ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງຈຶ່ງມີສຽງຈາກຈີນ ຍອມຮັບວ່າ ເກາະທຽມທີ່ມີການຂັດແຍ້ງກັນນັ້ນ ແມ່ນຍາກ ທີ່ຈະປ້ອງກັນໄດ້


ຈີນໄດ້ເອາເຮືອໄປຢູ່ໃນເຂດເດີນທາງກາງທະເລໃກ້ກັບເກາະທີ່ປົ່ງມາຈາກຫາດ Mischief ທີ່ນອນຢູ່ໃນໝູ່ເກາະ Spratly ຢູ່ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນ ( ພາບຖ່າຍວີດິໂອ P-8A Poseidon ທີ່ສະໜອງໃຫ້ໂດຍ U.S. Navy, ວັນທີ 21 ພຶດສະພາ, 2015)
ຈີນໄດ້ເອາເຮືອໄປຢູ່ໃນເຂດເດີນທາງກາງທະເລໃກ້ກັບເກາະທີ່ປົ່ງມາຈາກຫາດ Mischief ທີ່ນອນຢູ່ໃນໝູ່ເກາະ Spratly ຢູ່ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນ ( ພາບຖ່າຍວີດິໂອ P-8A Poseidon ທີ່ສະໜອງໃຫ້ໂດຍ U.S. Navy, ວັນທີ 21 ພຶດສະພາ, 2015)

ວາລະສານທີ່ມີການພົວພັນກັບກອງທັບຂອງຈີນໄດ້ຍອມຮັບວ່າ ຈີນຈະມີຄວາມຫຍຸ້ງຍາກໃນການປ້ອງກັນເກາະທຽມຂອງຕົນຢູ່ໃນທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນ. ບັນດານັກວິເຄາະເຫັນວ່າ ບົດຂຽນດັ່ງກ່າວ ເປັນສັນຍານເຕືອນໃຫ້ວ່າລັດຖະບານຂອງສະຫະລັດທີ່ກໍາລັງຈະເຂົ້າມາຮັບຕໍາແໜ່ງນີ້ວ່າ ບໍ່ຄວນບັງຄັບໃຫ້ປັກກິ່ງເສີມກຳລັງຢູ່ໝູ່ເກາະເຫຼົ່ານີ້.

ໂດຍທີ່ຕັ້ງຢູ່ໃນເຂດທີ່ເປັນຜາແລະໂຂດຫີນເປັນເຄືອໄປ, ບ່ອນທີ່ປັກກິ່ງນຳໃຊ້ພື້ນທີ່ດິນທີ່ຖົມນັ້ນ ເພື່ອສ້າງໃຫ້ເປັນພື້ນທີ່ຂຶ້ນລົງຂອງເຮືອບິນແລະ ພື້ນຖານໂຄງລ່າງດ້ານການທະຫານອື່ນໆ ແມ່ນເປັນການຍາກທີ່ຈະປ້ອງກັນໄດ້ ເນື່ອງຈາກວ່າມັນມີໄລຍະໄກຈາກຈີນແຜ່ນດິນໃຫຍ່, ອີງຕາມວາລະສານລາຍເດືອນ ເນໂວລ ແອນ ເມີແຊນທ໌ ຊີບສ໌ (Naval and Merchant Ships) ທີ່ກ່າວຢູ່ໃນສະບັບຫລ້າສຸດນີ້.

ການພິມເຜີຍແຜ່ທີ່ມີການພົວພັນກັບຜູ້ກໍ່ສ້າງກຳປັ່ນທີ່ສະໜອງໃຫ້ກອງທັບປົດປ່ອຍປະຊາຊົນ, ບໍ່ຈຳເປັນຕ້ອງສະທ້ອນໃຫ້ເຫັນເຖິງທັດສະນະຂອງຜູ້ນຳການທະຫານຂອງຈີນ. ແຕ່ພວກນັກຊ່ຽວຊານເຊື່ອວ່າ ມັນອາດຈະສົ່ງຂໍ້ຄວາມໄປຫາປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່, ທ່ານ ໂຈ ໄບເດັນ ແລະທີມຮັກສາຄວາມໝັ້ນຄົງແຫ່ງຊາດຂອງທ່ານໄດ້.

"ຂ້າພະເຈົ້າຄິດວ່າ ນີ້ແມ່ນເປັນການປູພື້ນຖານສຳລັບການຫລຸດຜ່ອນຄວາມເຄັ່ງຕຶງກັບລັດຖະບານຂອງທ່ານໄບເດັນ" ພາຍຫລັງທີ່ໄດ້ສ້າງການເຄື່ອນໄຫວທາງທະຫານເຮືອ ຢູ່ໃນຂົງເຂດດັ່ງກ່າວພາຍໃຕ້ປະທານາທິບໍດີ ດໍໂນລ ທຣໍາ, ນັ້ນຄືຄໍາເວົ້າຂອງທ່ານນາງຢຸນ ຊຸນ (Yun Sun), ພະນັກງານຂັ້ນສູງໃນໂຄງການ ເຂດເອເຊຍຕາເວັນອອກຢູ່ໃນກຸ່ມຄົ້ນຄວ້າທີ່ສູນສະຕິມຊັນ (Stimson) ຢູ່ນະຄອນຫລວງວໍຊິງຕັນ.

ທ່ານນາງກ່າວອີກວ່າ ທ່ານນາງເຊື່ອວ່າ ບົດລາຍງານຂອງວາລະສານດັ່ງກ່າວ ທີ່ໄດ້ຖືກແປແລະພິມເຜີຍແຜ່ຢູ່ໃນອົງການຂ່າວເປັນພາສາອັງກິດຢ່າງໜ້ອຍສອງແຫ່ງມາຮອດປັດຈຸບັນນີ້ ກໍາລັງ "ບອກສະຫະລັດວ່າ ຈີນບໍ່ໄດ້ພະຍາຍາມທີ່ຈະເຮັດສົງຄາມ ກັບສະຫະລັດຢູ່ໃນທະເລຈີນໃຕ້ແລະ ຈີນແມ່ນບໍ່ສາມາດແມ່ນແຕ່ຈະຊະນະສົງຄາມ ໃນເຂດທະເລຈີນໃຕ້ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG