ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຮັກສາຄວາມປອດໄພ ຢູ່ເຂດຊາຍແດນ ຈະສາມາດແກ້ໄຂ ໄພຂົ່ມຂູ່ຂອງການກໍ່ການຮ້າຍໄດ້ບໍ່?


ທ່ານນາງ Angela Merkel, ນາຍົກລັດຖະມົນຕີເຢຍຣະມັນເຂົ້າຮ່ວມກອງປະຊຸມຖະແຫລງຂ່າວທາງອອນລາຍ ຢູ່ສໍານັກງານຂອງທ່ານນາງໃນນະຄອນຫລວງເບີລິນຂອງເຢຍຣະມັນ, ວັນທີ 10 ພະຈິກ, 2020
ທ່ານນາງ Angela Merkel, ນາຍົກລັດຖະມົນຕີເຢຍຣະມັນເຂົ້າຮ່ວມກອງປະຊຸມຖະແຫລງຂ່າວທາງອອນລາຍ ຢູ່ສໍານັກງານຂອງທ່ານນາງໃນນະຄອນຫລວງເບີລິນຂອງເຢຍຣະມັນ, ວັນທີ 10 ພະຈິກ, 2020

ຝຣັ່ງແລະເຢຍຣະມັນໄດ້ຮຽກຮ້ອງໃຫ້ມີການຮັກສາຄວາມໝັ້ນຄົງຂອງຊາຍແດນພາຍນອກທີ່ເຂັ້ມງວດຂຶ້ນກວ່າເກົ່າ ຫລັງຈາກມີການໂຈມຕີແບບກໍ່ການຮ້າຍຢູ່ໃນຢູໂຣບ. ແຕ່ແນວໃດກໍ່ຕາມ, ບັນດາຜູ້ຊ່ຽວຊານກ່າວວ່າ ມີພຽງແຕ່ມາດຕະການຢ່າງດຽວເທົ່ານັ້ນ ອາດຈະບໍ່ສາມາດແກ້ໄຂບັນຫາໄດ້.

ຄວາມວຸ້ນວາຍຂອງການໂຈມຕີໄດ້ເລີ່ມຕົ້ນຂຶ້ນທີ່ນະຄອນຫລວງປາຣີ ໃນວັນທີ 16 ຕຸລາ, ໃນເວລາທີ່ຄູ ຊາມູແອລ ແພັດທີ (Samuel Paty) ຖືກຕັດຫົວໂດຍໄວລຸ້ນຊາວແຊັສເນຍ, ທ້າວອັບດູລລັກ ອານໂຊຣັອຟ (Abdullakh Anzorov) ຫຼັງຈາກຄູແພັດທີ (Paty) ໄດ້ສະແດງກາຕູນຂອງພະສາດສະ ດາມູຮໍາມາດ (Muhammad) ຢູ່ໃນຫ້ອງຮຽນກ່ຽວກັບເສລີພາບໃນການປາກເວົ້າ.

ບໍ່ຮອດສອງອາທິດຕໍ່ມາ, ຜູ້ຊາຍຊາວຕູນີເຊຍອາຍຸ 29 ປີ, ທ້າວ ບຣາຮິມ ອວຍຊວາຍ (Brahim Aouissaoui) ໄດ້ເອົາມີດແທງ 3 ຄົນຕາຍຢູ່ໂບດແຫ່ງນຶ່ງ ໃນເມືອງນິສ (Nice) ຂອງຝຣັ່ງ. ລາວມາຈາກຕູນີເຊຍໃນຖານະເປັນຜູ້ອົບພະຍົບ ຜ່ານປະເທດອີຕາລີໃນ ບໍ່ເທົ່າໃດອາທິດກ່ອນໜ້ານີ້.

ໃນວັນທີ 2 ພະຈິກ, ຜູ້ມີຄວາມເຫັນໃຈຕໍ່ກຸ່ມລັດອິສລາມ, ທ້າວ ດຸດຕີມ ເຟສຊູລາຍ (Kujtim Fejzulai) ໄດ້ຍິງສັງຫານ 4 ຄົນ ຢູ່ໃນນະຄອນ ຫລວງວຽນນາ. ກຸ່ມ IS ໄດ້ບັນລະຍາຍກ່ຽວກັບທ້າວເຟສຊູລາຍ (Fejzulai) ວ່າເປັນ “ທະຫານຂອງລັດອິສລາມ”. ຜູ້ນຳຂອງຝຣັ່ງ ແລະອັອສເຕຣຍ ໄດ້ພົບປະກັນທີ່ນະຄອນປາຣີໃນວັນອັງຄານຜ່ານມານີ້ ເພື່ອປຶກສາຫາລືກ່ຽວກັບການຕອບໂຕ້ທີ່ມີການປະສານງານກັນ ຕໍ່ການໂຈມຕີດັ່ງກ່າວ. ພວກເພິ່ນໄດ້ມີຜູ້ນຳຂອງເຢຍຣະມັນ, ເນເທີແລນ ແລະເຈົ້າໜ້າທີ່ຂັ້ນສູງຂອງສະຫະພາບ ຢູໂຣບຈຳນວນນຶ່ງ ເຂົ້າຮ່ວມກອງປະຊຸມທາງວິດີໂອນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG