ວັນຈັນທີ 22 ກໍລະກົດທີ່ຜ່ານມາໄດ້ກາຍເປັນມື້ທີ່ຮ້ອນທີ່ສຸດອີກຄັ້ງນຶ່ງໃນສະຖິ ຕິ, ອີງຕາມຂໍ້ມູນເບື້ອງຕົ້ນຈາກອົງການຕິດຕາມຂອງ ສະຫະພາບ ຢູໂຣບ, ເຊິ່ງໄດ້ແຊງກາຍວັນອາທິດ ທີ 21 ກໍລະກົດ ທີ່ຫາກໍໄດ້ສ້າງຖິຕິນັ້ນ.
ອຸນຫະພູມສະເລ່ຍເທິງຜິວໂລກໄດ້ເພີ່ມຂຶ້ນເປັນ 17.15 ອົງສາແຊລຊຽສ, ສູງກວ່າບັນທຶກເມື່ອວັນອາທິດ 0.06 ອົງສາ ຕາມການລາຍງານຂອງອົງການ ບໍລິການສະພາບອາກາດປ່ຽນແປງ ຄໍເປີນິຄັສ ເຊິ່ງຕິດຕາມຮູບແບບສະພາບອາ ກາດດັ່ງກ່າວນັບຕັ້ງແຕ່ປີ 1940.
ສະຖິຕິດັ່ງກ່າວຖືກຕັ້ງຂຶ້ນໃນຄັ້ງທີ່ຜ່ານມາ 4 ວັນຕິດຕໍ່ກັນໃນຕົ້ນເດືອນກໍລະກົດ 2023. ກ່ອນໜ້ານັ້ນ, ວັນທີ່ຮ້ອນທີ່ສຸດແມ່ນຢູ່ໃນເດືອນສິງຫາ ປີ 2016.
ນັກວິທະຍາສາດສະພາບອາກາດ ທ່ານ ຄາສເທັນ ຮາວສໄຕນ໌ ຢູ່ມະຫາວິທະ ຍາໄລ ໄລບຊິກ ໃນປະເທດ ເຢຍຣະມັນ ກ່າວວ່າ “ຄືນວັນຈັນທີ່ຜ່ານມານີ້ ໄດ້ຕັ້ງສະຖິຕິໃໝ່ສໍາລັບວັນທີ່ຮ້ອນທີ່ສຸດໃນໂລກ ຮ້ອນທີ່ສຸດເທົ່າທີ່ເຄີຍມີມາໃນ ໂລກ, ຕາມທີ່ວ່ານັ້ນຂ້າພະເຈົ້າໝາຍເຖິງຢ້ອນກັບຄືນໄປຫຼາຍສິບພັນປີ.”
ໃນປັດຈຸບັນນີ້, ເມືອງຕ່າງໆໃນ ຍີ່ປຸ່ນ, ອິນໂດເນເຊຍ ແລະ ຈີນ ແມ່ນມີ ຄວາມຮ້ອນສູງເປັນປະຫວັດການ. ບັນດາປະເທດໃນອ່າວ ເອີເຊຍ ກໍເຊັ່ນກັນ, ທີ່ຮ້ອນເອົ້າທະລຸກາຍດັດສະນີ, ເຊິ່ງວັດຈາກຄວາມຊຸ່ມກາຍ 60 ອົງສາແຊລ ຊຽສ. ໃນຂະນະດຽວກັນ ອຸນຫະພູມໃນຫຼາຍພາກສ່ວນຂອງ ຢູໂຣບ ກໍສູງກາຍ 45 ອົງສາແຊລຊຽສແລ້ວ.
ສະພາບອາກາດປ່ຽນແປງ, ທີ່ຖືກຜັກດັນໂດຍການຈູດນໍ້າມັນເຊື້ອໄຟຟອສຊິລ, ແມ່ນຢູ່ເບື້ອງຫຼັງສະຖິຕິດັ່ງກ່າວ, ອີງຕາມການກ່າວຂອງບັນດານັກວິທະຍາ ສາດ. ແຕ່ບໍ່ຄືປີກາຍນີ້, ເຊິ່ງມີສະພາບອາກາດປ່ຽນແປງປະສົມກັບປາກົດການ ສະພາບອາກາດ ແອລ ນິນໂຍ ໄດ້ກໍ່ໃຫ້ເກີດສະຖິຕິໃໝ່ປະຈຳວັນ, ເຊິ່ງມັນບໍ່ ແມ່ນກໍລະນີຂອງເດືອນກໍລະກົດນີ້.
ອ່ານຂ່າວນີ້ເປັນພາສາອັງກິດ
Monday, July 22 was again the hottest day on record, according to preliminary data from a European Union monitoring agency, inching past Sunday, July 21 which had just taken the title.
The global average surface air temperature rose to 17.15 degrees Celsius — 0.06 degrees higher than Sunday's marginal record according to the Copernicus Climate Change Service, which has been tracking such patterns since 1940.
The record had last been set for four consecutive days in a row in early July 2023. Before that, the hottest day was in August 2016.
"This past Monday might have set a new global record for warmest absolute global average temperature ever — by that I mean going back tens of thousands of years," said climate scientist Karsten Haustein at Leipzig University in Germany.
In recent days, cities in Japan, Indonesia and China have registered record heat. Gulf countries, too, have sweltered through heat indexes — factoring in humidity — exceeding 60 degrees Celsius. Meanwhile temperatures in parts of Europe have surged past 45 degrees Celsius.
Climate change, driven by the burning of fossil fuels, is behind the record, scientists said. But unlike last year, which saw climate change combine with the El Nino climate pattern to usher in a new daily record, that is not the case this July.
ຟໍຣັມສະແດງຄວາມຄິດເຫັນ