ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທະຫານ ສຫລ ດໍາເນີນຄະດີ ພົນທະຫານ Manning (ສະໄລດ໌/ວີດີໂອ)


Manning
please wait
Embed

No media source currently available

0:00 0:00:48 0:00

ວິດິໂອ ພາບແຕ້ມການດໍາເນີນຄະດີ ພົນທະຫານ Manning ຢູ່ສານ, ວັນທີ 3 ມິຖຸນາ 2013.

ບັນດາ​ທະນາຍຄວາມຂອງ ພົນທະຫານ​ສະຫະລັດ Bradley
Manning ກ່າວ​ວ່າ ທະຫານ​ຄົນ​ນີ້ ຍັງນ້ອຍຢູ່ແລະ​ໄຮ້​ດຽງສາ
​ແຕ່ກໍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ດີ ໃນ​ກາ​ນເຮັດ​ໃຫ້​ໂລກເປັນ​ບ່ອນຢູ່​ອາ
ໄສ​ທີ່​ດີ​ຂຶ້ນ ໂດຍ​ການເຜີຍ​ເອກ​ກະສາ​ນລັບ​ ຫລາຍໆ​ຮ້ອຍ​ພັນ
ໜ້າ ​ໃຫ້ແກ່ເວັບ​ໄຊ WikiLeaks.

​ແຕ່​ໃນ​ລະຫວ່າງ​ການ​ຖະ​ແຫລ​ງ ​ເປີດ​ການ​ດຳ​ເນີນ​ຄະດີ​ໂດຍ​
ສານທະຫານ ຕໍ່​ພົນທະຫານ Manning ຢູ່​ຄ້າຍ Fort Mead
ລັດ Maryland ນັ້ນ ບັນດາ​ໄອ​ຍະ​ການກ່າວ​ວ່າ ​ເອກ​ກະສາ​ນ
ລັບ​ສໍາຄັນ​ຕ່າງໆ​ ທີ່ຜູ້ກ່ຽວ​ໄດ້​ເປີດ​ເຜີຍ​ນັ້ນໄດ້ຕົກໄປຢູ່​ໃນ​ກໍາມື​
ຂອງ​ສັດຕູ​. ​ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຫລັກ​ຖານທີ່ວ່າ ທ້າວ
Osama bin Laden ຢາກ​ໄດ້ ​ແລະກໍ​ໄດ້​ຮັບ​ຂໍ້​ມູນ ທີ່​ມອບ
ໃຫ້​ແກ່ WiliLeaks.



ທ້າວ Manning ປະ​ເຊີນໜ້າ​ກັບ​ການ​ຕິດ​ຄຸກ 20 ປີ ​ໃນ​ການ​ຍອມຮັບ​ຜິດ ຕໍ່​ຂໍ້​ຫາ 10 ຂໍ້ ຂອງ​
ຈຳນວນ​ທັງ​ໝົດ 22 ຂໍ້ ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ. ​ແຕ່​ຢູ່​ໃນ​ການ​ດຳ​ເນີນ​ຄະດີ​ດັ່ງກ່າວ​ລາວ​
ອາດ​ຈະ​ໄດ້​ຮັບໂທດ​ຕິດ​ຄຸກ​ຕະຫລອດ​ຊີວິດຖ້າ​ຫາກ​ຖືກພົບ​ເຫັນ​ວ່າ​ມີຄວາມ​ຜິດໃນ​ການ ຊ່ວຍ​
ເຫລືອ​ສັດຕູ.

ນັກວິໄຈຄວາມ​ລັບ​ອາຍຸ 25 ປີຄົນ​ນີ້ ​ໄດ້​ຖືກ​ຈັບ​ໃນ​ປີ 2010 ​ໃນ​ຂະນະ​ທີ່​ປະຕິບັດ​ງານ​ຢູ່​ໃນ
ອີຣັກ. ລາວ​ໄດ້ສາລະພາບ​ວ່າ ​ໄດ້​ມອບ​ໂທລະ​ເລກ​ທາງ​ການ​ທູດ​ໃຫ້​ແກ່ Wikileaks ​ແລະ
​ລາຍງານຕ່າງໆ​ຈາກ​ສະໜາມ​ລົບ ກ່ຽວ​ກັບ​ການ​ເຮັດ​ສົງຄາມຢູ່ໃນ​ອີຣັກ ແລະອັ​ຟກາ​ນິສ
ຖານພາຍ​ໃຕ້​ ການ​ນຳພາ​ຂອງ​ສະຫະລັດ ​ໂດຍ​ກ່າວ​ວ່າ ລາວ​ຕ້ອງການ​ຢາກໃຫ້​ມີ​ການ​ອະພິ
ປາຍກັນ ກ່ຽວ​ກັບ​ນະ​ໂຍບາຍ​ຂອງສະຫະລັດ.

ບັນດາ​ຜູ້​ສະໜັບສະໜຸນ ທ້າວ Manning ກ່າວ​ວ່າ ລາ​ວ​ໄດ້​ເປີດ​ເຜີ​ຍຄວາມ​ຜິດ​ພາດທີ່ທໍາ
ນຽບຫ້າ​ແຈ ​ຈະ​ບໍ່​ຍອມຮັບ​ຜິດ​ເດັດຂາດ. ​ແຕ່​ບັນດາ​ໄອ​ຍະ​ການ​ກ່າວວ່າ ລາວ​ເຮັດ​ໃຫ້​ຊີວິດ
ຂອງພວກ​ທະຫານສະຫະລັດ ຕົກ​ຢູ່​ໃນ​ອັນຕະລາຍ.

XS
SM
MD
LG