ລາຍງານປະຈໍາປີ ທີ່ອົງການ
Freedom House ນໍາອອກ
ເຜີຍແຜ່ໃນເດືອນແລ້ວນີ້ ລະບຸ
ວ່າ ມີ 87 ລະບອບການປົກ
ຄອງຢູ່ໃນຈໍານວນທັງໝົດ 194
ປະເທດແລະດິນແດນ “ມີເສລີ”
ຊຶ່ງປະກອບ ເປັນ 45%, 60
ລະບອບການປົກຄອງຫຼື 31%
ຖືກລະບຸວ່າ “ມີເສລີບາງສ່ວນ”
ແລະອີກ 47 ລະບອບການປົກຄອງ ຫຼື 24% ຂອງບັນດາປະເທດທີ່ມີການສໍາຫຼວດ ຖືກ ລະບຸວ່າ “ບໍ່ມີເສລີ”.
ປະເທດທີ່ຖືກລະບຸວ່າ “ບໍ່ມີເສລີ” ນີ້ແມ່ນປະເທດທີ່ບໍ່ປ່ອຍໃຫ້ປະຊາຊົນໄດ້ຊົມໃຊ້ສິດທິ
ຂັ້ນພື້ນຖານໃນດ້ານການເມືອງ ແລະອິດສະຫຼະພາບຂອງພົນລະເມືອງ ໃນຂອບເຂດທີ່
ກວ້າງຂວາງແລະຢ່າງເປັນລະບົບ.
ໃນຈຳນວນ 47 ປະເທດນີ້ມີ 37 ປະເທດຖືກຈັດວ່າມີການລ່ວງລະເມີດຮ້າຍແຮງສຸດຊຶ່ງ
ໃນນັ້ນ ກໍມີຮວມທັງເກົາຫຼີເໜືອ ແລະມຽນມາ. ສ່ວນ ສປປ ລາວ ແມ່ນຢູ່ໃນກຸ່ມນີ້ຄືກັນ
ແຕ່ຢູ່ໃນຈຳນວນ 10 ປະເທດທີ່ມີການລ່ວງລະເມີດບໍ່ຮ້າຍແຮງທໍ່ 37 ປະເທດທີ່ໄດ້ກ່າວ
ມານັ້ນ ຊຶ່ງນອກຈາກລາວແລ້ວ ກໍມີເບລາຣຸສ ຊາດ ຈີນ ກົດດີວົວ ຄິວບາ ຊາອຸດີອາຣາ
ເບຍ ໂອເຊດເຕຍໃຕ້ ຊີເຣຍ ແລະສາຮາຣາຕາເວັນຕົກ.
ກ່ຽວກັບສິດທິທາງດ້ານການເມືອງ ແລະອິດສະຫຼະພາບຂອງພົນລະເຮືອນນັ້ນ ລາຍງານ
ເວົ້າວ່າ ສປປ ລາວບໍ່ແມ່ນປະເທດທີ່ມີການເລືອກຕັ້ງແບບປະຊາທິປະໄຕ. ລັດຖະທຳມະ
ນູນ ສະບັບປີ 1991 ຂອງລາວ ກຳນົດໃຫ້ພັກປະຊາຊົນປະຕິວັດລາວເປັນພັກການເມືອງ
ທີ່ຖືກຕ້ອງຕາມກົດໝາຍແຕ່ພຽງພັກດຽວທໍ່ນັ້ນ ແລະອະນຸມັດໃຫ້ມີບົດບາດນຳພາ ໃນ
ທຸກລະດັບຂອງລັດຖະບານ. ພັກປະຊາຊົນປະຕິວັດລາວເປັນຜູ້ກວດສອບບັນດາຜູ້ສະມັກ
ທັງໝົດ ທີ່ເຂົ້າແຂ່ງຂັນເອົາບ່ອນນັ່ງ ຢູ່ໃນສະພາແຫ່ງຊາດ ຊຶ່ງມີໜ້າທີ່ເປັນພຽງຜູ້ຢັ້ງຢືນ
ຫຼື Rubber-stamp ນະໂຍບາຍຂອງພັກ-ລັດແລະສະມາຊິກ 115 ຄົນຂອງສະພາແຫ່ງ
ຊາດ ເປັນຜູ້ເລືອກປະທານປະເທດ. ການເລືອກຕັ້ງແມ່ນມີຂຶ້ນໃນທຸກໆ 5 ປີ ແລະເທື່ອ
ລ່າສຸດມີຂຶ້ນໃນປີ 2006 ເວລາອະດີດຮອງປະທານປະເທດແລະລັດຖະມົນຕີກະຊວງປ້ອງ
ກັນປະເທດ ທ່ານຈູມມະລີ ໄຊຍະສອນ ເຂົ້າກໍາຕໍາແໜ່ງປະທານຜູ້ນໍາຂອງພັກປະຊາຊົນ
ປະຕິວັດລາວແລະຕຳແໜ່ງປະທານປະເທດ.
ການສໍ້ລາດບັງຫຼວງແລະໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງຂອງພວກເຈົ້າໜ້າທີ່ລັດຖະ
ບານແມ່ນມີກັນຢ່າງແຜ່ກວ້າງ. ການປະກາດຂອງເຈົ້າໜ້າທີ່ ແລະກົດໝາຍໃໝ່ຫຼາຍໆ
ສະບັບທີ່ແນໃສ່ເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງ ແມ່ນບໍ່ຄ່ອຍໄດ້ມີການຈັດຕັ້ງປະຕິບັດ
ແລະລະບຽບການຂອງລັດຖະບານເກືອບໃນທຸກໆດ້ານ ແມ່ນເປີດໂອກາດໃຫ້ມີການຮັບ
ເງິນສິນບົນ. ເຈົ້າໜ້າທີ່ອະວຸໂສຂອງລັດຖະບານແລະຂອງກອງທັບ ມັກຈະມີການພົວພັນ
ໃນການຄ້າກ່ຽວກັບການຕັດໄມ້ ບໍ່ແຮ່ແລະທຸລະກິດອື່ນໆ ທີ່ແນໃສ່ເພື່ອຫາຜົນປະໂຫຍດ
ແບບບໍ່ຖືກຕ້ອງຈາກຊັບພະຍາກອນທຳມະຊາດຂອງລາວ. ປະເທດລາວແມ່ນຕິດອັນດັບ
ທີ 158 ຂອງຈຳນວນທັງໝົດ 180 ປະເທດ ໃນການສຳຫຼວດລະດັບຄວາມໂປ່ງໃສຂອງ
ລັດຖະບານ ຂອງອົງການ Transparency International ປີ 2009.
ອິດສະຫຼະພາບໃນດ້ານການຂ່າວ ແມ່ນມີການຈໍາກັດຮັດແຄບຢ່າງຮ້າຍແຮງ. ນັກຂ່າວຄົນ
ໃດທີ່ຕຳໜິຕິຕຽນລັດຖະບານຫຼືລາຍງານກ່ຽວກັບເລື່ອງທີ່ເປັນບັນຫາຖົກຖຽງທາງດ້ານ
ການເມືອງກໍຈະປະເຊີນກັບການລົງໂທດທາງກົດໝາຍ. ລັດຖະບານເປັນເຈົ້າຂອງສື່ມວນ
ຊົນທັງໝົດ ຮວມທັງໜັງສືພິມ 3 ສະບັບ ທີ່ມີການພິມແຈກຈ່າຍໃນລະດັບທີ່ຂ້ອນຂ້າງຕໍ່າ.
ປະຊາຊົນ ທີ່ຢູ່ໃນລັດສະໝີຄື້ນສົ່ງຂອງວິທະຍຸເອເຊຍເສລີ ແລະລາຍການກະຈາຍສຽງຂອງ
ຕ່າງປະເທດອື່ນໆຈາກໄທກໍສາມາດເຂົ້າໄປຟັງແຫຼ່ງຂ່າວຂອງສື່ມວນຊົນທີ່ເປັນທາງເລືອກ
ເຫຼົ່ານີ້. ການຊົມໃຊ້ລະບົບອິນເຕີແນັດໄດ້ມີການຈໍາກັດຮັດແຄບຢ່າງເຄັ່ງຄັດ ແລະເນື້ອໃນ ແມ່ນຜ່ານການກວດກາ.
ໃນດ້ານອິດສະຫຼະພາບໃນການເຊື່ອຖືສາສະ
ໜານັ້ນ ລາຍງານເວົ້າວ່າໄດ້ມີການຈໍາກັດຮັດ
ແຄບຢ່າງເຄັ່ງຄັດ. ຊາວຄຣິສຕຽນ ຈໍານວນ
ຫຼາຍສິບຄົນໄດ້ຖືກຈັບກຸມໃນຂໍ້ຫາກ່ຽວກັບ
ສາສະໜາແລະອີກຫຼາຍສິບຄົນໄດ້ຖືກຈໍາຄຸກ
ຍ້ອນທໍາການເຜີຍແຜ່ສາສະໜາ ຫຼືທໍາການ
ເຄື່ອນໄຫວອື່ນໆໃນດ້ານສາສະໜາກິດ.
ລັດຖະບານໄດ້ບັງຄັບໃຫ້ຊາວຄຣິສຕຽນຈໍາ
ນວນນຶ່ງປະ ຫຼືອອກຈາກສາສະໜາ ຢຶດຊັບ
ສິນຂອງພວກເຂົາເຈົ້າແລະຫ້າມບໍ່ໃຫ້ພວກ
ເຂົາເຈົ້າສະເຫຼີມສະຫຼອງບຸນຕ່າງໆຂອງ
ສາສະໜາຄຣິສຕ໌. ການປະຕິບັດສາສະໜາກິດຂອງພວກຊາວພຸດຊຶ່ງເປັນຊົນກຸ່ມໃຫຍ່ຢູ່ໃນ
ລາວນັ້ນກໍໄດ້ມີການຈຳກັດຮັດແຄບໂດຍຜ່ານການຄວບຄຸມໃນການຝຶກອົບຮົມພະສົງຂອງ
ພັກປະຊາຊົນປະຕິວັດລາວ ແລະການຄວບຄຸມຢູ່ຕາມວັດວາແລະສະຖານທີ່ທາງສາສະໜາ
ແຫ່ງຕ່າງໆ.
ອິດສະຫຼະພາບໃນດ້ານການສຶກສາແມ່ນບໍ່ໄດ້ຮັບການເຄົາລົບ. ພວກສາສະດາຈານຢູ່ຕາມ
ມະຫາວິທະຍາໄລຕ່າງໆ ບໍ່ສາມາດສິດສອນຫຼືຂຽນກ່ຽວກັບປະຊາທິປະໄຕ ສິດທິມະນຸດ
ແລະເລື່ອງອື່ນໆທີ່ມີຄວາມຫຼໍ່ແຫຼມທາງດ້ານການເມືອງ. ເຖິງແມ່ນໃນເວລານີ້ ມີພວກຊາວ
ໜຸ່ມຈຳນວນນຶ່ງໄດ້ຖືກສົ່ງໃຫ້ໄປເຂົ້າມະຫາວິທະຍາໄລແລະຮັບການສຶກສາລະດັບປລິນຍາ
ໂທຢູ່ໃນຕ່າງປະເທດກໍຈິງ ແຕ່ພວກເຂົາເຈົ້າຈະໄດ້ຖືກຄັດເລືອກໂດຍລັດຖະບານ ແລະ
ໂດຍທົ່ວໄປແລ້ວກໍເປັນພວກລູກເຕົ້າຂອງເຈົ້າໜ້າທີ່ອະວຸໂສແລະພວກນາຍທະຫານ. ໃນ
ໄລຍະສອງສາມປີຜ່ານມານີ້ ການສອດແນມຂອງລັດຖະບານເບິ່ງປະຊາຊົນໄດ້ມີການຫຼຸດ
ຜ່ອນລົງ ແຕ່ການກວດຄົ້ນໂດຍບໍ່ໄດ້ຮັບອະນຸຍາດຍັງດໍາເເນີນຢູ່ຕໍ່ມາ.
ລາຍງານເວົ້າຕື່ມວ່າ ລັດຖະບານໄດ້ຈໍາກັດຮັດແຄບຢ່າງເຄັ່ງຄັດທີ່ສຸດ ອິດສະຫຼະພາບໃນ
ການໂຮມຊຸມ. ກົດໝາຍຂອງລາວຫ້າມບໍ່ໃຫ້ເຂົ້າຮ່ວມໃນອົງການຈັດຕັ້ງຕ່າງໆທີ່ພົວພັນ
ນໍາການເດີນຂະບວນຫຼືໂຮມຊຸມນຸມປະທ້ວງ ຫຼືວິທີການອື່ນໆທີ່ເປັນສາເຫດພາໃຫ້ເກີດ
ຄວາມວຸ້ນວາຍຫຼືເຮັດໃຫ້ສັງຄົມບໍ່ມີສະຖຽນລະພາບ. ພວກທີ່ຖືກພົບເຫັນວ່າມີຄວາມຜິດ
ກ່ຽວກັບກົດໝາຍເຫຼົ່ານີ້ ສາມາດໄດ້ຮັບໂທດໜັກເຖິງຈຳຄຸກ 5 ປີ. ລາວອະນຸຍາດໃຫ້ມີ
ອົງການຈັດຕັ້ງ ເພື່ອໃຫ້ຄວາມຊ່ອຍເຫຼືອທາງດ້ານສັງຄົມສົງເຄາະແລະກຸ່ມຈັດຕັ້ງອາຊີບ
ທີ່ບໍ່ຂຶ້ນກັບລັດຖະບານຈຳນວນນຶ່ງ ແຕ່ບັນດາອົງການຈັດຕັ້ງເຫຼົ່ານີ້ໄດ້ຖືກຫ້າມບໍ່ໃຫ້ພົວ
ພັນໃນດ້ານການເມືອງແລະຖືກທາງການຄວບຄຸມຢ່າງເຄັ່ງຄັດ. ສະຫະພັນແຮງງານທັງ
ໝົດ ຕ້ອງເປັນສະມາຊິກຂອງສະຫະພັນກຳມະບານຂອງທາງການລາວ. ການນັດຢຸດ
ງານແມ່ນບໍ່ໄດ້ຖືກຫ້າມຢ່າງເປັນການເປີດແປນ ແຕ່ພວກຄົນງານກໍບໍ່ຄ່ອຍມີການນັດຢຸດ
ງານປະທ້ວງ ແລະພວກເຂົາເຈົ້າແມ່ນບໍ່ມີສິດທີ່ຈະທຳການຕໍ່ຮອງແບບເປັນໝູ່ຄະນະ.
ລາຍງານເວົ້າວ່າສານຕ່າງໆກໍມີການສໍ້ລາດບັງຫຼວງແລະຢູ່ພາຍໃຕ້ການຄວບຄຸມຂອງ
ພັກປະຊາຊົນປະຕິວັດລາວ. ການແກ່ຍາວຂັ້ນຕອນໃນການດຳເນີນຄະດີ ແມ່ນຖືເປັນ
ເລື່ອງທຳມະດາໂດຍສະເພາະແລ້ວແມ່ນຄະດີຕ່າງໆກ່ຽວກັບຄວາມຂ້ອງໃຈ ແລະການ
ຮ້ອງທຸກຂອງປະຊາຊົນ ໃນການໃຊ້ອຳນາດໄປໃນທາງຜິດຂອງລັດຖະບານ. ກໍາລັງ
ຮັກສາຄວາມສະຫງົບ ມັກຈະຄຸມຂັງແບບຜິດກົດໝາຍພວກຜູ້ຕ້ອງສົງໄສ ແລະມີການ
ກ່າວຫາວ່າມີຊາວລາວຈຳນວນນຶ່ງໄດ້ຖືກຄຸມຂັງດົນກວ່ານຶ່ງທົດສະວັດ ໂດຍປາດສະ
ຈາກການດຳເນີນຄະດີ. ນອກນັ້ນ ຍັງມີພວກນັກເຄື່ອນໄຫວທາງດ້ານການເມືອງຫຼາຍ
ຮ້ອຍຄົນຖືກຈັບກຸມຄຸມຂັງເປັນເວລາຫຼາຍໆເດືອນຫຼືບໍ່ກໍຫຼາຍປີໂດຍບໍ່ມີການດຳເນີນ
ຄະດີ. ພວກນັກໂທດມັກຈະຖືກທໍລະມານ ແລະຕ້ອງໄດ້ໃຫ້ເງິນສິນບົນ ແກ່ເຈົ້າໜ້າທີ່
ເພື່ອຈະໄດ້ຮັບອາຫານການກິນທີ່ດີຂຶ້ນ ຢາປົວພະຍາດ ການຢ້ຽມຢາມຂອງຄອບຄົວ
ແລະການປະຕິບັດທີ່ມີມະນຸດສະທຳຫຼາຍຂຶ້ນ.
ລາຍງານກ່າວວ່າ ການຈຳແນກກີດກັນຕໍ່ບັນດາສະມາຊິກຂອງຊົນເຜົ່າກຸ່ມນ້ອຍມີຂຶ້ນ
ເປັນປະຈຳ. ຊາວມົ້ງທີ່ເຄີຍເຂົ້າຮັບໃຊ້ຢູ່ໃນກອງກຳລັງທີ່ເປັນພັນທະມິດກັບສະຫະລັດ
ໃນປາງສົງຄາມຫວຽດນາມນັ້ນແມ່ນພິເສດບໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະ
ບານລາແລະປະເຊີນກັບການປະຕິບັດຕໍ່ທີ່ ຮຸນແຮງ. ມີຊາວມົ້ງຫຼາຍໆພັນຄົນໄດ້ຖືກ
ບັງຄັບໃຫ້ຍົກຍ້າຍໜີຈາກດິນດອນຂອງພວກເຂົາເຈົ້າ ເພື່ອແຜ້ວທາງໃຫ້ມີການສວຍ
ໃຊ້ປະໂຫຍດໃນການຕັດໄມ້ແລະຊັບຍາກອນທຳມະຊາດອື່ນໆ.
ລາຍງານເວົ້າວ່າ ດິນທັງໝົດແມ່ນເປັນຂອງລັດເຖິງແມ່ນປະຊາຊົນມີສິດໃນການນຳໃຊ້
ກໍຈິງ. ເນື່ອງຈາກການບໍ່ມີລະບົບທີ່ໃຫ້ຄວາມຍຸດຕິທຳຫຼືມີຄວາມເຂັ້ມແຂງໃນການຄຸ້ມ
ຄອງສິດທິກ່ຽວກັບທີ່ດິນຫຼືການຈ່າຍເງິນຊົດເຊີຍສຳລັບການຖືກຍົກຍ້າຍນັ້ນໂຄງການ
ພັດທະນາຕ່າງໆຈຶ່ງມັກພາໃຫ້ປະຊາຊົນ ມີຄວາມບໍ່ພໍໃຈ ແລະບາງຄັ້ງ ມີການປະທ້ວງ
ແບບຮຸນແຮງເກີດຂຶ້ນ.
ລາຍງານປະຈຳປີຂອງອົງການ Freedom House ກ່າວວ່າເຖິງແມ່ນກົດໝາຍໃຫ້ການ
ຄໍ້າປະກັນວ່າພວກແມ່ຍິງມີສິດຫຼາຍໆຢ່າງເທົ່າທຽມກັນກັບພວກຜູ້ຊາຍກໍຕາມແຕ່ການ
ຈຳແນກກີດກັນໃນທາງເພດແລະການລ່ວງລະເມີດແມ່ນຍັງມີກັນຢ່າງແຜ່ກວ້າງ. ຂະນົບ
ທຳນຽມປະເພນີແລະອິດທິພົນທາງດ້ານສາສະໜາແມ່ນມີສ່ວນເຮັດໃຫ້ພວກແມ່ຍິງມີໂອ
ກາດໜ້ອຍກວ່າພວກຜູ້ຊາຍໃນການໄດ້ຮັບການສຶກສາ ໃນການເຂົ້າເຮັດວຽກເຮັດການ
ແບບເທົ່າທຽມກັນ ແລະການໄດ້ຮັບຜົນປະໂຫຍດ ຂອງພວກຄົນງານ. ຄວາມທຸກຍາກ
ໄດ້ເຮັດໃຫ້ ບັນຫາເຫຼົ່ານີ້ທະວີຄວາມຮ້າຍແຮງຂຶ້ນຕື່ມແລະເຮັດໃຫ້ພວກແມ່ຍິງຈຳນວນ
ຫຼວງຫຼາຍມີຄວາມສ່ຽງເພີ່ມຂຶ້ນຈາກການສວຍໃຊ້ປະໂຫຍດແລະການລ່ວງລະເມີດຂອງ
ລັດ ແລະຂອງສັງຄົມ. ມີການກະປະມານກັນວ່າ ມີແມ່ຍິງ ແລະຍິງສາວລາວ ລະຫວ່າງ
15,000 ຫາ 20,000 ຮວມທັງພວກຊົນເຜົ່າຈຳນວນນຶ່ງ ໄດ້ຕົກເປັນເຫຍື່ອ ຂອງການ
ຄ້າມະນຸດໃນແຕ່ລະປີເພື່ອໃຫ້ເປັນໂສເພນີ. ໃນເດືອນພຶດສະພາປີ 2009 ຜ່ານມາທ່າມ
ກາງທີ່ມີຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງເຊື້ອ HIV ແລະໂຣກເອດສ໌ນັ້ນ
ລັດຖະບານລາວກໍໄດ້ລິເລີ້ມໂຄງການນຶ່ງ ທີ່ແນເປົ້າໝາຍໃສ່ພວກກະເທີຍ ຫຼືພວກຜູ້ຊາຍ
ຮັກຮ່ວມເພດ ຊຶ່ງຕາມປົກກະຕິແລ້ວພວກເຂົາເຈົ້າໄດ້ຂາຍໂຕເພື່ອຫາລ້ຽງຊີບຍ້ອນໄດ້ມີ
ການຈຳແນກກີດກັນຢ່າງຮ້າຍແຮງ. ການປຸກລະດົມທີ່ວ່ານີ້ແມ່ນຮວມທັງການຕັ້ງຄລີນິກ
ພິເສດຂຶ້ນເພື່ອໃຫ້ການກວດແລະການປິ່ນປົວພວກຄົນປ່ວຍ.