ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ມີສັກກະຍະພາບສູງ ທີ່ຈະພັດທະນາໃຫ້ເປັນສູນກາງການຜະລິດພະລັງງານສະອາດໃນອາຊຽນ ແຕ່ວ່າຈະຕ້ອງເພິ່ງພາຈີນໃນທຸກດ້ານ


ໂຕແບບຂອງເຂື່ອນໄຟຟ້ານ້ຳຕົກ ປາກແບ່ງ ໃນແລວແມ່ນ້ຳຂອງຢູ່ໃນລາວ
ໂຕແບບຂອງເຂື່ອນໄຟຟ້ານ້ຳຕົກ ປາກແບ່ງ ໃນແລວແມ່ນ້ຳຂອງຢູ່ໃນລາວ

ລາວ ມີສັກກະຍະພາບສູງ ທີ່ຈະພັດທະນາໃຫ້ເປັນສູນກາງການຜະລິດພະລັງງານສະອາດໃນອາຊຽນ ແຕ່ວ່າຈະຕ້ອງເພິ່ງພາຈີນໃນທຸກດ້ານ ໂດຍສະເພາະແມ່ນການເພິ່ງພາທາງດ້ານເງິນທຶນ ເທັກນິກ ແລະບຸກຄະລາກອນນັ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນພາກພະລັງານຂອງໄທ ໃຫ້ທັດສະນະວ່າການພັດທະນາທາງດ້ານພະລັງງານສະອາດຂອງລາວ ຍັງມີສັກກະຍະພາບສູງ ແຕ່ວ່າການທີ່ຈະພັດທະນາລາວ ໃຫ້ເປັນສູນກາງການຜະລິດພະລັງງານສະອາດ ເພື່ອຕອບສະໜອງໃຫ້ກັບປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນໃຫ້ໄດ້ນັ້ນ ກໍຈະຕ້ອງເພິ່ງພາຈີນເປັນດ້ານຫຼັກ ໂດຍສະເພາະແມ່ນການເພິ່ງພາທາງດ້ານເງິນທຶນ ເທັກນິກ ແລະ ບຸກຄະລາກອນນັ້ນ ຖືເປັນປັດໄຈທີ່ສຳຄັນທີ່ສຸດ ເຊິ່ງໃນປັດຈຸ ບັນນີ້ ການພັດທະນາໃນພາກພະລັງານຂອງລາວ ກໍໄດ້ດຳເນີນໄປໃນທິດດັ່ງກ່າວ ໂດຍເຫັນໄດ້ຈາກການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມທຶຶນລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL) ກັບກຸ່ມບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອປີ 2020 ພາຍໃຕ້ເປົ້າໝາຍຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງ ທີ່ທັນສະໄໝໃນລາວ ດ້ວຍເງິນທຶນ ແລະ ເທັກນິກຂອງຈີນ ເພື່ອວາງລະບົບສານສົ່ງໄຟຟ້າຂະໜາດ 500 KV ທີ່ເຊື່ອມຕໍ່ລາວກັບຈີນ ແລະ ແນໃສ່ການເຊື່ອມຕໍ່ເພື່ອສົ່ງກະແສ ໄຟຟ້າໄປຂາຍໃຫ້ກັບປະເທດສະມາຊິກ ໃນກຸ່ມອາຊຽນດ້ວຍກັນເປັນສຳຄັນ.

ໂດຍຫຼ້າສຸດ ບໍລິສັດ China Datang Oversea Investment ກັບບໍລິສັດ Gulf Energy Development (ມະຫາຊົນ) ຂອງໄທ ກໍໄດ້ຮ່ວມລົງທຶນ ກໍ່ສ້າງເຂື່ອນປາກແບງເທິງແນວແມ່ນໍ້າຂອງໃນລາວ ດ້ວຍເປົ້າໝາຍທີ່ຈະສົ່ງກະແສໄຟຟ້າຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ເຊິ່ງເປັນສ່ວນນຶ່ງ ໃນບົດບັນທຶກຄວາມເຂົ້າໃຈຮ່ວມ ລະຫວ່າງລັດຖະ ບານໄທ-ລາວ ວ່າດ້ວຍການຮັບຊື້ກະແສໄຟຟ້າຈາກລາວ ໃນປະລິມານລວມ 10,500 ເມກາວັດ ໂດຍ EDL ກໍໄດ້ສ້າງຕັ້ງວິສາຫະກິດຜະລິດໄຟຟ້າລາວ (EDL-GEN) ເພື່ອຮ່ວມທຶນກັບບັນດາບໍລິສັດຕ່າງຊາດ ໃນໂຄງການພັັດທະນາການຜະລິດພະລັງງານໄຟຟ້າຕ່າງໆ ໃນລາວດ້ວຍນັ້ນ ກໍຄືສິ່ງທີ່ຢັ້ງຢືນວ່າ ການພັດທະນາພະລັງງານສະອາດໃນລາວມີອະນາຄົດທີ່ດີ ທັງຍັງມີສັກກະຍະພາບສູງອີກດ້ວຍ ດັ່ງທີ່ນັກທຸລະກິດໃນພາກພະລັງງານຂອງໄທ ໄດ້ໃຫ້ ການຢືນຢັນວ່າ:

ຄວາມຈິງແລ້ວນັ້ນ ມັນກໍຈະເປັນເລື້ອງ Stability ມີຜູຊື້ຄັກແນ່ ມີສັນຍາຊື້ໄຟຟ້າຄັກແນ່ 25 ເຖິງ 30 ປີ ຜູ້ຊື້ນັ້ນ ກໍຈະເປັນຜູ້ຊື້ທີ່ມີ Credit ຄ່ອນຂ້າງດີ ກໍຄືຈະເປັນລັດຖະບານ ເປັນ State Enterprises ຍົກຕົວຢ່າງເຊັ່ນ ຂອງ EDL-GEN ນັ້ນ ກໍ່ຈະມີຂາຍໄປທີ່ EDL ຊຶ່ງກໍເປັນລັດວິສາຫະກິດລາວ ແລ້ວກໍຈະມີອີກສ່ວນນຶ່ງນັ້ນ ທີ່ຂາຍໄປທີ່ EGAT ໄທນຳ ແລ້ວກໍຈະມີສ່ວນທີ່ຂາຍໄປປະເທດກຳປູເຈ້ຍ ກໍຈະເປັນ Mixed ທີ່ເປັນຜູ້ຊື່ທີ່ມີ Credit ທີ່ຖືວ່າດີ”

ກ່ອນໜ້ານີ້ ໄດມີການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບງ ຢູ່ເທິງແນວແມ່ນໍ້າຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະ ຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະ ບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍ ແລະ ຜູ້ລົງທຶນກໍ່ສ້າງເຂື່ອນປາກແບງທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວນີ້ ມີໄລຍະເວລາ 29 ປິ ນັບຈາກປີ 2033 ເປັນຕົ້ນໄປ ໂດຍໄດ້ມີການກຳນົດລາຄາການຊື້-ຂາຍກະແສໄຟຟ້າ ທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ ຊຶ່ງເປັນສ່ວນນຶ່ງ ໃນຂໍ້ຕົກລົງລະຫວ່າງລັດ ຖະບານລາວກັບລັດຖະບານໄທ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າ ໃນປະລິມານລວມ 10,500 ເມກາວັດ ແລະ ຄາດວ່າຍັງຈະຊື້ເພີ້ມຂຶ້ນອີກ ແຕ່ວ່່າຈະຕ້ອງເປັນພະລັງງານສະອາດ ໂດຍສະເພາະແມ່ນພະລັງງານແສງອາທິດນັ້ນ ຖືເປັນພະລັງງານທາງເລືອກທີ່ດີກວ່າການກໍ່ສ້າງເຂື່ອນ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງ ດັ່ງທີ່ຜູ້ຊ່ຽວຊານດ້ານສິ່ງແວດລ້ອມໃນລຸມນໍ້າຂອງ ຢືນຢັນວ່າ:

ທັງປະເທດພະມ້າ ໄທ ລາວ ກຳປູເຈ້ຍ ແລ້ວກໍຫວຽດນາມ ທຸກປະເທດ ເຮົາຢູ່ໃນເຂດຮ້ອນ ເຮົາມີຄວາມສາມາດໃນການຜະລິດດ້ວຍພະລັງງານແສງອາທິດ ໃນຂະນະທີ່ເຂື່ອນນັ້ນ ມີຕົ້ນທຶນທີ່ມີແນວໂນ້ມທີ່ແພງຂຶື້ນເລື້ອຍໆ ເນື່ອງຈາກການສ້າງເຂື່ອນກໍຕ້ອງເອົາເງິນບາງສ່ວນ ໄປບຳບັດເລື້ອງສິ່ງແວດລ້ອມ ໄປບຳບັດທາງດ້ານສັງຄົມຕ່າງໆ ເມື່ອປຽບທຽບກັບ Solar Cell ຈະເຫັນວ່າ Solar ນັ້ນ ແນວໂນ້ມມັນຫຼຸດລົງຫຼາຍ ຄຳຖາມທີ່ສຳຄັນວ່າ ທ່ານຈະລົງທຶນກັບ ເທັກໂນໂລຈີທີ່ມັນກຳລັງຈະແພງຂຶື້ນໄປເລື້ອຍໆ ຫຼື ທ່ານຈະລົງທຶນກັບເທັກໂນໂລຈີ ທີ່ມັນກຳລັງຈະຫຼຸດລົງມາເລື້ອຍໆ

ສ່ວນ ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ກໍໄດ້ຍື່ນຈົດໝາຍເຖິງລັດຖະບານໄທ ເພື່ອຂໍໃຫ້ທົບທວນການຊື້ໄຟຟ້າຈາກເຂື່ອນຕ່າງໆ ໃນລາວ ເມື່ອບໍ່ດົນມານີ້ ເພາະເກງວ່າຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ-ໄທ ຢ່າງກວ້າງຂວາງ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນລາວນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG