ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເປັນ​ຫຍັງ ໄຂ້ໝາກ​ສຸກ ໝາກ​ໃສ ຈຶ່ງ​ເປັນ​ບັ​ນ​ຫາ ໃນ​ປັດ​ຈຸ​ບັນ​ນີ້?


Measles on the Rise Around the World
please wait

No media source currently available

0:00 0:02:03 0:00

ໄຂ້ໝາກ​ສຸກ ໝາກ​ໃສ ເປັນພະ​ຍາດ​ຕິດ​ແປດ​ໄດ້ ​ໂດຍ​ຜ່ານ​ອາ​ກາດ ເມື່ອ​ມີຄົນ​ເປັນ​ພະ​ຍາດ​ດັ່ງ​ກ່າວ ​ໄອ ແລະ​ຈາມອອກ​ມາ

ພະ​ຍາດ​ຕິດ​ແປດ​ເຊັ່ນໄຂ້ໝາກ​ສຸກ ໝາກ​ໃສ ໃນ​ເມື່ອ​ກ່ອນ​ເຄີຍ​ຖື​ວ່າ ເປັນ​ສິ່ງ​ຄວບ​ຄຸມ​ໄດ້ ຢູ່​ໃນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ແຕ່​ວ່າ ມ​າ​ບັດ​ນີ້ ອົງ​ການ​ອະ​ນາ​ໄມ​ໂລກ ເຕືອນ​ວ່າ ພວກ​ເຮົາ​ອາດ​ຈະ​ປະ​ເຊີນ​ກັບ​ການ​ລະ​ບາດ ຂອງ​ພະ​ຍາ​ດ​ໝາກ​ສຸກ ໝາກ​ໃສໃນ​ລະ​ດັບ​ໂລກກໍ​ເປັນ​ໄດ້. ມີ​ຈຳ​ນວນ​ກໍ​ລະ​ນີ​ຄົນ​ປ່ວຍທີ່​ເປັນ​ພະ​ຍາດນີ້​ເພີ້ມ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ໃນທົ່ວ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ບັນ​ດາ ປ​ະເທດທີ່​ອຸ​ດົມຮັ່ງ​ມີ. Carol Pearson ນັກ​ຂ່າວວີ​ໂອ​ເອ ມີ​ລາຍ​ງານ​ເພີ້ມ​ເຕີມ​ ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຫຼາຍ​ຄົນ​ຄິດ​ວ່າພະ​ຍາດ​ໝາກ​ສຸກ ​ໝາກ​ໃສ ເປັນ​ພຽງ​ແຕ່​ເຊື້ອ​ໄວ​ຣັ​ສອີກ​ຊະ​ໜິດ​ນຶ່ງ​ເທົ່າ​ນັ້ນ. ແຕ່​ວ່າໄຂ້​ໝາກ​ສຸກ ​ໝາກ​ໃສ ສາ​ມາດ​ເຮັດ​ໃຫ້​ຄົນ​ເສຍ​ຊີ​ວິດ​ໄດ້. ມັນ​ຍັງ​ສາ​ມາດ​ເຮັດ​ໃຫ້​ຄົນຜູ້​ທີ່​ລອດ​ຊີ​ວິດມາ ​ຕາ​ບອດ​, ຫູ​ໜວກ ແລະ​ ສະ ໝອງ​ຖືກ​ທຳ​ລາຍຕະ​ຫລອດການໄດ້. ແລະ ມັນ​ກໍ​ແຜ່​ຜາຍ​ອອກ​ໄປໄວວາເໝືອນ ​ກັນ​ກັບ​ໄຟລາມ​ປ່າ.

ປ້າຍ​ເຕືອນ​ກ່ຽວ​ກັບພະ​ຍາດ​ໝາກ​ສຸກ ​ໝາກ​ໃສ ​ທີ່​ຕິດ​ຢູ່​ປະ​ຕູຂອງ​ໂຮງ​ໝໍ​ແຫ່ງ​ນຶ່ງ ໃນ​ນະ​ຄອນ Seattle ຂອງ​ລັດ​ວໍ​ຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2019
ປ້າຍ​ເຕືອນ​ກ່ຽວ​ກັບພະ​ຍາດ​ໝາກ​ສຸກ ​ໝາກ​ໃສ ​ທີ່​ຕິດ​ຢູ່​ປະ​ຕູຂອງ​ໂຮງ​ໝໍ​ແຫ່ງ​ນຶ່ງ ໃນ​ນະ​ຄອນ Seattle ຂອງ​ລັດ​ວໍ​ຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2019

ດ​ຣ. ຄາ​ມາຍ​ລ໌ ຊາ​ແບ​ລ​ລາ (Camile Sabella) ຈາກ​ຄ​ລີ​ນິກ​ປົວ​ເດັກ​ນ້ອຍ ໃນ​ນະ​ຄອນຄ​ລີ​ບ​ແລນ (Cleveland) ເວົ້າ​ວ່າ:

“ພະ​ຍາດ​ໝາກ​ສຸກ ​ໝາກ​ໃສ ເປັນ​ພະ​ຍາດ​ທີ່​ຕິດ​ແປດ​ໄດ້​ງ່າຍ​ທີ່​ສຸດ. ເມື່ອ​ໃດ​ມັນ​ຫາກ​ເກີດ​ຂຶ້ນຢູ່​ໃນ​ປະ​ຊາ​ຄົມ​ແລ້ວ ມັນ​ກໍ​ຈະເປັນ​ເລື້ອງ​ຍາກ​ຫລາຍ ເພາະ​ວ່າ​ມັນ ເປັນພະ​ຍາດ ​ທີ່​ຕິດ​ກັນ​ໄດ້​ທາ​ງອ​າ​ກາດ."

ພະ​ຍາດ​ດັ່ງ​ກ່າວ​ ແຜ່​ຜາຍ​ໄດ້​ຍ້ອນ​ການ​ໄອ ແລະ​ຈາມ. ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ສາ​ມາດ​ທີ່​ຈະລ່ອງ​ລອຍ​ຢູ່​ໃນ​ອາ​ກາດ ຫລື​ເນື້ອ​ທີ່​ຕ່າງໆ ໄດ້​ນານ​ເຖິງ 2 ຊົ່ວ​ໂມງ.

ດ​ຣ. ແນນ​ຊີ ເມັ​ສ​ເຊິນ​ນິ​ເຍີ (Nancy Messonnier) ຈາກ​ສູນ​ກາງ​ຄວບ​ຄຸມ​ພະ​ຍາດ ຫລື CDC ຂອງ​ສະ​ຫະ​ລັດ ກ່າວ​ວ່າ:
"​ຖ້າ​ຄົນ​ທີ່​ເປັນໄຂ້​ໝາກ​ສຸກ ​ໝາກ​ໃສຄົນ​ນຶ່ງ ໄປຢູ່​ໃນ​ຫ້ອງ​ດຽວ​ກັນ​ກັບ​ອີກ 10 ຄົນ ທີ່ບໍ່​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ພະ​ຍາດແລ້ວ ​ກໍ​ຈະ​ມີ​ 9 ຄົນ​ຢູ່​ໃນ​ນັ້ນ ຕິດ​ພະ​ຍາດ ​ໝາກ​ສຸກ ​ໝາກ​ໃສ."

ແລະ​ມັນ​ກໍ​ບໍ່​ເປັນ​ທີ່ຮູ້​ກັນ​ຢ່າງ​ຈະ​ແຈ້ງ​ໄດ້ສະ​ເໝີ​ໄປ​ວ່າ ຜູ້​ໃດ​ເປັນ​ຄົນ​ທີ່​ສາ​ມາດ​ເອົາ​ພະ​ຍາດນັ້ນ ໄປ​ແຜ່​ຜາຍ​ໄດ້.

ດ​ຣ. ເມັ​ສ​ເຊິນ​ນິ​ເຍີ ໃຫ້​ຄຳ​ເຫັນ​ເພີ້ມ​ອີກວ່າ:
"ບາງ​ຄົນ​ແມ່ນ​ສາ​ມາດ​ທີ່​ຈະ​ເຮັດ​ໃຫ້ພະ​ຍາດໝາກ​ສຸກ ​ໝາກ​ໃສຕິດໃສ່​ຄົນ​ອື່ນ​ໄດ້ 4 ມື້​ ກ່ອນ​ເຂົາ​ເຈົ້າ​ຈະ​ເກີດ​ຕຸ່ມ​ຂຶ້ນມາ. ນັ້ນ​ກໍ​ໝາຍ​ຄວາມ​ວ່າ ພວກ​ເຂົາ​ເຈົ້າ​ສາ​ມາດ ເອົາພະ​ຍາດ​ດັ່ງ​ກ່າວ ໄປ​ຕິດ​ໃສ່​ຜູ້​ອື່ນ ກ່ອນຈະ​ຮູ້​ວ່າ ​ຕົນ​ເອງໄດ້​ຕິດ​ພະ​ຍາດນັ້ນ​ແລ້ວ ຊ້ຳ."

ດ​ຣ. ໂຣ​ເບີດ​ຕາ ເດີ​ເບຍ​ຊີ (Roberta DeBiasi) ຈາກ​ສູນ​ກາງ​ການ​ແພດ​ແຫ່ງ​ຊາດ​ສຳ​ລັບ​ເດັກ​ນ້ອຍເວົ້າ​ວ່າ:
"ເດັກ​ນ້ອຍ​ທີ່​ເຂົ້າ​ມາ​ໂຮງ​ໝໍໂດຍ​ມີ​ອາ​ການ​ທີ່ເປັນ​ຮອຍ​ບົ່ງ​ບອກ​ໃຫ້​ຮູ້​ວ່າ ອາດ ເປັນພະ​ຍາດ​ໝາກ​ສຸກໝາກ​ໃສ ຈະ​ເຫັນ​ວ່າ​ມີ​ອາ​ການຄ້າຍ​ຄື​ກັນ​ກັບ​ເດັກ​ນ້ອຍ​ຄົນ​ອື່ນ ທີ່​ເປັນ​ໄຂ້​ຫວັດ ໂດຍ​ທີ່​ມີ​ນ້ຳ​ມູກ​ຍ້ອຍ ແລະ​ໄອ ແລະ​ກໍ​ບໍ່​ມີ​ຕຸ່ມ​ແດງປາ​ກົດ​ອອກ​ມາໃຫ້​ເຫັນ​ ຈົນ​ຮອດ 4 ມື້​ຕໍ່​ມາ."

ພະ​ຍາດ​ໝາກ​ສຸກ ໝາກ​ໃສແມ່ນ​ເປັນ​ອັນ​ຕະ​ລາຍ​ເປັນພິ​ເສດ ສຳ​ລັບ​ເດັກ​ທາ​ຣົກ ແລະ​ເດັກ​ນ້ອຍໆ.

ດ​ຣ. ຊາ​ແບ​ລ​ລາ (Sabella) ຈາກ​ຄ​ລີ​ນິກ​ປົວ​ເດັກ​ນ້ອຍ ໃນ​ນະ​ຄອນຄ​ລີ​ບ​ແລນ (Cleveland) ເວົ້າ​ເພີ້ມ​ອີກວ່າ:

“ມັນ​ເປັນ​ການ​ຍາກ​ຫລາຍ ທີ່​ຈະ​ປ້ອງ​ກັນ​ເດັກ​ນ້ອຍບໍ່​ໃຫ້​ຕິດ​ພະ​ຍາດ​ນີ້ໄດ້ ໃນ​ໄລ​ຍະ​ທີ່​ມີ​ການ​ລະ​ບາດຂອງພະ​ຍາດ​ໝາກ​ສຸກ ໝາກ​ໃສ ຖ້​າ​ຫາກ​ພວກ​ເຂົາບໍ່​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ພະ​ຍາດ."
ການ​ເປັນ​ຕຸ່ມ​ຈະ​ຕິດ​ຕາມ​ດ້ວຍ​ອາ​ການ​ຄີງ​ຮ້ອນ​ສູງ. ການປ້ອງ​ກັນ​ທີ່​ດີ​ທີ່​ສຸດ ​ກໍ​ຄື ການ​ສັກ​ຢາ​ປ້ອງ​ກັນ​ພະ​ຍາດນີ້.

ດ​ຣ. ແຄດ​ເທີິຣີນ ໂອ​ໄບ​ຣ​ເອັນ (Katherine O'Brien) ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ​ເວົ້າ​ວ່າ:
"ພວກ​ເຮົາ​ມີ​ຢາວັກ​ຊິນ​ເພື່ອ​ປ້ອງ​ກັນ​ພະ​ຍາດໝາກ​ສຸກໝາກ​ໃສທີ່​ດີທີ່​ສຸດ. ຢາ ວັກ​ຊິນນີ້ ແມ່ນ​ມີ​ມາ​ໄດ້​ດົນ​ກວ່າ 50 ປີ​ແລ້ວ. ເດັກ​ນ້ອຍຫລາຍ​ຮ້ອຍ​ລ້ານ​ຄົນ ​ໄດ້​ຮັບ​ການ​ສັກຢາວັກ​ຊິນນີ້ແລະ​ດຽວນີ້ຜູ້​ໃຫຍ່​ທີ່​ແຂງ​ແຮງ​ດີຊຶ່ງສ່ວນ​ໃຫຍ່ແລ້ວ ບໍ່​ເສຍ​ຊີ​ວິດເທື່ອ​ກໍ​ແມ່ນ​ເປັນ​ຍ້ອນ​ວ່າພວກເຂົາ​ເຈົ້າໄດ້​ຮັບ​ການ​ສັກຢາວັກ​ຊິນນີ້​ແລ້ວ."

ອົງ​ການ​ອະ​ນາ​ໄມ​ໂລກ​ເວົ້າ​ວ່າ ຈຳ​ນວນ​ຄົນ​ທີ່​ເປັນພະ​ຍາດ​ໝາກ​ສຸກໝາກ​ໃສໃນ ​ປີ 2018 ແມ່ນ​ສູງກວ່າ ຈຳ​ນວນ​ຄົນ​ປ່ວຍທີ່​ເປັນ​ພະ​ຍາດນີ້​ໃນປີ 2017. ທັງ​ນີ້ ກໍ​ແມ່ນ​ເປັນ​ຍ້ອນ​ການ​ເລືອກ​ຂອງ​ຄົນ. ຢູ່​ປະ​ເທດ​ທີ່​ຮັ່ງ​ມີ ພໍ່​ແມ່​ບາງ​ຄົນ ເລືອກ​ເອົາ​ເອງວ່າ ບໍ່​ໃຫ້​ລູກ​ຂອງ​ເຂົ​ເຈົ້າສັກຢາວັກ​ຊິນ​ເພື່ອ​ປ້ອງ​ກັນ​ພະ​ຍາດ. ສ່ວນໃນ​ປະ​ເທດ​ທີ່​ທຸກ​ຍາກແລ້ວ ພໍ່​ແມ່​ມັກ​ຈະ​ບໍ່​ຄ່ອຍມີ​ທາງເລືອກແບບນີ້ ສະ​ເໝີ​ໄປ ເພື່ອໃຫ້​ລູກ​ຂອງ​ເ​ຂົາ​ເຈົ້າໄດ້​ຮັບ​ການສັກຢາວັກ​ຊິນ.


Many people think of measles as just another virus. But measles can kill. It can also cause permanent blindness, deafness and brain damage to those who survive. And it spreads like wildfire.

Dr. Camile Sabella, Cleveland Clinic Children's
"Measles is incredibly contagious. Once it gets around the community, it's very difficult because it's airborne."

The disease is spread by coughing and sneezing. The virus can stay in the air or on surfaces for two hours.

Dr. Nancy Messonnier, CDC
"If a person with measles is in a room with 10 other people who are unvaccinated, nine of them will get measles."

And it's not always obvious who can spread the disease.

Dr. Nancy Messonnier, CDC
"Somebody can transmit measles four days before they have the rash. That means they can transmit it even before they know that they're infectious."

Dr. Roberta DeBiasi, Children's National Medical Center
"A child coming in the prodrome ((early sign or symptom)) of measles will look like any other child with a cold with a runny nose and cough and won't have that rash for four days."

Measles is especially dangerous for babies and young children.

Dr. Camille Sabella, Cleveland Clinic Children's
"It is very difficult to protect children during a measles outbreak if they have not been vaccinated."

The rash is accompanied by a high fever.

The best protection is a vaccine.

Dr. Katherine O'Brien, WHO
"We have a fantastic vaccine against measles. The vaccine has been around for over 50 years. Hundreds of millions of children have received this vaccine and are now healthy thriving adults, in large parts because they didn't die of measles because they got vaccine."

The World Health Organization says the number of people who had measles in 2018 is greater than the number of cases for 2017. It's largely due to choice. In developed countries, some parents choose not to vaccinate their children. In poor countries, parents don't always have the choice to vaccinate.

XS
SM
MD
LG