ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາເຈົ້າໜ້າທີ່ ສາທາລະນະສຸກໂລກ ເພັງເລັງຄວາມສົນໃຈໃສ່ບັນຫາ ໂຣກຈິດ


ຄົນປ່ວຍຜູ້ນຶ່ງ ຍ່າງໄປຫາບ່ອນປິ່ນປົວ ທີ່ Balkans.
ຄົນປ່ວຍຜູ້ນຶ່ງ ຍ່າງໄປຫາບ່ອນປິ່ນປົວ ທີ່ Balkans.

ບັນຫາໂຣກຈິດ ​ກັບຄ່າການປິ່ນປົວ ​ແລະ​ຜົນປະໂຫຍດທີ່ຈະໄດ້ຮັບ ແມ່ນຈະເປັນໃຈ​ກາງ ​ຂອງ ກອງ​ປະຊຸມ​ໃນ ນະຄອນຫລວງ ວໍຊິງ​ຕັນ ດີ​.ຊີ ທີ່​ເປັນ​ເຈົ້າພາບ​ຮ່ວມກັນຂອງທະນາ ຄານ​ໂລກ ​ແລະ​ອົງການ​ອະນາ​ໄມ​ໂລກ ຫລື WHO ທີ່​ເລີ້ມ​ຂຶ້ນໃນ​ວັນ​ພຸດ​ມື້​ນີ້.

ບັນດາ​ຜູ້​ຊ່ຽວຊານ​ຈາກສະ​ຖາ​ບັນ​ຊັ້ນ​ສູງ ພວກ​ນາຍ​ແພດ ອົງການ​ພັດທະນາ​ຕ່າງໆ ​ແລະ ​ລັດຖະມົນຕີ​ການ​ເງິນ ກຳລັງ​ພາກັນ​ເຂົ້າ​ຮ່ວມກອງ​ປະຊຸມ ທີ່​ອອກ​ແບ​ບມາເພື່ອຊຸກຍູ້​ໃຫ້ ​ລັດຖະບານ ອົງການ​ຊ່ວຍ​ເຫລືອ​ຕ່າງໆ ​ແລະ​ປະຊາ​ຄົມ​ພົນລະ​ເຮືອນ ພາ​ກັນ​ລົງທຶນ​ໃສ່ ບັນຫາໂຣກຈິດ. ບັນດາ​ຜູ້​ຈັດ​ຕັ້ງ​ກ່າວ​ວ່າ ການ​ປິ່ນ​ປົວໂຣກຈິດ​ທີ່ດີ ຈະສາມາດ​ເກີດຜົນ ​ປະ​ໂຫຍ​ດໃຫ້ແກ່​ເສດຖະກິດ.

ບັນດາ​ປະ​ເທດ​ທີ່​ໄດ້​ປັບປຸງ​ການ​ປິ່ນປົວ​ໂ​ຣກ​ຈິດ​ເຊັນ​ວ່າ ປະ​ເທດ Brazil Ethiopia ​ແລະ ອາ​ຟຣິກາ​ໃຕ້ ຈະ​ນຳ​ສະ​ເໜີ​ເລື້ອງ​ຂອງ​ເຂົາ​ເຈົ້າ ເພື່ອສົນທະນາ​ການ​ທ້າ​ທາຍ​ທີ່​ເຈາະ​ຈົງ ​ແລະ​ການ​ແກ້​ໄຂບັນຫາດັ່ງກ່າວ.

ບັນດາຄົນປ່ວຍກຳລັງພາກັນແຕ້ມຮູບຢູ່ສູນກາງປິ່ນປົວ ທີ ປະເທດ Dakar.
ບັນດາຄົນປ່ວຍກຳລັງພາກັນແຕ້ມຮູບຢູ່ສູນກາງປິ່ນປົວ ທີ ປະເທດ Dakar.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ Brazil ຄາດ​ວ່າ​ຈະ​ອະທິບາຍເຖິງລະ​ບົບການປິ່ນປົວ ສັງຄົມ​ຂອງ ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່ ບັນດາ​ຜູ້​ຕາງໜ້າ​ຈາກ Ethiopia ຈະ​ສະ​ແດງ​ເຖິງ​ໂຄງການ​ປະ​ ເທ​ດຂອງ​ເຂົາ​ເຈົ້າ ການ​ເຝິກ​ແອບ​ປິ່ນປົວໂຣກຈິດ ​ແລະ​ການ​ປະຕິບັດ. ຊາວ​ອາຟຣິກາ​ ຈະ​ເວົ້າ​ກ່ຽວ​ກັບ​ວ່າ ​ເຂົາ​ເຈົ້າ​ເຮັດ​ໃຫ້ການ​ປິ່ນປົວ​ໂຣກຈິດ​ເຂົ້າ​ຮວມຢູ່ໃນພາກສ່ວນ​ຂອງ​ ປະ​ເທດ ສ້າງ​ລະບົບ​ຂັ້ນ​ຕົ້ນ​ຂອງ​ການ​ປິ່ນປົວ​ຄືນ​ໃໝ່.

​ເຫດການ​ຕ່າງໆທີ່​ຕໍ່​ເນື່ອງ​ກັນນີ້​ເປັນ​ພາກ​ສ່ວນ ກອງ​ປະຊຸມລະດູບານ​ໃໝ່​ປະຈຳ​ປີຂອງ ທະນາຄານ​ໂລກ ​ແລະ​ກອງ​ທຶນ​ສາກົນ IMF ທີ່​ກົງກັນ​ກັບ​ການ​ເຜິ​ຍ​ແຜ່​ຂອງ WHO ທີ່​ໄດ້​ ນຳພາ​ການ​ຄົ້ນຄວ້າສະ​ແດງ​ໃຫ້​ເຫັນວ່າແຕ່ລະ 1 ​ໂດ​ລາ ທີ່ລົງທຶນໄປ​ໃນ​ການ​ປັບ​ປຸງການ​ ປິ່ນປົວ​ໂຣກຈິດ ແມ່ນຈະ​ໄດ້ຮັບ​ຜົນ​ກັບ​ຄືນມາ 4 ​ໂດ​ລາ ທີ່​ເຮັດ​ໃຫ້​ສຸຂະພາບ​ດີ ​ແລະ​ ຄວາ​ມສາມາດ​ໃນ​ການ​ເຮັດ​ວຽກເຮັດການ.

XS
SM
MD
LG