ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະນາຄານ​ໂລກ​ ອະນຸມັດ ​ເງິນກູ້​ຢືມ​ ໃຫ້​ມຽນມາ ເພື່ອປັບປຸງ ໂຮງ​ໄຟຟ້າ​ (ວີດີໂອ)


BURMA WORLD BANK SOTVO.mov
please wait

No media source currently available

0:00 0:00:51 0:00
ທະນາຄານ​ໂລກ​ໄດ້​ອະນຸມັດ​ເງິນກູ້​ຢືມ​ກ້ອນ​ນຶ່ງເພື່ອຊ່ອຍ​ໃນການ
ເຮັດ​ໃຫ້ໂຮງ​ໄຟຟ້າ​ໃນ​ມຽນມາ ມີ​ປະສິດທິພາບ​ເພີ່ມຂຶ້ນ ບ່ອນ​ທີ່​ມີ
​ຫຼາຍ​ກວ່າ 70% ຂອງ​ປະຊາຊົນ​ບໍ່​ມີໄຟຟ້າ​ໃຊ້.

​ອົງການ​ໃຫ້​ເງິນ​ກູ້​ຢືມ​ເພື່ອ​ການ​ພັດທະນາ​ຂອງ​ໂລກດັ່ງກ່າວ
ໄດ້​ອະນຸມັດ​ເງິນ​ທຶນ​ຈໍານວນ 140 ລ້ານ​ໂດ​ລາ ໃນ​ວັນ​ອັງຄານ
​ວານ​ນີ້ ຊຶ່ງ​ເງິນ​ກ້ອນ​ນີ້​ຈະ​ບໍ່​ມີດ​ອກ​ເບ້ຍ ​ເພື່ອ​ຊ່ອຍ​ປັບປຸງຍົກ​
ລະດັບ ໂຮງ​ໄຟຟ້າ ທີ່​ປຸກ​ສ້າງ​ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ ​
ໃນ​ລັດ​ມອນ ທາງພາກຕາ​ເວັນ​ອອກຂອງ​ປະ​ເທດ.

​ໂດຍ​ການ​ປ່ຽນ​ເຄື່ອງ​ປັ່ນ​ທີ່​ແລ່ນ​ດ້ວຍ​ແກັສ ທີ່​ມີ​ອາຍຸ​ເກົ່າ​ແກ່
​ແລ້ວນັ້ນ ທາງ​ທະນາຄານໂລກຫວັງວ່າ ​ໂຮງ​ໄຟ​ຟ້າ​ແຫ່ງ​ນີ້ ສາມາດເພີ່ມພະລັງງານ​ໄຟຟ້າ​
ໄດ້ຕື່ມ​250 ​ເປີ​ເຊັນ​ ​ເພື່ອ​ສະໜອງ​ຕອບ ​ໄດ້​ເຄິ່ງນຶ່ງ ຕໍ່​ຄວາມ​ຕ້ອງ​ການສູງ​ສຸດ ​ໃນ​ລັດ​ທີ່​ເປັນ
ເຂດ​ຊົນນະບົດນັ້ນ.

ທະນາຄານ​ໂລກກ່າວ​ວ່າ ​ໂຄງການ​ດັ່ງກ່າວ​ນີ້​ ແມ່ນ​ບາດກ້າວ​ທໍາ​ອິດ​ທີ່​ຈະນໍາເອົາພະລັງ
ງານທີ່​ສະອາດ​ໃນ​ປະລິມານ​ເພີ່ມ​ຂຶ້ນ ມາສູ່​ມຽນມາ ຊຶ່ງ​ມັນ​ຈະ​ເປັນ​ປັດ​ໃຈ​ສໍາຄັນ ​ທີ່​ຈະ​
ຊ່ອຍ​ຫຼຸດຜ່ອນ​ຄວາມ​ທຸກຈົນລົງ.

ມຽນມາ ຊຶ່ງ​ເປັນປະ​ເທດ​ທີ່​ດ້ອຍ​ພັດທະນາ ​ກໍາລັງ​ພື້ນ​ຕົວ​ຄືນ​ຈາກ​ການ​ຖືກ​ໂດດ​ດຽວ​ທາງ
​ດ້ານ​ເສດຖະກິດ​ແລະ​ທາງ​ການ​ເມືອງ​ມາເປັນ​ເວລາ​ດົນ​ນານ​ເຖິງ 5 ທົດ​ສະ​ວັດ ທີ່ຢູ່ພາຍ​
ໃຕ້​ການ​ປົກຄອງ​ຂອງ​ພວກ​ຜູ້​ນໍາ​ຜະ​ເດັດ​ການ​ທະຫານ​ນັ້ນ.

ລັດຖະບານ​ພົນລະ​ເຮືອນໃໝ່ນີ້ ​ໄດ້​ເຂົ້າ​ກໍາ​ອໍານາດ​ໃນ​ປີ 2011 ​ແລະ​ກໍ​ໄດ້​ເລີ່​ມທໍາ​ການ​
ປັບປຸງ ​ແກ້ໄຂ​ແລະ​ປະຕິ​ຮູບ​ທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ທາງ​ທະນາຄານ​ໂລກ ​ແລະກຸ່ມອື່ນໆໄດ້​ເຂົ້າ​ມາ​ພົວພັນ​ແລະ​ກໍ​ເລີ່​ມ
ຜ່ອນຜັນການ​ລົງ​ໂທດທາງ​ດ້ານ​ເສດຖະກິດຕໍ່​ມຽນມາ.
XS
SM
MD
LG