ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເປັນ​ຫຍັງ​ການ​ພັດ​ທະ​ນາ ຊັບພະ​ຍກອນ​ມະ​ນຸດ ​ໃນ​ລາວ ຈຶ່ງບໍ່​ສອດ​ຄອງ​ກັບ​ຄວາມ​ຕ້ອງ​ການ ຕົວ​ຈິງ​ຂອງ​ປະ​ເທດ?


​ຫ້ອງ​ຮຽ​ນ​ສ້ອມ​ແປງ​ລົດ​ຍົນ​ໃນ​ໂຮ​ງ​ຮຽນ​ການ​ຊ່າງ ລາວ-ເຢຍ​ຣະ​ມັ​ນ, ຫລັກ 3, ໃນ​ນະ​ຄອນ​ຫລວງວຽງ​ຈັນ
​ຫ້ອງ​ຮຽ​ນ​ສ້ອມ​ແປງ​ລົດ​ຍົນ​ໃນ​ໂຮ​ງ​ຮຽນ​ການ​ຊ່າງ ລາວ-ເຢຍ​ຣະ​ມັ​ນ, ຫລັກ 3, ໃນ​ນະ​ຄອນ​ຫລວງວຽງ​ຈັນ

ບັນ​ດາ​ທ່ານ​ອາດ​ຈະ​ໄດ້​ຍິນ​ຫລາຍໆຄົນ ທັງຢູ່​ໃນ​ພາກ​ລັດ ແລະ​ເອ​ກະ​ຊົນທີ່​ເວົ້າ​ວ່າການ
​ພັດ​ທະ​ນາຊັບ​ພະ​ຍາ​ກອນ​ມະ​ນຸດ ໃນລາວ ແມ່ນບໍ່​ຕອບ​ສະ​ໜອງ​ ຄວາມ​ຕ້ອງ​ການໃນ
​ການ​ພັດ​ທະ​ນາ​ຕົວ​ຈິງ ຂອງປະເທດ ຢູ່ໃນເວລານີ້. ສະ​ນັ້ນມື້ນີ້ ທາງວີ​ໂອ​ເອ ຈະ​ນຳ​ເອົາ
ການສໍາພາດ ກັບເຈົ້າ​ໜ້າ​ທີ່​ໃນ​ຂະ​ແໜງ​ການ​ສຶ​ກ​ສາ ສອງທ່ານ ທີ່ໄດ້ໃຫ້ທັ​ດ​ສະ​ນະ​ຂອງ
ພວກເພິ່ນວ່າ ເປັນຫຍັງ​ມັນຈຶ່ງ​ເປັນ​ເຊັ່ນ​ນັ້ນ ມາສະເໜີໃຫ້ທ່ານໄດ້ຟັງ. ກິ່ງ​ສະ​ຫວັນ ມີ​
ລາຍ​ງານ​ເລື້ອງນີ້ ຈາກ​ນັກ​ຂ່າວ​ຂອງພວກ​ເຮົາ ມາ​ສະ​ໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໂຮງ​ຮຽນ​ວິ​ທະ​ຍາ​ໄລເຕັກ​ນິກ​ລາວ-ເຢຍ​ລະ​ມັນ
ໂຮງ​ຮຽນ​ວິ​ທະ​ຍາ​ໄລເຕັກ​ນິກ​ລາວ-ເຢຍ​ລະ​ມັນ

ຫລາຍໆທ່ານ​ອາດ​ຈະ​ໄດ້​ຍິນ​ຄົນເວົ້າ ຊຶ່ງ​ລວມທັງທ່ານ ທອງລຸນ ສີສຸລິດ, ນາຍົກລັດ
ຖະມົນຕີ ກໍຍັງຍອມຮັບ​ ໃນວັນ​ຄູ​ແຫ່ງ​ຊາດ ປີ​ກາຍນີ້​ວ່າ ການສຶກ​ສາຂອງ​ລາວ ​ມີ​ຄຸນ
​ນະ​ພາບ​ຕ່ຳ, ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ໃນ​ລາວ​ຍັງ​ບໍ່ມີການພັດ​ທະ​ນາ​ຫຼັກ​ສູດການ​
ຮຽນ​ ການ​ສອນທີ່ເທົ່າ​ທັນ ​ກັບ​ສະ​ພາບ​ການ​ພາຍ​ໃນ ແລະຕ່າງ​ປະ​ເທດ ໂດຍ​ສະ​ເພາະ
​ແມ່ນ​ການ​ພັດ​ທະ​ນາ ​ໃນ​ສາຍ​ວິ​ຊາ​ຊີບນັ້ນ ​ຈຶ່ງເຮັດໃຫ້ການ​ພັດທະ​ນາຊັບ​ພະ​ຍາ​ກອນ​
ມະ​ນຸດ​ໃນ​ລາວ ຍັງບໍ່​ທັນສອດ​ຄ່ອງ ແລະ ບໍ່​ຕອບ​ສະ​ໜອງກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ
​ດ້ານ​ແຮງ​ງານທັງຢູ່​ໃນ​ພາກ​ລັດ ແລະ​ເອກ​ກະ​ຊົນ. ຕໍ່​ບັນ​ຫາ​ດັ່ງ​ກ່າວນີ້ ທາງວີ​ໂອ​ເອ​ກໍ
​ໄດ້​ສຳ​ພາດ​ ທ່ານ ສົມບູນ ມາ​ສຸ​ວັນ ອະດີດພະນັກ ງານໃນກົມສາມັນສຶກສາ​ຂອງ
ກະຊວງສຶກສາແລະກິລາຂອງລາວ, ຊຶ່ງທ່ານໃຫ້ ຄຳ​ເຫັນວ່າ:

“ກະຊວງສຶກສາກໍຮູ້ວ່າຄຸຸນະພາບ ຂອງການສຶກໜີຕໍ່າ ຕໍ່າຕັ້ງແຕ່ປະຖົມພຸ້ນ ແຫຼະ
ຂຶ້ນມາ. ເບິ່ງຈາກການປະເມີນ ຫັ້ນໜາ, ປະເມີນວິຊາພາສາລາວໜິ ການຂຽນ ອ່ານຂອງນັກຮຽນ ປໍ4 ປໍ 5 ໜິ ກາຍັງບໍ່ຢາກໄດ້ດີແລ້ວ. ເລື້ອງເລກ ເລື້ອງ ຄະນິດ
ສາດໜິ ຄວາມຮູ້ກາຕໍ່າຫັ້ນນະ. ແລ້ວບັດນີ້ ຖ້າຢາກຍົກຄຸນນະພາບ ຂອງ ການສຶກ
ສາ ແມ່ນຕ້ອງຍົກລະດັບຂອງຄູໜິ ກ່ອນໝູ່ເພາະການສຶກສາ ແມ່ນ ຂຶ້ນກັບຄູໜິຫລະ.
ສະນັ້ນ ໂຄງການປະຕິຮູບການສຶກສາ
ໄລຍະທີ 2 ໜີ ແມ່ນ ເນັ້ນໃສ່ວຽກງານສ້າງຄູ
ໜິ ຫລາຍແລ້ວດຽວນີ້.”

ແຕ່ທ່ານສົມບູນກໍຄິດວ່າ ມັນຄົງເປັນໄປໄດ້ຍາກ ທີ່ຈະຍົກລະດັບຂອງຄູໄດ້ ເພາະວ່າ
ຄູສ່ວນໃຫຍ່ທີ່ມີຢູ່ໃນເວລານີ້ ແມ່ນຖືກບັນຈຸມາແລ້ວ, ຄູເກົ່າ ຊຶ່ງໃນ ເວລາທີ່ເຂົາເຈົ້າຖືກ
ບັນຈຸນັ້ນ ລະດັບຄວາມຮູ້ກໍອາດບໍ່ສູງປານໃດ ຍ້ອນວ່າ ອາຊີບຄູ ແມ່ນບໍ່ເປັນທີ່ນິຍົມກັນ
ປານໃດ. ກ່ຽວກັບເລື້ອງນີ້ ທ່ານໃຫ້ຄໍາເຫັນວ່າ: “ແຕ່ກ່ອນຫັ້ນ ອາຊີບຄູໜິ ຄົນບໍ່ມັກເດ໋, ຈົນມີຄົນເວົ້າຢອກ ເວົ້າເຢີ້ຍກັນວ່າ ເອົາ ຜົວຄູໜິ ລ້ຽງໝູດີກວ່າ, ເຂົາເຈົ້າກາວ່າຊັ້ນ. ຍ້ອນຄົນບໍ່ນິຍົມ, ຄັນບໍ່ນິຍົມແລ້ວ ຄົນຈະຕ້ອງເລືອກໄປຮຽນວິຊາອື່ນ. ຈົນວ່າໝົດເສັງ
ໄປບ່ອນອື່ນບໍ່ ໄດ້ແລ້ວ ຈຶ່ງຈໍາເປັນມາຫາຄູ. ແຕ່ກ່ອນເປັນຈັ່ງຊັ້ນໄດ໋.”

ອີກດ້ານນຶ່ງ ກໍມີກະແສນິຍົມສອງຢ່າງຢູ່ໃນລາວ, ອັນທີນຶ່ງແມ່ນຄົນສ່ວນຫລາຍນິຍົມ
ເຮັດວຽກນໍາລັດຖະບານຫລາຍກວ່າ ເຮັດວຽກນໍາເອກະຊົນ ຫລືເປັນນາຍ ຊ່າງຕ່າງໆ
ເຖິງແມ່ນວ່າ ຄວາມສາມາດຮັບເອົາພະນັກງານໃໝ່ ໄປເປັນລັດຖະ ກອນຈະມີຂີດຈໍາ
ກັດກໍຕາມ. ດັ່ງທ່ານສົມບູນ ເລົ່າສູ່ຟັງວ່າ:

ລິງໂດຍກົງ

“ຄວາມຕ້ອງການຢາກເຮັດວຽກນໍາລັດນັ້ນ ຍັງມີຫຼາຍຢູ່ແນ່ນອນ. ຕົວເລກ ຕົວເລກ
ບໍ່ຮູ້ ບໍ່ຮູ້ຊັດເຈນ ແຕ່ວ່າຫຼາຍ.”

ເມື່ອຄວາມຕ້ອງການຢາກເຮັດວຽກນໍາລັດຖະບານຫລາຍ ກໍເຮັດໃຫ້ຄົນນິຍົມກັນ ໄປ
ຮຽນຢູ່ໃນຂັ້ນປະລິນຍາຕີ ແລະໂທຫລາຍກວ່າ ຮຽນໃນໂຮງຮຽນວິຊາຊີບ ຕ່າງໆ.

ນອກຈາກນັ້ນແລ້ວ ຊາວໜຸ່ມລາວສ່ວນໃຫຍ່ກໍມັກເລືອກວິຊາຮຽນ ໂດຍອີງໃສ່ກະແສ
ຄວາມນິຍົມຂອງສັງຄົມ ຫລາຍກວ່າຄວາມຕ້ອງການຕົວຈິງຂອງການພັດ ທະນາເສດຖະ
ກິດ ເຊັ່ນຮຽນ ວິຊາບໍລິຫານທຸລະກິດ, ວິຊາບັນຊີ ແລະທະນາຄານ ດັ່ງນີ້ເປັນຕົ້ນ ເພື່ອ
ຈະໄດ້ເຮັດວຽກກັບທະນາຄານ ຫລື ອົງການຕ່າງໆ. ເມື່ອພາກ ສ່ວນນີ້ຮັບເອົາພະນັກ
ງານໃນຂີດຈໍາກັດ ເຊັ່ນກັນກັບພາກລັດແລ້ວ ທ່ານສົມບູນ ເວົ້າ ມັນກໍເຮັດໃຫ້ຄົນຫວ່າງ
ງານຫລາຍ.

​ສະ​ຖາ​ບັນ​ພັດ​ທະ​ນາ​ສີ​ມື​ແຮງ​ງານລາວ-ເກົາ​ຫລີ
​ສະ​ຖາ​ບັນ​ພັດ​ທະ​ນາ​ສີ​ມື​ແຮງ​ງານລາວ-ເກົາ​ຫລີ

ແຕ່ຢ່າງໃດກໍຕາມ ທາງລັດຖະບານກໍຫລິງເຫັນຄວາມສໍາຄັນຂອງບັນຫານີ້ຢູ່ ແລະກໍພະ
ຍາຍາມຫາທາງແກ້ໄຂ ແຕ່ວ່າ ດັ່ງທີ່ທ່ານສົມບູນກ່າວຢູ່ຂ້າງເທິງນັ້ນ ຄົນຍັງບໍ່ນິຍົມຮຽນ
ໃນສາຍວິຊາຊີບຫລາຍປານໃດ ຊຶ່ງທ່ານເລົ່າສູ່ຟັງວ່າ:

ລິງໂດຍກົງ

“ລັດຖະບານນັ້ນ ປ່ຽນແລ້ວ ປ່ຽນຢູ່ບ່ອນວ່າ ບໍ່ແມ່ນສ້າງຕາມກະແສຄວາມນິຍົມ,
ສ້າງຄົນຫັ້ນມາ ບໍ່ແມ່ນອີງໃສ່ແຕ່ຄວາມນິຍົມແລ້ວ. ສົມມຸດວ່າ ຮຽນແຕ່ການເງິນ,
ຮຽນແຕ່ບັນຊີ ສ່ວນຂະແໜງການອື່ນໆ ທີ່ຈະຫາກິນໄດ້ເຊັ່ນວ່າ ວິຊາຊີບ, ຊ່າງເຊື່ອມ,
ຊ່າງຈອດ ເພິ່ນກະຊຸກຍູ້ໃຫ້ທຶນ, ໃຫ້ທຶນໄດ໋.ມັນມີໂຄງການນະ ໃຫ້ທຶນ ຮຽນພໍໃຊ້
ສົມ
ຄວນຫັ້ນຫລະ. ບໍ່ໄດ້ເສັງເຂົ້າ ແຕ່ວ່າ ບັນຫາຢູ່ບ່ອນວ່າປະກາດເອົາ ຄົນລະ
ຄົນມາສະໝັກບໍ່ເຕັມຕາມຈໍານວນໄລຍະຜ່ານມາຫັ້ນນະ. ຜ່ານມາຄັນປະກາດ
ເອົາຄົນ
ພັນນຶ່ງ ຄົນກໍ່ບໍ່ມາຮອດເຄິ່ງໜຶ່ງຊໍ້າ.”

ໃນດ້ານການສົ່ງເສີມວຽກງານພັດທະນາສີມືແຮງງານຂອງລັດຖະບານລາວນັ້ນ ທ່ານ
ສົມບູນເວົ້າວ່າ: “ລັດຖະບານເຮົາ ຢາກສ້າງສີມືແຮງງານຫັ້ນນະ ເພື່ອປະ ກອບໃຫ້ທຸ
ລະກິດຕ່າງໆໃຫ້ມີຄຸນນະພາບ ຕາມທິດທີ່ຕ້ອງການ ທີ່ມີການຮ່ວມມື ກັນຫັ້ນນະ ຄື
ຕົວຢ່າງ ໂຮງຮຽນເຕ​ັກນິກປາກປາສັກ ເຂົາເຈົ້າກໍ່ຮ່ວມມືກັບທຸລະ ກິດຕ່າງໆ. ນັກຮຽນ
ເຮົາຫັ້ນນະໃຫ້ໄດ້ຕາມຄວາມຕ້ອງການຂອງເຂົາເຈົ້າ ຫຼືວ່າ ໂຮງຮຽນການຊ່າງລາວ-
ເຢຍລະມັນ, ເຕັກນິກລາວ-ເຢຍລະມັນໜິ ເຂົາເຈົ້າກໍ່ ຮ່ວມມືກັບໂຕໂຢຕາໄດ໋, ນາຍ
ຊ່າງເຕັກນິກ ໃຫ້ມັນທັນກັບສະພາບຫັ້ນນະ. ສະ ນັ້ນ ເວລາຈົບ ຈົບແລ້ວປັບ ລະກາ
ເຂົາເຈົ້າຮັບເຂົ້າເຮັດວຽກໄດ້ເລີຍ ເພິ່ນຢາກ ສ້າງແຮງງານໃຫ້ໄດ້ຕາມຄວາມຕ້ອງການ
ຂອງຕະຫຼາດຫັ້ນແຫລະດຽວນີ້.”

ເຖິງຈະມີໂຄງການຮ່ວມມືກັບພາກເອກະຊົນເພື່ອຍົກລະດັບສີມືແຮງງານຂອງລາວ
ເຊັ່ນນັ້ນກໍຕາມ ແຕ່ອີງຕາມການບອກເລົ່າ ອາຈານເພັດ ທີ່ສອນວິຊາກົນ ຈັກກະສີກໍາ
ປະຈໍາໂຮງຮຽນເຕັກນິກລາວ-ເຢຍລະມັນຫລັກ 3 ໃນນະຄອນ ຫລວງວຽຈັນ ທີ່ເປັນ
ໂຮງຮຽນສອນດ້ານວິຊາຊີບ ທີ່ມີຊື່ສຽງຂອງລາວ ມາໄດ້ ຫລາຍທົດສະວັດແລ້ວນັ້ນ
ເວົ້າວ່າຄຸນນະພາບ ຂອງນັກຮຽນ ທີ່ຈົບຈາກ ໂຮງ ຮຽນວິຊາຊີບ ກໍຍັງບໍ່ທັນໄດ້ຄຸນ
ນະພາບ ຕາມຄວາມຕ້ອງການຂອງຕະຫລາດ ແຮງງານເທື່ອ. ທັງນີ້ກໍເປັນຍ້ອນ
ຫລາຍສາເຫດ ໂດຍສະເພາະກໍແມ່ນມີ ອາ ຈານສອນໃນຈໍານວນຈໍາກັດ ພ້ອມທັງ
ລະດັບຄວາມຮັບຮູ້ ແລະການເອົາໃຈໃສ່ ຂອງນັກຮຽນຍັງຕໍ່າ ຈຶ່ງເປັນໄປໄດ້ຍາກທີ່
ຈະຜະລິດນັກຮຽນທີ່ຈົບອອກໄປເປັນ ນາຍຊ່າງ ທີ່ມີຄຸນນະພາບສູງໄດ້, ຊຶ່ງທ່ານ
ເວົ້າວ່າ:

ເກັ່ງກໍ່ບໍ່ເກັ່ງປານໃດ ​ແຕ່​ວ່າພໍໃຫ້ຮູ້ຫັ້ນ​ໜ໋າ. ພໍມີປະສົບການເພື່ອໄປຕໍ່ ກາ​ໄປ​ໂຮງ​
ຈັກ ໂຮງ​ງານເຂົາກາ​ສ້າງ​ຕໍ່ອີກ. ຢູ່​ໜີ້​ມັນ​ກາ​ພໍ​ນຳ​ໄປ​ໃຊ້​ໄດ້ ຫັ້ນໜ໋າ. ພໍນໍາໄປໄຊ້ ໄດ້. ຊິເກັ່ງກໍ່ບໍ່ເກັ່ງ ແຕ່ພໍເຮັດໄດ້ມັນຂຶ້ນກັບຜູ້ກ່ຽວອີກ, ໂອ໋ຍ ມາຮຽນມາຫຍັງ ບໍ່ ຕັ້ງໃຈ
ຮຽນ. ຊິເອົາຜູ້ດຽວກາບໍ່ໄດ້ . ໝົດທຸກຄົນໜີ້ ຫ້ອງນຶ່ງມັນຫຼາຍ, ບໍ່ຄືແຕ່ກີ້. ລຸ້ນທໍາອິດ
ມີແຕ່ສິບ
ປາຍຄົນ, ມີແຕ່ຫ້ອງດຽວ, ຄືລົດຍົນມີແຕ່ຫ້ອງດຽວ, ບັດນີ້ປີ 1 ມີ 10 ຫ້ອງ,
ແຕ່ກີ້ ປີ 1985 ປີ 1 ມີຫ້ອງດຽວ, ປີ 2 ມີແຕ່ຫ້ອງດຽວ, ປີ 3 ມີແຕ່ ຫ້ອງດຽວ ມັນກະ
ໄດ້. ບັດນີ້ ປີ 3 ຈັກຫ້ອງ, ປີ 2 ຈັກ​ຫ້ອງ. ປີສອງ ມີ 7, ປີ 1 ມີ 7 ຫັ້ນ​ໜ໋າ, ມັນກໍ່ບໍ່ໄຫວ. ນັກຮຽນກະຫຼາຍແນ່ ຄັນເອົາຄຸນນະພາບຫັ້ນໜາ, ຄັນປະ ລິມານ ເອົາປະລິມານ
ແລ້ວ​ບັດ​ນີ້ ມັນ​ຫລາຍ​ເດ໋. ຄຸນນະພາບບໍ່ປານໃດ ແຕ່ກາພໍ ໄຊ້ໄດ້, ບໍ່ເກັ່ງ.”

ສະຫລຸບແລ້ວ ບັນຫາການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ບໍ່ສາມາດ​ຕອບ​ສະ​ໜອງ
ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ດ້ານ​ແຮງ​ງານ​ໃນລາວໄດ້ ແມ່ນມາຈາກຫລາຍ ສາເຫດ. ສາເຫດຕົ້ນຕໍກໍຄື ການສຶກສາມີຄຸນນະພາບຕໍ່າ ທີ່ເນື່ອງມາຈາກ ລະດັບຄວາມຮູ້ຄວາມ
ສາມາດຂອງຄູ ທີ່ຖືກບັນຈຸໃນເມື່ອກ່ອນນັ້ນຕໍ່າ, ບັນຫາລອງລົງມາ ກໍຄື ມີກະແສນິຍົມໃນສັງ
ຄົມ ທີ່ຄົນສ່ວນໃຫຍ່ຢາກເຂົ້າເຮັດການນໍາລັດຖະບານ ແລະ ຢາກເຮັດວຽກໃນຂະ
ແຫນງ ທະນາຄານຕ່າງໆ ເປັນສ່ວນໃຫຍ່. ແມ່ນແຕ່ພວກທີ່ ໄປຮຽນວິຊາຊີບ ກໍຍັງມີ
ສີມືຕໍ່າ ຍ້ອນຈໍານວນຄູ ຈໍາກັດ ຈຶ່ງບໍ່ສາມາດ ຊ່ວຍຝຶກ ສອນນັກຮຽນໄດ້ຢ່າງທົ່ວເຖິງ.
ທັງໝົດນີ້ ແມ່ນເຮັດໃຫ້ການ ຜະລິດ ຊັບພະຍາ ກອນມະນຸດຂອງລາວ ບໍ່ສາມາດຕອບ
ສະໜອງໄດ້ກັບຄວາມຕ້ອງການ ໃນການ ພັດທະນາຂອງຊາດ.

ອ່ານ​ສະ​ຫລຸບ​ຫຍໍ້​ຂອງ​ລາຍ​ງານນີ້ ເປັນ​ພາ​ສາ​ອັງ​ກິດ ຢູ່​ລຸ່ມນີ້

Why Human Resources Development in Laos Does not Respond to the Development Needs?

There are two main reasons for human resources development problem in Laos, including low quality of Lao educational system and two trends of preference of Lao youths, according Mr. Somboun Masouvanh, an official in Ministry of Education and Sports. The first trends, the majority of students prefer studying in the trending fields, such as accounting and finance to other academic fields and vocational schools. The second trends of preference is working the government. Even those who study in vocational schools have lower skills than the job market needs, said a teacher in Agricultural Machinery Class at Lao-German Technical School in Vientiane Capital.

XS
SM
MD
LG