ມີການຄົ້ນຄວ້າໃນຈໍານວນຫລວງຫລາຍ ທີ່ໄດ້ສຶກສາເບິ່ງການພົວພັນກັນ ລະຫວ່າງແບບແຜນການດຳລົງຊີວິດ ເຊ່ນວ່າການອອກກໍາລັງກາຍ ຫລືອາຫານທີ່ເຮົາເລືອກກິນເປັນປະຈໍານັ້ນ ກັບຄວາມສ່ຽງຕໍ່ການເປັນພະຍາດ ແລະ ການຕາຍ.
ແຕ່ວ່າ ການຄົ້ນຄວ້າ ທີ່ສຸມໃສ່ສະເພາະຜົນກະທົບຂອງການເລືອກ ແບບແຜນການດຳລົງຊີວິດ ຫລາຍໆຢ່າງທີ່ບໍ່ດີ ຕໍ່ສຸຂະພາບຂອງເຮົານັ້ນ ແມ່ນມີໜ້ອຍ. ແຕ່ມາບັດນີ້ ມີການຄົ້ນຄວ້າບັ້ນໃຫຍ່ ທີ່ດຳເນີນກັບແມ່ຍິງຈີນ ໃນນະ ຄອນຊຽງໄຮ້ ຊຶ່ງໄດ້ພົບວ່າ ມີການພົວພັນກັນຢ່າງແໜ້ນ ໜາ ລະຫວ່າງວິຖີຫລືແບບແຜນການດໍາລົງຊີວິດທີ່ດີ ໂດຍ ທົ່ວໄປກັບ ອັດຕາການຕາຍທີ່ຕໍ່າລົງ ໃນຕະຫລອດເວລາ ທໍາການຄົ້ນຄ້ວາ ທີ່ສະເລ່ຍແລ້ວ ໃຊ້ເວລາດົນ ເຖິງ 9 ປີ.
ດຣ. ເວຍ ຊັງ ແຫ່ງມະຫາວິທະຍາໄລ Vanderbilt ຊຶ່ງເປັນຫົວໜ້າຄະນະຄົ້ນຄວ້າການ ສຶກສາໃໝ່ນີ້ ທີ່ໂຮມທັງນັກຄົ້ນຄວ້າຈາກສະຖາບັນໂຣກມະເຮັງທີ່ຊຽງໄຮ້ ແລະສະຖາບັນ ໂຣກມະເຮັງແຫ່ງຊາດ ສະຫະລັດອາເມຣິກາ ກ່າວວ່າ.
“ພວກເຮົາພົບເຫັນວ່າ ຄົນທີ່ມີແບບແຜນການ ດຳລົງຊີວິດທີ່ດີ ສາມາດຫລຸດຜ່ອນອັດຕາການຕາຍລົງ ຍ້ອນສາເຫດຕ່າງໆໄດ້ ໂດຍລວມ ເຖິງ 40% ແລະ ຫລຸດອັດຕາການຕາຍຍ້ອນໂຣກຫົວໃຈ ໄດ້ເຖິງ 70% ແລະຫລຸດອັດຕາການຕາຍຍ້ອນ ໂຣກມະເຮັງລົງໄດ້ ປະມານ 25%.”
ໃນການຄົ້ນຄວ້ານັ້ນ ມີຜູ້ຍິງຈີນ ປະມານ 75 ພັນຄົນ ເຂົ້າປະ ກອບສ່ວນ. ຄະນະຄົ້ນຄ້ວາໄດ້ ໃຫ້ຄະແນນແຕ່ລະຄົນ ໂດຍອີງ ຕາມດັດສະນີ ນໍ້າໜັກລວມ, ສັດ ສ່ວນຂອງແອວກັບສະໂພກ, ການອອກກຳລັງກາຍ, ການກິນອາຫານ, ແລະເບິ່ງວ່າ ຜົວຂອງຜູ້ຍິງຄົນນັ້ນສູບຢາ ຫລືບໍ່. ຜູ້ຍິງ ທີ່ເຂົ້າຮ່ວມການຄົ້ນຄວ້ານີ້ ແມ່ນບໍ່ສູບຢາ ແລະບໍ່ກິນເຫລົ້າແບບ ເປັນປະຈໍາ.
ດຣ. ຊັງ ເວົ້າວ່າ ການຄົ້ນຄວ້າ ນີ້ ແມ່ນແຕກຕ່າງກັນກັບການ ຄົ້ນຄວ້າກ່ຽວກັບແບບແຜນການ ດຳລົງຊີວິດອັນອື່ນໆທີ່ຜ່ານມານັ້ນ ໃນຫລາຍດ້ານດ້ວຍກັນ ຊຶ່ງທ່ານອະທິບາຍວ່າ:
“ນີ້ແມ່ນການສຶກສາຄົ້ນຄວ້າອັນນຶ່ງ ໃນຈຳນວນການຄົ້ນຄວ້າ ທີ່ມີການເຮັດຂຶ້ນ ໜ້ອຍທີ່ສຸດ ທີ່ສຸມໃສ່ການສຶກສາ ຜົນກະທົບໂດຍລວມ ຂອງປັດໃຈຄວາມສ່ຽງ ຫລາຍອັນ. ການຄົ້ນຄວ້າທີ່ຜ່ານມາ ສ່ວນຫລາຍແມ່ນສົນໃຈສຶກສາເບິ່ງການນສູບ ຢາ ແລະການດື່ມເຫລົ້າຢ່າງຫລວງຫລາຍເກີນຄວນ. ແຕ່ວ່າການສຶກສາຄົ້ນຄວ້າ ອັນນີ້ ແມ່ນພິຈາລະນາເບິ່ງຜົນກະທົບຂອງຫລາຍປະເດັນຂອງວິຖີຊີວິດ ຫລາຍໆ ຢ່າງລວມກັນ ຕໍ່ອັດຕາການຕາຍ ໃນບັນດາແມ່ຍິງທີ່ບໍ່ສູບຢາ ແລະ ບໍ່ກິນເຫລົ້າ ແບບເປັນປະຈໍາ ແລະກໍເປັນການຄົ້ນຄວ້າອັນທຳອິດ ທີ່ໄດ້ເຮັດຂຶ້ນຢູ່ໃນປະເທດ ທີ່ບໍ່ຢູ່ໃນໂລກຕາເວັນຕົກ.”
ທ່ານ ດຣ. ຊັງ ກ່າວວ່າ ຜົນການຄົ້ນຄ້ວາສະແດງໃຫ້ເຫັນວ່າ ການມີສຸຂະພາບທີ່ດີຂຶ້ນ ແລະມີຊີວິດທີ່ຍືນຂຶ້ນນັ້ນ ແມ່ນບໍ່ສາມາດບັນລຸໄດ້ ໂດຍການພຽງແຕ່ກິນອາຫານທີ່ມີທາດບໍາລຸງດີ ຫລືອອກກຳລັງກາຍຫລາຍຂຶ້ນ ຫລື ມີແບບແຜນຫລືວິຖີດຳລົງຊີວິດແບບໃດແບບນຶ່ງ ທີ່ຖືກຕ້ອງແຕ່ພຽງຢ່າງດຽວເທົ່ານັ້ນ. ທ່ານກ່າວເພີ້ມເຕີມວ່າ:
“ສະນັ້ນ ຄຳແນະນໍາອັນສໍາຄັນທີ່ພວກເຮົາໄດ້ຈາກການຄົ້ນຄວ້ານີ້ ກໍແມ່ນວ່າ ພວກເຮົາ ຕ້ອງໄດ້ຊຸກຍູ້ໃຫ້ຜູ້ຄົນປັບປ່ຽນ ແບບແຜນການ ດຳລົງຊີວິດໃນຫລາຍໆດ້ານລວມກັນ ເພື່ອປ້ອງກັນໂຣຄາພະຍາດ.”
ການສຶກສາຄົ້ນຄວ້າຂອງທ່ານ ເວ ຊັງ ກ່ຽວກັບການພົວພັນກັນ ລະຫວ່າງແບບແຜນການດຳລົງຊີວິດ ຫລືວິຖີຊີວິດ ແລະອັດຕາ ການຕາຍ ໄດ້ຖືກນໍາອອກພິມເຜີຍແຜ່ຢູ່ໃນວາລະ ສານ PolS Medicine.