໍ່? ມີໃຜແດ່ທີ່
ຕ້ອງການເຂົ້າ ​ແລະຕ້ອງການຫລາຍປານໃດ ແລະປະ​ເທດໃດທີ່ອາດຈະມີເຂົ້າ
ຫລວງຫລາຍ ທີ່​ສາມາດ​ນໍາ​ອອກ​ຂາຍໄດ້? ຊຶ່ງການໂອ້ລົມສົນທະນາກັນໃນທໍານ
ອງນີ້ ຍັງບໍ່ເຫັນເກີດ ຂື້ນເທື່ອ. ເລຶ່ອງນີ້​ແມ່ນເປັນເລຶ່ອງຂອງສອງຝ່າຍທັງໝົດຄື
ລັດຖະບານ ກັບລັດຖະບານ ແລະພວກເຮົາຂໍຖາມວ່າ ມັນເປັນໄປໄດ້ບໍ່ທີ່ຈະເຮັດ​
ໃຫ້ ເລຶ່ອງນີ້ ກາຍເປັນໂຄງຮ່າງປະຕິບັດການ​ໃນ​ລະດັບຂົງເຂດ?”

ທ່ານ Matsunami ກ່າວ​ຕື່ມ​ວ່າ ວິທີ​ການດໍາ​ເນີນ​ການ​ຂອງ​ຂົງ​ເຂດ​ ​ເພື່ອ​ອໍານວຍ​ໃຫ້ມີເຂົ້າ
ປາ​ອາຫານຢ່າງ​ພຽງພໍນັ້ນ ​ແມ່ນ​ສໍາຄັນ​ຫລາຍ ​ໃນ​ຂະນະທີ່​ພວກ​ຂົງ​ເຂດ​ເທດສະບານ​ສືບ
ຕໍ່​ຂະຫຍາຍ​ໂຕ​ຂຶ້ນ​ ​ໃນ​ອັດ ຕາທີ່​ໜ້າ​ຕື່ນ​ຕົກ​ໃຈ​ ໃນ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ Matsunami
ກ່າວ​ວ່າ :

“ພວກລັດຖະບານແມ່ນຈະຕ້ອງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ ທີ່ຈະ​ອໍາ ນວຍ​ໃຫ້
ພວກຊາວນາລາຍນ້ອຍໆທັງຫລາຍ ມີ​ພາຫາ​ນະ​ແນວ​ໃດ​ແນວ​ນຶ່ງ​ເພື່ອ​ໃຫ້ສາມາດ
ຢູ່ໄດ້. ໃນຂະນະດຽວກັນ ຈໍານວນປະຊາກອນກໍ​ມີຫລາຍເພີ່ມຂື້ນນັບ​ມື້ ແລະສ່ວນ
ໃຫຍ່ແລ້ວ ກໍ​ເປັນພວກຄົນທີ່ທຸກຈົນລົງໄປ​ອີກ ທີ່​ອາ​ໃສຢູ່ໃນຕົວເມືອງຕ່າງໆ
ແລະພວກເຂົາເຈົ້າກໍຕ້ອງການອາຫານທີ່ມີລາຄາຖືກ. ດັ່ງນັ້ນ ​ໃນ​ດ້ານ​ນຶ່ງພວກລັດ
ຖະບານ​ແມ່ນ​ໄດ້​ຕ້ອງໃຫ້ເປັນທີ່ແນ່ໃຈວ່າ ພວກຊາວນາຈະໄດ້ຮັບລາຄາທີ່ເໝາະ
ສົມ ​ແຕ່ກໍສູງພໍທີ່​ຈະ​ເຮັດ​ໃຫ້ພວກ​ເຂົາ​ເຈົ້າມີຄວາມສົນໃຈທີ່​ຈະ​ປູກ​ເຂົ້າ​ຕໍ່​ໄປ ​ແລະ
ສາມາດຢູ່ລອດ​ໄດ້ ນໍາຜົນຜະລິດເຂົ້າຂອງພວກເຂົາເຈົ້ານັ້ນ. ​ແຕ່​ໃນ​ຂະນະ​ດຽວ
ກັນ ກໍ​ຕ້ອງ​ໃຫ້​ສາມາດນໍາເອົາເຂົ້າໄປສູ່ບ່ອນອຸບປະໂພກ ບໍລິໂພກ​ໄດ້ ໃນລາຄາ
ທີ່ຖືກພໍ​ທີ່ພວກອຸບປະໂພກທີ່​ທຸກ​ຍາກ​ນັ້ນ ຈະສາມາດຊື້ກິນໄດ້.”

ການ​ຂາດ​ແຄນ​ເຂົ້າປາ​ອາຫານ​ ໄດ້ຖືກ​ນໍາ​ເອົາ​ໄປ​ພົວພັນ​ກັບ​ຄວາມ​ຕ້ອງການ​ໃນດ້ານອື່ນໆ​
ຫລາຍ​ດ້ານ​ເຊ່ນໂຄງ​ລ່າງ​ພື້ນຖານ ນໍ້າ​ດື່ມ​ນໍ້າ​ໃຊ້​ ແລະ​ເທັກ​ໂນ​ໂລ​ຈີ​ ຊຶ່ງ​ທັງ​ໝົດ​ນັ້ນສາມາດ​
ດຶງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດໃຫ້​ຕໍ່າ​ລົງ​ໄດ້ ​ແລະ​ນໍາເຂົ້າປາອາຫານມາສູ່​ຕະຫລາດ​ຫລາຍ​ຂຶ້ນ
ໃນ​ລາຄາ​ທີ່ຖືກ​ລົງ ​ໃນ​ຂະນະ​ດຽວ​ກັນ ກໍ​ຮັກສາ​ລາຍ​ໄດ້​ຂອງ​ພວກ​ກະ​ເສດ​ຕະກອນ​ໄວ້ຊຶ່ງ​
ທ່ານ von Braun ກ່າວ​ວ່າ ​ໂຄງ ການ​ຕ່າງໆ​ຂອງ​ລັດຖະບານ​ໄດ້​ສະ​ແດງ​ໝາກຜົນໃຫ້​
ເຫັນ​ຢ່າງ​ເປັນ​ຮູບ​ປະ​ທໍາໃນ​ຫລາຍໆ​ເຂດ​ຂອງ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ​ໄດ້​ຍົກ​ປະ​ເທດ​ຫວຽດ
ນາມ​ຂຶ້ນ​ມາ​ເປັນ​ໂຕ​ຢ່າງ:

“ຫວຽດນາມເປັນປະເທດທີ່ປະສົບຜົນສໍາເລັດ​ເປັນ​ພິ​ເສດ ໃນການແກ້ໄຂບັນຫາ
ຄວາມອຶດຫິວ ແລະຄວາມໝັ້ນຄົງດ້ານອາຫານ​ແລະໂພຊະນາການ ຫວຽດນາມ​
ແມ່ນເປັນລອງຈີນຢ່າງຈິງແທ້ ຄືເປັນຕົວຢ່າງທີ່​ໂດດ​ເດ່​ນໃນ ການສ້າງຄວາມ
ກ້າວໜ້າ ​ໃນ​ການຕໍ່ສູ້ກັບຄວາມອຶດຫິວນັ້ນ.”

ທ່ານ von Braun ​ໄດ້​ສະ​ເໜີ​ແນະແຜນການ​ເຄືອ​ນ​ໄຫວ​ຮ່ວມ​ກັນຂອງ​ໂລກ​ສອງ​ຢ່າງ​ເພື່ອ
ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ດ້ານ​ລາຄາ​ເຂົ້າປາ​ອາຫານເກີດ​ຂຶ້ນ​ອີກ​ຄັ້ງ​ໃໝ່ ຄື​ກັນ​ກັບ​ທີ່​
ໄດ້​ເກີດ​ຂຶ້ນ​ໃນ​ລະຫວ່າງ ປີ 2007-2008 ນັ້ນ. ທ່ານ​ກ່າວ​ວ່າ ​ແຜນການ​ທີ​ນຶ່ງ ກໍ​ແມ່ນ
ຄວນ​ຈະ​ມີ​ການ​ສ້າງ​ຕັ້ງ​ຄັງອາຫານ​ສໍາຮອງຂະໜາດ​ນ້ອຍໆ​ໄວ້ ​ເພື່ອ​ອໍານວຍໃຫ້ ມີການ
ຮັບ​ມື​ໄດ້​ຢ່າງ​ລາບ​ລື່ນ ກັບ​ສະພາວະ​ສຸກ​ເສີນ​ດ້ານເຂົ້າປາ​ອາຫານ​ນັ້ນ ແລະ​ສອງ​ມາ​ກໍ​ແມ່ນ
ຄວນ​ຈະ​ສ້າງ​ຕັ້ງ​ອາຫານ​ສໍາຮອງແບບ​ປັບປຸງ​ໃໝ່​ໄວ້ເພື່ອ​ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເຂົ້າປາ​
ອາຫານໃນ​ທ້ອງ​ຕະຫລາດ ຖີບ​ໂຕ​ສູງ​ຂຶ້ນ.

XS
SM
MD
LG