ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັນ​ລະ​ຍາ​ ທ່ານ Liu Xiaobo ຂໍໃຫ້ຈີນ ປ່ອຍນາງ ເປັນອິດສະລະ


Liu Xia ພັນ​ລະ​ຍາ​ຂອງທ່ານ Liu Xiaobo
Liu Xia ພັນ​ລະ​ຍາ​ຂອງທ່ານ Liu Xiaobo
ພັນ​ລະ​ຍາ​ຂອງທ່ານ Liu Xiaobo ​ທີ່​ໄດ້​ລາງວັນໂນ​ແບ​ລ
ຂະ​ແໜ​ງສັນຕິ​ພາບ ທີ່​ຖືກຈໍາ​ຄຸກນັ້ນ ​ໄດ້​ຮຽກຮ້ອງ​ໃຫ້ທາງ​ການ
​ຈີນ​ ​ຜ່ອນຄາຍ​ສະພາບ​ການກ່ຽວ​ກັບ​ການທີ່​ໃຫ້​ນາງ​ຢູ່ຢ່າງ​ໂດດ
ດ່ຽວ​ ໂດຍ​ລັດຖະບານນັ້ນ.

ນາງ Liu Xia ​ໄດ້​ຖືກກັກ​ບໍລິ​ເວນ​ໃຫ້​ຢູ່​ແຕ່​ບ້ານ​ເຮືອນໃນ​ກຸງ​
ປັກ​ກິ່ງໂດຍ​ປາສະ​ຈາດ​ການ ກ່າວ​ຫາ​ແຕ່​ຢ່າງ​ໃດ ນັບ​ຕັ້ງ​ແຕ່
​ສາມີ​ຂອງ​ນາງ​ໄດ້​ຮັບລາງວັນໂນ​ແບ​ລ ​ໃນ​ປີ 2010. ນາງໄດ້​
ຮັບ​ອະນຸຍາດ​ເປັນ​ບາງ​ຄັ້ງ​ຄາວໃຫ້ໄປ​ຢ້ຽມຢາມ​ສາມີ​ຂອງນາງ
ຜູ້​ຊຶ່ງ​ຖືກໂທດຕິດ​ຄຸກ ​ເປັນ​ເວ​ລາ 11 ປີ ​ໃນ​ຖານ​ “ຫາ​ທາງ​
ໂຄ່ນ​ລົ້ມ​ລັດຖະບານນັ້ນ.”


Liu Xiaobo
Liu Xiaobo

ໃນ​ວັນ​ອັງຄານ​ມື້ນີ້ ນັກ​ເຄື່ອນ​ໄຫວ Zeng Jinyang ໄດ້ສົ່ງຄໍາ
ຂໍ​ຮ້ອງ​ຈາກ​ນາງ Liu Xia ສາມ​ສະບັບ ​ເຖິງ​ເຈົ້າ​ໜ້າ​ທີ່​ທາງ​ການ​
ຈີນຊຶ່ງ​ທ່ານ Zeng ​ໄດ້ຮຽກຮ້ອງ​ໃຫ້ນາງ Liu Xia ​ປຶກສາ​ກັບ
ທ່ານໝໍ ​ໄດ້ຢ່າງ​ເສລີ ສາມາດ​ອ່ານ​ ຈ.ມ. ຈາກ​ສາມີ​ຂອງ​ນາງໄດ້
ແລະ​ຂໍໃຊ້​ຊີວິດປະ​ຈໍາ​ວັນ ​ຢ່າງ​ຄົນ​ສາມັນທໍາ​ມະ​ດາທົ່ວ​ໄປ.

ສຸຂະພາບ​ຂອງນາງ​ ​Liu Xia ​ໄດ້ຊຸດ​ໂຊມ​ລົງ ​ຍ້ອນ​ການ​ຕິດ​ຄຸກ​
ຂອງສາມີ​ຂອງນາງ​ນັ້ນ​ແລະ​ຍ້ອນ​ການຖືກກັກ​ບໍລິ​ເວນ​ໃຫ້​ຢູ່​
ແຕ່​ບ້ານ​ເຮືອນ​ ທີ່​ແກ່​ຍາວອອກ​ໄປ​.

​ແຕ່​ທ່ານ Zeng ຍັງ​ກ່າວ​ວ່າ ນາງ Liu Xia ​ໄດ້​ປະຕິ​ເສດ​ບໍ່​ຍອມຮັກສາ​ພະຍາບານກັບ​ໝໍ
​ເພາະ​ຢ້ານ​ກົວ​ວ່າ ທາງ​ການ​ຂອງ​ຈີນ​ຈ​ະໃຊ້​ເປັນ​ເຄື່ອງມື ທີ່​ຈະ​ “ໂຍນ​ນາງ​ເຂົ້າ​ໄປ​ຮັກສາ​
ທີ່​ໂຮງພະຍາບານ​ໂຣກ​ປະສາດ​ນັ້ນ.”


ທ່ານ Zeng ​ໄດ້​ກ່າວ​ເຖິງ ນາງ Liu Xia ທີ່​ເປັນ​ນັກ​ກະວີ​ນັ້ນ​ວ່າ ​ນາງຍັງ​ຢາກ​ທີ່​ຈະ​
ໄດ້​ຮັບ​ການ​ອະນຸຍາດ​ໃຫ້​ທໍາ​ມາ​ຫາ​ລ້ຽງ​ຊີ​ບ ​ເພື່ອ​ລ້ຽງດູ​ຄອບຄົວ. ທ່ານຍັງ​ໄດ້​ກ່າວ​
ອີກ​ວ່າ ຄອບຄົວ​ຂອງ​ນາງ​ນັ້ນ​ແມ່ນປະສົບ​ກັບ​ຄວາມທຸກ​ຍາກລຳບາກ​ ຂາດ​ແຄນ​ເງິນ​
ຄໍາ ​ເພາະໝົດ​ໄປ​ຍ້ອນ​ການ​ໃຊ້​ຈ່າຍ​ກ່ຽວ​ກັບ​ການ​ຕໍ່ສູ້​ທາງ​ກົດໝາຍໝົດ.
XS
SM
MD
LG