ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການອະນາໄມໂລກ ຈະເຈລະຈາ ເງື່ອນໄຂ ກ່ຽວກັບ ສົນທິສັນຍາ ການຮັບມືກັບໂຣກລະບາດ ຂອງໂລກ


ສະມາຊິກຂອງແພດໝໍອົງການ XR (Extinction Rebellion) ລົມກັບຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ, ໃນການປະທ້ວງເພື່ອຮຽກຮ້ອງໃຫ້ທ່ານດຳເນີນການ ກ່ຽວກັບ ສະພາບອາກາດປ່ຽນແປງ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 29 ພຶດສະພາ, 2021. REUTERS…
ສະມາຊິກຂອງແພດໝໍອົງການ XR (Extinction Rebellion) ລົມກັບຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ, ໃນການປະທ້ວງເພື່ອຮຽກຮ້ອງໃຫ້ທ່ານດຳເນີນການ ກ່ຽວກັບ ສະພາບອາກາດປ່ຽນແປງ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 29 ພຶດສະພາ, 2021. REUTERS…

ບັນດາປະເທດສະມາຊິກຂອງອົງການອະນາໄມໂລກໃນນະຄອນ ເຈນີວາ ໄດ້ອະນຸມັດແຜນການເພື່ອເຈລະຈາເງື່ອນໄຂຕ່າງໆ ກ່ຽວກັບ ສົນທິສັນຍາການຮັບມືກັບໂຣກລະບາດຂອງສາກົນ.

ບັນດາຜູ້ເຂົ້າຮ່ວມໃນພິທີປິດກອງປະຊຸມຂອງສະພາອະນາໄມໂລກໃນນະຄອນ ເຈນີວາ ໄດ້ລົງຄະແນນສຽງໃນວັນຈັນທີ່ຜ່ານມາ ກ່ຽວກັບ ຂໍ້ແກ້ໄຂເພື່ອສ້າງກອງປະຊຸມສະພາພິເສດຂອງອົງການອະນາໄມໂລກໃນເດືອນພະຈິກ ທີ່ເພັ່ງເລັງໃສ່ການບັນລຸສົນທິສັນຍາ ຫຼື ຂໍ້ຕົກລົງທີ່ຈະຊ່ວຍເຫຼືອປະເທດຕ່າງໆໃຫ້ກຽມພ້ອມ ແລະ ຮັບມືໄດ້ດີກວ່າເກົ່າຕໍ່ໂອກາດໃນການເກີດໂຣກລະບາດທີ່ຄ້າຍຄືກັບການລະບາດຂອງ COVID-19.

ການລະບາດທີ່ກຳລັງເກີດຂຶ້ນຢູ່ນີ້ໄດ້ເຮັດໃຫ້ຄົນລົ້ມປ່ວຍຫຼາຍກວ່າ 170 ລ້ານຄົນໃນທົ່ວໂລກ ແລະ ໄດ້ນຳໄປສູ່ການຕາຍຂອງ 3 ລ້ານ 5 ແສນຄົນ ນັບຕັ້ງແຕ່ມັນໄດ້ຖືກກວດພົບທຳອິດໃນພາກກາງຂອງ ຈີນ ເມື່ອທ້າຍປີ 2019 ທີ່ຜ່ານມາ.

ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມວ່າ “ມັນເຖິງເວລາແລ້ວ” ສຳລັບການເຮັດສົນທິສັນຍາ, ໂດຍເວົ້າວ່າມັນຈະສ້າງຄວາມແຂງແກ່ນໃຫ້ທັງອົງການສາທາລະນະສຸກສະຫະປະຊາຊາດ ແລະ ຄວາມປອດໄພດ້ານສຸຂະພາບໂລກໂດຍລວມ. ທ່ານໄດ້ກ່າວວ່າມັນຈະແກ້ໄຂ “ການຂາດການແລກປ່ຽນຂໍ້ມູນ, ຂ່າວ ສານ, ເທັກໂນໂລຈີ ແລະ ແຫຼ່ງຊັບພະຍາກອນຕ່າງໆ” ທີ່ໄດ້ເຮັດໃຫ້ມີການຕອບຮັບທີ່ຫຼ້າຊ້າຕໍ່ໂຣກລະບາດ COVID-19.

ການປະກາດ ກ່ຽວກັບ ສົນທິສັນຍາການຮັບມື ກັບໂຣກລະບາດໂລກແມ່ນນຶ່ງໃນການປະຕິຮູບຫຼາຍຢ່າງທີ່ໄດ້ຖືກຍົກຂຶ້ນມາໃນລະຫວ່າງງານທີ່ຖືກຈັດຕະຫຼອດອາທິດນັ້ນ, ເຖິງແມ່ນວ່າເຂົາເຈົ້າ ຈະບໍ່ສາມາດລົງຄະແນນສຽງໄດ້ຈົນກວ່າສະພາອະນາໄມໂລກຈະປະຊຸມກັນອີກໃນປີໜ້າກໍຕາມ.

ຜູ້ຈັດການແຂ່ງຂັນເຕະບານ ໂຄປາ ອາເມຣິກາ ໄດ້ປະກາດໃນວັນຈັນທີ່ຜ່ານມາວ່າ ເຂົາເຈົ້າໄດ້ຍ້າຍງານທີ່ຈະມີຂຶ້ນໃນໄວໆນີ້ໄປປະເທດ ບຣາຊິລ ຍ້ອນການຕິດເຊື້ອ COVID-19 ທີ່ເພີ່ມຂຶ້ນຄັ້ງໃໝ່ໃນປະເທດ ອາເຈັນຕີນາ, ເຊິ່ງເປັນເຈົ້າພາບຮ່ວມກັບປະເທດ ໂຄລອມເບຍ. ຂ່າວດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມສົງໄສໂດຍບາງຄົນໃນປະເທດ ບຣາຊິລ, ເຊິ່ງຕາມຫຼັງພຽງ ສະຫະລັດ ກັບ ອິນເດຍ ເທົ່ານັ້ນໃນຕົວເລກທັງໝົດຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາຫຼາຍກວ່າ 13 ລ້ານ 5 ແສນຄົນ ແລະ ເປັນຮອງພຽງ ສະຫະລັດ ເທົ່ານັ້ນໃນການຕາຍຂອງປະຊາຊົນຫຼາຍກວ່າ 462,000 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG