ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເປັນ​ຫຍັງ​ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ ຈຶ່ງ​ທຳ​ການ​ຊ້ອມ​ລົບ ຂະ​ໜາດ​ໃຫຍ່​ທາງ​ທະ​ຫານ


ທະ​ຫານ​ຟີ​ລິບ​ປິນ ກຽມ​ພ້ອມ ລະ​ຫວ່າງ​ການ​ຊ້ອມ​ລົບຮ່ວມ ທີ່​ໃຊ້​ລູກ​ປືນ​ແທ້ ຄັ້ງ​ທີ 37 ລະ​ຫວ່າງ​ທະ​ຫານ​ຟີ​ລິບ​ປິນ ແລະ​ສະ​ຫະ​ລັດ ທີ່​ເມືອງ​ກາ​ປາ​ສ ໃນ​ແຂວງ​ຕາ​ລັກ ເມື່ອ​ວັນ​ທີ 31 ມີ​ນາ 2022.
ທະ​ຫານ​ຟີ​ລິບ​ປິນ ກຽມ​ພ້ອມ ລະ​ຫວ່າງ​ການ​ຊ້ອມ​ລົບຮ່ວມ ທີ່​ໃຊ້​ລູກ​ປືນ​ແທ້ ຄັ້ງ​ທີ 37 ລະ​ຫວ່າງ​ທະ​ຫານ​ຟີ​ລິບ​ປິນ ແລະ​ສະ​ຫະ​ລັດ ທີ່​ເມືອງ​ກາ​ປາ​ສ ໃນ​ແຂວງ​ຕາ​ລັກ ເມື່ອ​ວັນ​ທີ 31 ມີ​ນາ 2022.

ການ​ຊ້ອມ​ລົບ​ຮ່ວມ​ຂະ​ໜາດ​ໃຫຍ່​ຜິດ​ປົກ​ກະ​ຕິ ຊຶ່ງ​ກຳ​ລັງ​ມີ​ຂຶ້ນ​ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຟີ​ລິບ​ປິນ ແມ່ນ​ຕອບ​ຄຳ​ຖາມ​ໃນ​ອັນ​ທີ່​ມະ​ນີ​ລາ​ຖື​ວ່າເປັນ​ການ​ຂົ່ມ​ຂູ່​ທີ່​ເພີ້ມທະ​ວີ​ຂຶ້ນ​ຈາກ​ຈີນ ອີງ​ຕາມ​ພວກ​ນັກ​ວິ​ເຄາະ​ບາງ​ຄົນ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດ ໄດ້​ເຂົ້າ​ຮ່ວມກັບ​ທະ​ຫານ​ຟີ​ລິບ​ປິນ​ໃນ​ວັນ​ຈັນ​ແລ້ວ ໃນ​ການ​ຊ້ອມ​ລົບ ​ທີ່​ມີ​ຊື່​ວ່າ​ ບາ​ລີ​ກາ​ຕານ (Balikatan) ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ຄຽງບ່າ​ຄຽງ​ໄຫລ່.” ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ເປັນ​ການ​ຊ້ອມ​ລົບ​ທີ່​ໃຫຍ່​ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາ ໂດຍ​ມີ​ທະ​ຫານ​ຟີ​ລິບ​ປິນ 3,800 ຄົນ​ ແລະ​ທ​ະ​ຫານ​ສະ​ຫະ​ລັດ 5,100 ຄົນ​ເຂົ້າ​ຮ່ວມ.

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ໂຣດ​ຣີ​ໂກ ດຸຍ​ເຕີ​ເຕ ໄດ້​ຫັນ​ໜ້າ​ມາ​ຫາ​ສະ​ຫະ​ລັດ​ໃນ​ໄລ​ຍະ​ສອງ​ປີ​ທີ່​ຜ່ານມ​ານີ້ ຫຼັງ​ຈາກ​ໄດ້​ພະ​ຍາ​ຍາມ ​ທີ່​ຈະ​ສ້າງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ຈີນ. ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອດ້ານ​ການ​ພັດ​ທະ​ນາຫຼ​າຍ​ພັນ​ລ້ານ​ໂດ​ລາຕໍ່​ຟີ​ລິບ​ປິນ ແຕ່​ໄດ້​ນຳ​ໃຊ້​ກຳ​ລັງ​ທະ​ຫານ​ຂອງ​ຕົນ ຊຶ່ງ​ໃຫຍ່​ເປັນ​ອັບ​ດັບ 3 ຂອງ​ໂລກນັ້ນ ທຳ​ການ​ກົດ​ດັນ​ຕໍ່​ໝູ່​ເກາະ​ໝູ່ດອນແລະ​ເຂດ​ແດນ​ທາງ​ທະ​ເລ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ ລະ​ຫວ່າງ​ປະ​ເທດ​ທັງ​ສອງນັ້ນ.

ການ​ຊ້ອມ​ລົບ​ບາ​ລີ​ກາ​ຕານ​ໃນ​ປີນີ້ໄດ້​ເ​ພີ້​ມຄວາມ​ເຂັ້ມ​ແຂງ​ໃນ​ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ຟີ​ລິບ​ປິນ ກັບ​ສະ​ຫະ​ລັດ ທີ່​ໄດ້​ເລີ້ມ​ເຮັດ​ສັນ​ຍາ ​ດ້ານ​ປ້ອງ​ກັນ​ປະ​ເທດ​ຮ່ວມ​ກັນ ​ໃນ​ປີ 1951 ແລະ​ໄດ້​ເສີມ​ຂະ​ຫຍາຍ​ດ້ວຍ​ຂໍ້​ຕົກ​ລົງ​ການ​ຢ້ຽມ​ຢ​າມ​ຂອງ​ກຳ​ລັງ ສະ​ບັບ​ປີ 1999. ທ່ານ​ດຸຍ​ເຕີ​ເຕ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ຍົກ​ເລີກ​ຂໍ້​ຕົກ​ລົງ​ປີ 1999 ໃນ​ຂະ​ນ​ະ​ທີ່​ທ່ານ​ມີ​ຄວາມ​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ປັກ​ກິ່ງ ແຕ່​ໄດ້​ຕົກ​ລົງ​ໃນ​ປີ​ກາຍ​ນີ້ທີ່​ຈະ​ຮັກ​ສາ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ໄວ້​ຄື​ເກົ່າ.

ສາ​ດ​ສະ​ດາ​ຈານ​ອາ​ເລັກ​ຊານ​ດີ ວີ​ວິ່ງ ທີ່​ສູນ​ກາງ​ການ​ສຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ເອ​ເຊຍ-ປາ​ຊີ​ຟິກ ແດ​ນຽ​ລ ເຄ. ອີ​ໜຸຍ ທີ່​ລັດ​ຮາ​ວາຍ ກ່າ​ວ​ວ່າ “ສະ​ຫະ​ລັດ​ໃຫ້​ຄຸ​ນ​ຄ່າ​ແລະ​ຮັບ​ເອົາ​ຄວາມ​ສຳ​ພັນ​ນີ້​ແບບ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ຈຶ່ງ​ມີ​ຜົນ​ບາງ​ຢ່າງ​ຕໍ່​ຄວາມ​ຄິດ​ຂອງ​ທ່ານ​ດຸຍ​ເຕີ​ເຕ.”

ທ່ານ​ເອີ້ນ​ຟີ​ລິບ​ປິນ​ວ່າ “ເປັນ​ປະ​ເທດ​ທີ່ປັບປ່ຽນ​ໄປ​ມາ​ ໃນ​ເຂດ​ອິນ​ໂດປາ​ຊີ​ຟິກ” ແລະ​ເວົ້າ​ວ່າ ມັນ​ກຳ​ລັງ​ປັບ​ປ່ຽນ​ມາ​ຫາ​ສະ​ຫະ​ລັດເພື່ອ​ຄ້ຳ​ປະ​ກັນ​ຕໍ່​ການ​ເຂົ້າ​ເຖິງທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ແຫຼ່ງ​ສຳ​ຮອງ​ຂອງ​ປາ ແລະ​ພະ​ລັງ​ງານ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG