ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເປັນ​ຫຍັງ ປະທານາທິບໍດີ ເກົາຫຼີໃຕ້ ຈຶ່ງ​ເວົ້າ​ກ່ຽວ​ກັບ ອາ​ວຸດ​ນິວ​ເຄ​ລຍ


ປະທານາທິບໍດີເກົາຫຼີໃຕ້, ທ່ານ Yoon Suk Yeol ກ່າວ​ຄຳ​ປາ​ໄສຕໍ່​ປະ​ເທດ​ຊາດ​ ໃນ​ວັນ​ຂຶ້ນ​ປີ​ໃໝ່ ຢູ່​ທີ່​ຫ້ອງ​ການປະ​ທາ​ນາ​ທິ​ບໍ​ດີ​ ໃນ​ນະ​ຄອນຫຼວງ​ໂຊ​ລ, ວັນ​ທີ 1 ມັງ​ກອນ, 2023 (​ພາບ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້)
ປະທານາທິບໍດີເກົາຫຼີໃຕ້, ທ່ານ Yoon Suk Yeol ກ່າວ​ຄຳ​ປາ​ໄສຕໍ່​ປະ​ເທດ​ຊາດ​ ໃນ​ວັນ​ຂຶ້ນ​ປີ​ໃໝ່ ຢູ່​ທີ່​ຫ້ອງ​ການປະ​ທາ​ນາ​ທິ​ບໍ​ດີ​ ໃນ​ນະ​ຄອນຫຼວງ​ໂຊ​ລ, ວັນ​ທີ 1 ມັງ​ກອນ, 2023 (​ພາບ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້)

ປະທານາທິບໍດີເກົາຫຼີໃຕ້, ທ່ານ​ຢູນ ຊຸກ ຢອ​ລ (Yoon Suk Yeol) ພວມເລັ່ງການໂຕ້ວາທີແບບທີ່ບໍ່ເຄີຍຄິດວ່າຈະ​ມີ​ເລີຍ ກ່ຽວກັບວ່າ ປະເທດຂອງທ່ານ ຄວນຈະ​ມີ​ອາວຸດນິວເຄລຍ ຊຶ່ງ​ເປັນການເຄື່ອນ​ໄຫວ ທີ່ຈະຫັນປ່ຽນການ​ເປັນພັນທະມິດລະ​ຫວ່າງສະຫະລັດ ແລະ ເກົາຫຼີໃຕ້ ແລະຊຸກຍູ້ຄວາມໝັ້ນຄົງຢູ່ໃນພາກພື້ນ.

ອາທິດແລ້ວນີ້, ທ່ານ​ຢູນ ໄດ້ເຮັດ​ໃຫ້​ມີ​ການ​ພາດຫົວຂໍ້ຂ່າວທົ່ວໂລກ ໃນເວລາທີ່ທ່ານໄດ້ສະ​ເໜີໃຫ້​ຮູ້ຢູ່ໃນກອງ​ປະ​ຊຸມສະຫຼຸບຫຍໍ້ ກ່ຽວກັບນະໂຍບາຍທີ່​ເວົ້າວ່າເກົາຫລີໃຕ້ສາມາດມີອາວຸດນິວເຄລຍຂອງຕົນເອງ​ໄດ້ ຖ້າສະຖານະ ການຄວາມໝັ້ນ​ຄົງກັບເກົາ ຫລີເຫນືອຮ້າຍແຮງຂຶ້ນ.

ຄໍາຄິດເຫັນຂອງທ່ານຢູນ ໄດ້ເວົ້າອອກມາໃນລັກສະນະທີ່ເກືອບວ່າ ບໍ່​ໄດ້​ຄິດ​ຫຍັງ​ເລີຍ ແລະ ຖືກມອງ​ຢູ່​ໃນກອບທີ່ເປັນສ່ວນນຶ່ງຂອງສະຖານະການທີ່ຮ້າຍແຮງທີ່ສຸດ; ບັນ​ດາທີ່​ປຶກ​ສາ​ຂອງ​ທ່ານ​ໄດ້ກ່າວ​ອ້າງ​ຢ່າງ​ໄວ​ວາວ່າ ​ເກົາ​ຫຼີ​ໃຕ້​ບໍ່​ໄດ້ຖອຍ​ຫລັງ​ອອກໄປ​ຈາກ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ຫ້າມ​ແຜ່​ຜາຍ​ນິວ​ເຄຼຍເລີຍ.

ແຕ່ຢ່າງໃດກໍຕາມ, ຄວາມຄິດເຫັນຂອງທ່ານຢູນ ແມ່ນບໍ່ເຄີຍມີມາກ່ອນ, ຢ່າງຫນ້ອຍ ກໍ​ແມ່ນສໍາລັບໄລຍະເວລາ ນັບຕັ້ງແຕ່ເກົາຫຼີໃຕ້ ກາຍເປັນປະ​ເທດ​ທີ່​ມີປະຊາທິປະໄຕ.

"ມັນເປັນການພັດທະນາໄປ ທີ່ມີຄວາມສໍາຄັນຫຼາຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຈອງ ຊອງ-ຈາງ (Cheong Seong-chang), ນັກຄົ້ນຄວ້າອະວຸໂສຂອງສະຖາບັນເຊ ​ຈອງ (Sejong) ຊຶ່ງ​ເປັນອົງການຄົ້ນຄວ້ານະໂຍບາຍການຕ່າງປະເທດ ຢູ່ນອກນະ​ຄອນ​ຫລວງໂຊລ. ທ່ານກ່າວອີກວ່າ "ເທົ່າ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້​ບໍ່​ເຄີຍ​ພິ ​ຈາ​ລະ​ນາ​ ວ່າ​ຈະ​ມີອາ​ວຸດ​ນິວ​ເຄຼຍຢ່າງເປັນ​ອິດ​ສະ​ຫລະ​ຂອງ​ຕົນ​ເລີຍ ​ແມ່ນ​ແຕ່​ເປັນ "ແຜນ B" ກໍ​ບໍ່​ມີ.

ສໍາລັບທ່ານຢູນເອງ​ແລ້ວ ການເວົ້າກ່ຽວກັບອາ​ວຸດ​ນິວ​ເຄ​ລຍໄດ້ກາຍເປັນການ​ເວົ້າ​ຢູ່​ເລື້ອຍໆເລີຍ.

ໃນຕອນ​ທີ່​ທ່ານເປັນຜູ້​ທີ່​ຄາດຫວັງວ່າ ​ຈະ​ໄດ້​ເປັນປະທານາທິບໍດີໃນທ້າຍປີ 2021 ນັ້ນ ທ່ານຢູນກ່າວວ່າ ທ່ານຈະພິຈາລະນາການຮ້ອງຂໍ ໃຫ້ມີການ​ສົ່ງ ​ອາ​ວຸດນິວເຄລຍ​ສະ​ໜາມ​ຂອງສະຫະລັດ ທີ່ຖືກຍົກຍ້າຍອອກໄປໃນຕົ້ນຊຸມປີ 1990 ນັ້ນ ກັບຄືນໃຫມ່. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຍັງ​ກ່າວ​ວ່າ ສະ​ຫະ​ລັດ ​ແລະ​ເກົາຫຼີໃຕ້ ພວມ​ປຶກສາ​ຫາລືກັນ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ນິວ​ເຄລຍ, ​ເຊິ່ງທ່ານ​ຄາດ​ວ່າ​ຈະ​ມີ​ຜົນ​ສະທ້ອນເຊັ່ນ​ດຽວ​ກັນ​ກັບ “ການ​ແບ່ງ​ປັນ​ນິວ​ເຄລຍ​ແບບ​ເນ​ໂຕ.”

ແຮງຈູງໃຈຂອງທ່ານຢູນ, ເບິ່ງ​ຈັ່ງ​ນຶ່ງ ກໍແມ່ນກົງໄປກົງມາ.

ຫວ່າງ​ມໍ່ໆ​ມາ​ນີ້ ​ເກົາຫຼີ​ເໜືອ​ໄດ້​ຂົ່ມຂູ່​ຢູ່ເລື້ອຍໆຫລາຍ​ຂຶ້ນ ​ໃນ​ຂະນະ​ທີ່​ກຳລັງ​ຂະຫຍາຍ​ຄັງອາວຸດ​ນິວ​ເຄລຍຂອງ​ຕົນ​ຢ່າງ​ວ່ອງ​ໄວ. ​ໃນ​ຄຳ​ເຫັນ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ຂຶ້ນ​ປີ​ໃໝ່ນັ້ນ ຜູ້​ນຳ​ເກົາຫຼີ​ເໜືອ, ທ່ານ ກິມ ຈົງ ອຶນ ​ໄດ້​ປະຕິຍານ​ວ່າ​ຈະ “ເພີ່ມ​ການ​ສະ​ສົມ​ຫົວລົບ​ນິວ​ເຄລຍຂອງ​ຕົນໃຫ້​ຫລາຍຂຶ້ນ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG