ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວັນໂຣກ AIDS ຂອງໂລກ


ທໍານຽບຂາວ ໃນວັນໂຣກ AIDS
ທໍານຽບຂາວ ໃນວັນໂຣກ AIDS

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ມີ​ໝາຍ​ກໍານົດ​ທີ່​ຈະ​ເປັນ​ປະທານ​ໃນ​ພິທີ
ຂືດໝາຍວັນ​ໂຣກ AIDS ຂອງ​ໂລກ​ ທີ່​ກຸງ​ວໍ​ຊິງ​ຕັນ ​ໃນ​ວັນ​ພຸດມື້​ນີ້.

ໃນ​ຄໍາ​ປະກາດ​ທີ່ອອກ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາທີ່ຈະ​
ໃຫ້ການ​ຊ່ອຍ​ເຫລືອ​ປະຊາຊົນ​ ​ຈໍານວນ 33 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ ທ່ີດໍາລົງ​ຊີວິດ​ຢູ່ກັບ
ເຊື້ອ HIV ​ແລະ​ໂຣກ AIDS ນັ້ນ ​ແລະ​ທ່ານ​ໄດ້​ໃຫ້ຄໍາ​ໝັ້ນ​ໝາຍ​ຄືນ​ອີກ​ໃນ​ຄວາມ​ພະຍາ
ຍາມ​ຂອງ​ລັດຖະບານ​ຂອງ​ທ່ານ​ ທີ່​ຈະເສີມ​ສ້າງຕໍ່ຈາກຄວາມ​ຄືບ​ໜ້າ​ທີ່ໄດ້​ບັນລຸ​ມາ​ໃນ​ການ​
ຕໍ່ສູ້ກັບເຊື້ອ HIV ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໄວຣັສດັ່ງກ່າວ​ ແຜ່ລາມ​ອອກ​ໄປ​ອີກ​ນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ອົງການ​ຊ່ອຍ​ເຫລື​ອ​ເດັກ​ຂອງ​ສະຫະ​ປະຊາ​ຊາດ​ຫລື UNICEF
ໄດ້​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນຶ່ງ ທີ່​ກ່າວ​ວ່າ ພວກ​ເດັກ​ເກີດ​ໃໝ່ລຸ່ນ​ຕໍ່​ໄປ​ສາມາດ​ເກີດມາ​
ໂດຍ​ປາສະ​ຈາກ​ເຊື້ອ HIV ​ໄດ້ ຖ້າ​ຫາກ​ປະຊາ​ຄົມ​ໂລກ​ເພີ່ມ​ຄວາມ​ພະຍາຍາມຂອງ​ຕົນ​ຂຶ້ນ
ເພື່ອ​ອໍານວຍ​ໃຫ້​ທຸກໆຄົນ ໄດ້ຮັບການ​ປ້ອງ​ກັນ​ເຊື້ອ HIV ພ້ອມ​ທັງ​ການ​ປິ່ນປົວ​ ແລະ​ ການ​ປົກ​ປ້ອງ​ດ້ານ​ສັງຄົມ​.

ກ່ຽວຂ້ອງກັນ

XS
SM
MD
LG