ບັນດາເຄືອຂ່າຍໂທລະສັບສາຍດ່ວນເພື່ອແກ້ໄຂວິກິດການທີ່ຕໍ່ລະຫວ່າງຈີນກັບບັນດາປະເທດເອເຊຍອື່ນໆ ທີ່ນັບມື້ຂະຫຍາຍຕົວອອກໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງຂອງປັກກິ່ງ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພົວພັນເຫຼົ່ານັ້ນ ແຕ່ກໍບໍ່ໄດ້ແກ້ໄຂຂໍ້ຂັດແຍ້ງທີ່ກວ້າງກວ່າ ເຊິ່ງອາດຈະເຮັດໃຫ້ເກີດມີເຫດການຂັດແຍ້ງກັນນັ້ນ, ອີງຕາມຄວາມເຊື່ອຂອງພວກນັກວິເຄາະເຫດການ.
ພວກເຈົ້າໜ້າທີ່ ປັກກິ່ງ ຄາດວ່າການເຊື່ອມຕໍ່ໂທລະສັບເຫລົ່ານີ້ ສະແດງໃຫ້ເຫັນວ່າ “ພວກເຮົາຮ່ວມມືກັນ” ແຕ່ບໍ່ມີການປ່ຽນແປງໃນນະໂຍບາຍທີ່ຈະເຮັດໃຫ້ປະເທດເພື່ອນບ້ານຮູ້ສຶກສະຫງົບໃຈໄດ້, ນັ້ນຄືຄໍາເວົ້າຂອງສາດສະດາຈານ ອາເລັກແຊານເດີ ວູຫວິງ (Alexander Vuving) ທີ່ສູນກາງດ້ານການສຶກສາຄວາມໝັ້ນຄົງໃນຂົງເຂດເອເຊຍ-ປາຊີຟິກ ແດນຽລ ເຄ. ອີນູເຢ (Daniel K. Inouye) ໃນລັດຮາວາຍ. ທ່ານເຊື່ອວ່າ ການກະທຳສ່ວນໃຫຍ່ທີ່ເຮັດໃຫ້ປະເທດອື່ນໆ ໂກດແຄ້ນໃນເສັ້ນທາງເດີນເຮືອທີ່ມີການຂັດແຍ້ງກັນແມ່ນໄດ້ຖືກວາງແຜນໄວ້ບໍ່ແມ່ນເປັນເຫດການກະທັນຫັນ.
ທ່ານວູຫວິງ (Vuving) ກ່າວກ່ຽວກັບສາຍພົວພັນລະຫວ່າງຈີນກັບຫວຽດນາມວ່າ “ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ຫຼຸດຜ່ອນຄວາມເຄັ່ງຕຶງແທ້ໆ, ເພາະວ່າຄວາມເຄັ່ງຕຶງສ່ວນຫຼາຍແລ້ວແມ່ນມີເຈດຕະນາ.” ທ່ານກ່າວຕໍ່ໄປວ່າ "ຈີນແລະຫວຽດນາມຍັງເອົາໃຈໃສ່ຮັກສາຄວາມຕຶງຄຽດໄວ້ໃຫ້ຕໍ່າກວ່າລະດັບຂອງການທີ່ຈະເຮັດໃຫ້ເກີດການປະທະກັນນັ້ນ."
ບັນດາສາຍດ່ວນຂອງກອງທັບເຮືອຈະຮັບປະກັນຄວາມຫວັງດີຂອງຈີນ ແລະຫວຽດນາມ ຈົນກ່ວາຈະມີເຫດການເຮັດໃຫ້ເສຍໃຈທີ່ມີການວາງແຜນໄວ້ເກີດຂຶ້ນໃນຕໍ່ໜ້າ, ອີງຕາມຄວາມເຊື່ອກັນຂອງນັກວິເຄາະເຫດການ. ແຕ່ລະຝ່າຍໄດ້ສ້າງຄວາມໂກດແຄ້ນໃຫ້ກັນ ແລະກັນໃນໄລຍະ 7 ປີທີ່ຜ່ານມາ ໂດຍການສຳ ຫຼວດຫານໍ້າມັນຢູ່ໃຕ້ ຫຼືຢູ່ໃກ້ກັບເຂດແດນທີ່ມີການໂຕ້ແຍ້ງກັນຂອງທະເລຈີນໃຕ້. ປີກາຍນີ້, ຫວຽດນາມໄດ້ປະທ້ວງຈີນໃນເລື່ອງການເຮັດໃຫ້ເຮືອປະມົງລໍານຶ່ງຫວຽດນາມຫລົ້ມ.
"ຂ້າພະເຈົ້າຄິດວ່າພວກເຂົາເຈົ້າພຽງແຕ່ຮັບຜິດຊອບໃນການມີສາຍສື່ສານທີ່ປອດໄພໃນກໍລະນີມີຫຍັງເກີດຂຶ້ນ. ມັນບໍ່ໄດ້ໝາຍຄວາມວ່າການພົວພັນຈະດີຂຶ້ນຫລືຮ້າຍແຮງລົງກວ່າເກົ່າ,” ນັ້ນຄືຄໍາເວົ້າຂອງທ່ານ ແຈັກ ຫງວຽນ (Jack Nguyen) ຄູ່ຮ່ວມງານຂອງບໍລິສັດທີ່ປຶກສາດ້ານທຸລະກິດມາຊາສ໌ (Mazars) ໃນນະຄອນໂຮ່ຈີມິນ. ເມື່ອເວົ້າເຖິງສາຍພົວພັນລະຫວ່າງຈີນກັບຫວຽດນາມແລ້ວ ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ໂດຍລວມແລ້ວມັນໝັ້ນຄົງ, ໝັ້ນຄົງເທົ່າທີ່ມັນສາມາດເປັນໄປໄດ້."
ປັກກິ່ງໄດ້ອ້າງເອົາປະມານ 90 ເປີເຊັນຂອງເນື້ອທີ່ 3 ລ້ານ 5 ແສນກິໂລແມັດມົນທົນ ໃນທະເລຈີນໃຕ້, ເຊິ່ງເປັນບ່ອນທີ່ມີຄວາມອຸດົມສົມບູນສຳລັບການປະມົງ ແລະມີບໍ່ເຊື້ອເພີງທີ່ເກີດຈາກຊາກພືດແລະຊາກສັດ. ບຣູໄນ, ມາເລເຊຍ, ຟີລິບປິນ ແລະຫວຽດນາມຕ່າງກໍອ້າງວ່າ ຫລາຍພາກສ່ວນຂອງທະເລນັ້ນເປັນຂອງຕົນເອງ, ແລະໄຕ້ຫວັນກໍໄດ້ອ້າງເອົາເນື້ອທີ່ສ່ວນໃຫຍ່ຂອງມັນ. ຈີນແມ່ນປະເທດທີ່ມີຄວາມກ້າວໜ້າທາງດ້ານການທະຫານຫຼາຍທີ່ສຸດ.