ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

AHA ອອກຄໍາແນະນໍາສໍາລັບຜູ້ຍິງ ເພື່ອຊ່ວຍຫລີກລ່ຽງ ການເປັນໂຣກຫົວໃຈ


ການກວດກາແບບໃໝ່ສາມາດພາໃຫ້ກວດພົບຄວາມສ່ຽງສູງຕໍ່ການເປັນພະຍາດຫົວໃຈຕ່າງໆໄດ້.
ການກວດກາແບບໃໝ່ສາມາດພາໃຫ້ກວດພົບຄວາມສ່ຽງສູງຕໍ່ການເປັນພະຍາດຫົວໃຈຕ່າງໆໄດ້.

ໂຣກຫົວໃຈວາຍ ແລະພະຍາດຫົວໃຈປະເພດອື່ນໆ ແມ່ນມັກຈະຄິດກັນວ່າ ເປັນພະຍາດ ທີ່ມີຜົນກະທົບຕໍ່ພວກຜູ້ຊາຍເປັນສ່ວນໃຫຍ່. ແຕ່ວ່າ ພະຍາດຫົວໃຈແມ່ນເປັນຕົວສັງຫານ ທີ່ບໍ່ເລືອກ​ເພ​ດ. ແລະສະມາຄົມວ່າດ້ວຍໂຣກຫົວໃຈອາເມຣິກັນ ກໍ​ໄດ້​ອອກຫລັກ​ຊີ້ນໍາໃໝ່ ຊຸດນຶ່ງ ເພື່ອປ້ອງກັນພະຍາດນີ້ ແນໃສ່ພວກຜູ້ຍິງໂດຍສະເພາະ.

ອິງຕາມອົງການອະນາໄມໂລກ, ພະຍາດຫົວໃຈແມ່ນ
ຕົວສັງຫານທັງຜູ້ຍິງ ແລະຜູ້ຊາຍລາຍໃຫຍ່ທີ່ສຸດຂອງ
ໂລກ, ແລະຄາດຄະເນວ່າ ສະພາບການອັນນີ້ຍັງຈະ
ສືບຕໍ່ເປັນໄປອີກຢູ່ຫຼາຍທົດສະວັດ.

ແຕ່ວ່າ ດຣ. Lori Mosca ທີ່ເປັນຫົວໜ້າຂອງກຸ່ມທີ່
ຂຽນຄໍາຊີ້ນໍາຊຸດ​ໃໝ່ນີ້ ກ່າວວ່າມີຫຼາຍວິທີທີ່ຜູ້ຍິງສາ
ມາດຫລຸດຜ່ອນຄວາມສ່ຽງຂອງພວກເຂົາເຈົ້າ​ໄດ້. ທ່ານນາງ ດຣ. Lori Mosca ກ່າວວ່າ
“ໂຊກດີທີ່ວ່າ ພະຍາດຫົວໃຈສ່ວນໃຫຍ່ສາມາດປ້ອງກັນໄດ້. ທີ່ຈິງແລ້ວ, ການ
ຄວບຄຸມປັດໃຈສ່ຽງໃຫຍ່ໆຕ່າງໆ ໄດ້ສະແດງໃຫ້ເຫັນວ່າ ສາມາດຕັດອັດຕາ
ການຕາຍຍ້ອນໂຣກຫົວໃຈລົງໄດ້ເຄິ່ງນຶ່ງໃນສອງທົດສະວັດທີ່ຜ່ານມານີ້.”

ການສະແດງຂອງພວກປຸກລະດົມຢູ່ແຄມຖະໜົນສາຍ ນຶ່ງຢູ່ໃຈກາງເມືອງຂອງສິງກະໂປເພື່ອຊັກຊວນໃຫ້ ຄົນເຊົາສູບຢາເພື່ອຫລຸດຜ່ອນການເປັນໂຣກມະເຮັງ ທີ່ມີສ່ວນນໍາໄປສູ່ການເປັນໂຣກຫົວໃຈວາຍນັ້ນນໍາ (File Photo)
ການສະແດງຂອງພວກປຸກລະດົມຢູ່ແຄມຖະໜົນສາຍ ນຶ່ງຢູ່ໃຈກາງເມືອງຂອງສິງກະໂປເພື່ອຊັກຊວນໃຫ້ ຄົນເຊົາສູບຢາເພື່ອຫລຸດຜ່ອນການເປັນໂຣກມະເຮັງ ທີ່ມີສ່ວນນໍາໄປສູ່ການເປັນໂຣກຫົວໃຈວາຍນັ້ນນໍາ (File Photo)

ຄໍາແນະນຳເຫຼົ່ານີ້ ທີ່ໄດ້ນໍາ
ອອກມາສະເໜີ​ເທື່ອ​ທໍາ​ອິດ
ເມື່ອສິບປີກ່ອນ ທີ່ຈິງແລ້ວ
ແມ່ນຖືກອອກແບບມາເພື່ອ
ຊ່ວຍພວກທ່ານໝໍໃນການ
ໃຫ້ຄໍາແນະນໍາແກ່ຄົນເຈັບ
ຂອງພວກເຂົາເຈົ້າ, ແຕ່ໃນ
ປີນີ້ ແມ່ນເປັນເທື່ອທໍາອິດ
ທີ່ຄໍາແນະນໍາດັ່ງກ່າວທີ່ໄດ້
ຮັບການດັດແກ້ນັ້ນ ຍັງໄດ້
ຖືກນໍາໄປພິມເຜີຍແຜ່ໃນ
ລັກສະນະທີ່ເຂົ້າ​ໃຈງ່າຍ​ແລະ
ໃຊ້ງ່າຍຂຶ້ນເພາະວ່າຂຽນ
ອອກ​ມາ​ໃນແບບທີ່ເຮັດໃຫ້
ຜູ້ທີ່ບໍ່ແມ່ນແພດໝໍ ກໍສາ
ມາດເຂົ້າໃຈໄດ້.

ຄໍາແນະນໍາດັ່ງກ່າວ ສົ່ງ
ເສີມໃຫ້ພວກ​ແມ່ຍິງຫລຸດ
ຜ່ອນຄວາມສ່ຽງຕໍ່ການ
ເປັນໂຣກຫົວໃຈລົງໂດຍການເຊົາສູບຢາ, ອອກກໍາລັງກາຍ ຫລືເຄື່ອນໄຫວໄປມາເລື້ອຍໆ
ແລະກິນຜັກແລະໝາກໄມ້, ໃນແບບແຜນການດໍາລົງຊີວິດອື່ນໆອີກທີ່​ເປັນ​ປະໂຫຍ​ດຕໍ່​ສຸຂະ
ພາບນັ້ນ. ຄໍາແນະນໍາອື່ນໆ ແມ່ນກ່ຽວກັບການກິນຢາແກ້ປວດອັສປິຣິນ ແລະຢາລົດໄຂ
ມັນຄໍເລັສເທິຣອລ ແລະກ່ຽວກັບວ່າເວລາໃດການ​ກິນຢາເຫຼົ່ານັ້ນຈຶ່ງມີປະສິດທິພາບສູງທີ່ສຸດ.

ຜັກແລະໝາກໄມ້ທີ່ເປັນອາຫານຊ່ວຍໃຫ້ຮ່າງກາຍມີສຸຂະພາບສົມບູນດີ
ຜັກແລະໝາກໄມ້ທີ່ເປັນອາຫານຊ່ວຍໃຫ້ຮ່າງກາຍມີສຸຂະພາບສົມບູນດີ

ໃນບາງກໍລະນີ, ຄໍາແນະນໍາຫຼ້າສຸດເຫລົ່ານີ້
ໄດ້ຫລຸດຂີດກໍາໜົດທີ່ຖືວ່າພວກຜູ້ຍິງມີ
ຄວາມສ່ຽງສູງນັ້ນ ຊຶ່ງດຣ. MOSCA ຊີ້
ແຈງວ່າ ທັ້ງນີ້​ກໍ​ເນື່ອງ​ຈາກ​ວ່າ ຍຸດທະສາດ
ແລະເຄື່ອງມືຫລາຍຢ່າງທີ່ພວກເຮົາມີ​ໃຊ້
ຢູ່ໃນປັດຈຸບັນນີ້ເພື່ອກໍານົດວ່າ ລະດັບ
ຄວາມສ່ຽງສູງໃນກຸ່ມຜູ້ຍິງນັ້ນໄດ້ສະແດງ
ໃຫ້ເຫັນວ່າ ທີ່ຈິງແທ້ມັນຕີລາຄາລະດັບ
ຄວາມສ່ຽງໃນການເປັນໂຣກຫົວໃຈຂອງ
ຜູ້ຍິງຕໍ່າໂພດ.

ເຖິງແມ່ນວ່າຄໍາແນະນໍາຊຸດ​ໃໝ່​ນີ້ ​ແມ່ນ
ສະມາຄົມວ່າດ້ວຍໂຣກຫົວໃຈອາເມຣິກັນ
ເປັນ​ຜູ້​ນໍາ​ອອກ​ເຜີຍ​ແຜ່​ກໍ​ຈິງ ​ແຕ່ ດຣ.
Mosca ກ່າວວ່າ ມັນສາມາດນໍາໃຊ້ກັບຜູ້ຍິງຢູ່ໃນທຸກຫົນທຸກແຫ່ງ.

ທ່ານນາງກ່າວເພີ້ມອີກວ່າ “ພື້ນຖານ​ທາງວິທະຍາສາດທີ່ເຮົາ​ນໍາ​ໃຊ້​ເປັນຫຼັກ ເພື່ອ
ຂຽນຄໍາແນະນໍາເຫລົ່ານີ້ ແມ່ນເອົາມາຈາກທົ່ວໂລກ. ດັ່ງນັ້ນ ພວກເຮົາຈຶ່ງໝັ້ນ
ໃຈວ່າ ຄໍາແນະນໍາເຫຼົ່ານີ້ສາມາດນໍາໄປໃຊ້ກັບຜູ້ຍິງ​ໄດ້ໃນ​ທຸກ​ຫົນ​ແຫ່ງ ບໍ່​ວ່າ​ເຂົາ​
ເຈົ້າ​ຈະ​ດໍາລົງ​ຊີວິດ​ຢູ່​ໃນປະເທດ​ໃດ​ກໍ​ຕາມ.”

ແຕ່ຢ່າງໃດກໍຕາມ, ພວກ​ນັກຊ່ຽວຊານທີ່ຂຽນຫລັກ​ຊີ້ນໍາຊຸດ​ໃໝ່ນີ້ຍອມຮັບວ່າ ອາດມີ​ຄວາມ
ຈໍາ​ເປັນ​ທີ່​ຈະຕ້ອງ​ໄດ້ດັດແປງໃຫ້ແທດເໝາະກັບຂົງເຂດ ຫຼືຊັບພະຍາກອນທີ່ມີຢູ່ທ້ອງຖິ່ນ
ແລະວິຖີການດໍາລົງຊີວິດ​ໃນ​ແຕ່ລະ​ປະ​ເທດ ​ແຕ່ລະ​ເຂດ.

AHA ອອກຄໍາແນະນໍາສໍາລັບຜູ້ຍິງ ເພື່ອຊ່ວຍຫລີກລ່ຽງ ການເປັນໂຣກຫົວໃຈ
AHA ອອກຄໍາແນະນໍາສໍາລັບຜູ້ຍິງ ເພື່ອຊ່ວຍຫລີກລ່ຽງ ການເປັນໂຣກຫົວໃຈ

ຫລັກ​ຊີ້ນໍາໃໝ່ໃນການປ້ອງກັນໂຣກຫົວໃຈສໍາລັບຜູ້ຍິງໄດ້
ຖືວາງອອກ​ໂດຍສະມາຄົມວ່າດ້ວຍໂຣກຫົວໃຈອາເມຣິກັນ
ຫລື the American Heart Association ແລະຈັດພິມ
ເຜີຍ​ແຜ່ໃນວາລະສານ “Circulation” ຂອງ​ສະມາຄົມ.
ແລະທ່ານສາມາດເຂົ້າໄປອ່ານຄໍາແນະນໍາເຫຼົ່ານີ້ໄດ້ໂດຍການຊອກຫາສາຍເຊື່ອມຕໍ່ ຫລື link
ທາງອິນເຕີແນັດຢູ່ໃນເວັບໄຊ໌ຂອງ ວີໂອເອ ທີ່ voanews.com

XS
SM
MD
LG