ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາແມ່ຍິງ ສະເຫຼີມສະຫຼອງ ວັນຄວາມເທົ່າທຽມຂອງ ແມ່ຍິງ


ເຈົ້າໜ້າທີ່ເລືອກຕັ້ງ ທ່ານນາງ ດີວອນ ທູຕັກ, ຊ້າຍ, ຍື່ນໃບ
ສະໝັກໃຫ້ນາງ ອາລີ ວອນ ໂຊມເບີກ, ຜູ້ລົງຄະແນນສຽງ
ທີ່ອູ້ມລູກຢູ່, ຢູ່ສະຖານທີ່ປ່ອນປັດ ໃນຫ້ອງການເມືອງ
ອາເລັກແຊນເດຣຍ, ເມືອງ ອາເລັກແຊນເດຣຍ, ລັດ ເວີຈິເນຍ.
ເຈົ້າໜ້າທີ່ເລືອກຕັ້ງ ທ່ານນາງ ດີວອນ ທູຕັກ, ຊ້າຍ, ຍື່ນໃບ ສະໝັກໃຫ້ນາງ ອາລີ ວອນ ໂຊມເບີກ, ຜູ້ລົງຄະແນນສຽງ ທີ່ອູ້ມລູກຢູ່, ຢູ່ສະຖານທີ່ປ່ອນປັດ ໃນຫ້ອງການເມືອງ ອາເລັກແຊນເດຣຍ, ເມືອງ ອາເລັກແຊນເດຣຍ, ລັດ ເວີຈິເນຍ.

ວັນຄວາມເທົ່າທຽມຂອງ ແມ່ຍິງ ໃນວັນອາທິດມື້ນີ້ ເປັນວັນຄົບຮອບ 98 ປີຂອງດຳລັດ
ຂໍ້ທີ 19 ໃນລັດຖະທຳມະນູນ, ທີ່ມອບສິດທິ ໃຫ້ບັນດາແມ່ຍິງ ເພື່ອລົງຄະແນນສຽງ
ໃນ ສະຫະລັດ.

ນັບຕັ້ງແຕ່ນັ້ນມາ, ແມ່ຍິງໄດ້ມີຈຳນວນຫຼາຍກວ່າຜູ້ຊາຍ ຢູ່ສະຖານທີ່ລົງຄະແນນສຽງ
ເລືອກຕັ້ງ.

ໃນປີ 2016, ແມ່ຍິງ 73 ລ້ານ 7 ແສນຄົນ ທຽບໃສ່ຜູ້ຊາຍ 63 ລ້ານ 6 ແສນຄົນຖືກ
ລາຍງານວ່າ ໄດ້ໄປລົງຄະແນນສຽງ, ອີງຕາມຂໍ້ມູນ ຈາກສູນກາງສຳລັບແມ່ຍິ່ງໃນ
ການເມືອງ.

ແຕ່ວ່າອຸບປະສັກຫຼາຍຢ່າງ ກໍຍັງຄົງມີຢູ່.

ໃນຂະນະທີ່ແມ່ຍິງ ໄດ້ມີໜ້າຫຼາຍຂຶ້ນ ຢູ່ຕູ້ປ່ອນບັດໃນຫຼາຍສິບປີທີ່ຜ່ານມານັ້ນ, ການ
ສຶກສາຕ່າງໆໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າຍັງຖືກກີດກັ້ນ ໃນຫຼາຍຂົງເຂດຢູ່, ລວມ
ທັງລັດຖະບານ, ວຽກງານດ້ານເທັກໂນໂລຈີ ແລະ ວຽກງານບໍລິສັດ.

ຂໍ້ມູນຈາກສະຫະພັນ ລະຫວ່າງ ສະພາ ຫຼື IPU, ເຊິ່ງແມ່ນອົງການ ຈັດຕັ້ງສາກົນ ກ່ຽວ
ກັບ ລັດຖະສະພາ, ໄດ້ສະແດງໃຫ້ເຫັນວ່າ ສະມາຊິກສະພາທົ່ວໂລກປະມານ 1 ໃນ 4
ຄົນເທົ່ານັ້ນ ທີ່ເປັນແມ່ຍິງ.

ໃນ ສະຫະລັດ, ແມ່ຍິງ ມີສັດສ່ວນພຽງ 25.4 ເປີເຊັນເທົ່ານັ້ນໃນສະຖານນິຕິບັນຍັດ
ຂອງລັດ ແລະ ມີພຽງ 20 ເປີເຊັນເທົ່ານັ້ນໃນລັດຖະສະພາ ສະຫະລັດ, ອີງຕາມຂໍ້ມູນ
ຈາກກຸ່ມ Emily’s List, ເຊິ່ງແມ່ນກຸ່ມປະຊາທິປະໄຕແມ່ຍິງແຫ່ງຊາດ.

ໃນວຽກງານບໍລິສັດ, ໃນດັດສະນີ 500 ບໍລິສັດ ມາດຕະຖານ ແລະ ຕໍ່າ ຫຼື S&P 500
Companies ນັ້ນ, ມີແມ່ຍິງພຽງ 25 ຄົນ ຫຼື 5 ເປີເຊັນເທົ່າ ທີ່ເປັນຫົວໜ້າຂອງບໍລິສັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG