ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຄົມ ອຸດສາຫະກຳ ປຸງແຕ່ງໄມ້ ຮ່າງບົດ ສະເໜີ 3 ສະບັບເພື່ອຂໍຄວາມຊ່ວຍເຫຼືອ ຈາກ ລັດຖະບານ ລາວ


ຊ່າງໄມ້ຄົນໜຶ່ງກຳລັງຜະລິດເຄື່ອງເຟີນິເຈີຈາກໄມ້ໃນໂຮງງານແຫ່ງໜຶ່ງໃນ ລາວ.
ຊ່າງໄມ້ຄົນໜຶ່ງກຳລັງຜະລິດເຄື່ອງເຟີນິເຈີຈາກໄມ້ໃນໂຮງງານແຫ່ງໜຶ່ງໃນ ລາວ.

ສະມາຄົມອຸດສາຫະກຳປຸງແຕ່ງໄມ້ ລາວ ຈັດທຳບົດສະເໜີ 3 ສະບັບເຖິງລັດຖະບານ ລາວ ເພື່ອຂໍໃຫ້ຊ່ວຍສົ່ງເສີມ ແລະ ພັດທະນາຜະລິດຕະພັນອຸດສາຫະກຳປຸງແຕ່ງໄມ້ຂອງ ລາວ ໃຫ້ໄດ້ມາດຕະຖານສາກົນ.

ທ່ານ ທອງສະຫວັນ ສຸລິຍະມາດ ປະທານສະມາຄົມອຸດສາຫະກຳປຸງແຕ່ງໄມ້ ລາວ ໃຫ້ ການຢືນຢັນວ່າ ຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນ ການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ທີ່ປະ ກາດບັງຄັບໃຊ້ນັບແຕ່ວັນທີ 13 ພຶດສະພາ 2016 ເປັນຕົ້ນມາໄດ້ສົ່ງຜົນດີິຕໍ່ພາກອຸດສາ ຫະກຳປຸງແຕ່ໄມ້ໃນ ລາວ ເນື່ອງຈາກວ່າຄຳສັ່ງດັ່ງກ່າວນີ້ຈະເຮັດໃຫ້ໂຮງງານປຸງແຕ່ງໄມ້ ສາມາດ ເຂົ້າເຖິງວັດຖຸດິບໄດ້ ສະດວກຂຶ້ນ ແລະ ພຽງພໍກັບຄວາມຕ້ອງການ.

ທັງນີ້ເພາະວ່າການລັກລອບຕັດ ແລະ ຄ້າໄມ້ຜິດກົດໝາຍໃນໄລຍະທີ່ຜ່ານມາໄດ້ເຮັດໃຫ້ ລາຄາໄມ້ຂອງ ລາວ ຕຳ່ກວ່າລາຄາຕະຫຼາດໂລກ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ ພາກທຸລະກິດປຸງແຕ່ງໄມ້ທີ່ຖືກກົດໝາຍໃນ ລາວ ອ່ອນແອລົງ ທັງຍັງເສຍໂອກາດໃນ ການແຂ່ງຂັນ ແລະ ການພັດທະນາການປຸງແຕ່ງທີ່ເປັນທີ່ຍອມຮອບຂອງສາກົນ ເພາະວ່າ ໄມ້ຜິດກົດໝາຍທີ່ຮົ່ວໄຫຼອອກສູ່ຕ່າງປະເທດນັ້ນເຮັດໃຫ້ ລາວ ເສຍພາບພົດໃນເວທີສາ ກົນນັ້ນເອງ.

ໂດຍໃນປະຈຸບັນ ສະມາຄົມອຸດສາຫະກຳປຸງແຕ່ງໄມ້ໃນ ລາວ ມີສະມາຊິກ 128 ລາຍທີ່ ເປັນເຈົ້າຂອງກິດຈະການໂຮງງານປຸງແຕ່ໄມ້ໃນທົ່ວປະເທດ ທີ່ໄດ້ຮ່ວມກັນຍື່ນໃບ ສະເໜີ 3 ສະບັບເພື່ອຂໍໃຫ້ລັດຖະບານ ລາວ ພິຈາລະນາໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ທີ່ປະກອບດ້ວຍການແກ້ໄຂບັນຫາໄດ້ຕົກຄ້າງຈາກຜົນກະທົບຂອງຄຳສັ່ງນາຍົກ ລັດຖະ ມົນຕີເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ດັ່ງກ່າວ ທີ່ສົ່ງຜົນກະທົບເຖິງໄມ້ທີ່ ບັນດາໂຮງງານປຸງແຕ່ງຈະນຳໃຊ້ເປັນວັດຖຸດິບ ການກຳນົດລາຍການຜະລິດຕະພັນໄມ້ທີ່ ລັດຖະບານຈະສົ່ງເສີມໃຫ້ພັດທະນາເປັນຜະລິດຕະພັນ ເພື່ອສົ່ງອອກໄປຕ່າງປະເທດ ແລະ ຍຸດທະສາດພັດທະນາອຸດສາຫະກຳປຸງແຕ່ງໄມ້ຂອງ ລາວ ໃຫ້ໄດ້ມາດຕະຖານສາ ກົນ ຊຶ່ງຈະຕ້ອງຈັດຕັ້ງປະຕິດບັດຄຽງຄູ່ກັນໄປກັບການປາບປາມການລັກລອບຕັດໄມ້ ດັ່ງ ທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ອະທິບາຍວ່າ.

"ຕາມແຜນເພື່ອຄຸ້ມຄອງໄມ້,​ ປັບປຸງໂຮງງານປຸງແຕ່ໄມ້ນີ້ ຈະສະເໜີຕັ້ງຄະນະກຳມະ ການສະເພາະກິດຂຶ້ນ ເພາະເຫັນວ່າການລັກຕັດໄມ້ທຳລາຍປ່ານີ້ ມັນກ່ຽວຂ້ອງກັບ ຫຼາຍຂະແໜງການ ບໍ່ສະເພາະແຕ່ໂຮງງານ ດັ່ງນັ້ນຈຶ່ງຄວນຕັ້ງຄະນະໜຶ່ງຂຶ້ນປະກອບ ຈາກຫຼາຍຂະແໜງການ ເພື່ອມາກຳນົດວ່າເຮົານີ້ສິຂຸດຄົ້ນໄມ້ແນວໃດ ແລ້ວເຮົາສິຄຸ້ມ ຄອງແນວໃດ ແລະ ເຮົາສິຕິດຕາມກວດກາແນວໃດ ຄະນະດັ່ງກ່າວນີ້ອາດຈະຈັດຕັ້ງ ຂຶ້ນຢູ່ຂັ້ນແຂວງເນາະ ຫຼັງຈາກເຮົາຈັດຕັ້ງປະຕິບັດໃນແຕ່ລະແຂວງສຳເລັດແລ້ວ ແມ່ນ ເຮົາມອບໃຫ້ຄະນະສະເພາະກິດຂັ້ນແຂວງນີ້ເປັນຜູ້ສືບຕໍ່ປົກປັກຮັກສາ ແລະ ດຳ ເນີນຕາມລະບຽບການນີ້ຕໍ່ໄປອີກ."

ບັນດາເຈົ້າໜ້າທີ່ລັດຖະບານ ລາວ ທ່ຽວຊົ່ມຜະລິດຕະພັນໄມ້ ໃນງານວາງສະແດງ ເຟີນິເຈີ. ນະຄອນຫຼວງວຽງຈັນ, ລາວ.
ບັນດາເຈົ້າໜ້າທີ່ລັດຖະບານ ລາວ ທ່ຽວຊົ່ມຜະລິດຕະພັນໄມ້ ໃນງານວາງສະແດງ ເຟີນິເຈີ. ນະຄອນຫຼວງວຽງຈັນ, ລາວ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຖະແຫຼງຢືນຢັນວ່າພະນັກງານ ລັດທຸກຄົນມີໜ້າທີ່ຈະຕ້ອງຈັດຕັ້ງ ປະຕິບັດຢ່າງເຄັ່ງຄັດຕາມຄຳສັ່ງນາຍົກລັດຖະມົນ ຕີເລກທີ 15/ນຍ ໂດຍຖ້າຫາກກວດພົບວ່າພະນັກງານລັດຄົນໃດປະຕິບັດໜ້າທີ່ໄປໃນທິດ ທີ່ຂັດແຍ້ງກັບຄຳສັ່ງ ຫຼື ມີສ່ວນກ່ຽວຂ້ອງກັບການລັກລອບຄ້າໄມ້ເຖື່ອນ ກໍຈະຖືກລົງໂທດ ຕາມກົດໝາຍໂດຍບໍ່ມີການຍົກເວັ້ນ.

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີ ລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ທີ່ແນໃສ່ການຢຸດ ຢັ້ງການສົ່ງອອກໄມ້ທ່ອນ ແລະ ປາບປາມການຄ້າໄມ້ຜິດກົດໝາຍໃຫ້ໄດ້ຢ່າງແທ້ຈິງ ໂດຍ ມີສາລະສຳຄັນໃນຂໍ້ 1 ທີ່ໄດ້ກຳນົດໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນທົ່ວປະ ເທດຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິ ບັດໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າ ໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້, ທຸລະກິດການຄ້າໄມ້ ແລະ ການສົ່ງໄມ້ໄປຕ່າງ ປະເທດ.

ສ່ວນຂໍ້ທີ 2 ກໍໄດ້ລະບຸຢ່າງຊັດເຈນວ່າໃຫ້ຍຸຕິການສົ່ງອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້, ເຫງົ້າໄມ້, ຕໍໄມ້, ປູດໄມ້,​ ງ່າໄມ້, ໄມ້ຢືນຕົ້ນ ຫຼື ໄມ້ປະດັບທີ່ຂຸດຄົ້ນ ອອກຈາກປ່າທຳມະຊາດໄປຕ່າງປະເທດໃນທຸກກໍລະນີຢ່າງເດດຂາດ ລວມທັງໄມ້ທີ່ລັດ ຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ໂດຍຈະອະນຸຍາດໃຫ້ສົ່ງ ອອກໄດ້ສະເພາະໄມ້ທີ່ໄດ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຕາມາດຕະຖານທີ່ກະ ຊວງອຸດສາຫະກຳ ແລະ ການຄ້າໄດ້ວາງອອກຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ສຳລັບ ກ່ຽວກັບ ການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ຄຳສັ່ງຂອງນາຍົກລັດຖະມົນຕີ ລາວ ສະບັບນີ້ກໍໄດ້ກຳນົດໃຫ້ເປັນການປະສານງານ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງປ້ອງກັນປະເທດ.

XS
SM
MD
LG