ໄຕ້ຫວັນໄດ້ເລືອກເອົາຫົວໜ້າໃຫຍ່ບໍລິສັດເຊມີຄອນດັກເຕີ ແທນທີ່ຈະແມ່ນນັກການ
ເມືອງຄົນສຳຄັນ ເປັນທູດຂອງຕົນ ໄປຮ່ວມກອງປະຊຸມຄັ້ງທີ 21 ຂອງບັນ ດາປະເທດ
ເອເຊຍປາຊິຟິກ ຮວມທັງຈີນ ຊຶ່ງເປັນຄູ່ແຂ່ງຈີນທີ່ຍາວນານ ເພື່ອໃຫ້ໂອກາດໄຕ້ຫວັນ
ໄດ້ສະແດງອຳນາດທາງດ້ານເທັກໂນໂລຈີ ແທນທີ່ແຕ່ຈະສະແດງທ່າທີທາງດ້ານພູມ
ສາດການເມືອງ ທີ່ເປັນບັນຫາຂັດແຍ້ງກັນນັ້ນ.
ທ່ານມໍຣິສ ຈັງ ປະທານບໍລິສັດອຸດສາຫະກຳເຊີມີຄອນດັກເຕີໄຕ້ຫວັນ ທີ່ໄດ້ບຳນານ
ແລ້ວນັ້ນຈະເປັນຫົວໜ້າຄະນະທູດພິເສດໄປຮ່ວມກອງປະຊຸມສຸດຍອດບັນດາຜູ້ນຳ
ການຮ່ວມມືເສດຖະກິດເອເຊຍປາຊິຟິກ ຢູ່ທີ່ເກາະປາປົວ ນິວກີເນຍ.
ບັນດາເຈົ້າໜ້າທີ່ໄຕ້ຫວັນ ຕາມປົກກະຕິແລ້ວສົ່ງພວກເຈົ້າໜ້າທີ່ການເມືອງທີ່ສຳຄັນ
ໄປຮ່ວມກອງປະຊຸມ ທີ່ປະທານປະເທດຈີນ ທ່ານສີ ຈິນຜິງ ຄາດວ່າຈະເຂົ້າຮ່ວມ. ຈີນ
ເບິ່ງໄຕ້ຫວັນທີ່ປົກຄອງຕົນເອງນັ້ນວ່າເປັນດິນແດນສ່ວນນຶ່ງທີ່ແຍກອອກຈາກຕົນ
ແທນທີ່ຈະເປັນປະເທດ ທີ່ໄດ້ເຮັດໃຫ້ຄວາມສຳພັນເຢັນຊາ ມາໄດ້ຫຼາທົດສະວັດ.
ປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິງ-ເວັນ ກ່າວວ່າ ທ່ານນາງໄດ້ເລືອກເອົາທ່ານ
ຈັງ ກໍເພາະວ່າຖານະຂອງທ່ານຢູ່ໃນອຸດສາຫະກຳໂລກ. ແນວຄິດຂອງທ່ານເພື່ອສົນ
ທະນາເທັກໂນໂລຈີຂອງໄຕ້ຫວັນກັບບັນດາຜູ້ນຳໂລກ ທີ່ທ່ານນາງໄດ້ປະກາດການ
ແຕ່ງຕັ້ງໃນວັນທີ 3 ຕຸລາຜ່ານມາ. ທ່ານຈັງ ຄາດວ່າຈະເນັ້ນໜັກອອກຈາກເລື່ອງການ
ເມືອງ ຫຼືຄວາມສຳພັນລະຫວ່າງຈີນ-ໄຕ້ຫວັນ.