ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງ ຣັດເຊຍ ຈຶ່ງສະໜັບສະໜຸນ ຈີນ ໃນຂໍ້ຂັດແຍ້ງ ຢູ່ທະເລຈີນໃຕ້ ກັບບັນດາປະເທດທີສາມ


ລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ໂຊຍກູ, ຊ້າຍ, ແລະລັດຖະມົນຕີປ້ອງກັນປະເທດຂອງຈີນ ທ່ານເວີຍ ຝັງຮີ ພວມຊົມການຊ້ອມລົບ ທີ່ໄດ້ຈັດຂຶ້ນໃນຂົງເຂດນິງເຊຍ ຮຸຍ ທີ່ປົກຄອງຕົນເອງ ທາງພາກຕາເວັນຕົກສຽງເໜືອຂອງຈີນ, ວັນທີ 13 ສິງຫາ 2021. (ພາບຖະແຫລງການຂອງກະຊວງປ້ອງກັນປະເທດຣັດເຊຍ)
ລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ໂຊຍກູ, ຊ້າຍ, ແລະລັດຖະມົນຕີປ້ອງກັນປະເທດຂອງຈີນ ທ່ານເວີຍ ຝັງຮີ ພວມຊົມການຊ້ອມລົບ ທີ່ໄດ້ຈັດຂຶ້ນໃນຂົງເຂດນິງເຊຍ ຮຸຍ ທີ່ປົກຄອງຕົນເອງ ທາງພາກຕາເວັນຕົກສຽງເໜືອຂອງຈີນ, ວັນທີ 13 ສິງຫາ 2021. (ພາບຖະແຫລງການຂອງກະຊວງປ້ອງກັນປະເທດຣັດເຊຍ)

ຣັດເຊຍ ໃນຄັ້ງນຶ່ງເຄີຍເປັນສ້ຽນໜາມຂອງຈີນ ບັດນີ້ກຳລັງໜຸນຫຼັງປັກກິ່ງ ໃນເລື້ອງການຂັດແຍ້ງກັບປະເທດທີສາມ ທີ່ລວມເຖິງບັນຫາອະທິປະໄຕທາງທະເລທີ່ນອງນັນຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ເພື່ອຕ້ານຢັນອິດທິພົນຂອງວໍຊິງຕັນໃນເອເຊຍ ອີງຕາມຄວາມເຊື່ອຂອງບັນດານັກວິຊາການ.

ໂດຍມີກອງກຳລັງທະຫານ ທີ່ເຂັ້ມແຂງສຸດອັນດັບສອງຂອງໂລກ ຮອງຈາກສະ ຫະລັດ, ຣັດເຊຍ ກໍໄດ້ດຳເນີນການຊ້ອມລົບທາງທະຫານກັບຈີນ ເປັນບາງຄັ້ງບາງຄາວ ໂດຍມີຢ່າງໜ້ອຍສີ່ຄັ້ງ ທີ່ໄດ້ຖືກເປີດເຜີີຍມາເຖິງປັດຈຸບັນນີ້ ໂດຍໄດ້ຂາຍອາວຸດຕ່າງໆ ໃຫ້ແກ່ປະເທດເພື່ອນບ້ານຍັກໃຫຍ່ ຢູ່ທາງກ້ຳໃຕ້ຂອງຕົນແລະຮ່ວມກັນ ໃນການຕ້ອງຕິປະເທດຕາເວັນຕົກ.

ບັນດາເຈົ້າໜ້າທີ່ໃນມົສກູ ດຽວນີ້ພວມພະຍາຍາມສົ່ງເສີມການກ່າວອ້າງກຳມະສິດຂອງປັກກິ່ງ ໃນທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ ໂດຍປາສະຈາກການສະແດງໃຫ້ເຫັນວ່າ ຕົນເຂົ້າຂ້າງຈີນ ຫຼາຍກວ່າອີກຫ້າປະເທດໃນເອເຊຍ ທີ່ອ້າງເອົາອະທິປະໄຕ ແຂ່ງກັບຈີນ ຢູ່ໃນເຂດນ່ານນ້ຳດຽວກັນນັ້ນ ອີງຕາມທ່ານອາເລັກແຊນເດີ ວູວິງ ອາຈານສອນທີ່ສູນກາງສຶກສາດ້ານຄວາມໝັ້ນຄົງໃນເຂດເອເຊຍ-ປາຊີຟິກ ແດນຽວ ເຄ ອີນູເຢ ໃນລັດຮາວາຍ.

ທ່ານວູວິງ ໄດ້ກ່າວອີກວ່າ ຈີນແລະຣັດເຊຍ ຕ້ອງການກັນແລະກັນເພື່ອສະແດງ ໃຫ້ສະຫະລັດ ທີ່ເຄີຍເປັນສັດຕູໃນສົງຄາມເຢັນ ກັບທັງສອງປະເທດນັ້ນ ໄດ້ເຫັນ ແລະບັນດາພັນທະມິດຂອງສະຫະລັດ ວ່າ ພວກເຂົາບໍ່ໄດ້ “ໂດດດ່ຽວ”.

ກຳປັ່ນລົບຂອງກອງທັບເຮືອສະຫະລັດ ແລ່ນຜ່ານທະເລຈີນໃຕ້ເປັນປະຈຳ ເພື່ອຄວບຄຸມປັກກິ່ງໄວ້. ຢ່າງໜ້ອຍແປດປະເທດພັນທະມິດຕາເວັນຕົກ ຂອງສະຫະ ລັດກໍໄດ້ສະແດງໃຫ້ເຫັນ ນັບແຕ່ທ້າຍເດືອນກໍລະກົດເປັນຕົ້ນມາທີ່ຈະສົ່ງກຳປັ່ນ ລົບຂອງຕົນ ເຂົ້າໄປໃນທະເລຈີນໃຕ້ ທີ່ອຸດົມສົມບູນດ້ວຍຊັບພະຍາກອນ

ຊຶ່ງທະເລດັ່ງກ່າວແມ່ນເນັ່ງຈາກຮົງກົງ ໄປເຖິງເກາະບໍນຽວ ໃນການສະໜັບສະໜຸນເພື່ອເປີດທະເລດັ່ງກ່າວ ໄວ້ໃຫ້ນານາຊາດ ແທນທີ່ຈະປ່ອຍໃຫ້ຢູ່ພາຍໃຕ້ການຄວບຄຸມຂອງຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG