ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ຕັ້ງ​ຂໍ້​ຫາ ​ຊາຍ​ໜຸ່ມ​ 3 ຄົນ ຂັດຂວາງ​ ກະບວນ​ ຍຸຕິ​ທໍາ


ພາບວາດໃນສານຂອງຜູ້ຕ້ອງສົງໄສ ທ້າວ Dias Kadyrbayev (ຊ້າຍ) ແລະທ້າວ Azamat Tazhayakov (ຂວາ)
ພາບວາດໃນສານຂອງຜູ້ຕ້ອງສົງໄສ ທ້າວ Dias Kadyrbayev (ຊ້າຍ) ແລະທ້າວ Azamat Tazhayakov (ຂວາ)
ສະຫະ​ລັດ​ໄດ້​ຕັ້ງ​ຂໍ້​ຫາ​ຕໍ່ຊາຍ​ໜຸ່ມ​ສາມ​ຄົນວ່າ​ຂັດຂວາງ​ກະບວນ
​ການ​ຍຸຕິ​ທໍາໃນ​ການ​ສືບສວນ​ສອບ​ສວນ​ເຫດການວາງ​ລະ​ເບີດ​ຢູ່​
ບ່ອນ​ແຂ່ງຂັນແລ່ນ​ທົນ​ມາຣາທອນ​ຢູ່ນະຄອ​ນ​ບອສຕັນ ທີ່​ຍັງຜົນ​
ໃຫ້​ມີ​ຄົນບາດ​ເຈັບ​ລົ້ມ​ຕາຍ​ນັ້ນ.

​ເມືອ​ວັນ​ພຸດ​ວານ​ນີ້ ບັນດາ​ເຈົ້າໜ້າທີ່​ໄດ້​ຈັບ​ກຸມ​ຊາວ ກາ​ຊັກ​
ສະຖານ​ສອງ​ຄົນ​ແລະ​ຊາວ​ອະ​ເມຣິກັນ​ຄົນ​ນຶ່ງ ​ທີ່ໄດ້​ເຂົ້າຮຽນ​
ຢູ່​ໃນ​ວິທະຍາໄລ Massachusetts ​ແຫ່ງ​ດຽວ​ກັນ​ກັບ​
ທ້າວ Dzhokhar Tsarnaev ຜູ້​ທີ່ຖືກ​ກ່າວ​ຫາ ​ເປັນ​ຜູ້ວາງ​
ລະ​ເບີດໃນ​ເຫດການ​ດັ່ງກ່າວ. ເຂົາ​ເຈົ້າ​ໄດ້​ຖືກ​ກ່າວຫາ​ວ່າ ​
ໃຫ້ການ​ຊ່ວຍ​ເຫຼືອທ້າວ Tsarnaev ຫຼັງຈາກ​ໄດ້​ມີ​ການວາງ
​ລະ​ເບີດ 2 ລູກ​ໃນ​ວັນ​ທີ 15 ​ເມສາ​ຜ່ານ​ມາ ທີ່​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ​ແລະ 260 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຊາວ​ກາ​ຊັກ​ສະຖານ​ທັງ​ສອງ​ຄື ທ້າວ Dias Kadyrbayev ​ແລະ​ທ້າວ Azamat
Tazhayakov ບໍ່​ໄດ້​ຮັບການ​ປະ​ກັນ​ຕົວ ​ແລະ​ຈະ​ຢູ່​ໃນ​ຄຸກ​ໄປ ຢ່າງ​ໜ້ອຍ​ຈົນ​ກວ່າການ​ໄປ
​ປະກົດ​ຕົວ​ຕໍ່​ສານໃນ​ຕໍ່ໜ້າ​ນີ້. ຜູ້​ຕ້ອງ​ສົງໄສ ຄົນ​ທີ່​ສາມ ຄື​ທ້າວ Robel Phillipos
ສັນຊາດ​ອະ​ເມຣິກັນ ຖືກ​ສັ່ງ​ໃຫ້​ເຈົ້າໜ້າ​ທີ່​ກັກ​ໂຕ​ໄວ້ ​ເພື່ອ​ລໍຖ້າ​ການ​ໄປ​ປະກົດ​ຕົວ​ຢູ່​ສານ.

ບັນດາ​ນັກ​ສືບ​ສວນ​ສອບ​ສວນ​ຂອງ​ລັດຖະບານ​ກາງ​ສະ​ຫະລັດ ກ່າວ​ຫາ​ບຸກ ຄົນ​ທັງ​ສາມ​ວ່າ
ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ເພື່ອ​ທໍາລາຍ​ຄອມ​ພິວ​ເຕີ​ແລັບ​ທ໊ອບ ​ແລະ​ຖົງພາຍ ທີ່​ບັນຈຸ​ບັ້ງ​ໄຟ​ດອກ
ທີ່​ເປັນ​ຂອງ​ທ້າວ Tsarnaev. ທັງ​ສາມ ຄົນ​ດັ່ງກ່າວ​ປະ​ເຊີນ​ກັບ​ການຖືກ​ຈໍາ​ຄຸກ ​ແລະ​ຖືກ
​ປັບ​ໃໝ​ ດ້ວຍ​ເງິນ​ຈໍານວນ ຫຼວງຫຼາຍ ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​.
XS
SM
MD
LG