ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ້ອນຫຍັງ ມາເລເຊຍ ເຊິ່ງປົກກະຕິແລ້ວຈະໃຈເຢັນ ຈຶ່ງບໍ່ພໍໃຈກັບຈີນ ໃນບັນຫາການຂັດແຍ້ງທາງທະເລ


ຮູບພາບປະກອບນີ້ ໄດ້ມາຈາກກອງທັບອາກາດ ຣາຊອານາຈັກມາເລເຊຍ ເຊິ່ງຖ່າຍໃນວັນທີ 31 ພຶດສະພາ ປີ 2021 ແລະນຳອອກເຜີຍແຜ່ໃນວັນທີ 1 ມິຖຸນາ ປີ 2021.
ຮູບພາບປະກອບນີ້ ໄດ້ມາຈາກກອງທັບອາກາດ ຣາຊອານາຈັກມາເລເຊຍ ເຊິ່ງຖ່າຍໃນວັນທີ 31 ພຶດສະພາ ປີ 2021 ແລະນຳອອກເຜີຍແຜ່ໃນວັນທີ 1 ມິຖຸນາ ປີ 2021.

ນັກວິເຄາະກ່າວວ່າ ມາເລເຊຍໄດ້ສະແດງຄວາມບໍ່ພໍໃຈເປັນຢ່າງຍິ່ງແບບບໍ່ຄ່ອຍໄດ້ເຫັນກັນ ກ່ຽວກັບການບິນຜ່ານຂອງເຮືອບິນກອງທັບອາກາດຈີນ ໃກ້ກັບນ່ານຟ້າຂອງຕົນ ແລະເຮືອຍາມຝັ່ງທີ່ພົບໃນນ່ານນໍ້າທີ່ມີການຂັດແຍ້ງ, ເຊິ່ງເປັນການສະແດງໃຫ້ເຫັນວ່າ ປັກກິ່ງໄດ້ຂ້າມເສັ້ນກັບກົວລາລໍາເປີ ໃນການຄ່ອຍໆຂະຫຍາຍເຂດແດນທາງທະເລຂອງຕົນ.

ກະຊວງການຕ່າງປະເທດຂອງມາເຊຍ ກ່າວໃນຖະແຫລງການເມື່ອວັນທີ 1 ມິຖຸນານີ້ວ່າ ຕົນຈະຮຽກເອກອັກຄະລັດຖະທູດຈີນເຂົ້າພົບ ກ່ຽວກັບເລື້ອງເຮືອບິນກອງທັບອາກາດປົດປ່ອຍປະຊາຊົນຈໍານວນ 16 ລໍາ ທີ່ບິນລ່ວງລ້ຳເຂົ້າໄປໃນ “ເຂດຂັດແຍ້ງທາງທະເລ.” ກອງທັບອາກາດມາເລເຊຍໄດ້ສົ່ງເຮືອບິນຂອງຕົນຂຶ້ນໄປຂັບໄລ່ເຮືອບິນຂອງຈີນອອກໄປ.

ຫລາຍມື້ຕໍ່ມາ, ເຈົ້າໜ້າທີ່ໜ່ວຍງານຮັກສາກົດໝາຍທາງທະເລຂອງມາເລເຊຍກ່າວວ່າ ມີການແນມເຫັນເຮືອຍາມຝັ່ງຂອງຈີນ ຢູ່ຫ່າງຈາກແຄມຝັ່ງ 156 ກິ ໂລແມັດ, ອີງຕາມລາຍງານຂອງເວັບໄຊຂ່າວພາຍໃນປະເທດ ບໍນຽວໂພສທ໌ (Borneo Post).

ຕາມປົກກະຕິແລ້ວ ມາເລເຊຍຈະມິດງຽບຫລືທຳການປະທ້ວງບໍ່ໃຫ້ສາທາລະນະຊົນຮູ້ ເມື່ອກໍາປັ່ນຈີນ ຊຶ່ງເປັນປະເທດທີ່ເຂັ້ມແຂງກວ່າທາງທະຫານ ໄດ້ແລ່ນເຂົ້າໄປໃນເຂດນ່ານນໍ້າທີ່ກົວລາລໍາເປີເຫັນວ່າ ເປັນຂອງຕົນນັ້ນ. ມາເລເຊຍ “ເຮັດຄືບໍ່ຮູ້ບໍ່ເຫັນ” ເນື່ອງຈາກຄວາມສໍາພັນທາງເສດຖະກິດ ທີ່ເລິກເຊິ່ງຂອງພວກເຂົາເຈົ້າ, ນັ້ນຄືຄຳເວົ້າ ຂອງທ່ານ ໂອ ອີ ຊຸນ (Oh Ei Sun) ເຈົ້າໜ້າທີ່ອະວຸໂສ ຈາກສະຖາບັນກິດຈະການນາໆຊາດຂອງສິງກະໂປໄດ້ກ່າວໄປ.

ຈີນແມ່ນຄູ່ຄ້າລາຍໃຫຍ່ສຸດຂອງມາເລເຊຍໃນຊ່ວງ 12 ປີທີ່ຜ່ານມາ ແລະເປັນແຫລ່ງລົງທຶນໃນດ້ານພື້ນຖານໂຄງລ່າງພາຍໃນປະເທດ.

ອ່ານຂ່າວນີ້ເພີມເຕີມເປັນພາສາອັງກິດ

XS
SM
MD
LG