ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດານັກການເມືອງທັງຫຼາຍ ໄດ້ສະແດງການສະໜັບສະໜຸນຢ່າງກວ້າງຂວາງ ຕໍ່ຄຳຕັດສິນວ່າມີຄວາມຜິດ ໃນການຕາຍ ຂອງທ້າວຈອຣຈ໌ ຟລອຍດ໌


ປ້າຍຂຽນຄຳວ່າ ຜິດ "GUILTY" ຕັ້ງຢູ່ຕໍ່ໜ້າສວນສາທາລະນະ Carl Schurz Park ຫຼັງຈາກສານໄດ້ຕັດສິນຄະດີ ຂອງອະດີດເຈົ້າໜ້າທີ່ຕຳຫຼວດ ທ້າວແດເຣັກ ໂຊວິນ, ວ່າມີຄວາມຜິດໃນການຕ່າຍ ຂອງທ່າວຈອຣຈ໌ ຟລອຍດ໌, ໃນນະຄອນນິວ ຢອກ, ວັນທີ 20 ເມສາ 2021.
ປ້າຍຂຽນຄຳວ່າ ຜິດ "GUILTY" ຕັ້ງຢູ່ຕໍ່ໜ້າສວນສາທາລະນະ Carl Schurz Park ຫຼັງຈາກສານໄດ້ຕັດສິນຄະດີ ຂອງອະດີດເຈົ້າໜ້າທີ່ຕຳຫຼວດ ທ້າວແດເຣັກ ໂຊວິນ, ວ່າມີຄວາມຜິດໃນການຕ່າຍ ຂອງທ່າວຈອຣຈ໌ ຟລອຍດ໌, ໃນນະຄອນນິວ ຢອກ, ວັນທີ 20 ເມສາ 2021.

ບັນດາເຈົ້າໜ້າທີ່ໃນສະຫະລັດແລະຢູ່ຕ່າງປະເທດທັງຫຼາຍ ຕ່າງກໍອອກສຽງໃຫ້ ການສະໜັບສະໜຸນຢ່າງກວ້າງຂວາງ ຕໍ່ການຕັດສິນຄວາມຜິດ ໃນວັນອັງຄານຜ່ານມານີ້ ໃນຂໍ້ຫາຄາດຕະກຳ ຂອງເຈົ້າໜ້າທີ່ຕຳຫຼວດຄົນຜິວຂາວ ຕໍ່ການຕາຍຂອງຊາຍຄົນຜິວດຳ ທ້າວຈອຣຈ໌ ຟລອຍດ໌ ເມື່ອປີກາຍນີ້ ໂດຍທີ່ ປະທານາທິ ບໍດີ ໂຈ ໄບເດັນ ເອີ້ນການຕັດສິນດັ່ງກ່າວນັ້ນ ວ່າ “ບໍ່ຄ່ອຍມີຫຼາຍເລີຍ” ໃນຜົນທີ່ອອກມາ ຂອງການປະເຊີນໜ້າກັນທີ່ຮ້າຍແຮງ ລະຫວ່າງຕຳຫຼວດຄົນຜິວຂາວແລະພວກຜູ້ຕ້ອງສົງໄສຊົນກຸ່ມນ້ອຍ.

ທັງທ່ານໄບເດັນ ແລະຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ໄດ້ກ່າວຍົກຍ້ອງຄຳຕັດສິນດັ່ງກ່າວຫຼັງຈາກບໍ່ເທົ່າໃດຊົ່ວໂມງທີ່ຄະນະຕຸລາການໂດຍມີຫຼາກຫຼາຍເຊື້ອຊາດໃນນະຄອນມິນເນອາໂປລິສ ໄດ້ຕັດສິນວ່າ ອະດີດເຈົ້າໜ້າທີ່ຕຳຫຼວດ ແດເຣັກ ໂຊວິນ ມີຄວາມຜິດໃນສອງປະເພດ ຂອງການຄາດຕະກຳ ແລະການຂ້າຄົນໂດຍບໍ່ໄດ້ເຈດຕະນາ. ໃນບໍ່ເທົ່າໃດນາທີຕໍ່ມາ ລາວກໍໄດ້ຖືກໃສ່ກັບມື ແລ້ວນຳໄປຂັງຄຸກ ແລະດຽວນີ້ກຳລັງປະເຊີນກັບໂທດ ຈຳຄຸກອີກຫຼາຍປີ ເມື່ອລາວແມ່ນຈະຖືກສານຕັດສິນລົງໂທດໃນອີກແປດອາທິດຂ້າງໜ້າ.

ທ່ານໄບເດັນ ຜູ້ທີ່ໄດ້ໂທລະສັບໄປຫາຄອບຄົວຂອງທ້າວຟລອຍດ໌ ຫຼັງຈາກການຕັດສິນ ຊຶ່ງທ່ານໄດ້ເອີ້ນມັນວ່າ “ເປັນບາດກ້າວໄປໜ້າ” ແຕ່ທັງໝົດນີ້ເປັນຊ່ວງເວລາຂອງຄວາມຍຸຕິທຳທີ່ບໍ່ຄ່ອຍມີຫຼາຍ. ການສຶກສາຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ໃນຄະດີທັງຫຼາຍໂດຍສ່ວນໃຫຍ່ຂອງສະຫະລັດ ຕຳຫຼວດແມ່ນວ່າ ຈະຫລຸດຜົນຈາກການກະທຳຜິດໂດຍປາສະຈາກຄວາມຜິດຕໍ່ຂໍ້ກ່າວຫາທັງຫຼາຍ ຫຼືວ່າຄະດີຄວາມ ຈະຖືກຍົກຟ້ອງ.

ທ່ານໄບເດັນ ໄດ້ກ່າວວ່າ ການຈຳແນກຜິວພັນຢ່າງເປັນລະບົບ ຢູ່ໃນສະຫະລັດ ເປັນ “ຮອຍດ່າງແກ່ຈິດວິນຍານຂອງຊາດເຮົາ” ໃນຂະນະດຽວກັນ ທ່ານເວົ້າວ່າ ຄຳຕັດສິນນັ້ນ “ສາມາດເປັນບາດກ້າວ ທີ່ຍິ່ງໃຫຍ່ໃນການກ້າວເດີນໄປສູ່ຄວາມຍຸຕິທຳ.”

ທັງທ່ານໄບເດັນ ແລະທ່ານນາງແຮຣິສ ຕ່າງກໍຮຽກຮ້ອງໃຫ້ສະພາສູງສະຫະລັດ ຮັບຮອງເອົາຮ່າງກົດໝາຍ ຄວາມຍຸຕິທຳຂອງທ້າວຈອຣຈ໌ ຟລອຍດ໌ ໃນການປະຕິບັດໜ້າທີ່ຂອງຕຳຫຼວດ ທີ່ຈະຫ້າມການໃຊ້ວິທີຫັດຄໍ ແລະຈະຍຸຕິການຄຸມກັນຕໍ່ການຖືກຟ້ອງຮອງທາງດ້ານກົດໝາຍຕໍ່ການກະທຳໃດໆຂອງເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງປະຕິບັດໜ້າທີ່ ທີ່ມີຢູ່ຢ່າງຈຳກັດ.

ທ່ານນາງແຮຣິສ ໄດ້ກ່າວເຖິງຄຳຕັດສິນວ່າ “ມື້ນີ້ ພວກເຮົາຫາຍໃຈໂລ່ງເອີກໄດ້. ມາດຕະການຂອງຄວາມຍຸຕິທຳ ບໍ່ແມ່ນຄືກັນກັບຄວາມຍຸຕິທຳທີ່ເທົ່າທຽມກັນ…..ພວກເຮົາຍັງຕ້ອງປະຕິຮູບລະບົບ.”

ໃນນະຄອນເຈນີວາ ທ່ານນາງມິແຊລ ບາເຊີເລັຕ ຫົວໜ້າດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ໃນວັນພຸດວານນີ້ ໄດ້ກ່າວວ່າ “ຜົນອື່ນໃດໆ” ນອກ ເໜືອໄປຈາກການຕັດສິນວ່າ ມີຄວາມຜິດຕໍ່ທ້າວໂຊວິນນັ້ນ “ຈະຖືກກາຍເປັນເລື້ອງທີ່ໄຮ້ສາລະ ຂອງຄວາມຍຸຕິທຳ.”

Officials in the U.S. and overseas are voicing wide support for a white police officer’s murder conviction Tuesday in the death last year of a Black man, George Floyd, with President Joe Biden calling it a “much too rare” outcome in contentious confrontations between white police and minority suspects.

Both Biden and Vice President Kamala Harris praised the decision hours after a racially diverse jury in Minneapolis convicted former police officer Derek Chauvin of two types of murder and manslaughter. Minutes later, he was handcuffed and jailed and now faces years in prison, when he is sentenced in eight weeks.

Biden, who phoned Floyd’s family after the verdict, called it “a step forward,” but all too rare moment of justice. Studies have shown that in most such U.S. cases, police are either cleared of wrongdoing without charges or acquitted in trials.

Biden said systemic racism in the U.S. is a “stain on our nation’s soul,” while saying the verdict “can be a giant step forward in the march toward justice.”

Biden and Harris both urged the U.S. Senate to approve the George Floyd Justice in Policing Act that would ban chokeholds and would end the limited legal immunity police officers have from being sued for actions in the line of duty.

Harris said of the verdict, “Today, we breathe a sigh of relief. A measure of justice isn’t the same as equal justice. … We still must reform the system.”

In Geneva, United Nations human rights chief Michelle Bachelet on Wednesday said that "any other result” other than the guilty verdicts against Chauvin “would have been a travesty of justice."

XS
SM
MD
LG