ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງ ຄວາມປອດໄພ ທາງອິນເຕີແນັດ ລະຫວ່າງ ສຫລ ແລະ ຈີນ ຈະໄດ້ຜົນ ຫລືບໍ່


ປະທານາທິບໍດີ Barack Obama ສຳພັດມືກັບ ປະທານ ປະເທດຈີນ ທ່ານ Xi Jinping ລະຫວ່າງການຢ້ຽມຢາມ ທຳນຽບຂາວ.
ປະທານາທິບໍດີ Barack Obama ສຳພັດມືກັບ ປະທານ ປະເທດຈີນ ທ່ານ Xi Jinping ລະຫວ່າງການຢ້ຽມຢາມ ທຳນຽບຂາວ.

ພວກນັກວິ​ເຄາະ​ກ່າວວ່າ ຂໍ້​ຕົກລົງ​ໃໝ່ ກ່ຽວກັບຄວາມໝັ້ນຄົງ
​ທາງ​ອິນ​ເຕີແນັດ ທີ່ລົງນາມໂດຍ​ປະທານາທິ ບໍດີສະຫະລັດ
ທ່ານ Barack Obama ​ແລະ​ປະ ທານ​ປະ​ເທ​ດຈີນ ທ່ານ Xi
Jingping ໃນອາທິດ​ແລ້ວ​ນີ້ ​ແມ່ນ​ເປັນຂີດ​ໝາຍ​ອັນ​ສຳຄັນ
ຂອງບາດ​ກ້າວທຳ​ອິດ​ໃນການໂຮມກຳລັງຂອງລັດຖະບານ​ທັງ
​ສອງ​ປະ​ເທດ​ ເພື່ອປາບປາມການຈາລະກຳໃນ​ດ້ານ​ການ​ຄ້າ
ທາງ​ອິນ​ເຕີ​ແນັດ. ​ແຕ່​ ​ຫລາຍຄົນຍັງ​ມີຄວາມສົງ​ໄສບໍ່ແນ່ໃຈ
ກ່ຽວກັບວ່າ ຈະມີການເອົາບາດ​ອັນ​ໜັກ​ແໜ້ນຕິດຕາມ​ມາຫຼືບໍ່.

ປະທານາທິບໍດີ Obama ກ່າວ​ຕໍ່​ກອງ​ປະຊຸມ​ຖະແຫຼງຂ່າວ
ຮ່ວມໃນ​ວັນ​ສຸກ​ຜ່ານ​ມານີ້ວ່າ ທັງ​ສອງ​ປະ​ເທດ​ໄດ້ “ຢືນຢັນຕໍ່
ຫລັກການທີ່​ວ່າ ລັດຖະບານ ບໍ່​ພົວພັນ​ກັບ​ການ​ຈາລະກຳ​ທາງອິນ​ເຕີ​ແນັດ ​ເພື່ອ​ຜົນ​ປະ
​ໂຫຍ​ດທາງ​ການ​ຄ້າ ຕໍ່ບໍລິ​ສັດ​ຕ່າງໆ”ໃນ​ຂະນະ​ທີ່ ປະທານ​ປະ​ເທດ Xi ​ໄ​ດ້​ເນັ້ນ​ໜັກ​ວ່າ
ການ​ຮ່​ວມມື​ດັ່ງກ່າວ​ຈະ​ເປັນ​ຜົນ​ປະໂຫຍ​ດ​ແກ່​ສອງ​ກໍ້າ ສອງຝ່າຍ.

ປະທານາທິບໍດີ Barack Obama (ຊ້າຍ) ແລະ ປະທານປະເທດຈີນ ທ່ານ Xi Jinping (ຂວາ) ກຳລັງຍ່າງຈາກ ທຳນຽບຂາວ ໄປຫາ Blair House ບ່ອນຮັບປະທານອາຫານຄຳ່
ປະທານາທິບໍດີ Barack Obama (ຊ້າຍ) ແລະ ປະທານປະເທດຈີນ ທ່ານ Xi Jinping (ຂວາ) ກຳລັງຍ່າງຈາກ ທຳນຽບຂາວ ໄປຫາ Blair House ບ່ອນຮັບປະທານອາຫານຄຳ່

ທັງ​ສອງ​ປະ​ເທດ ​ເຫັນ​ດີ​ທີ່​ຈະ​ສຶບສວນ ​ເບິ່ງການໂຈມຕີ​ທາງ​ອິນ​ເຕີ​ແນັດ ​ຕໍ່ກັນ ແລະກັນ
​ແລະ​ກັນ ທີ່​ເກີດ​ຂື້ນພາຍ​ໃນດິນແດນຂອງ​ຕົນ “ໃນວິທີທີ່ສອດຄ່ອງກັບ ກົດໝາຍ​ປະ​ເທດ
​ເຂົາ​ເຈົ້າ ແລະຄວາມ​ຮັບຜິດຊອບ ທີ່ກ່ຽວພັນກັບກົດໝາຍສາ ກົນ.” ປະ​ເທດ​ທີ່​ທຳ​ການສື
​ບສວນ ຈະ​ແຈ້ງ​ໃຫ້​ປະ​ເທດ​ທີ່​ເປັນ​ຜູ້​ເຄາະ​ຮ້າຍນັ້ນ ຮູ້​ເຖິງ​ລາຍ​ລະ​ອຽດ “ຕາມເຫັນ​ສົມ
ຄວນ” ຢູ່​ໃນ​ການ​ດຳ​ເນີນ​ດັ່ງ​ກ່າວ ​ໃນ​ຂະນະ​ທີ່ ປະ​ເທດ​ທີ່​ເປັນ​ຜູ້ເຄາະ​ຮ້າຍ ຈະບໍ່​ພົວພັນ
​ໃດໆໃນ​ການ​ສືບ​ສວນ ອີງ​ຕາມ​ເອກ​ກະ ສາ​ນຄວາມຈິງຂອງທຳນຽບຂາວ.

ກ່ຽວກັບຄວາມໝັ້ນໝາຍໃນດູ​ ແລ​ການ​ສຶບສວນ​ນັ້ນ ມີກຳນົດວ່າ ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
​ຈາກ​ສອງ​ປະ​ເທດ​ ​ຈະ​ພົບ​ປະກັນ​ເປັນ​ເທື່ອ​ທຳ​ອິດ ​ໃນ​ທ້າຍ​ປີ 2015 ​ແລະ​ສອງ​ເທື່ອ ໃ​ນ
​ແຕ່ລະຕໍ່​ປີ ຫລັງ​ຈາກ​ນັ້ນ.

ທ່ານ Alexander Neill ​ເຈົ້າໜ້າທີ່ອະວຸໂສຂອງອົງການ Shangri-la ກ່ຽວ ກັບຄວາມ​
ປອດ​ໄພໃນເຂດເອ​ເຊຍ​ປາຊິ​ຟິກ ທີ່ສະ​ຖາ​ບັນ​ສຶກສາ​ຍຸດ​ທະ​ສາດ​ນາໆ​ຊາດ ກ່າວວ່າ ໃນ
ການເລີ້ມຕົ້ນຂໍ້​ຕົກລົງນີ້ແມ່ນຖືເປັນ​ໄຊຊະນະ​ຂອງລັດຖບານ Obama ​ເພາະວ່າ ຈີນ
ແມ່ນ​ເປັນ​ເທຶ່ອທຳ​ອິດຮັບ​ຮູ້ວ່າ ການໂຈມຕີເຈາະຂໍ້ມູນ​ທາງ​ອິນ​ເຕີ​ແນັດ ​ໂດຍ​ບັນດາ​ບໍລິ
ສັດ​ຈີນຫລື​ສ່ວນ​ບຸກຄົນນັ້ນບໍ່ໄດ້ເກີດຂຶ້ນ ​ແລະ ຄວນຈະມີການເອົາບາດກ້າວໃນດ້ານນີ້.
ບໍ່​ເທົ່າ​ນັ້ນມັນຍັງຄົງຈະມີການເບິ່ງກັນ ຕໍ່ໄປວ່າຈີນຈະ​ເອົາ​ບາດກ້າວ​ຢ່າງ​ໃດ ​ເພື່ອຫລຸດ
ການໂຈມຕີເຈາະຂໍ້ມູນ​ທີ່​ເກີດ​ມາ​ຈາກ​ດິນ​ແດນ​ຂອງ​ຕົນ.

XS
SM
MD
LG